ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)



 ພິກຂຸ​ທັງ​ຫຼາຍ! ເຮົາ​ຈັກ​ສະແດງສ​ະລາຍະ​ຕະນະ​ວິ​ພັງແກ່​ທ່ານທັງ​ຫຼາຍ ​ທ່ານ​ທັງ​ຫຼາຍ​ຈົ່ງ​ຟັງສ​ະລາຍະ​ຕະນະ​ວິ​ພັງນັ້ນ ຈົ່ງ​ໃສ່​ໃຈ​ໃຫ້​ດີ ເຮົາ​ຈັກ​ກ່າວ.

  ພິກຂຸ​ທັງ​ຫຼາຍ! ທ່ານ​ທັງ​ຫຼາຍ​ພຶງ​ຮູ້​ອາຍະ​ຕະ​ນະ​ພາຍ​ໃນ 6 ອາຍະ​ຕະ​ນະ​ພາຍນອກ 6 ວິນ​ຍານ 6 ຜັດ​ສະ 6 ມະ​ໂນ​ປະວິ​ຈານ 18 ສັດ​ຕະ​ບົດ 36 ໃນ​ທຳ​ເຫຼົ່າ​ນັ້ນ ​ທ່ານ​ທັງ​ຫຼາຍ​ອາໄສ​ທຳ​ນີ້​ແລ້ວ ຈົ່ງ​ລະ​ທຳ​ນີ້​ເສຍ ແລະ​ ພຶງ​ຮູ້​ສະຕິ​ປັດ​ຖານ 3 ທີ່​ພຣະ​ອ​ະຣິ​ຍະ​ເສບ ຊຶ່ງ​ເມື່ອ​ເສບ​ຢູ່​ຊື່​ວ່າ ເປັນ​ຜູ້​ສອນຄວນ​ເພື່ອ​ສັ່ງ​ສອນ​ໝູ່ ອັນ​ເຮົາເອີ້ນວ່າ​ເປັນ​ສາຣະຖີ​ຜູ້​ສາມາດ​ຝຶກ​ບຸ​ຣຸດ​ທີ່​ຄວນ​ຝຶກ​ໄດ້​ຢ່າງ​ຢອດ​ຢ້ຽມ​ກວ່າ​ອາຈານ​ຜູ້​ຝຶກ​ທັງ​ຫຼາຍ ນີ້​ເປັນ​ອຸດ​ເທດ​ແຫ່ງສ​ະລາຍະ​ຕະນະ​ວິ​ພັງ.

1. ມ​ະໂນ​ປະວິ​ຈານ ແປ​ວ່າ ຄວາມ​ພິຈາລະນາ​ທາງ​ໃຈ, ໃຈ​ທີ່​ພິຈາລະນາ​ຢ່າງ​ທົ່ວ​ເຖິງ.

2. ສັດ​ຕ​​ະບົດ ແປ​ວ່າ ທາງ​ໄປ​ຂອງ​ສັດ.

ຄຳ​ທີ່​ເຮົາ​​ກ່າວແລ້ວ​ວ່າ ພຶງ​ຮູ້​ອາຍະ​ຕະ​ນະ​ພາຍ​ໃນ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື: 

  ອາຍະ​ຕະ​ນະ​​ຄື​ ຕາ

  ອາຍະ​ຕະ​ນະ​ຄື ​ຫູ  

  ອາຍະ​ຕະນະ​ຄື​ ດັງ

  ອາຍະ​ຕະ​ນະ​ຄື​ ລິ້ນ

  ອາຍະ​ຕະ​ນະ​ຄື ​ກາຍ

  ອາຍະ​ຕະ​ນະ​ຄື​ ໃຈ

ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ອາຍ​ະຕ​ະນະ​ພາຍ​ໃນ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​​​ກ່າວ​ແລ້ວ.

ຄຳ​ທີ່​ເຮົາ​ກ໋າວ​ແລ້ວ​ວ່າ ພຶງ​ຮູ້​ອາຍະ​ຕ​ະນະ​ພາຍນອກ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໄສ​ຫຍັງ​ກ່າວ ຄື:

  ອາຍະ​ຕະ​ນະ​ຄື ​ຮູບ

  ອາຍະ​ຕະ​ນະ​ຄື ​ສຽງ

  ອາຍະ​ຕ​ະນະ​ຄື ​ກິ່ນ

  ອາຍ​ະຕະ​ນະ​ຄື​ ຣົດ

  ອາຍະ​ຕ​ະນະ​ຄື​ ໂຜດ​ຖັບ​ພະ(ສຳຜັດທາງກາຍ)

  ອາຍ​ະຕະ​ນະ​ຄື​ ທຳ

ຄຳ​ທີ່​ເຮົາ​​​​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ອາຍະ​ຕະ​ນະ​ພາຍນອກ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້ກ່າວແລ້ວ.

ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ວິນ​ຍານ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື:

ຈັກ​ຂຸ​ວິນ​ຍານ(ຄວາມ​ຮູ້​ແຈ້ງ​ທາງ​ຕາ)

ໂສຕະວິນ​ຍານ(ຄວາມ​ຮູ້​ແຈ້ງ​ທາງ​ຫູ)

ຄານະ​ວິນຍານ(ຄວາມ​ຮູ້​ແຈ້ງ​ທາງ​ດັງ)

ຊິວ​ຫາ​ວິນ​ຍານ(ຄວາມ​ຮູ້​ແຈ້ງ​ທາງ​ລິ້ນ)

ກາຍ​ະ​ວິນ​ຍານ(ຄວາມ​ຮູ້​ແຈ້ງ​ທາງ​ກາຍ)

ມະ​ໂນ​ວິນຍານ(ຄວາມ​ຮູ້​ແຈ້ງ​ທາງ​ໃຈ)

ຄຳ​ທີ່​ເຮົາ​ກ່າວ​​ແລ້ວ​ວ່າ ພຶງ​ຮູ້​ວິນ​ຍານ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ.

ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ຜັດ​ສະ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື: 

ຈັກ​ຂຸ​ສຳຜັດ(ສຳຜັດ​ທາງ​ຕາ)

ໂສຕະສຳຜັດ(ສຳ​ຜັດ​ທາງ​ຫູ)

ຄານະ​ສຳ​ຜັດ(ສຳ​ຜັດ​ທາງ​ດັງ)

ຊິວ​ຫາ​ສັມ​ຜັດ(ສຳຜັດ​ທາງ​ລິ້ນ)

ກາຍະສຳ​ຜັດ(ສຳ​ຜັດ​ທາງ​ກາຍ)

ມ​ະໂນ​ສຳຜັດ(ສຳ​ຜັດ​ທາງ​ໃຈ)

ຄຳ​ທີ່​ເຮົາ​​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ຜັດ​ສະ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ.

  ຄຳ​ທີ່​ເຮົາ​​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ມະ​ໂນ​ປະວິ​ຈານ 18 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື ບຸກ​ຄົນ​ເຫັນ​ຮູບ​ທາງ​ຕາ​ແລ້ວ ຍ່ອມ​ພິຈາລະນາ​ຮູບ ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ໂສມະ​ນັດ ຍ່ອມ​ພິຈາລະນາ​ຮູບ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ໂທມ​ະນັດ ຍ່ອມພິຈາລະນາ​ຮູບ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ອຸ​ເບກ​ຂາ​ໄວ້

       ຟັງ​ສຽງ​ທາງ​ຫູ​ແລ້ວ ...

       ດົມ​ກລິ່ນ​ທາງ​ດັງ​ແລ້ວ ...

