Posts

Showing posts from February 13, 2022

ການກະທຳທີ່ເປັນເຫດໃຫ້ໄປສູ່ນະຣົກ

Image
ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ 4 ປະການເປັນແນວໃດ? ຄື:  1. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວສັນລະເສີນບຸກຄົນທີ່ຄວນຕິຕຽນ.  2. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວຕິຕຽນບຸກຄົນທີ່ຄວນສັນລະເສີນ.  3. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ.  4. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ 4 ປະການເປັນແນວໃດ? ຄື:  1. ພິຈາຣະນາໃຄ່ຄວນກ່ອນແລ້ວ ຕິຕຽນບຸກຄົນທີ່ຄວນຕິຕຽນ.  2. ພິຈາຣະນາໃຄ່ຄວນກ່ອນແລ້ວ ສັນລະເສີນບຸກຄົນທີ່ຄວນສັນລະເສີນ.  3. ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ.  4. ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ. ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ. ........................................................... ພຣະໄຕປິດົກສະບັບຫລວງ ພາສາໄທ ໒໑/໘໓/໘໓

ທັມເປັນຮຸ່ງອາລຸນແຫ່ງອະຣິຍະມັກມີອົງຄ໌ 8

Image
ພິກຂຸທັງຫລາຍ! ເມື່ອດວງອາທິດກຳລັງຂຶ້ນ ສິ່ງທີ່ມາກ່ອນເປັນນິມິດໃຫ້ເຫັນກ່ອນ ຄື: ການປາກົດແຫ່ງອາລຸນ ສັນໃດ;  ພິກຂຸທັງຫລາຍ! ເມື່ອມີການເກີດຂຶ້ນແຫ່ງອະຣິຍະມັຄມີອົງຄ໌ 8   ຂອງພິກຂຸ ສິ່ງທີ່ມາກ່ອນ ເປັນນິມິດໃຫ້ເຫັນກ່ອນ ຄື ຄວາມເປັນຜູ້ມີກັນລະຍານະມິດ ສັນນັ້ນເໝືອນກັນ.  ພິກຂຸທັງຫລາຍ! ນີ້ຄືຄວາມຫວັງຂອງພິກຂຸຜູ້ມີກັນລະຍານະມິດ ຄື: ທ່ານຈັກຈະເຣີນອະຣິຍະມັຄມີອົງຄ໌ 8 ໄດ້ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄມີອົງຄ໌ 8 ໄດ້.  ຫິງຫ້ອຍ ນັ້ນຍ່ອມສ່ອງແສງຢູ່ໄດ້ຊົ່ວເວລາທີ່ດວງອາທິດຍັງບໍ່ຂຶ້ນມາ ຄັນດວງອາທິດຂຶ້ນມາ ຫິງຫ້ອຍກໍໝົດແສງບໍ່ມີສະຫວ່າງອີກເດຍຣະຖີທັງຫລາຍກໍເປັນເຊັ່ນນັ້ນ ໂອກາດຢູ່ໄດ້ຊົ່ວເວລາທີ່ບຸກຄົນ ຜູ້ຕຣັດສະຮູ້ຊອບໄດ້ດ້ວຍຕົນເອງຍັງບໍ່ເກີດຂຶ້ນໃນໂລກ ພວກທີ່ໄດ້ແຕ່ນຶກໆເອົາ ຍ່ອມບໍຣິສຸດບໍ່ໄດ້ ແມ່ນແຕ່ສາວົກຂອງເຂົາກໍເໝືອນກັນ ຜູ້ທີ່ມີຄວາມເຫັນຜິດ ຍ່ອມບໍ່ພົ້ນທຸກຂ໌ໄປໄດ້ເລີຍ. .............................................. - ມະຫາວາຣ.ສໍ. ໑໙/໓໖/໑໒໙.

ຂໍ້ປະຕິບັດທີ່ໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ

Image
ພິກຂຸທັງຫລາຍ! ກາລ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ. ກາລ 4 ເປັນແນວໃດ? ຄື:   1.ການຟັງທັມຕາມການ.  2.ການສົນທະນາທັມຕາມການ.  3.ສະມະຖະຕາມການ.  4.ວິປັດສະນາຕາມການ. ພິກຂຸທັງຫລາຍ! ການ 4 ນີ້ແລ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ.  ພິກຂຸທັງຫລາຍ! ເມື່ອຝົນເມັດໃຫຍ່ຕົກລົງເທິງພູເຂົາ ນ້ຳໄຫລໄປຕາມທີ່ຕ່ຳ ຍ່ອມເຮັດໃຫ້ຮ່ອມພູ ລຳທານ ແລະ ຫ້ວຍເຕັມ ເມື່ອຮ່ອມພູ ລຳທານ ແລະ ຫ້ວຍເຕັມແລ້ວ ຍ່ອມເຮັດໃຫ້ ໜອງເຕັມ ເມື່ອໜອງເຕັມແລ້ວ ຍ່ອມເຮັດໃຫ້ບຶງເຕັມ ເມື່ອບຶງເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳນ້ອຍເຕັມ ເມື່ອແມ່ນ້ຳນ້ອຍເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳໃຫຍ່ເຕັມ ເມື່ອແມ່ນ້ຳໃຫຍ່ເຕັມແລ້ວ ຍ່ອມເຮັດໃຫ້ສະໝຸດສາຄອນເຕັມ ສັນໃດ; ພິກຂຸທັງຫລາຍ! ການ 4 ນີ້ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ ສັນນັ້ນເໝືອນກັນ. ................................................................... ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໓໙/໑໔໗

