Posts

Showing posts from March 6, 2022

ຕັ້ງຈິດກ່ອນນອນ

Image
ມານມາຂວາງພຣະພຸທທະເຈົ້າຕອນບັນທົມ ສະກະລິກສູດທີ່ 3      ສະໄໝໜຶ່ງພະຜູ້ມີພະພາກປະທັບຢູ່ທີ່ ມັດທະກຸດສິມິຄະທາຍະວັນ ເຂດກຸງລາຊະຄຶ ກໍໂດຍສະໄໝນັ້ນແລ ພະບາດຂອງພຣະຜູ້ພຣະພາກເຈົ້າ ຖືກສະເກັດຫີນເຈາະແລ້ວ ໄດ້ຍິນວ່າເວທະນາທັງຫຼາຍ ອັນຍິ່ງ ເປັນໄປໃນພະສະຣີລະ ເປັນທຸກຂ໌ ແຮງກ້າ ເຜັດຮ້ອນ ບໍ່ເປັນທີ່ຍິນດີ ບໍ່ເປັນທີ່ຊົງສະບາຍ ຍ່ອມເປັນໄປແດ່ພຣະຜູ້ມີພຣະພາກ ພະອົງມີສະຕິສຳປະຊັນຍະອົດກັ້ນເຊິ່ງເວທະນາເຫຼົ່ານັ້ນ ບໍ່ກະສັບກະສ່າຍ ລຳດັບນັ້ນພຣະຜູ້ມີພຣະພາກຮັບສັ່ງ ໃຫ້ປູຜ້າສັງຄາຕິເປັນ 4 ຊັ້ນ ແລ້ວສຳເລັດ ສີຫະໄສຍາ ຕະແຄງຂວາ ພຣະບາດຊ້າຍເຫຼື່ອມພຣະບາດຂວາ ມີສະຕິສຳປະຊັນຍະ     ຄັ້ງນັ້ນແລມານຜູ້ມີບາບເຂົ້າໄປເຝົ້າພຣະອົງຮອດທີ່ປະທັບ ແລ້ວທູນຖາມພຣະຜູ້ມີພຣະພາກດ້ວຍຄາຖາວ່າ “ທ່ານນອນດ້ວຍຄວາມເຂລົາ ຫຼື ມົ່ວເມົາຄິດກາບກອນຢູ່ ປະໂຍດຂອງທ່ານບໍ່ມີຫລາຍ ທີ່ຢູ່ໃນທີ່ນັ່ງທີ່ນອນອັນສະຫງັດແຕ່ຜູ້ດຽວ ຕັ້ງໜ້ານອນຫລັບ ນີ້ແມ່ນຫຍັງ ? ທ່ານຫລັບລະຫວານິ ?   ພຣະຜູ້ມີພຣະພາກຈຶ່ງຕອບວ່າ ເຮົາບໍ່ໄດ້ນອນດ້ວຍຄວາມເຂລົາ ທັງບໍ່ໄດ້ມົ່ວເມົາຄິດກາບກອນຢູ່ ເຮົາບັນລຸປະໂຍດແລ້ວປາສະຈາກຄວາມໂສກ ຢູ່ໃນທີ່ນັ່ງທີ່ນອນອັນສະຫງັດແຕ່ຜູ້ດຽວ ນອນລຳພຶງດ້ວຍຄວາມເອັນດູ ໃນສັດຕະທັງປ່ວງ ລູກສອນເຂົາໄປໃນເອີກຂອງຊົນເຫຼົ່າໃດ ຍັງຫະໄທໃຫ້ລຸ່ມ

ຖານະ 5 ປະການທີ່ບໍ່ໄດ້ຕາມປາດຖະໜາ

Image
ພິກຂຸທັງຫລາຍ! ຖານະ 5 ປະການເຫຼົ່ານີ້ອັນ ສະມະນະ, ພຣາມ, ເທບ, ມານ, ພຣົມ, ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາມີຢູ່ 5 ປະການຢ່າງໃດແດ່?  5 ປະການຄື: ສະທະນະ, ພຣາມ, ເທບ, ມານ, ພົມ ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາວ່າ: 1. ສີ່ງທີ່ມີຄວາມແກ່ເປັນທຳມະດາຢ່າແກ່ເລີຍ. 2. ສີ່ງທີ່ມີຄວາມເຈັບໄຂ້ທຳມາດາຢ່າເຈັບໄຂ້ເລີຍ. 3. ສີ່ງທີ່ມີຄວາມຕາຍເປັນທຳມະດາຢ່າຕາຍເລີຍ.  4. ສີ່ງທີ່ມີຄວາມສີ້ນໄປເປັນທຳມາດາຢ່າສີນໄປເລີຍ. 5. ສີ່ງທີ່ມີຄວາມວິນາດເປັນທຳມະດາຢ່າວິນາດເລີຍດັ່ງນີ້.  ພິກຂຸທັງຫລາຍ! ສີ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບປຸຕຸຊົນຜູ້ທີ່ບໍ່ໄດ້ສະດັບ, ເມື່ອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວເຂົາກໍບໍ່ໄດ້ພິຈາລະນາເຫັນໂດຍລະອຽດວ່າ, ບໍ່ແມ່ນສີ່ງທີ່ມີຄວາມແກ່ເປັນທຳມະດາຈະແກ່ສຳລັບເຮົາຜູ້ດຽວເທົ່ານັ້ນ. ໂດຍທີ່ແທ້ແລ້ວສີ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບສັດຕະທັງຫລາຍທັງປວງທີ່ມີການມາ, ການໄປ, ການຈຸຕິ(ເກີດ), ການອຸບັດ(ຕາຍ). ກໍເມື່ຶອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວ ເຮົາຈະມາມົວເສົ້າໂສກກະວົນກະຫວາຍ, ລ້ຳໄລລຳພັນ, ທຸກອົກລ້ຳໃຫ້, ເຖີງຄວາມຫຼົງໄຫລ, ແມ້ອາຫານກໍບໍ່ຍ່ອຍ, ກາຍກໍເສົ້າໝອງ,  ການງານກໍຢຸກສະງັກ, ພວກອາມິດກໍດີໃຈ, ມິດສະຫາຍກໍເສົ້າໃຈດັ່ງນີ້. ປຸຕຸຊົນນັ້ນເມື່ອສີ່ງທີ່ມີຄວາມແກ່