       ລິ້ມ​ຣົດ​ທາງ​ລິ້ນ​ແລ້ວ ...

       ຖືກ​ຕ້ອງ​ໂຜດ​ຖັບ​ພະ​ທາງ​ກາຍ​ແລ້ວ ...

  ຮູ້​ແຈ້ງ​ທຳ​ທາງ​ໃຈ​ແລ້ວ ຍ່ອມພິຈາລະນາ​ທຳ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ໂສມະ​ນັດ ຍ່ອມ​ພິຈາລະນາ​ທຳ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ໂທມະ​ນັດ ຍ່ອມ​ພິຈາລະນາ​ທຳ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ອຸ​ເບກ​ຂາ​ໄວ້ ການ​ພິຈາລະນາ​ຝ່າຍ​ໂສມະ​ນັດ 6 ຝ່າຍ​ໂທມະ​ນັດ 6 ຝ່າຍ​ອຸ​ເບກ​ຂາ 6 ຍ່ອມ​ມີ​ດ້ວຍປະ​ການ​ຢ່າງນີ້ ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ມະ​ໂນ​ປະວິ​ຈານ 18 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ.

  ຄຳ​ທີ່​ເຮົາ​​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ສັດ​ຕະ​ບົດ 36 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື ໂສມ​ະນັດ​ອາໃສ​ເຮືອນ 6 ໂສມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ໂທມະ​ນັດ​ອາໄສ​ເຮືອນ 6 ໂທມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ອຸ​ເບກ​ຂາ​ອາໃສ​ເຮືອນ 6 ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ 6 ໃນ​ສັດ​ຕະ​ບົດ 36 ນັ້ນ ໂສມະ​ນັດ​ອາໃສ​ເຮືອນ 6 ປະ​ການ ຫຍັງ​ດ້ວຍ ຄື:

  ໂສມະ​ນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ພິຈາລະນາ​ເຫັນ​ການ​ໄດ້​ສະເພາະ​ຊຶ່ງ​ ຮູບ ທີ່​ພຶງ​ຮູ້​ແຈ້ງ​ທາງ ​ຕາ ອັນ​ໜ້າ​ປາດຖະຫນາ ໜ້າ​ຮັກ​ໃຄ້ ໜ້າ​ພໍ​ໃຈ ໜ້າ​ຣື່ນ​ຣົມ​​ໃຈປະກອບ​ດ້ວຍ​ໂລ​ກາ​ມິດ ໂດຍ​ເປັນ​ຂອງ​ອັນ​ຕົນ​ໄດ້​ສະເພາະ ຫລື ​ຫວັນ​ຣະນຶກ​ເຖິງ​ຮູບ​ທີ່​ຕົນ​ເຄີຍ​ໄດ້​ມາ​ກ່ອນ ອັນ​ລ່ວງ​ໄປ​ແລ້ວ ດັບ​ໄປ​ແລ້ວ ເເປປ່ວນ​ໄປ​ແລ້ວ ໂສມ​ະນັດ​ເຊັ່ນ​ນີ້​ເຮົາເອີ້ນວ່າ ໂສມ​ະນັດ​ອາ​ໃສ​ເຮືອນ

  ໂສມະ​ນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ພິຈາລະນາ​ເຫັນ​ການ​ໄດ້​ສະເພາະ​ຊຶ່ງ​ ສຽງ​ ທີ່​ພຶງ​ຮູ້​ແຈ້ງ​ທາງ​ ຫູ ...

  ໂສມ​ະນັດຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ພິຈາລະນາ​ເຫັນ​ການ​ໄດ້​ສະເພາະ​ຊຶ່ງ ກິ່ນ ​ທີ່​ພຶງ​ຮູ້​ແຈ້ງ​ທາງ ​ດັງ ...

  ໂສມ​ະນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ພິຈາລະນາ​ເຫັນ​ການ​ໄດ້​ສະເພາະ​ຊຶ່ງ​ ຣົດ​ ທີ່​ພຶງ​ຮູ້​ແຈ້ງ​ທາງ​ ລິ້ນ ...

  ໂສມ​ະນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ພິຈາລະນາ​ເຫັນ​ການ​ໄດ້​ສະເພາະ​ຊຶ່ງ ໂຜດ​ຖັບ​ພະ ​ທີ່​ພຶງ​ຮູ້​ແຈ້ງ​ທາງ ກາຍ ...

  ໂສມ​ະນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ພິຈາລະນາ​ເຫັນ​ການ​ໄດ້​ສະເພາະ​ຊຶ່ງ ​ທຳ​ ທີ່​ພຶງ​ຮູ້​ແຈ້ງ ທາງ​ໃຈ ທີ່​ໜ້າ​ປາດຖະຫນາ ໜ້າ​ຮັກ​ໃຄ້ ໜ້າ​ພໍ​ໃຈ ໜ້າ​ຣື່ນ​ຣົມ​ໃຈ ປະກອບ​ດ້ວຍ​ໂລ​ກາ​ມິດ ໂດຍ​ເປັນ​ຂອງ​ອັນ​ຕົນ​ໄດ້​ສະເພາະ ຫລື​ ຫວນ​ຣະນຶກ​ເຖິງ​ທຳ​ທີ່​ຕົນ​ເຄີຍ​ໄດ້​ມາ​ກ່ອນ ອັນ​ລ່ວງ​ໄປ​ແລ້ວ ດັບ​ໄປ​ແລ້ວ ປັ່ນປ່ວນ​ໄປ​ແລ້ວ ໂສມະ​ນັດ​ເຊັ່ນ​ນີ້​ເຮົາ​ເອີ້ນວ່າ ໂສມ​ະນັດ​ອາໄສ​ເຮືອນ.

ເຫຼົ່າ​ນີ້​ແລ​ໂສມະ​ນັດ​ອາໃສ​ເຮືອນ 6 ປະ​ການ.

--------------------------------------

  ໃນ​ສັດ​ຕະ​ບົດ 36 ນັ້ນ ໂສມະ​ນັດ​ອາໃສ​ເນກ​ຂັມ​ມະ 6 ປະ​ການ, 6 ປະ​ການຄື:

  ໂສມ​ະນັດ​​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ຮູບ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ເຫັນ​ຄວາມເເປປ່ວນ ຄວາມ​ຄາຍ​ກຳ​ໜັດ ແລະ​ ຄວາມ​ດັບ​ນັ້ນ ດ້ວຍ​ປັນຍາ​ອັນຊອບ​​ຕາມ​ທີ່​ເປັນ​ຈິງ​ຢ່າງ​ນີ້​ວ່າ ຮູບ ໃນ​ການ​ກ່ອນ​ ແລະ ​ໃນ​ບັດ​ນີ້​ທັງ​ໝົດ​ນັ້ນ ລ້ວນ​ບໍ່​ທ່ຽງ ເປັນ​ທຸກ ມີ​ຄວາມ​ປັ່ນປ່ວນ​ເປັນ​ທຳມະດາ ໂສມະ​ນັດ​ເຊັ່ນ​ນີ້ ເຮົາເອີ້ນວ່າ ໂສມ​ະນັດ​ອາໃສ​ເນກ​ຂັມ​ມະ

  ໂສມ​ະນັດ​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່​ ສຽງ​ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂສມະ​ນັດ​ຄວນ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່​ ກີ່ນ​ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂສມະ​ນັດ​ຄວນ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ຣົດ​ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂສມ​ະນັດ​ຄວນ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ​ໂຜດ​ຖັບ​ພະ ​ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂສມ​ະນັດ​ຄວນ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່​ ທຳ​ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ເຫັນ​ຄວາມ​ປັ່ນປ່ວນ ຄວາມ​ຄລາຍ​ກຳ​ໜັດ ແລະ​ ຄວາມ​ດັບ​ນັ້ນ​ດ້ວຍ​ປັນຍາ​ອັນຊອບ​ຕາມ​ທີ່​ເປັນ​ຈິງ​ຢ່າງ​ນີ້​ວ່າ ທຳ ໃນ​ການ​ກ່ອນ ​ແລະ​ ໃນ​ບັດ​ນີ້​ທັງ​ໝົດ​ນັ້ນ ລ້ວນ​ບໍ່​ທ່ຽງ ເປັນ​ທຸກ ມີ​ຄວາມ​ປັ່ນປ່ວນ​ເປັນ​ທຳມະດາ ໂສມ​ະ​ນັດ​ເຊັ່ນ​ນີ້ ເຮົາ​ເອີ້ນວ່າ ໂສມະ​ນັດ​ອາໃສ​ເນກ​ຂັມ​ມະ.