ການຈະເຣີນອານາປານະສະຕິສະມາທິ

Image
ອານົນທ໌! ກໍອານາປານະສະຕິເປັນຢ່າງໃດໜໍ? ອານົນທ໌! ພິກຂຸໃນທັມວິໄນນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ. ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າຫາຍໃຈອອກຍາວ. ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ຫາຍໃຈອອກສັ້ນ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຈັກກະທຳກາຍສັງຂານໃຫ້ສະຫງົບຣະງັບ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຈັກກະທຳກາຍສັງຂານໃຫ້ສະຫງົບຣະງັບ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂານ ຫາຍໃຈອອກ. ຍ່ອມທ

ຄວາມປາຖະນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ

Image
ພິກຂຸທັງຫລາຍ! ເຫດເກີດຂຶ້ນແຫ່ງທານ 8 ປະການນີ້, 8 ປະການເປັນຢ່າງໃດ?  ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາເຫັນກະສັດມະຫາສານ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ຜູ້ເອີບອິ່ມພັ່ງພ້ອມບຳເຣີຢູ່ດ້ວຍກາມຄຸນ 5 ເຂົາຈຶ່ງມີຄວາມປາຖະໜາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສາດ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ (ໂສ ຕັງ ຈິຕຕັງ ປະທະຫະຕິ ຕັງ ຈິຕຕັງ ອະທິຕຖາຕິ ຕັງ ຈິຕຕັງ ພາເວຕິ ຕັສສະ ຕັງ ຈິຕຕັງ ຫີເນທິມຸຕຕັງ ອຸຕຕຣິງ ອະພາວິຕັງ) ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.  ພິກຂຸທັງຫລາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ

ຕະຖາຄົດເປັນພຽງຜູ້ບອກທາງ

Image
...​ພຣາມ ເຊັ່ນໃດກໍເຊັ່ນນັ້ນ ທີ່ພຣະນິບພານ ກໍຍັງຕັ້ງຢູ່,​ ຫົນທາງເປັນເຄື່ອງໃຫ້ເຖີງນິບພານ ກໍຍັງຕັ້ງຢູ່,​ ຜູ້ຊັກຊວນກໍ່ຍັງຕັ້ງຢູ່,​ ແຕ່ສາວົກແມ່ນວ່າເຮົາກ່າວສອນ ພ່ຳສອນຢູ່ແນວນີ້ ໜ້ອຍພວກໄດ້ບັນລຸນິບພານ ອັນເປັນຜົນສຳເລັດຍິ່ງ,​ ບາງພວກບໍ່ໄດ້ບັນລຸ. ພຣາມ ໃນເລື້ອງນີ້​ ເຮົາຈະເຮັດແນວໃດໄດ້ໜໍ,​ ເເພາະເຮົາເປັນແຕ່ຜູ້ບອກທາງເທົ່ານັ້ນ. ....................................... - ອຸປຣິ.​ມ.​ ໑໔/໘໕/໑໐໑.