ບຸກຄົນທີ່ບໍ່ຄວນບູຊາ

Image
   ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ບໍ່ຄວນບູຊາ; ທັມ 10 ປະການເປັນຢ່າງໃດ? ຄື: ບຸກຄົນເປັນຜູ້ຂ້າສັດຕະ, ລັກຊັບ, ປະພຶດຜິດໃນກາມ, ເວົ້າຕົວະ, ເວົ້າສຽດສີ, ເວົ້າຄຳຫຍາບ, ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ, ມີຄວາມຢາກໄດ້ຂອງຜູ້ອື່ນ, ມີຈິດພະຍາບາດ, ມີຄວາມເຫັນຜິດ.   ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ບໍ່ຄວນບູຊາ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ຄວນບູຊາ;   ທັມ 10 ປະການເປັນຢ່າງໃດ? ຄື:  1. ບຸກຄົນເປັນຜູ້ງົດເວັ້ນຈາກການຂ້າສັດຕະ,   2. ງົດເວັ້ນຈາກການລັກຊັບ,   3. ງົດເວັ້ນຈາກການປະພຶດຜິດໃນກາມ,  4. ງົດເວັ້ນຈາກການເວົ້າຕົວະ,   5. ງົດເວັ້ນຈາກການເວົ້າສຽດສີ,   6. ງົດເວັ້ນຈາກການເວົ້າຄຳຫຍາບ,   7. ງົດເວັ້ນຈາກການເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ,   8. ບໍ່ມີຄວາມຢາກໄດ້ຂອງຜູ້ອື່ນ,   9. ບໍ່ມີຈິດພະຍາບາດ,   10. ມີຄວາມເຫັນຊອບ.  ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ຄວນບູຊາ. ......................................... ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໕໗/໑໘໘

ເຄື່ອງຜູກທີ່ແກ້ໄດ້ຍາກ

Image
ຜູ້ມີປັນຍາທັງຫລາຍ ບໍ່ກ່າວເຄື່ອງຈອງຈຳທີ່ເຮັດດ້ວຍເຫລັກ ເຮັດດ້ວຍໄມ້ ແລະເຮັດດ້ວຍຫຍ້າ ວ່າເປັນເຄື່ອງຈອງຈຳທີ່ໝັ້ນຄົງ. ຜູ້ມີປັນຍາທັງຫລາຍ ຍ່ອມກ່າວຄວາມຮັກໃຄ່ພໍໃຈໃນຕຸ້ມຫູ ແກ້ວມະນີ ແລະຄວາມຫ່ວງອາໄລໃນບຸດ ແລະພັນລະຍານັ້ນແຫລະວ່າ ເປັນເຄື່ອງຈອງຈຳທີ່ໝັ້ນຄົງ ຜັກດັນໃຫ້ສັດຕະລົງຕ່ຳ ເຊິ່ງເປັນເຄື່ອງຈອງຈຳທີ່ຜູກໄວ້ຢ່ອນໆ (ຫລົມໆ) ແຕ່ແກ້ໄດ້ຍາກ.  ຜູ້ມີປັນຍາທັງຫລາຍ ຕັດເຄື່ອງຈອງຈຳເຊັ່ນນັ້ນ ອອກບວດ ເປັນຜູ້ບໍ່ມີຄວາມຫ່ວງອາໄລ ລະກາມມະສຸກເສຍແລ້ວ. ............................................................ ພຸທທະວະຈະນະ ອນາຄາມີ ໜ້າທີ ໑໑໔

ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ

Image
ພິກຂຸທັງຫຼາຍ ! ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ 3 ຈຳພວກ ເປັນແນວໃດ? ຄື: 1. ບຸກຄົນອາໄສບຸກຄົນໃດແລ້ວ ເປັນຜູ້ເຖິງພຣະພຸດທະເຈົ້າວ່າເປັນສະຣະນະ.  ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 2. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ.    ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 3. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່.   ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ.   ພິກຂຸທັງຫຼາຍ ! ເຮົາກ່າວວ່າ ບຸກຄົນອື່ນນອກຈາກ ບຸກຄົນ 3 ຈຳພວກນີ້ ຈະເປັນຜູ້ມີອຸປະກາຣະມາກມາຍ ແກ່ບຸກຄົນນີ້ຫາບໍ່ໄດ້.  ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວວ່າ ບຸກຄົນຈະໃຫ້ການຕອບແທນຄື: ດ້ວຍການຂາບໄຫວ້ ການລຸກຮັບ ການປະນົມມືໄຫວ້ ການກະທຳຄວາມເຄົາຣົບ ການໃຫ້ຜ້ານຸ່ງຫົ່ມ ອາຫານ ທີ່ຢູ່ອາໄສ ຢາຮັກໂຣຄແກ່ບຸກຄົນ 3 ຈຳພວກນີ້ບໍ່ໄດ້ງ່າຍ. ..............................

ຖ້າບໍ່ໄດ້ສະຫາຍທີ່ມີປັນຍາເປັນນັກປຣາດຮ່ວມທາງເດີນ

Image
ຖ້າບໍ່ໄດ້ສະຫາຍທີ່ມີປັນຍາເປັນນັກປຣາດຮ່ວມທາງເດີນ ກໍຈົ່ງທ່ຽວສັນຈອນໄປຄົນດຽວ ເໝືອນພຣະຣາຊາທີ່ຊົງສະລະຣາຊະສົມບັດ, ເໝືອນຊ້າງມາຕັງຄະໃນປ່າ ສັນນັ້ນ; ການທ່ຽວໄປຄົນດຽວປະເສີດກວ່າ ເພາະຄວາມເປັນສະຫາຍຍ່ອມບໍ່ມີໃນຄົນພານ ຈົ່ງເປັນຜູ້ທ່ຽວໄປຄົນດຽວ ແລະບໍ່ກະທຳບາບ ເໝືອນຊ້າງມາຕັງຄະທີ່ມີຄວາມຂົນຂວາຍນ້ອຍໃນປ່າ ສັນນັ້ນ. ....................................................................... ສູຕຕັນຕະປິດົກ ມັຊຊິມະນິກາຍ ອຸປະຣິປັນນາສ ໑໔/໒໓໑/໔໔໓

ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ

Image
ພິກຂຸທັງຫລາຍ ! ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ ເພາະວ່າບຸກຄົນເຈຕະນາແລ້ວ ຍ່ອມກະທຳເຊິ່ງກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ. ສັດຕະທັງຫລາຍເປັນຜູ້ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກະທຳກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ເຂົາຈັກເປັນຜູ້ຮັບຜົນຂອງກັມນັ້ນ. ພຸທທະພົຈນ໌

ອຸປາທານ ແລະທີ່ຕັ້ງແຫ່ງອຸປາທານ

Image
ພິກຂຸທັງຫລາຍ ! ເຮົາຈັກສະແດງທັມເປັນທີ່ຕັ້ງແຫ່ງອຸປາທານ ແລະ ອຸປາທານ ທ່ານທັງຫລາຍຈົງຟັງ. ພິກຂຸທັງຫລາຍ ! ກໍທັມອັນເປັນທີ່ຕັ້ງແຫ່ງອຸປາທານເປັນແນວໃດ  ອຸປາທານເປັນຢ່າງໃດ?  ພິກຂຸທັງຫລາຍ ຮູບ ເວທນາ ສັນຍາ ສັງຂານ ວິນຍານ ຊື່ວ່າ ທັມເປັນທີ່ຕັ້ງແຫ່ງອຸປາທານ. ຄວາມກຳຫນັດດ້ວຍອຳນາດຄວາມພໍໃຈ ໃນຮູບ ເວທນາ ສັນຍາ ສັງຂານ ວິນຍານ  ນັ້ນຊື່ວ່າ ອຸປາທານ. ພິກຂຸທັງຫລາຍ ! ນີ້ເອີ້ນວ່າ ທັມເປັນທີ່ຕັ້ງແຫ່ງອຸປາທານ ນີ້ເອີ້ນວ່າ ອຸປາທານ. .......................................................... ສູຕຕັນຕະປິດົກ ເຫລັ້ມທີ ໑໗ ພາສາໄທ ສະບັບຫລວງ ສັງ. ຂັນທ. ອຸປາທານສູຕ

ທັມ 5 ປະການນີ້ ອັນບຸກຄົນຈະເຣີນແລ້ວ ເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ

Image
ພິກຂຸທັງຫລາຍ ! ທັມ 5 ປະການນີ້ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ ທັມ 5 ປະການນັ້ນເປັນຢ່າງໃດ? ຄື ພິກຂຸໃນທັມວິໄນນີ້ 1. ພິຈາຣະນາເຫັນຄວາມບໍ່ງາມໃນກາຍ  2. ກຳນົດໝາຍໃນຄວາມເປັນປະຕິກູລຂອງອາຫານ 3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ  4. ພິຈາຣະນາເຫັນສັງຂານທັງປວງວ່າບໍ່ທ່ຽງ  5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ  ພິກຂຸທັງຫລາຍ ! ທັມ 5 ປະການນີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ. ..................................................... ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໗໔/໗໐

ຄວນເປັນຄົນກະຕັນຍູກະຕະເວທີ

Image
ພິກຂຸທັງຫລາຍ ! ພວກທ່ານໄດ້ຟັງເລື່ອງໝາຈອກ ໃນປັດຈຸບັນສະໄໝແຫ່ງຣາຕີແລ້ວ ຫລືຍັງ? ພິກຂຸທັງຫລາຍກໍໄດ້ກຣາບທູນວ່າ ໄດ້ຟັງແລ້ວ ຂ້ານ້ອຍ! ພິກຂຸທັງຫລາຍ ຄວາມກະຕັນຍູບາງຢ່າງ ຄວາມກະຕະເວທີບາງຢ່າງ ຍ່ອມມີໃນໝາຈອກເຖົ້າຕົວນັ້ນ ແຕ່ຄວາມກະຕັນຍູບາງຢ່າງ ຄວາມກະຕະເວທີບາງຢ່າງ ບໍ່ມີໃນພິກຂຸບາງຮູບ ຜູ້ປະຕິຍານຕົນວ່າ ເປັນເຊື້ອສາຍສັກກະຍະບຸດໃນທັມວິໄນນີ້ເລີຍ. ເພາະເຫດນັ້ນແລ ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ວ່າ ເຮົາຈັກເປັນຄົນກະຕັນຍູ ເຮົາຈະເປັນຄົນກະຕະເວທີ ເຖິງບຸນຄຸນຈະມີປະມານນ້ອຍທີ່ບຸກຄົນອື່ນກະທຳແກ່ເຮົາ ຈະບໍ່ໃຫ້ເສື່ອມຫາຍໄປ. ພິກຂຸທັງຫລາຍ ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ແລ. .................................................... ສິງຄາລສູຕທີ ໒. ໑໖/໒໗໔/໖໘໕