ເຫຼົ່າ​ນີ້​ແລ​ໂສມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ປະ​ການ.

--------------------------------------

  ໃນ​ສັດ​ຕ​ະບົດ 36 ນັ້ນ ໂທມ​ະນັດ​ອາໃສ​ເຮືອນ 6 ປະ​ການ, 6 ປະ​ການຄື:

  ໂທມະ​ນັດ​​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ເຫັນ​ຄວາມ​ບໍ່​ໄດ້​ສະເພາະ​ຊຶ່ງ​ ຮູບ ​ທີ່​ພຶງ​ຮູ້​ແຈ້ງ​ທາງ ຕາ ທີ່​ໜ້າ​ປາດຖະຫນາ ໜ້າ​ຮັກ​ໃຄ້ ໜ້າ​ພໍ​ໃຈ ໜ້າ​ຣື່ນ​ຣົມ​​ໃຈ ປະກອບ​ດ້ວຍ​ໂລ​ກາ​ມິດ ໂດຍ​ເປັນ​ຂອງ​ອັນ​ຕົນ​ບໍ່​ໄດ້​ສະເພາະ ຫລື​ ຫວນ​ຣະນຶກ​ເຖິງ​ຮູບ​ທີ່​ຕົນ​ບໍ່​ເຄຍ​ໄດ້​ມາ​ກ່ອນ ອັນ​ລ່ວງ​ໄປ​ແລ້ວ ດັບ​ໄປ​ແລ້ວ ປັ່ນປ່ວນ​ໄປ​ແລ້ວ ໂທມະ​ນັດ​ເຊັ່ນ​ນີ້ ເຮົາ​ເອີ້ນວ່າ ໂທມະ​ນັດ​ອາໃສ​ເຮືອນ.

  ໂທມະ​ນັດ​​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ເຫັນ​ຄວາມ​ບໍ່​ໄດ້​ສະເພາະ​ຊຶ່ງ ສຽງ​ ທີ່​ພຶງ​ຮູ້​ແຈ້ງ​ທາງ​ ຫູ ...

  ໂທມ​ະນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ເຫັນ​ຄວາມ​ບໍ່​ໄດ້​ສະເພາະ​ຊຶ່ງ ກິ່ນ ​ທີ່​ພຶງ​ຮູ້​ແຈ້ງ​ທາງ​ ດັງ ...

  ໂທມ​ະນັດຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ເຫັນ​ຄວາມ​ບໍ່​ໄດ້​ສະເພາະ​ຊຶ່ງ ​ຣົດ ​ທີ່​ພຶງ​ຮູ້​ແຈ້ງ​ທາງ​ ລິ້ນ ...

  ໂທມ​ະນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ເຫັນ​ຄວາມ​ບໍ່​ໄດ້​ສະເພາະ​ຊຶ່ງ​ ໂຜດ​ຖັບ​ພະ​ ທີ່​ພຶງ​ຮູ້​ແຈ້ງ​ທາງ​ ກາຍ ...

  ໂທມ​ະນັດ​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ເຫັນ​ຄວາມ​ບໍ່​ໄດ້​ສະເພາະ​ຊຶ່ງ ທຳ ​ທີ່​ພຶງ​ຮູ້​ແຈ້ງ​ທາງ ໃຈ ທີ່​ໜ້າ​ປາດຖະຫນາ ໜ້າ​ຮັກ​ໃຄ້ ໜ້າ​ພໍ​ໃຈ ໜ້າ​ຣື່ນ​ຣົມ​​ໃຈ ປະກອບ​ດ້ວຍ​ໂລ​ກາ​ມິດ ໂດຍ​ເປັນ​ຂອງ​ອັນ​ຕົນ​ບໍ່​ໄດ້​ສະເພາະ ຫລື ​ຫວັນ​ຣະນຶກ​ເຖິງ​ທຳ​ທີ່​ຕົນ​ບໍ່​ເຄຍ​ໄດ້​ມາ​ກ່ອນ ອັນ​ລ່ວງ​ໄປ​ແລ້ວ ດັບ​ໄປ​ແລ້ວ ປັ່ນປ່ວນ​ໄປ​ແລ້ວ ໂທມ​ະນັດ​ເຊັ່ນ​ນີ້ ເຮົາເອີ້ນວ່າ ໂທມະ​ນັດ​ອາໃສ​ເຮືອນ. 

ເຫຼົ່າ​ນີ້​ແລ​ໂທມ​ະນັດ​ອາໃສ​ເຮືອນ 6 ປະ​ການ.

--------------------------------------

  ໃນ​ສັດ​ຕະ​ບົດ 36 ນັ້ນ ໂທມະ​ນັດ​ອາໃສ​ເນກ​ຂັມ​ມະ 6 ປະ​ການ, 6 ປະ​ການຄື:

  ໂທມະ​ນັດ​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່​ຮູບ​ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ເຫັນ​ຄວາມ​ເເປປ່ວນ ຄວາມ​ຄາຍ​ກຳ​ໜັດ ແລະ​ ຄວາມ​ດັບ​ນັ້ນ​ຕາມ​ຄວາມ​ເປັນ​ຈິງ ດ້ວຍ​ປັນຍາ​ອັນ​​ຊອບຢ່າງ​ນີ້​ວ່າ ຮູບ​ໃນ​ການ​ກ່ອນ ​ແລະ ​ໃນ​ບັດ​ນີ້​ທັງ​ໝົດ​ນັ້ນ ລ້ວນ​ບໍ່​ທ່ຽງ ເປັນ​ທຸກ ມີ​ຄວາມ​ປັ່ນປ່ວນ​ເປັນ​ທຳມະດາ ແລ້ວ​ຕັ້ງ​ຄວາມ​ປາດຖະຫນາ​ໃນ​ອ​ະນຸດ​ຕະຣະວິ​ໂມກ​ວ່າ ໃນ​ການ​ໃດ ເຮົາ​ຈັກ​ບັນ​ລຸຕະທາຍະຕະ​ນັງ ທີ່​ພຣະ​ອະ​ຣິ​ຍະ​ທັງ​ຫຼາຍ​ໄດ້​ບັນ​ລຸ​ຢູ່ໃນ​ບັດ​ນີ້ເພາະ​ຄວາມ​ປາດຖະຫນາ​ເປັນ​ປັດ​ໃຈ ໂທມ​ະນັດ​ຈຶ່ງ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຕັ້ງ​ຄວາມ​ປາດຖະຫນາ​ໃນ​ອ​ະນຸດ​ຕະຣະວິ​ໂມກດ້ວຍ​ປະ​ການ​​ຢ່າງນີ້ ໂທມ​ະ​ນັດ​ເຊັ່ນ​ນີ້ ເຮົາ​ເອີ້ນວ່າ ໂທມະ​ນັດ​ອາໃສ​ເນກ​ຂັມ​ມະ.