ຄວາມດີຄົນດີທຳໄດ້ງ່າຍ ຄວາມດີຄົນຊົ່ວທຳໄດ້ຍາກ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ກລັນທະກະນິວາປະສະຖານ ໃກ້ພຣະນະຄອນຣາຊະຄຶ ກໍສະໄໝນັ້ນ ໃນວັນອຸໂປສົດເວລາເຊົ້າ ທ່ານພຣະອານົນທ໌ນຸ່ງແລ້ວ ຖືບາດ ແລະ ຈີວອນ ເຂົ້າໄປບິນທະບາດໃນພຣະນະຄອນຣາຊະຄຶ ພຣະເທວະທັດໄດ້ເຫັນທ່ານພຣະອານົນທ໌ກຳລັງທ່ຽວບິນທະບາດຢູ່ໃນພຣະນະຄອນຣາຊະຄຶ ຈິ່ງເຂົ້າໄປຫາທ່ານພຣະອານົນທ໌ ແລ້ວໄດ້ກ່າວກັບທ່ານພຣະອານົນທ໌ວ່າ:  ອາວຸໂສອານົນທ໌!​ ບັດນີ້ ຂ້ານ້ອຍຈັກກະທຳອຸໂປສົດສັງຄະກັມແຍກຈາກພຣະຜູ້ມີພຣະພາກ ແຍກຈາກພິກຂຸສົງຄ໌ຕັ້ງແຕ່ວັນນີ້ເປັນຕົ້ນໄປ.  ຄັ້ນນັ້ນ ທ່ານພຣະອານົນທ໌ທ່ຽວບິນທະບາດໃນພຣະນະຄອນຣາຊະຄຶ ກັບຈາກບິນທະບາດພາຍຫລັງສັນອາຫານແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ກຣາບອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວາໂຣກາດເວລາເຊົ້າ ຂ້ານ້ອຍນຸ່ງແລ້ວ ຖືບາດ ແລະ ຈີວອນ ເຂົ້າໄປບິນທະບາດໃນພຣະນະຄອນຣາຊະຄຶ ພຣະເທວະທັດໄດ້ເຫັນຂ້ານ້ອຍກຳລັງທ່ຽວບິນທະບາດຢູ່ໃນພຣະນະຄອນຣາຊະຄຶ ຈິ່ງເຂົ້າໄປຫາຂ້ານ້ອຍແລ້ວໄດ້ກ່າວກັບຂ້ານ້ອຍວ່າ ອາວຸໂສອານົນທ໌!​ ບັດນີ້ ຂ້ານ້ອຍຈັກກະທຳອຸໂປສົດສັງຄະກັມແຍກຈາກພຣະຜູ້ມີພຣະພາກ ແຍກຈາກພິກຂຸສົງຄ໌ຕັ້ງແຕ່ວັນນີ້ເປັນຕົ້ນໄປ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ!

ຄວາມແກ່

Image
ໂອ້ຍຫນໍ້ ! ......ຄວາມແກ່ອັນຊົ່ວຊ້າເອີຍ ! ອັນທຳຄວາມຫນ້າລັງກຽດເອີຍ ! ກາຍທີ່ຫນ້າພໍໃຈ ບັດນີ້ ກໍຖືກຄວາມແກ່ຍ່ຳຍີຫມົດເສຍແລ້ວ ແມ່ນໃຜຈະມີຊີວິດຢູ່ຕັ້ງຮ້ອຍປີ ທຸກຄົນກໍ່ຍັງມີ “ ຄວາມຕາຍ ” ເປັນທີ່ໄປໃນເບື້ອງຫນ້າ “ ຄວາມຕາຍ ” ບໍ່ຍົກເວັ້ນໃຫ້ແກ່ໃຜໆ ມັນຍ່ຳຍີຫມົດທຸກຄົນ. ................................................................. - ມູ.ມ. ໑໒/໑໖໓/໑໙໒. - ມະຫາວາຣ. ສໍ. ໑໙/໒໘໗/໙໖໓

ຄວາມອິດສານຳພາໄປສູ່ນະຣົກ

Image
ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການ ບໍ່ລະມົນທິນ 3 ປະການ ຍ່ອມຖືກເກັບໄວ້ໃນນະຣົກເໝືອນຖືກຂັງໄວ້ ສັນນັ້ນ. ທັມ 3 ປະການເປັນຢ່າງໃດ? ຄື: ເປັນຜູ້ທຸສີນ ແລະ ບໍ່ລະມົນທິນແຫ່ງຄວາມທຸສີນ ເປັນຜູ້ອິດສາ ແລະ ບໍ່ລະມົນທິນແຫ່ງຄວາມອິດສາ  ເປັນຜູ້ຂີ້ຖີ່ ແລະ ບໍ່ລະມົນທິນແຫ່ງຄວາມຂີ້ຖີ່  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການນີ້ ແລະ ບໍ່ລະມົນທິນ 3 ປະການນີ້ແລ ຍ່ອມຖືກເກັບໄວ້ໃນນະຣົກເໝືອນຖືກຂັງໄວ້ ສັນນັ້ນ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການ ລະມົນທິນ 3 ປະການ ຍ່ອມປະດິດຖານເທິງສະຫວັນເໝືອນຖືກນຳມາວາງໄວ້ ສັນນັ້ນ. ທັມ 3 ປະການເປັນຢ່າງໃດ? ຄື: ເປັນຜູ້ມີສີນ ແລະ ລະມົນທິນແຫ່ງຄວາມທຸສີນ ເປັນຜູ້ບໍ່ອິດສາ ແລະ ລະມົນທິນແຫ່ງຄວາມອິດສາ  ເປັນຜູ້ບໍ່ຂີ້ຖີ່ ແລະ ລະມົນທິນແຫ່ງຄວາມຂີ້ຖີ່   ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການນີ້ ແລະ ລະມົນທິນ 3 ປະການນີ້ແລ ຍ່ອມປະດິດຖານເທິງສະຫວັນເໝືອນຖືກນຳມາວາງໄວ້ ສັນນັ້ນ. ............................................................................. ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໐໐/໔໔໙