ປະຣິນເຍີຍຍະທັມ, ປະຣິນຍາ, ປະຣິນຍາຕາວີ

Image
ດູຣາຣາທະ ! ປະຣິນເຍີຍຍະທັມເປັນຢ່າງໃດ? ດູຣາຣາທະ ຮູບນັ້ນແລ ເປັນປະຣິນເຍີຍຍະທັມ<b>  ເວທະນາ ເປັນປະຣິນເຍີຍຍະທັມ  ສັນຍາ ເປັນປະຣິນເຍີຍຍະທັມ  ສັງຂານ ເປັນປະຣິນເຍີຍຍະທັມ  ວິນຍານ ເປັນປະຣິນເຍີຍຍະທັມ </b> ດູຣາຣາທະ ທັມເຫລົ່ານີ້ເຮົາກ່າວວ່າ ປະຣິນເຍີຍຍະທັມ (ທັມທີ່ຄວນກຳນົດຮູ້) ດູຣາຣາທະ ! ກໍປະຣິນຍາເປັນຢ່າງໃດ ?  ຄວາມສິ້ນຣາຄະ  ຄວາມສິ້ນໂທສະ   ຄວາມສິ້ນໂມຫະ  ນີ້ເຮົາກ່າວວ່າ ປະຣິນຍາ (ຄວາມຮອບຮູ້) ດູຣາຣາທະ ! ປະຣິນຍາຕາວີບຸກຄົນເປັນຢ່າງໃດ? ຜູ້ທີ່ເຂົາພາກັນເອີ້ນວ່າ ອະຣະຫັນ ຄື: ທ່ານທີ່ມີຊື່ຢ່າງນີ້ ມີໂຄດຢ່າງນີ້ ນີ້ເຮົາກ່າວວ່າ ປະຣິນຍາຕາວີບຸກຄົນ (ບຸກຄົນທີ່ຈົບປະຣິນຍາ) ....................................................... ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ຂັນທະວາຣະວັກ ໑໗/໑໙໒-໑໙໓/໓໖໙

ຮາກເຫງົ້າຂອງອະກຸສົນທັມ

Image
ຮາກເຫງົ້າຂອງອະກຸສົລທັມ ເມື່ອເກີດກັບບຸກຄົນໃດຍ່ອມເປັນໄປເພື່ອຄວາມທຸກ ດູຣາມະຫາບໍພິດ ! ທັມ 3 ຢ່າງນີ້ ເມື່ອເກີດກັບບຸກຄົນໃດ ຍ່ອມບໍ່ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມທຸກ ເພື່ອຄວາມຢູ່ບໍ່ຜາສຸກ ທັມ 3 ການເປັນແນວໃດ? ຄື:  ໂລພະ ຄວາມໂລບ  ໂທສະ ຄວາມໂກດ  ໂມຫະ ຄວາມຫລົງ ດູຣາມະຫາບໍພິດ ! ທັມ 3 ຢ່າງນີ້ ເມື່ອເກີດກັບບຸກຄົນໃດ ຍ່ອມບໍ່ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມທຸກ ເພື່ອຄວາມຢູ່ບໍ່ຜາສຸກ. ......................................................... ພຸທທະພົຈນ໌ ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ໑໕/໘໘-໘໙/໓໒໙

ຄວາມສຳຄັນຂອງສັນຍາ 5 ປະການ

Image
ພິກຂຸທັງຫລາຍ ! ສັນຍາ 5 ປະການນີ້ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົນຫລາຍ ມີອານິສົງຫລາຍ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນທີ່ສຸດ; ສັນຍາ 5 ປະການເປັນແນວໃດ? ຄື: 1. ອະນິດຈະສັນຍາ (ກຳນົດໝາຍໃນຄວາມບໍ່ທ່ຽງ), 2. ອະນັດຕະສັນຍາ (ກຳນົດໝາຍໃນຄວາມເປັນອະນັດຕາ), 3. ມະຣະນະສັນຍາ (ກຳນົດໝາຍໃນຄວາມຕາຍ), 4. ອາຫາເຣປະຕິກູລະສັນຍາ(ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ), 5. ສັບພະໂລເກອະນະພິຣະຕະສັນຍາ (ສຳຄັນວ່າບໍ່ໜ້າຍິນດີໃນໂລກທັງປວງ). ພິກຂຸທັງຫລາຍ ! ສັນຍາ 5 ປະການນີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົນຫລາຍ ມີອານິສົງຫລາຍ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນທີ່ສຸດ. ................................................. ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໗໐/໖໑

ຜູ້ມີປັນຍາເປັນກຳລັງ

Image
ພິກຂຸທັງຫລາຍ ! ອະຣິຍະສາວົກໃນທັມວິໄນນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາທີ່ກຳນົດຮູ້ຄວາມເກີດ ແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳລະກິເລດໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ ນີ້ເອີ້ນວ່າ: ປັນຍາພະລະ. ................................. ອັງຄຸຕຕະຣະນິກາຍ ໒໓/໔/໔

ພຣະພຸດທະເຈົ້າຊົງເຕືອນພິກຂຸທັງຫລາຍໃຫ້ເປັນຜູ້ສັງຣວມອິນຊີ

Image
ພຣະພຸດທະເຈົ້າຊົງເຕືອນພິກຂຸທັງຫລາຍໃຫ້ເປັນຜູ້ສັງຣວມອິນຊີ, ຮູ້ຈັກປະມານໃນການບໍຣິໂພກ, ໃຫ້ເປັນຜູ້ປາຣົບຄວາມພຽນ ແລະ ຊົງໃຫ້ຈະເຣີນໂພທິປັກຂິຍະທັມຢູ່ທຸກວັນຄືນ ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາຢ່າງນີ້ວ່າ ເຮົາທັງຫລາຍຈັກເປັນຜູ້ຄຸ້ມຄອງທະວານໃນອິນຊີທັງຫລາຍ, ເປັນຜູ້ຮູ້ປະມານໃນໂພຊະນະ, ປະກອບຄວາມພຽນເປັນເຄື່ອງຕື່ນຢູ່, ເປັນຜູ້ເຫັນແຈ້ງໃນກຸສົນທັມທັງຫລາຍ, ປະກອບການຈະເຣີນໂພທິປັກຂິຍະທັມທັງຫລາຍຢູ່ທຸກວັນຄືນ, ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ແລ. ............................................... ອັງຄຸຕຕະຣະນິກາຍ..໒໒/໖໒/໕໖

ຄຳວ່າ ”ພຣົມມະຈັນ” ຄືຫຍັງ?