(ຂໍ້​ສັງເກດ ໃຫ້​ເບິ່ງ​ຄວາມຫມາຍ​ຂອງ​ຕະທາຍະຕະ​ນັງ ໄດ້​ທີ່ ພຣະ​ໄຕຣປິ​ດົກ​ສະບັບ​ສ​ະຢາມ​ຣັດ ເລ່ມ​ທີ່ ໒​໕ ໜ້າ ໒​໐​໖ ຂໍ້ ໑​໕​໘.)

  ໂທມ​ະ​ນັດ​​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ສຽງ​ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂທມ​ະ​ນັດ​​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ກິ່ນ ​ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂທມ​ະ​ນັດ​​ຍ່ອມ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ຣົດ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂທມ​ະ​ນັດ​​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່​ ໂຜດ​ຖັບ​ພະ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ...

  ໂທມ​ະ​ນັດ​​ຍ່ອມເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຮູ້​ຄວາມ​ທີ່ ທຳ​ ທັງ​ຫຼາຍ​ນັ້ນ​ແລ​ບໍ່​ທ່ຽງ ເຫັນ​ຄວາມ​ປັ່ນປ່ວນ ຄວາມ​ຄາຍ​ກຳ​ໜັດ ແລະ​ ຄວາມ​ດັບ​ນັ້ນ​ຕາມ​ຄວາມ​ເປັນ​ຈິງ ດ້ວຍ​ປັນຍາ​ອັນ​ຊອບຢ່າງ​ນີ້​ວ່າ ທຳ ​ໃນ​ການ​ກ່ອນ ​ແລະ ​ໃນ​ບັດ​ນີ້​ທັງ​ໝົດ​ນັ້ນ ລ້ວນ​ບໍ່​ທ່ຽງ ເປັນ​ທຸກ ມີ​ຄວາມເເ​ປປ່ວນ​ເປັນ​ທຳມະດາ ແລ້ວ​ຕັ້ງ​ຄວາມ​ປາດຖະຫນາ​ໃນ​ອ​ະນຸດ​ຕະຣະວິ​ໂມກ​ວ່າ ໃນ​ການ​ໃດ ເຮົາ​ຈັກ​ບັນ​ລຸຕະທາຍະຕະ​ນັງ ທີ່​ພຣະ​ອະ​ຣິ​ຍະ​ທັງ​ຫຼາຍ​​ໄດ້​ບັນ​ລຸ​ຢູ່ໃນ​ບັດ​ນີ້ ເພາະ​ຄວາມ​ປາດຖະຫນາ​ເປັນ​ປັດ​ໃຈ ໂທມ​ະ​ນັດ​ຈຶ່ງ​ເກີດ​ຂຶ້ນ​ແກ່​ບຸກ​ຄົນ​ຜູ້​ຕັ້ງ​ຄວາມ​ປາດຖະຫນາ​ໃນ​ອ​ະນຸດ​ຕະຣະວິ​ໂມກດ້ວຍ​ປະ​ການ​ຢ່າງນີ້ ໂທມ​ະນັດ​ເຊັ່ນ​ນີ້ ເຮົາ​ເອີ້ນວ່າ ໂທມ​ະນັດ​ອາໃສ​ເນກ​ຂັມ​ມະ.

ເຫຼົ່າ​ນີ້​ແລ​ໂທມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ປະ​ການ.

--------------------------------------

  ໃນ​ສັດ​ຕະ​ບົດ 36 ນັ້ນ ອຸ​ເບກ​ຂາ​ອາໃສ​ເຮືອນ 6 ປະ​ການ, 6 ປະ​ການຄື:

  ເພາະ​ເຫັນ​ ຮູບ​ ທາງ ​ຕາ ອຸ​ເບກ​ຂາ​ຈຶ່ງ​ເກີດ​ຂຶ້ນ​ແກ່​ປຸ​ຖຸ​ຊົນ ຜູ້​ໂງ່​ ງົມ​ງາຍ ຜູ້​ຍັງ​ບໍ່​ຊະນະ​ກິ​ເລດ ຍັງ​ບໍ່​ຊະນະ​ວິ​ບາກ ຜູ້​ບໍ່​ເຫັນ​ໂທດ ບໍ່​ໄດ້​ສ​ະດັບ ເປັນ​ຄົນ​ກິ​ເລດ​ໜາ ອຸ​ເບກ​ຂາ​ເຊັ່ນ​ນີ້ຍັງ​ລ່ວງ​ພົ້ນ​ຮູບ​ບໍ່​ໄດ້ ເພາະ​ສະ​ນັ້ນ ເຮົາ​ຈຶ່ງ​ເອີ້ນອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາ​ໃສເຮືອນ.

  ເພາະ​ຟັງ ສຽງ ທາງ​ ຫູ ອຸ​ເບກ​ຂາ​ຈຶ່ງ​ເກີດ​ຂຶ້ນ...

  ເພາະ​ດົມ​ ກິ່ນ​ ທາງ​ ດັງ ອຸ​ເບກ​ຂາ​ຈຶ່ງ​ເກີດ​ຂຶ້ນ...

  ເພາະ​ລິ້ມ ຣົດ ທາງ​ ລິ້ນ ອຸ​ເບກ​ຂາ​ຈຶ່ງ​ເກີດ​ຂຶ້ນ...

  ເພາະ​ຖືກ​ຕ້ອງ​ ໂຜດ​ຖັບ​ພະ​ ທາງ ກາຍ ອຸ​ເບກ​ຂາ​ຈຶ່ງ​ເກີດ​ຂຶ້ນ...

  ເພາະ​ຮູ້​ແຈ້ງ​ທຳ​ທາງ​ ໃຈ ອຸ​ເບກ​ຂາ​ຈຶ່ງ​ເກີດ​ຂຶ້ນ​ແກ່​ປຸ​ຖຸ​ຊົນ ຜູ້​ໂງ່ ງົມ​ງາຍ ຜູ້​ຍັງບໍ່​ຊະນະ​ກິ​ເລດ ຢັງ​ບໍ່​ຊະນະ​ວິ​ບາກ ຜູ້​ບໍ່​ເຫັນ​ໂທດ ບໍ່​ໄດ້​ສະ​ດັບ ເປັນ​ຄົນ​ກິ​ເລດ​ໜາ ອຸ​ເບກ​ຂາ​ເຊັ່ນ​ນັ້ນ​ຍັງ​ລ່ວງ​ພົ້ນ​ທຳ​ບໍ່​ໄດ້ ເພາະ​ສະ​ນັ້ນ ເຮົາ​ຈຶ່ງ​​ເອີ້ນ​ອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເຮືອນ.

ເຫຼົ່າ​ນີ້​ແລ​ອຸ​ເບກ​ຂາ​ອາໃສ​ເຮືອນ 6 ປະ​ການ.