ການລະນຶກເຖິງນີ້ຍອດຢ້ຽມກວ່າການລະນຶກເຖິງທັງຫລາຍ

Image
ພິກຂຸທັງຫລາຍ​ ☸️ ໃນບັດນີ້ສາວົກສັນນິບາດຂອງເຮົາ​ ມີພຽງຄັ້ງດຽວ ແລະ ມີພິກຂຸເຖິງ 1,250 ອົງ.​ ສັງຄະສັນນິບາດສາວົກຂອງເຮົາໃນຄັ້ງນີ້ ຜູ້ເຂົ້າປະຊຸມລ້ວນແຕ່ເປັນພຣະຂີນາສົບທັງສິ້ນ​ (ພຣະຜູ້ໝົດກິເລດແລ້ວ)​ .................................................. ສຸ​ຕ​ຕັນ​ຕະ​ປິ​ດົກ.ເຫລັ້ມ.໑໐/໒_໙.  ພິກຂຸທັງຫລາຍ​ ☸️ ຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ​ ມີຄວາມ​ເຫລື່ອມໃສ​ຍິ່ງ​ ຍ່ອມຕາມລະນຶກເຖິງຕະຖາຄົດ ຫລື ສາວົກຂອງຕະຖາຄົດ​ ການລະນຶກເຖິງນີ້ຍອດຢ້ຽມກວ່າການລະນຶກເຖິງທັງຫລາຍ​ ຍ່ອມເປັນໄປເພື່ອຄວາມບໍລິສຸດແຫ່ງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກ ແລະ ຄວາມຮ້ອງໄຫ້ ເພື່ອຄວາມດັບສູນຂອງທຸກຂ໌(ທຸກກາຍ)​ ແລະ ໂທມະນັດ(ທຸກໃຈ)​ ເພື່ອບັນລຸທັມທີ່ຖືກຕ້ອງ ເພື່ອທຳໃຫ້ແຈ້ງຊຶ່ງນິບພານ.  ພິກຂຸທັງຫລາຍ​ ☸️ ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ​ ມີຄວາມຮັກຕັ້ງໝັ້ນ​ ມີສັດທາບໍ່ຫວັ່ນໄຫວ​ ມີຄວາມ​ເຫລື່ອມໃສ​ຍິ່ງ​ ຍ່ອມ​ລະນຶກເຖິງ​ຕະ​ຖາຄົດ ​ຫລື​ ສາວົກຂອງ​ຕະ​ຖາຄົດ ນີ້​ເຮົາເອີ້ນວ່າອະນຸດສະຕານຸດຕະຣິຍະ (ການລະນຶກເຖິງທີ່ຍອດຢ້ຽມກວ່າການລະນຶກເຖິງທັງຫລາຍ). ............................................ ສຸຕຕັນຕະປິດົກ.​ເຫລັ້ມ.​໒໒​/໓໐໑.  ອານົນທ໌ !​ ຜູ້ໃດຈະເປັນພິກຂຸກໍຕ

ຄວນສຶກສາຢ່າງນີ້ວ່າຈັກເປັນຜູ້ປຣາຣົບຄວາມພຽນ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອນສາວັດຖີ ຄັ້ງນັ້ນແລ ພຣະຜູ້ມີພຣະພາກສະເດັດອອກຈາກທີ່ຫລີກເຣັ້ນໃນຕອນແລງ ສະເດັດເຂົ້າໄປໃນສາລາທີ່ບຳຣຸງ ປະທັບນັ່ງເທິງອາສະນະທີ່ເຂົາປູລາດໄວ້.  ແມ່ນແຕ່ທ່ານພຣະສາຣີບຸດກໍອອກຈາກທີ່ຫລີກເຣັ້ນໃນຕອນແລງ ເຂົ້າໄປໃນສາລາທີ່ບຳຣຸງ ອະພິວາດພຣະຜູ້ມີພຣະພາກແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແມ່ນແຕ່ທ່ານພຣະມະຫາໂມກຄະລານະ ແມ່ນແຕ່ທ່່ານພຣະມະຫາກັດສະປະ ແມ່ນແຕ່ທ່ານພຣະມະຫາກັດຈານະ ແມ່ນແຕ່ທ່ານພຣະມະຫາໂກດຖິກະ ແມ່ນແຕ່ທ່ານພຣະມະຫາຈຸນທະ ແມ່ນແຕ່ທ່ານພຣະມະຫາກັບປິນະ ແມ່ນແຕ່ທ່ານພຣະອະນຸຣຸດທະ ແມ່ນແຕ່ທ່ານພຣະເຣວະຕະ ແມ່ນແຕ່ທ່ານພຣະອານົນທ໌ ກໍອອກຈາກທີ່ຫລີກເຣັ້ນໃນຕອນແລງ ເຂົ້າໄປໃນສາລາທີ່ບຳຣຸງ ອະພິວາດພຣະຜູ້ມີພຣະພາກແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ.  ພຣະຜູ້ມີພຣະພາກຊົງຢັບຢັ້ງຢູ່ດ້ວຍການປະທັບນັ່ງຈົນສິ້ນຣາຕຣີເປັນອັນມາກ ແລ້ວຊົງລຸກຈາກອາສະນະສະເດັດເຂົ້າໄປສູ່ພຣະວິຫານ ແມ່ນແຕ່ທ່ານເຫລົ່ານັ້ນເມື່ອພຣະຜູ້ມີພຣະພາກສະເດັດໄປແລ້ວບໍ່ນານ ຕ່າງກໍລຸກຈາກອາສະນະໄດ້ໄປສູ່ວິຫານຂອງຕົນໆ ແຕ່ພວກພິກຂຸໃໝ່ບວດບໍ່ນານ ມາສູ່ທັມວິໄນນີ້ບໍ່ດົນ ຕ່າງກໍນອນຫລັບກັດເເຂ້ວຢູ່ໃນສາລາທີ່ບຳຣຸງນັ້ນຈົນພຣະອາທິດຂຶ້ນ.  ພຣະຜູ້ມີພຣະພ

