ຈົ່ງລະຄວາມພໍໃຈໃນສິ່ງທີ່ບໍ່ທ່ຽງ

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍປະທານໂອກາດ ຂໍພຣະຜູ້ມີພຣະພາກເຈົ້າໂປດສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ມີຄວາມບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ ຂ້ານ້ອຍ.

ດູຣາຣາທະ ! ສິ່ງໃດບໍ່ທ່ຽງ ທ່ານຈົ່ງລະຄວາມພໍໃຈໃນສິ່ງນັ້ນເສຍ

ດູຣາຣາທະ ! ອັນໃດໜໍບໍ່ທ່ຽງ? 

ຈັກຂຸ(ຕາ)ບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ທ່ານຈົ່ງລະຄວາມພໍໃຈໃນສິ່ງນັ້ນເສຍ, 

ຮູບບໍ່ທ່ຽງ, 

ຈັກຂຸວິນຍານບໍ່ທ່ຽງ, 

ຈັກຂຸສັມຜັດບໍ່ທ່ຽງ, 

ສຸຂະເວທະນາ 

ທຸກຂະເວທະນາ 

ອະທຸກຂະມະສຸຂະເວທະນາທີ່ເກີດຈາກຈັກຂຸສັມຜັດ(ການເຫັນທາງຕາ)ບໍ່ທ່ຽງ 

ທ່ານຈົ່ງລະຄວາມພໍໃຈໃນເວທະນານັ້ນເສຍ...

...................................................................

ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໗-໔໘/໙໒

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