--------------------------------------

  ໃນ​ສັດ​ຕະ​ບົດ 36 ນັ້ນ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ 6 ປະ​ການ ຫຍັງ​ດ້ວຍ ຄື:

  ເພາະ​ຮູ້​ຄວາມ​ທີ່ ​ຮູບ ທັງ​ຫຼາຍ​ນັ້ນ​ແລ​ວ່າ​ບໍ່​ທ່ຽງ ເຫັນ​ຄວາມ​ເເປປ່ວນ ຄວາມ​ຄາຍ​ກຳ​ໜັດ ແລະ​ ຄວາມ​ດັບ​ວ່າ ຮູບ​ໃນ​ການ​ກ່ອນ​ ແລະ​ ໃນ​ບັດ​ນີ້ ທັງ​ໝົດ​ນັ້ນ ລ້ວນ​ບໍ່​ທ່ຽງ ເປັນ​ທຸກ ມີ​ຄວາມ​​ເເປປ່ວນ​ເປັນ​ທຳມະດາ ດ້ວຍ​ປັນຍາ​ໂດຍຊອບຕາມ​ທີ່​ເປັນ​ຈິງ​ຢ່າງ​ນີ້ ອຸ​ເບກ​ຂາ​​ຍ່ອມເກີດ​ຂຶ້ນ ອຸ​ເບກ​ຂາ​ເຊັ່ນ​ນີ້​ນັ້ນ​​ຍ່ອມລ່ວງ​ພົ້ນ​ຮູບ​ໄດ້ ເພາະ​ສະ​ນັ້ນ ເຮົາ​ຈຶ່ງ​​ເອີ້ນ​ອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ.

  ເພາະ​ຮູ້​ຄວາມ​ທີ່​ ສຽງ​ ທັງ​ຫຼາຍ​ນັ້ນ​ແລ​ວ່າ​ບໍ່​ທ່ຽງ ... ອຸ​ເບກ​ຂາ​​​ຍ່ອມ​ເກີດ​ຂຶ້ນ ... ເຮົາ​ຈຶ່ງ​​​ເອີ້ນ​ອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ.

  ເພາະ​ຮູ້​ຄວາມ​ທີ່​ ກິ່ນ ​ທັງ​ຫຼາຍ​ນັ້ນ​ແລ​ວ່າ​ບໍ່​ທ່ຽງ ... ອຸ​ເບກ​ຂາຍ່ອມ​ເກີດ​ຂຶ້ນ ... ເຮົາ​ຈຶ່ງ​ເອີ້ນ​​ອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ.

  ເພາະ​ຮູ້​ຄວາມ​ທີ່ ຣົດ ​ທັງ​ຫຼາຍ​ນັ້ນ​ແລ​ວ່າ​ບໍ່​ທ່ຽງ ... ອຸ​ເບກ​ຂາ​ຍ່ອມ​ເກີດ​ຂຶ້ນ ... ເຮົາ​ຈຶ່ງ​​ເອີ້ນ​​​ອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ.

  ເພາະ​ຮູ້​ຄວາມ​ທີ່ ໂຜດ​ຖັບ​ພະ ​ທັງ​ຫຼາຍ​ນັ້ນ​ແລ​ວ່າ​ບໍ່​ທ່ຽງ ... ອຸ​ເບກ​ຂາ​ຍ່ອມ​ເກີດ​ຂຶ້ນ ... ເຮົາ​ຈຶ່ງ​ເອີ້ນ​​​​ອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ.

  ເພາະ​ຮູ້​ຄວາມ​ທີ່​ທຳ​ທັງ​ຫຼາຍ​ນັ້ນ​ແລ​ວ່າ​ບໍ່​ທ່ຽງ ເຫັນ​ຄວາມ​ປັ່ນປ່ວນ ຄວາມ​ຄລາຍ​ກຳ​ໜັດ ແລະ ​ຄວາມ​ດັບ​ວ່າ ທຳ ​ໃນ​ການ​ກ່ອນ ​ແລະ ​ໃນ​ບັດ​ນີ້ ທັງ​ໝົດ​ນັ້ນ ລ້ວນ​ບໍ່​ທ່ຽງ ເປັນ​ທຸກ ມີ​ຄວາມ​ປັ່ນປ່ວນ​ເປັນ​ທຳມະດາ ດ້ວຍ​ປັນຍາ​ໂດຍ​ຊອບຕາມ​ທີ່​ເປັນ​ຈິງ​ຢ່າງ​ນີ້ ອຸ​ເບກ​ຂາ​ຍ່ອມເກີດ​ຂຶ້ນ ອຸ​ເບກ​ຂາ​ເຊັ່ນ​ນີ້​ນັ້ນຍ່ອມ​ລ່ວງ​ພົ້ນ​ທຳ​ໄດ້ ເພາະ​ສະ​ນັ້ນ ເຮົາ​ຈຶ່ງ​​ເອີ້ນອຸ​ເບກ​ຂາ​ນັ້ນ​ວ່າ ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ.

ເຫຼົ່າ​ນີ້​ແລ​ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ 6 ປະ​ການ.

ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ສັດ​ຕະ​ບົດ 36 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ.

--------------------------------------

ຄຳ​ທີ່​ເຮົາ​ກ່າວແລ້ວ​ວ່າ ໃນ​ສັດ​ຕະ​ບົດ 36 ນັ້ນ ​ທ່ານທັງ​ຫຼາຍ​ອາໃສ​ທຳ​ນີ້ ແລ້ວ​ຈົ່ງ​ລະ​ທຳ​ນີ້​ເສຍ ເພາະ​ອາໃສ​ເຫດ​ຫຍັງ ເຮົາ​ຈຶ່ງກ່າວ​ໄວ້​ເຊັ່ນ​ນັ້ນ

ພິກ​ຂຸທັງ​ຫຼາຍ! ໃນ​ສັດ​ຕ​ະບົດ 36 ນັ້ນ ​ທ່ານທັງ​ຫຼາຍ​ຈົ່ງ​ອາໃສ​ພຶ່ງ​ພິງ ໂສມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ ​ໂສມ​ະນັດ​ອາໃສເຮືອນ 6 ນັ້ນ​ເສຍ ການ​ລະ ການ​ກ້າວ​ລ່ວງ​ໂສມ​​ະນັດ​ເຫຼົ່າ​ນັ້ນ​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

--------------------------------------

ໃນ​ສັດ​ຕ​ະບົດ 36 ນັ້ນ ​ທ່ານ​ທັງ​ຫຼາຍ​ອາໃສ​ພຶ່ງ​ພິງ​ ໂທມະ​ນັດ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ​ ໂທມະ​ນັດ​ອາໃສ​ເຮືອນ 6 ນັ້ນ​ເສຍ ການ​ລະ ການ​ກ້າວ​ລ່ວງ ໂທມະ​ນັດ​ເຫຼົ່າ​ນັ້ນ​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

--------------------------------------

ໃນ​ສັດ​ຕະ​ບົດ 36 ນັ້ນ ທ່ານ​ທັງ​ຫຼາຍ​ອາໃສ​ພຶ່ງ​ພິງ ​ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ ​ອຸ​ເບກ​ຂາ​ອາໃສ​ເຮືອນ​ 6 ນັ້ນ​ເສຍ ການ​ລະ ການ​ກ້າວ​ລ່ວງ ອຸ​ເບກ​ຂາ​ເຫຼົ່າ​ນັ້ນ​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

--------------------------------------

ໃນ​ສັດ​ຕະ​ບົດ 36 ນັ້ນ ທ່ານທັງ​ຫຼາຍ​ອາໃສ​ພຶ່ງ​ພິງ ​ໂສມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ​ ໂທມະ​ນັດ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ເສຍ ການ​ລະ ການ​ກ້າວ​ລ່ວງ ໂທມ​ະນັດ​ເຫຼົ່າ​ນັ້ນ​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