ບໍ່ຄວນດູຖູກດູໝິ່ນວ່າເລັກນ້ອຍ

Image
ດູກ່ອນມະຫາບໍພິດ ! ຂອງ 4 ຢ່າງເຫຼົ່ານີ້ ບໍ່ຄວນດູຖູກດູໝິ່ນວ່າເລັກນ້ອຍ 4 ຢ່າງເປັນຢ່າງໃດ ? ຂອງ 4 ຢ່າງຄື: 1. ບໍ່ຄວນດູຖູກດູໝິ່ນກະສັດ ວ່າຍັງເຍົາ(ໜຸ່ມນ້ອຍ) 2. ບໍ່ຄວນດູຖູກດູໝິ່ນງູ ວ່າຕົວນ້ອຍ 3. ບໍ່ຄວນດູຖູກດູໝິ່ນໄຟ ວ່າເລັກນ້ອຍ 4. ບໍ່ຄວນດູຖູກດູໝິ່ນພິກຂຸ ວ່າຍັງໜຸ່ມ ດູກ່ອນມະຫາບໍພິດ ! ຂອງ 4 ຢ່າງເຫຼົ່ານີ້ ບໍ່ຄວນດູຖູກດູມິ່ນວ່າເລັກນ້ອຍ. ...................................................................... ພຣະໄຕຣປິດົກ.ສະຄະຖາວັຄ.ສັງຍຸຕຕະນິກາຍ.ເຫຼັ້ມ ໑໕/໘໗/໓໒໕

ທັມມະທານເລີດກວ່າທານທັງຫລາຍ

Image
ພິກຂຸທັງຫລາຍ! ທັມມະທານເລີດກວ່າທານທັງຫລາຍ.  ພິກຂຸທັງຫລາຍ! ການສະແດງທັມເນື່ອງໆແກ່ບຸກຄົນຜູ້ຕ້ອງການ ຜູ້ງ່ຽງໂສຕະລົງຟັງ ນີ້ເລີດກວ່າການເວົ້າຖ້ອຍຄຳອັນເປັນທີ່ຮັກ.  ພິກຂຸທັງຫລາຍ! ການຊັກຊວນບຸກຄົນຜູ້ບໍ່ມີສັດທາໃຫ້ຕັ້ງໝັ້ນດຳຣົງຢູ່ໃນສັດທາສັມປະທາ, ຊັກຊວນຜູ້ທຸສີນໃຫ້ຕັ້ງໝັ້ນດຳຣົງຢູ່ໃນສີນລະສັມປະທາ, ຊັກຊວນຜູ້ມີຄວາມຂີ້ຖີ່ໃຫ້ຕັ້ງໝັ້ນດຳຣົງຢູ່ໃນຈາຄະສັມປະທາ, ຊັກຊວນຜູ້ມີປັນຍາຊາມ(ທຸປປັນຍັງ) ໃຫ້ຕັ້ງໝັ້ນດຳຣົງຢູ່ໃນປັນຍາສັມປະທາ ນີ້ເລີດກວ່າການປະພຶດປະໂຫຍດທັງຫລາຍ.  ພິກຂຸທັງຫລາຍ! ໂສດາບັນມີຕົນສະເໝີກັບໂສດາບັນ ສະກະທາຄາມີມີຕົນສະເໝີກັບສະກະທາຄາມີ ອະນາຄາມີມີຕົນສະເໝີກັບອະນາຄາມີ ອະຣະຫັນຕ໌ມີຕົນສະໝີກັບອະຣະຫັນຕ໌. ນີ້ເລີດກວ່າການມີຕົນສະເໝີທັງຫລາຍ. ................................................. ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໙໓/໒໐໙