Image
ຄຳວ່າ ”ພຣົມມະຈັນ” ຄືຫຍັງ? ແລະທີ່ສຸດຂອງພຣົມມະຈັນນັ້ນເປັນແນວໃດ? ຄັ້ງນັ້ນ ພິກຂຸອົງໜຶ່ງເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ກຣາບອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າວ່າ:  ຂ້າແຕ່ພຣະອົງຜູ້ຈະເຣີນ ! ທີ່ເອີ້ນວ່າ ”ພຣົມມະຈັນໆ ດັ່ງນີ້” ກໍພຣົມມະຈັນເປັນຢ່າງໃດ ທີ່ສຸດຂອງພຣົມມະຈັນນັ້ນເປັນແນວໃດ ຂ້ານ້ອຍ? ດູຣາພິກຂຸ ! ອະຣິຍະມັກປະກອບດ້ວຍອົງ 8 ນີ້ເອງຄື: ສັມມາທິດຖິ, ສັມມາສັງກັປປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ ນີ້ແລເປັນພຣົມມະຈັນ. ຄວາມສິ້ນຣາຄະ ຄວາມສິ້ນໂທສະ ຄວາມສິ້ນໂມຫະ ນີ້ເປັນທີ່ສຸດແຫ່ງພຣົມມະຈັນ. .................................................... ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໗/໒໙-໓໐

ວິທີດັບຄວາມອາຄາດທີ່ເກີດຂຶ້ນ

Image
ພິກຂຸທັງຫລາຍ ! ທັມອັນເປັນທີ່ດັບບໍ່ເຫລືອເຊິ່ງຄວາມອາຄາດຊຶ່ງເກີດຂຶ້ນແກ່ພິກຂຸໂດຍປະການທັງປວງ 5 ປະການນີ້ 5 ປະການເປັນແນວໃດ? ຄື: 1. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນຈະເຣີນເມດຕາໃນບຸກຄົນນັ້ນ  2. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນຈະເຣີນກະຣຸນາໃນບຸກຄົນນັ້ນ  3. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນຈະເຣີນອຸເປກຂາໃນບຸກຄົນນັ້ນ  4. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ບໍ່ຄວນນຶກໃຝ່ໃຈໃນບຸກຄົນນັ້ນ  ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນນຶກເຖິງຄວາມເປັນຜູ້ມີກັມເປັນຂອງໆຕົນໃຫ້ຫມັ້ນໃນບຸກຄົນນັ້ນວ່າ ທ່ານຜູ້ນີ້ເປັນຜູ້ມີກັມເປັນຂອງໆຕົນ ເປັນທາຍາດແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງ ຈັກທຳກັມໃດ ດີກໍຕາມ ຊົ່ວກໍຕາມ ຈັກເປັນທາຍາດ (ຜູ້ຮັບຜົນ)ຂອງກັມນັ້ນດັ່ງນີ້   ພິກຂຸຄວນຣະງັບຄວາມອາຄາດໃນບຸກຄົນນັ້ນດ້ວຍປະການຢ່າງນີ້ ຯ ....................................................... ສູຕຕັນຕະປິດົກ ພາສາໄທ ສະບັບຫລວງ_ອາຄາຕວິນະຍະສູຕທີ ໑ ເຫລັ້ມ ໒໒/໑໖໘/໑໖໑

ຮັບມືກັບຖ້ອຍຄຳ 5 ປະການ ດ້ວຍໃຈປະກອບດ້ວຍເມດຕາ

Image
ພິກຂຸທັງຫລາຍ ! ທາງແຫ່ງຖ້ອຍຄຳທີ່ບຸກຄົນອື່ນຈະກ່າວກັບທ່ານມີຢູ່ 5 ປະການຄື: ການກ່າວໂດຍການອັນສົມຄວນ ຫລືບໍ່ສົມຄວນ; ກ່າວດ້ວຍເລື່ອງຈິງ ຫລືເລື່ອງບໍ່ຈິງ; ກ່າວດ້ວຍຄຳອ່ອນຫວານ ຫລືຄຳຫຍາບຄາຍ; ກ່າວດ້ວຍຄຳປະກອບດ້ວຍປະໂຫຍດ ຫລືບໍ່ປະກອບດ້ວຍປະໂຫຍດ; ມີຈິດເມດຕາ ຫລືມີໂທສະໃນພາຍໃນກ່າວ; ພິກຂຸທັງຫລາຍ ! ເມື່ອບຸກຄົນອື່ນຈະກ່າວໂດຍການອັນສົມຄວນ ຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເລື່ອງຈິງ ຫລືເລື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄຳອ່ອນຫວານ ຫລືຄຳຫຍາບຄາຍ ກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຫຍດ ຫລືບໍ່ປະກອບດ້ວຍປະໂຫຍດກໍຕາມ, ຈະມີຈິດເມດຕາ ຫລືມີໂທສະໃນພາຍໃນກ່າວ ກໍຕາມ; ພິກຂຸທັງຫລາຍ ! ໃນຂໍ້ນັ້ນ ພວກທ່ານຈົ່ງສຶກສາຢ່າງນີ້ວ່າ ຈິດຂອງເຮົາຈັກບໍ່ປັ່ນປວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຫຍດ ເຮົາຈັກມີເມດຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ ເມດຕາໄປເຖິງບຸກຄົນນັ້ນ ເຮົາແຜ່ເມດຕາຈິດອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວນ ບໍ່ມີພະຍາບາດ ໄປທົ່ວທັງໂລກ ທຸກທິດທຸກທາງ ເຊິ່ງເປັນອາລົມຂອງຈິດນັ້ນ ດັ່ງນີ້. ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາດ້ວຍອາການດັ່ງທີ່ກ່າວມານີ້ແລ. .................................................................. ສູຕຕັນຕະປິດ

ເຣີກດີ ຍາມດີ ທີ່ພຣະພຸທທະເຈົ້າຊົງສອນ

Image
ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດສຸຈະຣິດດ້ວຍກາຍ ປະພຶດສຸຈະຣິດດ້ວຍວາຈາ ປະພຶດສຸຈະຣິດດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ; ສັດຕະເຫລົ່າໃດປະພຶດສຸຈະຣິດດ້ວຍກາຍ ປະພຶດສຸຈະຣິດດ້ວຍວາຈາ ປະພຶດສຸຈະຣິດດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັດຕະເຫລົ່ານັ້ນ; ສັດຕະເຫລົ່າໃດປະພຶດສຸຈະຣິດດ້ວຍກາຍ ປະພຶດສຸຈະຣິດດ້ວຍວາຈາ ປະພຶດສຸຈະຣິດດ້ວຍໃຈ ໃນເວລາຄ່ຳ ເວລາຄ່ຳກໍເປັນເວລາຄ່ຳທີ່ດີຂອງສັດເຫລົ່ານັ້ນ; ສັດຕະທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າ ຣືກດີ ມຸງຄຸນດີ ສະວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີໃນພຣົມມະຈາຣີບຸກຄົນທັງຫລາຍ. ສຸປຸພພັນຫະສູຕຣ.

ການມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ

Image
ການມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ ຄວນປະຕິບັດແນວໃດ? ແລະບຸກຄົນເຊັ່ນໃດ ຈິ່ງຊື່ວ່າມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ ອານົນ ! ... ພວກທ່ານທັງຫລາຍຈົ່ງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ຈົ່ງມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ. ອານົນ ! ພິກຂຸມີຕົນເປັນປະທີບ ມີຕົນເປັນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ, ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະນັ້ນເປັນຢ່າງໃດ? ອານົນ ! ພິກຂຸໃນທັມວິໄນນີ້ ພິຈາລະນາເຫັນກາຍໃນກາຍເນື່ອງໆຢູ່, ພິຈາລະນາເຫັນເວທະນາໃນເວທະນາທັງຫລາຍເນື່ອງໆຢູ່, ພິຈາລະນາເຫັນຈິດໃນຈິດເນື່ອງໆຢູ່, ພິຈາລະນາເຫັນທັມໃນທັມທັງຫລາຍເນື່ອງໆຢູ່ ມີຄວາມພຽນເຜົາກິເລດ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ຍ່ອມກຳຈັດອະພິດຊາ ແລະໂທມະນັດໃນໂລກອອກເສຍໄດ້. ອານົນ ! ພິກຂຸຢ່າງນີ້ແລ ຊື່ວ່າມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະເປັນຢູ່. ອານົນ ! ໃນການບັດນີ້ກໍດີ ໃນການລ່ວງໄປແຫ່ງເຮົາກໍດີ ໃຜກໍຕາມ ຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່

ຄວນກວດສອບເບິ່ງການກະທຳຂອງຕົນວ່າ ”ດີ ຫລື ຊົ່ວ”

Image
ຣາຫຸນ ! ເມື່ອທ່ານກຳລັງກະທຳກັມໃດດ້ວຍກາຍຢູ່ ຈົ່ງພິຈາລະນາກັມນັ້ນວ່າ ກາຍຍະກັມທີ່ເຮົາກຳລັງກະທຳຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງແດ່, ບຽດບຽນຜູ້ອື່ນແດ່, ບຽດບຽນທັງສອງຝ່າຍແດ່, ເປັນກາຍກັມທີ່ເປັນອະກຸສົນ ມີທຸກເປັນກຳໄລ ມີທຸກເປັນວິບາກ(ຜົນ)ຫລືບໍ່ໜໍ? ດັ່ງນີ້; ຣາຫຸນ ! ຖ້າທ່ານພິຈາລະນາ ຮູ້ສຶກວ່າເປັນດັ່ງນັ້ນ ທ່ານຈົ່ງເລີກລະກາຍກັມຊະນິດນັ້ນເສຍ. ຣາຫຸນ ! ຖ້າທ່ານພິຈາລະນາ ຮູ້ສຶກຢູ່ດັ່ງນີ້ວ່າ ກາຍກັມທີ່ເຮົາກຳລັງກະທຳຢູ່ນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງ, ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນ, ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍ, ເປັນກາຍກັມອັນເປັນກຸສົນ ມີສຸກເປັນກຳໄລ ມີສຸກເປັນວິບາກ, ດັ່ງນີ້; ຣາຫຸນ ! ທ່ານຈົ່ງຟ້າວກະທຳກາຍກັມ(ການກະທຳທາງກາຍ)ຊະນິດນັ້ນ. .............................................................. ພຸທທະວະຈະນະ ສະບັບແກ້ກັມ ໜ້າທີ 33

ຫລັກທັມທີ່ເປັນເຄື່ອງກວດສອບ ”ສັດຕະບຸຣຸດ ແລະ ອະສັດຕະບຸຣຸດ”

Image
ດູກ່ອນພິກຂຸທັງຫລາຍ ! ເຮົາຈັກສະແດງອະສັດຕະບຸຣຸດ ແລະ ອະສັດຕະບຸຣຸດທີ່ຍິ່ງກວ່າອະສັດຕະບຸຣຸດແກ່ທ່ານທັງຫລາຍ ຈັກສະແດງສັດຕະບຸຣຸດ ແລະ ສັດຕະບຸຣຸດຜູ້ຍິ່ງກວ່າສັດຕະບຸຣຸດແກ່ທ່ານທັງຫລາຍ ທ່ານທັງຫລາຍຈົ່ງຟັງເລື່ອງນັ້ນ. ດູກ່ອນພິກຂຸທັງຫລາຍ ອະສັດຕະບຸຣຸດເປັນແນວໃດ? ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ, ມີຄວາມຄິດຜິດ, ມີການເຈລະຈາຜິດ, ທຳການງານຜິດ, ລ້ຽງຊີບຜິດ, ພະຍາຍາມຜິດ, ລະນຶກຜິດ, ຕັ້ງໃຈຜິດ ບຸກຄົນນີ້ເອີ້ນວ່າ ອະສັດຕະບຸຣຸດ(ຄົນບໍ່ດີ). ດູກ່ອນພິກຂຸທັງຫລາຍ ອະສັດຕະບຸຣຸດຍິ່ງກວ່າອະສັດຕະບຸຣຸດເປັນແນວໃດ? ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ, ມີຄວາມຄິດຜິດ, ມີການເຈລະຈາຜິດ, ທຳການງານຜິດ, ລ້ຽງຊີບຜິດ, ພະຍາຍາມຜິດ, ລະນຶກຜິດ, ຕັ້ງໃຈຜິດ ຮູ້ຜິດ ພົ້ນຜິດ (ຫລຸດພົ້ນແບບຜິດໆ) ບຸກຄົນນີ້ເອີ້ນວ່າ ອະສັດຕະບຸຣຸດຍິ່ງກວ່າອະສັດຕະບຸດ. ດູກ່ອນພິກຂຸທັງຫລາຍ ສັດຕະບຸຣຸດເປັນແນວໃດ? ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຖືກຕ້ອງ, ມີຄວາມຄິດຖືກຕ້ອງ, ເຈລະຈາຖືກຕ້ອງ, ທຳການງານຖືກຕ້ອງ, ລ້ຽງຊີບຖືກຕ້ອງ, ພະຍາຍາມຖືກຕ້ອງ, ລະນຶກຖືກຕ້ອງ, ຕັ້ງໃຈຖືກຕ້ອງ ບຸກຄົນນີ້ເອີ້ນວ່າ ສັດຕະບຸຣຸດ(ຄົນດີ). ດູກ່ອນພິກຂຸທັງຫລາຍ ສັດຕະບຸຣຸດຍິ່ງກວ່າສັດຕະບຸຣຸດເປັນແນວໃດ? ບຸກຄົນບາງຄົນໃນໂລກນີ້