--------------------------------------

ພິກຂຸ​ທັງ​ຫຼາຍ! ໃນ​ສັດ​ຕ​ະບົດ 36 ນັ້ນ ທ່ານທັງ​ຫຼາຍ​ອາໃສ​ພຶ່ງ​ພິງ ​ອຸ​ເບກ​ຂາ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ ​ໂສມ​ະນັດ​ອາໃສ​ເນກ​ຂັມ​ມະ 6 ນັ້ນ​ເສຍ ການ​ລະ ການ​ກ້າວ​ລ່ວງ​ໂສມະ​ນັດ​ເຫຼົ່າ​ນັ້ນ​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

--------------------------------------

--------------------------------------

ພິກຂຸ​ທັງ​ຫຼາຍ! ອຸ​ເບກ​ຂາ​ທີ່​ມີ​ປະ​ເພດ​ຕ່າງ​ກັນ ອາໃສ​ອາລົມ​ຕ່າງ​ກັນ​ ກໍ​ມີ ອຸ​ເບກ​ຂາ​ທີ່​ເປັນ​ປະ​ເພດ​ດຽວ​ກັນ ອາໃສ​ອາລົມ​ດຽວ​ກັນ ກໍ​ມີ ອຸ​ເບກ​ຂາ​ທີ່​ມີ​ປະ​ເພດ​ຕ່າງ​ກັນ ອາໄສ​ອາລົມ​ຕ່າງ​ກັນ​ກໍ​ມີ ເປັນ​ຢ່າງໃດ? ຄື:

  ອຸ​ເບກ​ຂາ​ໃນ​ຮູບ​ກໍ​ມີ

  ອຸ​ເບກ​ຂາ​ໃນ​ສຽງ​ກໍ​ມີ

  ອຸ​ເບກ​ຂາ​ໃນ​ກິ່ນ​ກໍ​ມີ

  ອຸ​ເບກ​ຂາ​ໃນ​ຣົດ​ກໍ​ມີ

  ອຸ​ເບກ​ຂາ​ໃນ​ໂຜດ​ຖັບ​ພະ​ກໍ​ມີ

  ອຸ​ເບກ​ຂາ​ໃນ​ທຳ​ກໍ​ມີ

ນີ້​ຈັດ​ເປັນ​ອຸ​ເບກ​ຂາ​ທີ່​ມີ​ປະ​ເພດ​ຕ່າງ​ກັນ ອາໃສ​ອາລົມ​ຕ່າງ​ກັນ.

--------------------------------------

ອຸ​ເບກ​ຂາ​ທີ່​ເປັນ​ປະ​ເພດ​ດຽວ​ກັນ ອາໃສ​ອາລົມ​ດຽວ​ກັນ ເປັນ​ຢ່າງໃດ? ຄື:

  ອຸ​ເບກ​ຂາ​ທີ່​ອາໃສ​ອາ​ກາ​ສາ​ນັ​ນຈາຍະ​ຕະນະ​ກໍ​ມີ

  ອຸ​ເບກ​ຂາ​ທີ່​ອາໃສ​ວິນຍານັນ​ຈາຍະ​ຕະນະ​ກໍ​ມີ

  ອຸ​ເບກ​ຂາ​ທີ່​ອາໃສ​ອາ​ກິນຈັນ​ຍາຍະ​ຕະນະກໍ​ມີ

  ອຸ​ເບກ​ຂາ​ທີ່​ອາໃສ​ເນວ​ະສັນຍາ​ນາ​ສັນຍາ​ຍະຕະນະກໍ​ມີ

ນີ້​ຈັດ​ເປັນ​ອຸ​ເບກ​ຂາ​ທີ່​ເປັນ​ປະ​ເພດ​ດຽວ​ກັນ ອາໃສ​ອາລົມ​ດຽວ​ກັນ.

--------------------------------------

  ໃນ​ອຸ​ເບກ​ຂາ 6 ປະ​ການ​ນັ້ນ ​ທ່ານທັງ​ຫຼາຍ​ອາໃສ​ພຶ່ງ​ພິງ​ ​ເບກ​ຂາ​ທີ່​ເປັນ​ປະ​ເພດ​ດຽວ​ກັນ ອາໃສ​ອາລົມ​ດຽວ​ກັນແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ ​ອຸ​ເບກ​ຂາ​ທີ່​ມີ​ປະ​ເພດ​ຕ່າງ​ກັນ ອາໃສ​ອາລົມ​ຕ່າງ​ກັນ ​ນັ້ນ​ເສຍ ການ​ລະ ການ​ກ້າວ​ລ່ວງ​ອຸ​ເບກ​ຂາ​ນີ້​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

--------------------------------------

  ພິກຂຸ​ທັງ​ຫຼາຍ! ທ່ານ​ທັງ​ຫຼາຍ​ອາໃສ​ພຶ່ງ​ພິງ​ ອ​ະຕັມ​ມະຍະ​ຕາ ແລ້ວ ຈົ່ງ​ລະ ຈົ່ງ​ກ້າວ​ລ່ວງ ອຸ​ເບກ​ຂາ​ທີ່​ເປັນ​ປະ​ເພດ​ດຽວ​ກັນ ອາໃສ​ອາລົມ​ດຽວ​ກັນ​ເສຍ ການ​ລະ ການ​ກ້າວ​ລ່ວງ ອຸ​ເບກ​ຂາ​ນີ້​ມີ​ໄດ້​ດ້ວຍ​ອາການ​ຢ່າງ​ນີ້.

  ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ໃນ​ສັດ​ຕະ​ບົດ 36 ນັ້ນ ທ່ານ​ທັງ​ຫຼາຍ​ອາໃສ​ທຳ​ນີ້​ແລ້ວ ຈົ່ງ​ລະ​ທຳ​ນີ້​ເສຍ ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ.

--------------------------------------

--------------------------------------

  ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ສະຕິ​ປັດ​ຖານ 3 ທີ່​ພຣະອະຣິຍະເສບ ຊຶ່ງ​ເມື່ອ​ເສບ ຊື່​ວ່າ​ເປັນ​ຜູ້​ສອນ​ຄວນ​ເພື່ອ​ສັ່ງ​ສອນ​ໝູ່ ເພາະ​ອາໃສ​ເຫດ​ຫຍັງ ເຮົາ​ຈຶ່ງ​ກ່າວ​ໄວ້​ເຊັ່ນ​ນັ້ນ.

  ພິກຂຸ​ທັງ​ຫຼາຍ! ຜູ້​ສອນ​ໃນ​ໂລກ​ນີ້​ເປັນ​ຜູ້​ອາ​ນຸ​ເຄາະ ສະເເຫວ​ງ​ຫາ​ປະໂຫຍດ​ເກື້ອ​ກູນ ອາໃສ​ຄວາມ​ເອັນດູ ຈຶ່ງ​ສະແດງ​ທຳ​ແກ່​ສາວົກ​ທັງ​ຫຼາຍ​ວ່າ ນີ້​ເປັນ​ໄປ​ເພື່ອ​ປະໂຫຍດ​ເກື້ອ​ກູນ​ແກ່​ທ່ານທັງ​ຫຼາຍ ນີ້​ເປັນ​ໄປ​ເພື່ອ​ສຸກ​ແກ່​ທ່ານ​ທັງ​ຫຼາຍ ສາວົກ​ທັງ​ຫຼາຍ​ຂອງ​ຜູ້​ສອນ​ນັ້ນ ​ຍ່ອມບໍ່​ຟັງ ບໍ່​ງ່ຽງໂສ​ຕະສະ​ດັບ ບໍ່​ຕັ້ງ​ຈິດ​ຮັບ​ຮູ້ ແລະ​ ປະພຶດ​ຫຼີກ​ລ້ຽງ​ຄຳ​ສອນ​ຂອງ​ຜູ້​ສອນ ໃນ​ຂໍ້​ນັ້ນ ຕ​ະຖາ​ຄົດ​ບໍ່​ມີ​ໃຈ​ຍິນ​ດີ ບໍ່​ຊື່ນ​ຊົມ ແລະ ​ບໍ່​ຖືກ​ຣັ່ວ​ຣົດ ມີ​ສະຕິ​ສຳປະຊັນຍາະຢູ່.

  ພິກຂຸ​ທັງ​ຫຼາຍ! ນີ້​ເຮົາ​ເອີ້ນວ່າ ສະຕິ​ປັດ​ຖານ​ປະ​ການ​ທີ່ 1 ທີ່​ພຣະ​ອະ​ຣິ​ຍະ​ເສບ ຊຶ່ງ​ເມື່ອ​ເສບ ຊື່​ວ່າ​ເປັນ​ຜູ້​ສອນ​ຄວນ​ເພື່ອ​ສັ່ງ​ສອນ​ໝູ່.

--------------------------------------

  ອີກ​ປະ​ການ​ໜຶ່ງ ຜູ້​ສອນ​ເປັນ​ຜູ້​ອະ​ນຸ​ເຄາະ ສະເເຫວ​ງ​​ຫາ​ປະໂຫຍດ​ເກື້ອ​ກູນ ອາໃສ​ຄວາມ​ເອັນດູ ​ຈຶ່ງ​ສະແດງ​ທຳ​ແກ່​ສາວົກ​ທັງ​ຫຼາຍ​ວ່າ ນີ້​ເປັນ​ໄປ​ເພື່ອ​ປະໂຫຍດ​ເກື້ອ​ກູນ​ແກ່​ທ່ານ​ທັງ​ຫຼາຍ ນີ້​ເປັນ​ໄປ​ເພື່ອ​ສຸກ​ແກ່​​ທ່ານ​ທັງ​ຫຼາຍ ສາວົກ​ທັງ​ຫຼາຍ​ຂອງ​ຜູ້​ສອນ​ນັ້ນ ບາງ​ພວກ​ບໍ່​ຟັງ ບໍ່​ງ່ຽງໂສ​ຕະສະ​ດັບ ບໍ່​ຕັ້ງ​ຈິດ​ຮັບ​ຮູ້ ແລະ​ ປະພຶດ​ຫຼີກ​ລ້ຽງ​ຄຳ​ສອນ​ຂອງ​ຜູ້​ສອນ ບາງ​ພວກ​ຟັງ​ດ້ວຍ​ດີ ງ່ຽງໂສ​ຕະສະ​ດັບ ຕັ້ງ​ຈິດ​ຮັບ​ຮູ້ ບໍ່​ປະພຶດ​ຫຼີກ​ລ້ຽງ​ຄຳ​ສອນ​ຂອງ​ຜູ້​ສອນ ໃນ​ຂໍ້​ນັ້ນ ຕ​ະຖາ​ຄົດກໍ​ບໍ່​ມີ​ໃຈ​ຍິນ​ດີ ບໍ່​ຊື່ນ​ຊົມ ບໍ່​ມີ​ໃຈ​​ຍິນດີ​ກໍ​ບໍ່​ແມ່ນ ບໍ່​ຊື່ນ​ຊົມ ກໍ​ບໍ່​ແມ່ນ ເວັ້ນ​ຄວາມ​ມີ​ໃຈ​ຍິນ​ດີ​ ແລະ ​ຄວາມ​ບໍ່​ມີ​ໃຈ​ຍິນ​ດີ​ທັງ 2 ຢ່າງ​ນັ້ນ​ແລ້ວ ຈຶ່ງ​ເປັນ​ຜູ້​ວາງ​ເສຍ ມີ​ສະຕິ​ສຳປະຊັນຍະ​ຢູ່.

  ພິກຂຸ​ທັງ​ຫຼາຍ! ນີ້​ເຮົາ​ເອີ້ນວ່າ ສະຕິ​ປັດ​ຖານ​ປະ​ການ​ທີ່ 2 ທີ່ພຣະ​ອະ​ຣິ​ຍະ​ເສບ ຊຶ່ງ​ເມື່ອ​ເສບ ຊື່​ວ່າ​ເປັນ​ຜູ້​ສອນ​ຄວນ​ເພື່ອ​ສັ່ງ​ສອນ​ໝູ່.

--------------------------------------

  ອີກ​ປະ​ການ​ໜຶ່ງ ຜູ້​ສອນ​ເປັນ​ຜູ້​ອ​ານຸ​ເຄາະ ແສວ​ງ​ຫາ​ປະໂຫຍດ​ເກື້ອ​ກູນ ອາໃສ​ຄວາມ​ເອັນ​ດູຈຶ່ງ​ສະແດງ​ທຳ​ແກ່​ສາວົກ​ທັງ​ຫຼາຍ​ວ່າ ນີ້​ເປັນ​ໄປ​ເພື່ອ​ປະໂຫຍດ​ເກື້ອ​ກູນ​ແກ່​​ທ່ານທັງ​ຫຼາຍ ນີ້​ເປັນ​ໄປ​ເພື່ອ​ສຸກ​ແກ່​​​ທ່ານ​ທັງ​ຫຼາຍ ສາວົກ​ທັງ​ຫຼາຍ​ຂອງ​ຜູ້​ສອນ​ນັ້ນ ​ຍ່ອມຟັງ​ດ້ວຍ​ດີ ງ່ຽງໂສ​ຕະສະ​ດັບ ຕັ້ງ​ຈິດ​ຮັບ​ຮູ້ ບໍ່​ປະພຶດ​ຫຼີກ​ລ້ຽງ​ຄຳ​ສອນ​ຂອງ​ຜູ້​ສອນ ໃນ​ຂໍ້​ນັ້ນ ຕ​ະຖາ​ຄົດ​ມີ​ໃຈ​​ຍິນ​ດີ ຊື່ນ​ຊົມ ແລະ ​ບໍ່​ຖືກ​ຣັ່ວ​ຣົດ ມີ​ສະຕິ​ສຳປະຊັນຍະ​ຢູ່.

  ພິກຂຸ​ທັງ​ຫຼາຍ!  ນີ້​ເຮົາເອີ້ນວ່າ ສະຕິ​ປັດ​ຖານ​ປະ​ການ​ທີ່ 3 ທີ່ພຣະ​ອະ​ຣິ​ຍະ​ເສບ ຊຶ່ງ​ເມື່ອ​ເສບ ຊື່​ວ່າ​ເປັນ​ຜູ້​ສອນ​ຄວນ​ເພື່ອ​ສັ່ງ​ສອນ​ໝູ່.

  ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຣະ​ອະ​ຣິ​ຍະ​ເສບ​ທຳ ຄື ສະຕິ​ປັດ​ຖານ 3 ຊຶ່ງ​ເມື່ອ​ເສບ ຊື່​ວ່າ​ເປັນ​ຜູ້​ສອນ​ຄວນ​ເພື່ອ​ສັ່ງ​ສອນ​ໝູ່ ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ.

--------------------------------------

  ຄຳ​ທີ່​ເຮົາ​ກ່າວແລ້ວ​ວ່າ ພຣະ​ອະ​ຣິ​ຍະ​​ນັ້ນ​ອັນ​ເຮົາ​ເອີ້ນວ່າ ເປັນ​ສາຣະ​ຖີ​ຜູ້​ສາມາດ​ຝຶກ​ບຸ​ຣຸດ​ທີ່​ຄວນ​ຝຶກ​ໄດ້​ຢ່າງ​ຢອດ​ຢ້ຽມ​ກວ່າ​ອາຈານ​ຜູ້​ຝຶກ​ທັງ​ຫຼາຍ ເພາະ​ອາໃສ​ເຫດ​ຫຍັງ ເຮົາ​ຈຶ່ງ​​ກ່າວ​ໄວ້​ເຊັ່ນ​ນັ້ນ.