ຄວາມໂລບເປັນເຫດ

Image
 ກໍໃນສະໄໝນັ້ນ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະຄະຫະບໍດີ ເຂດພຣະນະຄອນສາວັດຖີ ຄັ້ງນັ້ນ ອຸປາສົກຄົນໜຶ່ງໄດ້ປະວາຣະນາຜັກທຽມໄວ້ແກ່ພິກຂຸນີສົງຄ໌ວ່າ ພິກຂຸນີເຫລົ່າໃດຕ້ອງການຜັກທຽມ ຂ້ານ້ອຍຂໍປະວາຣະນາ ແລະ ຍັງໄດ້ສັ່ງຄົນເຝົ້າໄຮ່ໄວ້ດ້ວຍວ່າ ຖ້າພິກຂຸນີທັງຫລາຍມາຂໍ ຈົ່ງຖວາຍທ່ານໄປອົງຄ໌ລະ 2-3 ກໍາ.  ສະໄໝນັ້ນ ໃນເມືອງສາວັດຖີກຳລັງມີງານມະຫໍຣະສົບ ຜັກທຽມເທົ່າທີ່ເຂົານຳມາຂາຍໄດ້ໝົດ ພິກຂຸນີທັງຫລາຍພາກັນເຂົ້າໄປຫາອຸປາສົກຄົນນັ້ນ ແລ້ວໄດ້ກ່າວຄຳນີ້ວ່າ ອາວຸໂສ ພວກອາຕະມາຕ້ອງການຜັກທຽມ.  ອຸປາສົກກ່າວວ່າ ບໍ່ມີຂ້ານ້ອຍ ຜັກທຽມທີ່ນຳມານັ້ນໝົດແລ້ວ ຂໍທ່ານທັງຫລາຍໄດ້ໂປດໄປທີ່ໄຮ່ເຖີດ ຂ້ານ້ອຍ.  ພິກຂຸນີຖຸລະນັນທາໄດ້ໄປທີ່ໄຮ່ ຂົນຜັກທຽມໄປເປັນຈຳນວນຫລວງຫລາຍ ບໍ່ຮູ້ຈັກປະມານ ຄົນເຝົ້າໄຮ່ຈຶ່ງເພັ່ງໂທດຕິຕຽນ ຕຳນິວ່າ ເຫດໃດພິກຂຸນີທັງຫລາຍໄປເຖິງໄຮ່ແລ້ວຈຶ່ງບໍ່ຮູ້ຈັກປະມານ ຂົນຜັກທຽມໄປເປັນຈຳນວນຫລາຍແທ້.  ພິກຂຸນີທັງຫລາຍໄດ້ຍິນຄົນເຝົ້າໄຮ່ເພັ່ງໂທດ ຕິຕຽນ ຕຳນິຢູ່ ບັນດາຜູ້ທີ່ມັກນ້ອຍ...ຕ່າງກໍເພັ່ງໂທດ ຕິຕຽນ ຕຳນິວ່າ ເຫຕໃດແມ່ເຈົ້າຖຸລລະນັນທາຈຶ່ງບໍ່ຮູ້ຈັກປະມານ ຂົນຜັກທຽມໄປເປັນຈຳນວນຫລາຍແທ້.  ພຣະຜູ້ມີພຣະພາກຊົງສອບຖາມພິກຂຸທັງຫລາຍວ່າ:  ພິກຂຸທັງຫລາຍ! ຂ່າວວ່າພິກຂຸ

ປຽບບຸກຄົນເໝືອນບົວ 3 ເຫລົ່າ

Image
ຣາຊະກຸມານ! ຄັ້ນຕະຖາຄົດຊາບວ່າ ທ້າວສະຫະບໍດີພຣົມອາຣາທະນາ ແລະ ອາໄສຄວາມກະຣຸນາໃນສັດຕະທັງຫລາຍ ຈຶ່ງກວດເບິ່ງໂລກດ້ວຍພຸດທະຈັກຂຸ, ເມື່ອຕະຖາຄົດກວດເບິ່ງໂລກດ້ວຍພຸດທະຈັກຂຸ   ກໍໄດ້ເຫັນໝູ່ສັດຕະເຊິ່ງມີກິເລດເໝືອນທຸລີໃນດວງຕາໜ້ອຍກໍມີ;  ມີກິເລດເໝືອນທຸລີໃນດວງຕາຫລາຍກໍມີ;   ມີອິນຊີແກ່ກ້າກໍມີ ມີອິນຊີອ່ອນກໍມີ;   ມີອາການດີກໍມີ ມີອາການບໍ່ດີກໍມີ;   ຍ່ອມສອນໃຫ້ຮູ້ໄດ້ງ່າຍກໍມີ ຍ່ອມສອນໃຫ້ຮູ້ໄດ້ຍາກກໍມີ;  ບາງພວກມີປົກກະຕິເຫັນໂທດໃນປະຣະໂລກ(ໂລກໜ້າ) ກໍມີ. ປຽບເໝືອນໃນກໍບົວອຸບົນ ບົວປະທຸມ ບົວບຸນທະຣິກ (ເສີຍຍະຖາປິ ນາມະ ອຸປປະລິນິຍັງ ວາ ປະທຸມິນິຍັງ ວາ ປຸນທະຣີກິນິຍັງ ວາ),  ດອກບົວອຸບົນ ດອກບົວປະທຸມ ຫລື ດອກບົວບຸນທະຣິກ ເຊິ່ງເກີດໃນນ້ຳ ຈະເຣີນໃນນ້ຳ    ບາງເຫລົ່າຍັງບໍ່ພົ້ນນ້ຳ ຍັງຈົມຢູ່ໃນນ້ຳ ອັນນ້ຳຫລໍ່ລ້ຽງໄວ້;    ບາງເຫລົ່າຕັ້ງຢູ່ສະເໝີນ້ຳ;    ບາງເຫລົ່າຕັ້ງຂຶ້ນພົ້ນນ້ຳ ອັນນ້ຳບໍ່ຕິດ ສັນໃດ;   ຣາຊະກຸມານ! ເມື່ອຕະຖາຄົດກວດເບິ່ງໂລກດ້ວຍພຸດທະຈັກຂຸ ກໍສັນນັ້ນ ໄດ້ເຫັນ   ໝູ່ສັດຕະທີ່ມີກິເລດເໝືອນທຸລີໃນດວງຕາໜ້ອຍກໍມີ    ມີກິເລດເໝືອນທຸລີໃນດວງຕາຫລາຍກໍມີ;    ມີອິນຊີແກ່ກ້າກໍມີ ມີອິນຊີອ່ອນກໍມີ;   ມີອາການດີກໍມີ ມີອາການບໍ່ດີກໍມີ;    ຍ່ອມສອນໃຫ້ຮູ້ໄດ້ງ່າຍກໍມີ ຍ່ອມສອນໃຫ້ຮູ້ໄດ

ສັດໂລກຍ່ອມເປັນໄປຕາມກຳ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ປາວາຣິກອັມພະວັນ ໃກ້ເມືອງນາລັນທາ, ຄັ້ງນັ້ນ ນາຍບ້ານນາມວ່າ ອະສິພັນທະກະບຸດ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກພຣາມຊາວປັດສາພູມ ມີໂຖນ້ຳຕິດໂຕ ປະດັບພວງມາໄລ ອາບນ້ຳທຸກເຊົ້າຄ່ຳ ບູຊາໄຟ ພຣາມເຫລົ່ານັ້ນຊື່ວ່າ ກະທຳສັດຕະທີ່ຕາຍແລ້ວໃຫ້ເປັນຂຶ້ນ ໃຫ້ຮູ້ຮອບ ຊວນໃຫ້ເຂົ້າສະຫວັນ.   ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະຊົງສາມາດກະທຳໃຫ້ສັດຕະໂລກທັງໝົດເມື່ອຕາຍແລ້ວ ເຂົ້າເຖິງສຸຄະຕິໂລກສະຫວັນໄດ້ຫລືໜໍ ພຣະອົງຄ໌ຜູ້ຈະເຣີນ?   ພຣະຜູ້ມີພຣະພາກກວ່າຕອບວ່າ:  ຄາມະນິ! ຖ້າຢ່າງນັ້ນ ເຮົາຈັກຢ້ອນຖາມທ່ານໃນຂໍ້ນີ້ ບັນຫາຄວນແກ່ທ່ານດ້ວຍປະການໃດ ທ່ານຈົ່ງພະຍາກອນບັນຫາຂໍ້ນັ້ນດ້ວຍປະການນັ້ນ.   ຄາມະນິ! ທ່ານຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸກຄົນບາງຄົນໃນໂລກນີ້ ຂ້າສັດຕະ ລັກຊັບ ປະພຶດຜິດໃນກາມທັງຫລາຍ ເວົ້າຕົວະ ເວົ້າສຽດສີ ເວົ້າຄຳຫຍາບ ເວົ້າຄຳທີ່ບໍ່ມີສາຣະປະໂຫຍດ ເຕັມໄປດ້ວຍອະພິດຊາ (ຄວາມໂລບຢາກໄດ້ຂອງເຂົາ), ມີຈິດພະຍາບາດ, ມີຄວາມເຫັນຜິດ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸ

ການປາກົດຂອງບຸກຄົນ 3 ຈຳພວກ ຫາໄດ້ຍາກໃນໂລກ

Image
ພິກຂຸທັງຫລາຍ! ການປາກົດຂອງບຸກຄົນ 3 ຈຳພວກນີ້ ຫາໄດ້ຍາກໃນໂລກ;  ບຸກຄົນ 3 ຈຳພວກຄືໃຜ? ຄື:  1. ຕະຖາຄົດອະຣະຫັນຕະສັມມາສັມພຸດທະ. 2. ບຸກຄົນຜູ້ສະແດງທັມວິໄນທີ່ຕະຖາຄົດປະກາດແລ້ວ. 3. ບຸກຄົນທີ່ມີຄວາມກະຕັນຍູກະຕະເວທີ.  ພິກຂຸທັງຫລາຍ! ການປາກົດຂອງບຸກຄົນ 3 ຈຳພວກນີ້ແລ ຫາໄດ້ຍາກໃນໂລກ.  ......................................................................... ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ 20/263/554

ຖ້າຢ້ານກົວຄວາມທຸກກໍຢ່າທຳບາບ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອນສາວັດຖີ ກໍສະໄໝນັ້ນ ເດັກນ້ອຍຈຳນວນຫລາຍພາກັນຈັບປາຢູ່ໃນລະຫວ່າງພຣະນະຄອນສາວັດຖີກັບພຣະວິຫານເຊຕະວັນ.  ຄັ້ງນັ້ນເປັນເວລາເຊົ້າ ພຣະຜູ້ມີພຣະພາກຊົງອັນຕະຣະວາສົກແລ້ວ ຊົງຖືບາດ ແລະ ຈີວອນສະເດັດເຂົ້າໄປບິນທະບາດໃນນະຄອນສາວັດຖີ ໄດ້ທອດພຣະເນດເຫັນເດັກນ້ອຍຈຳນວນຫລາຍພາກັນຈັບປາໃນລະຫວ່າງພຣະນະຄອນສາວັດຖີກັບພຣະວິຫານເຊຕະວັນ ຄັ້ນແລ້ວໄດ້ສະເດັດເຂົ້າໄປຫາເດັກນ້ອຍເຫລົ່ານັ້ນ ແລ້ວໄດ້ກວ່າຖາມວ່າ:  ກຸມານທັງຫລາຍ! ພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍບໍ່ແມ່ນ ຫລື?  ເດັກເຫລົ່ານັ້ນກຣາບທູນວ່າ:   ເປັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງພວກຂ້ານ້ອຍທັງຫລາຍ.  ລຳດັບນັ້ນ, ພຣະຜູ້ມີພຣະພາກຊົງຊາບເນື້ອຄວາມນັ້ນແລ້ວ ໄດ້ຊົງເປັ່ງອຸທານໃນເວລານັ້ນວ່າ:  ຖ້າພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຖ້າຄວາມທຸກຂ໌ບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍແລ້ວ ພວກເຈົ້າທັງຫລາຍຢ່າໄດ້ກະທຳບາບກັມທັງໃນທີ່ແຈ້ງ ຫລື ໃນທີ່ລັບເລີຍ ຖ້າພວກເຈົ້າທັງຫລາຍຈະກະທຳ ຫລື ກະທຳຢູ່ເຊິ່ງບາບກັມແລ້ວນັ້ນ ພວກເຈົ້າທັງຫລາຍເຖິງຈະ

ບຸກຄົນຕົກນໍ້າ 7 ຈຳພວກ

Image
 ພິກຂຸທັງຫລາຍ ! ບຸກຄົນປຽບດ້ວຍບຸກຄົນຕົກນ້ຳເຈັດຈຳພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ.      ເຈັດຈຳພວກເຫຼົ່າໃດໜໍ ?  ພິກຂຸທັ້ງຫລາຍ ! ໃນກໍລະນີນີ້:  (1) ບຸກຄົນບາງຄົນ ຈົມນໍ້າເທື່ອດຽວແລ້ວກໍຈົມເລີຍ; (2) ບຸກຄົນບາງຄົນຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ;  (3) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຟູຕົວຢູ່ (4) ບຸກຄົນບາງຄົນຜຸດຂຶ້ນແລ້ວຫລຽວເບິ່ງຮອບໆ ຢູ່; (5) ບຸກຄົນບາງຄົນຜຸດຂຶ້ນແລ້ວລອຍເຂົ້າຫາຝັ່ງ (6) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນຕື້ນແລ້ວ; (7) ບຸກຄົນບາງຄົນຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວເປັນພຣາມຢືນຢູ່.    ພິກຂຸທັ້ງຫລາຍ ! (1) ບຸກຄົນ ຈົມນໍ້າເທື່ອດຽວແລ້ວກໍຈົມເລີຍ ເປັນແນວໃດໜໍ ?    ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ປະກອບດ້ວຍອະກຸສົນລະທັມຝ່າຍດຽວ ໂດຍສ່ວນດຽວ. ຢ່າງນີ້ແລ ເອີ້ນວ່າ ຈົມເທື່ອດຽວແລ້ວກໍຈົມເລີຍ.   ພິກຂຸທັ້ງຫລາຍ ! (2) ບຸກຄົນ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ ເປັນແນວໃດໜໍ ?     ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄືມີສັດທາດີໃນກຸສົນລະທັມທັງຫຼາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັງຫລາຍ. ແຕ່ວ່າສັດທາເປັນຕົ້ນຂອງເຂົາ ບໍ່ຕັ້ງຢູ່ດົນ ບໍ່ຈະເຣີນ ເສື່ອມສິ້ນໄປ. ຢ່າງນີ້ແລເອີ້ນວ່າ ຜຸດຂຶ້ນເທ