ຈົ່ງລະຄວາມພໍໃຈໃນສິ່ງທີ່ບໍ່ທ່ຽງ

Image
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍປະທານໂອກາດ ຂໍພຣະຜູ້ມີພຣະພາກເຈົ້າໂປດສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ມີຄວາມບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ ຂ້ານ້ອຍ. ດູຣາຣາທະ ! ສິ່ງໃດບໍ່ທ່ຽງ ທ່ານຈົ່ງລະຄວາມພໍໃຈໃນສິ່ງນັ້ນເສຍ ດູຣາຣາທະ ! ອັນໃດໜໍບໍ່ທ່ຽງ?  ຈັກຂຸ(ຕາ)ບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ທ່ານຈົ່ງລະຄວາມພໍໃຈໃນສິ່ງນັ້ນເສຍ,  ຮູບບໍ່ທ່ຽງ,  ຈັກຂຸວິນຍານບໍ່ທ່ຽງ,  ຈັກຂຸສັມຜັດບໍ່ທ່ຽງ,  ສຸຂະເວທະນາ  ທຸກຂະເວທະນາ  ອະທຸກຂະມະສຸຂະເວທະນາທີ່ເກີດຈາກຈັກຂຸສັມຜັດ(ການເຫັນທາງຕາ)ບໍ່ທ່ຽງ   ທ່ານຈົ່ງລະຄວາມພໍໃຈໃນເວທະນານັ້ນເສຍ... ................................................................... ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໗-໔໘/໙໒

ໂລພະ ໂທສະ ໂມຫະ ເປັນເຫດເກີດຂອງກັມ

Image
ໂລພະ ໂທສະ ໂມຫະ ເປັນເຫດເກີດຂອງກັມ ແລະເປັນທັມທີ່ເປັນໄປເພື່ອທຸຄະຕິ ເຊິ່ງເປັນສິ່ງທີ່ຄວນເວັ້ນ ຜູ້ຮູ້ຈັກກັມອັນເກີດຈາກໂລພະ ໂທສະ ໂມຫະ ເຂົາກະທຳກັມໃດ ນ້ອຍກໍຕາມ ຫລາຍກໍຕາມ ເຂົາຕ້ອງສະເຫວີຍຜົນກັມນັ້ນໃນອັດຕະພາບນີ້... ເພາະສະນັ້ນ, ພິກຂຸຜູ້ຮູ້ແຈ້ງເຊິ່ງຄວາມໂລບ ຄວາມໂກດ ແລະຄວາມຫລົງ ທຳວິຊາໃຫ້ເກີດຂຶ້ນ ຍ່ອມລະທຸຄະຕິເສຍໄດ້ທັງໝົດ. .............................................. ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໓໐/໓໗໓

ເຫດທີ່ມານດາບິດາປາຖະໜາຢາກໄດ້ບຸດ

Image
ພິກຂຸທັງຫລາຍ ! ມານດາ ບິດາມອງເຫັນຖານະ 5 ປະການນີ້ ຈຶ່ງປາຖະໜາບຸດເກີດໃນຕະກຸນ, ຖານະ 5 ປະການນັ້ນເປັນຢ່າງໃດ? ຄື: 1. ບຸດທີ່ເຮົາລ້ຽງມາແລ້ວຈັກລ້ຽງຕອບແທນ, 2. ຈັກກະທຳກິດແທນເຮົາ, 3. ວົງຕະກຸນຈັກດຳຣົງຢູ່ໄດ້ນານ, 4. ບຸດຈັກປົກຄອງຊັບມໍຣະດົກ, 5. ເມື່ອເຮົາຕາຍໄປ ບຸດຈັກພຳເພັນທັກຂິນາທານໃຫ້(ຈະທຳບຸນອຸທິດໃຫ້). ພິກຂຸທັງຫລາຍ ! ມານດາ ບິດາມອງເຫັນຖານະ 5 ປະການນີ້ແລ ຈຶ່ງປາຖະໜາບຸດເກີດໃນຕະກຸນ. .......................................................................... ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໘/໓໙

ໃນທັມວິໄນໃດບໍ່ມີອະຣິຍະມັກມີອົງ 8 ໃນທັມວິໄນນັ້ນບໍ່ມີອະຣິຍະບຸກຄົນ

Image
ດູຣາສຸພັດທະ ! ໃນທັມວິໄນໃດບໍ່ມີອະຣິຍະມັກມີອົງ 8   ໃນທັມວິໄນນັ້ນ ບໍ່ມີສະມະນະທີ 1,   ສະມະນະທີ 2,    ສະມະນະທີ 3,    ສະມະນະທີ 4.   ໃນທັມວິໄນໃດມີອະຣິຍະມັກມີອົງ 8  ໃນທັມວິໄນນັ້ນ ມີສະມະນະທີ 1,    ສະມະນະທີ 2,    ສະມະນະທີ 3,    ສະມະນະທີ 4.  ດູຣາສຸພັດທະ ! ໃນທັມວິໄນນີ້ ມີອະຣິຍະມັກປະກອບດ້ວຍອົງແປດ ໃນທັມວິໄນນີ້ເທົ່ານັ້ນ ມີສະມະນະທີ 1, 2, 3, 4 ລັດທິອື່ນໆວ່າງຈາກສະມະນະຜູ້ຮູ້ທົ່ວເຖິງ ກໍພິກຂຸເຫລົ່າໃດມີຄວາມເປັນຢູ່ໂດຍຊອບ ໂລກຈະບໍ່ວ່າງຈາກພຣະອະຣະຫັນທັງຫລາຍ.