  ພິກຂຸ​ທັງ​ຫຼາຍ! ຊ້າງ ​ທີ່​ຄວນ​ຝຶກ ອັນຄົນຝຶກ​ຊ້າງ​ບັງຄັບ​ໃຫ້ເເລ່ນ ຍ່ອມເເລ່ນໄປ​ສູ່​ທິດ​ດຽວ​ເທົ່າ​ນັ້ນ ຄື ທິດຕ​າເວັນ​ອອກ ທິດ​ຕະເວັນ​ຕົກ ທິດ​ເໜືອ ຫລື ​ທິດ​ໃຕ້.

  ມ້າ​ ທີ່​ຄວນ​ຝຶກ ອັນ​ຄົນ​ຝຶກ​ມ້າ​ບັງຄັບ​ໃຫ້​ເເລ່ນ ຍ່ອມເເລ່ນ​ໄປ​ສູ່​ທິດ​ດຽວ​ເທົ່າ​ນັ້ນ ຄື ທິດ​ຕາເວັນ​ອອກ ທິດ​ຕາເວັນ​ຕົກ ທິດ​ເໜືອ ຫລື​ ທິດ​ໃຕ້.

  ງົວ ທີ່​ຄວນ​ຝຶກ ອັນ​ຄົນ​ຝຶກງົວ​ບັງຄັບ​ໃຫ້​ເເລ່ນ ຍ່ອມເເລ່ນ​ໄປ​ສູ່​ທິດ​ດຽວ​ເທົ່າ​ນັ້ນ ຄື ທິດ​ຕາເວັນ​ອອກ ທິດ​ຕາເວັນ​ຕົກ ທິດ​ເໜືອ ຫລື ​ທິດ​ໃຕ້.

  ແຕ່​ບຸ​ຣຸດ​ທີ່​ຄວນ​ຝຶກ ອັນ​ຕ​ະຖາຄົດອະຣະຫັນຕະ​ສັມ​ມາ​ສັມ​ພຸດ​ທະ​ສອນ​ໃຫ້​ເເລ່ນ ຍ່ອມເເລ່ນ​​ໄປ​ໄດ້​ຕະຫລອດ​ທັງ 8 ທິດ ຄື:

  ຜູ້​ມີ​ຮູບ ຍ່ອມ​ເຫັນ​ຮູບ​ທັງ​ຫຼາຍ​ໄດ້ ນີ້​ເປັນ​ທິດ​ທີ່ 1.

  ຜູ້​ມີ​ສັນຍາ​ໃນ​ອະ​ຮູບ​ໃນ​ພາຍ​ໃນ ຍ່ອມເຫັນ​ຮູບ​ທັງ​ຫຼາຍ​ໃນ​ພາຍນອກ​ໄດ້ ນີ້​ເປັນ​ທິດ​ທີ່ 2.

  ເປັນ​ຜູ້​ນ້ອມ​ໃຈ​ວ່າ​ງາມ​ທັງ​ນັ້ນ ນີ້​ເປັນ​ທິດ​ທີ່ 3.

  ເພາະ​ກ້າວ​ລ່ວງ​ຮູບ​ປະສັນຍາ ເພາະ​ດັບ​ປະ​ຕິ​ຄະສັນຍາ ເພາະ​ບໍ່​ໃສ່​ໃຈ​ນາ​ນັດ​ຕະ​ສັນຍາ ໂດຍ​ປະ​ການ​ທັງປວງ ຈຶ່ງ​ບັນ​ລຸ​ອາ​ກາ​ສາ​ນັ​ນຈາຍະຕະນະຢູ່ ດ້ວຍ​ການເຮັດ​ໃນ​ໃຈ​ວ່າ ອາ​ກາດ​ບໍ່​ມີ​ທີ່​ສີ້ນ  ສຸດ ນີ້​ເປັນ​ທິດ​ທີ່ 4.

  ເພາະ​ກ້າວ​ລ່ວງ​ອາ​ກາ​ສາ​ນັ​ນຈາຍະຕະນະ​ໄດ້​ໂດຍ​ປະ​ການ​ທັງປວງ ຈຶ່ງ​ບັນ​ລຸ​ວິນຍາ​ນັນຈາຍະຕະນະ​ຢູ່ ດ້ວຍ​ການເຮັດ​ໃນ​ໃຈ​ວ່າ ວິນ​ຍານ​ບໍ່​ມີ​ທີ່​ສີ້ນສຸດ ນີ້​ເປັນ​ທິດ​ທີ່ 5.

  ເພາະ​ກ້າວ​ລ່ວງ​ວິນຍາ​ນັນຈາຍະຕະນະ​ໄດ້​ໂດຍ​ປະ​ການ​ທັງປວງ ຈຶ່ງ​ບັນ​ລຸ​ອາ​ກິນຈັນຍາຍະຕະນະ​ຢູ່ ດ້ວຍ​ການທຳໃນ​ໃຈ​ວ່າ ອີຫຍັງໆ ກໍ​ບໍ່​ມີ ນີ້​ເປັນ​ທິດ​ທີ່ 6.

  ເພາະ​ກ້າວ​ລ່ວງ​ອາ​ກິນຈັນຍາຍະຕະນະ​ໄດ້​ໂດຍ​ປະ​ການ​ທັງປວງ ຈຶ່ງ​ບັນ​ລຸ​ເນວະ​ສັນຍາ​ນາ​ສັນຍາ​ຍະຕະ​ນະ​ຢູ່ ນີ້​ເປັນ​ທິດ​ທີ່ 7.

  ເພາະ​ກ້າວ​ລ່ວງ​ເນວະ​ສັນຍາ​ນາ​ສັນຍາ​ຍະຕະ​ນະ​ໄດ້​ໂດຍ​ປະ​ການ​ທັງປວງ ຈຶ່ງ​ບັນ​ລຸ​ສັນຍາ​ເວທະ​ຢິດຕະ​ນິ​ໂຣດ​ຢູ່ ນີ້​ເປັນ​ທິດ​ທີ່ 8.

  ພິກຂຸ​ທັງ​ຫຼາຍ! ບຸ​ຣຸດ​ທີ່​ຄວນ​ຝຶກ​ອັນ​ຕ​ະຖາຄົດອະຣະຫັນຕະ​ສັມ​ມາ​ສັມ​ພຸດ​ທະ​ສອນ​ໃຫ້​ເເລ່ນ ຍ່ອມເເລ່ນ​ໄປ​ໄດ້​ຕະຫລອດ​ທັງ 8 ທິດ.

  ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຣະ​ອະ​ຣິ​ຍະ​​ນັ້ນ​ອັນ​ເຮົາ​ເອີ້ນວ່າ ເປັນ​ສາຣະ​ຖີ​ຜູ້​ສາມາດ​ຝຶກ​ບຸ​ຣຸດ​ທີ່​ຄວນ​ຝຶກ​ໄດ້​ຢ່າງ​ຢອດ​ຢ້ຽມ​ກວ່າ​ອາຈານ​ຜູ້​ຝຶກ​ທັງ​ຫຼາຍ ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຄວາມ​ຂໍ້​ນີ້​ກ່າວ​ແລ້ວ. 



-​ບາ​ລີ ອຸ​ປຣິ. ມ. ໑​໔/໔​໐​໐/໖​໑​໗

Comments

Popular posts from this blog

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