ນັກເລງການພະນັນ

Image
ພິກຂຸທັງຫລາຍ! ເໝືອນນັກເລງການພະນັນ ເພາະເຄາະຮ້າຍຄັ້ງທຳອິດເທົ່ານັ້ນ ຈຶ່ງຕ້ອງເສຍລູກແດ່ ເສຍເມຍແດ່ ເສຍສົມບັດທຸກຢ່າງແດ່ ຍິ່ງຂຶ້ນໄປອີກ ຕ້ອງຖືກຈອງຈຳ ເຄາະຮ້າຍຂອງນັກເລງການພະນັນທີ່ຕ້ອງເສຍໄປນັ້ນ ເປັນພຽງເລັກນ້ອຍ ຄວາມເຄາະຮ້າຍອັນໃຫຍ່ຫລວງກວ່ານັ້ນ ຄື ຄົນພານນັ້ນປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ນັ້ນເອງ. .............................................................. ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໔໖/໔໘໓

ປຽບເໝືອນເຮືອນ 2 ຫລັງ ມີປະຕູກົງກັນ

Image
ສะໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອນສາວັດຖີ ສະໄໝນັ້ນແລ ພຣະຜູ້ມີພຣະພາກກວ່າເອີ້ນພິກຂຸທັງຫລາຍວ່າ: ພິກຂຸທັງຫລາຍ! ພິກຂຸເຫລົ່ານັ້ນທູນຮັບພຣະດຳຣັດແລ້ວ ພຣະຜູ້ມີພຣະພາກກວ່າວ່າ: ພິກຂຸທັງຫລາຍ! ປຽບເໝືອນເຮືອນ 2 ຫລັງ ມີປະຕູກົງກັນ ບຸຣຸດຜູ້ມີຕາດີຢືນຢູ່ລະຫວ່າງກາງເຮືອນ 2 ຫລັງນັ້ນ ຍ່ອມເຫັນມະນຸດກຳລັງເຂົ້າເຮືອນແດ່ ກຳລັງອອກຈາກເຮືອນແດ່ ກຳລັງເດີນມາແດ່ ກຳລັງເດີນໄປແດ່ ສັນໃດ;  ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ເຮົາຍ່ອມມອງເຫັນໝູ່ສັດຕະກຳລັງຈຸຕິ ກຳລັງອຸບັດ ຕ່ຳຊາມ ປະນີດ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກ ດ້ວຍທິຍພະຈັກຂຸອັນບໍຣິສຸດ ລ່ວງຈັກຂຸຂອງມະນຸດ ຍ່ອມຊາບຊັດເຊິ່ງໝູ່ສັດຕະຜູ້ເປັນໄປຕາມກັມໄດ້ວ່າ ສັດຕະເຫລົ່ານີ້ປະກອບດ້ວຍກາຍສຸຈະຣິດ ວະຈີສຸຈະຣິດ ມະໂນສຸຈະຣິດ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິດຖິ ຢຶດຖືການກະທຳດ້ວຍອຳນາດສັມມາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນກໍມີ. ສັດຕະເຫລົ່ານີ້ປະກອບດ້ວຍກາຍສຸຈະຣິດ ວະຈີສຸຈະຣິດ ມະໂນສຸຈະຣິດ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິດຖິ ຢຶດຖືການກະທຳດ້ວຍອຳນາດສັມມາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນໝູ່ມະນຸດກໍມີ. ສັດຕະເຫລົ່ານີ້ປະກອບດ້ວຍກາຍທຸຈ

ເທວະທູດ 5 ຈຳພວກ

Image
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານ(ນິຣະຍະປາລາ) ຈະຈັບສັດຕະນັ້ນທີ່ສ່ວນຕ່າງໆຂອງແຂນໄປສະແດງແກ່ພຣະຍາຍົມ(ຍະມັສສະ) ວ່າ:  ຂ້າແຕ່ພຣະອົງຄ໌! ບຸຣຸດນີ້ ບໍ່ປະຕິບັດຊອບໃນມານດາ ບໍ່ປະຕິບັດຊອບໃນບິດາ ບໍ່ປະຕິບັດຊອບໃນສະມະນະ ບໍ່ປະຕິບັດຊອບໃນພຣາມ ບໍ່ອ່ອນນ້ອມຕໍ່ຜູ້ໃຫຍ່ໃນສະກຸນ ຂໍພຣະອົງຄ໌ຈົ່ງລົງອາດຍາແກ່ບຸຣຸດນີ້ເຖີດ.  ພິກຂຸທັງຫລາຍ! ພຣະຍາຍົມຈະປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິງເທວະທູດທີ 1 ກັບສັດຕະນັ້ນວ່າ:  ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູດທີ 1 ປາກົດຢູ່ໃນໝູ່ມະນຸດ ຫລື?  ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ! ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນເດັກແດງໆຍັງອ່ອນນອນຫງາຍເປື້ອນມູດຄູດຂອງຕົນຢູ່ໃນໝູ່ມະນຸດ ຫລື?  ສັດຕະນັ້ນທູນຢ່າງນີ້ວ່າ: ເຫັນ ຂ້ານ້ອຍ! ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:  ແມ່ນແຕ່ເຮົາກໍມີຄວາມເກີດເປັນທັມມະດາ ບໍ່ລ່ວງພົ້ນຄວາມເກີດໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?  ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ(ຄິດໄດ້) ຂ້ານ້ອຍ ມົວປະມາດເສຍ ຂ້ານ້ອຍ!  ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງ