ຕັ້ງຈິດກ່ອນນອນ

ມານມາຂວາງພຣະພຸທທະເຈົ້າຕອນບັນທົມ

ສະກະລິກສູດທີ່ 3

     ສະໄໝໜຶ່ງພະຜູ້ມີພະພາກປະທັບຢູ່ທີ່ ມັດທະກຸດສິມິຄະທາຍະວັນ ເຂດກຸງລາຊະຄຶ ກໍໂດຍສະໄໝນັ້ນແລ ພະບາດຂອງພຣະຜູ້ພຣະພາກເຈົ້າ ຖືກສະເກັດຫີນເຈາະແລ້ວ ໄດ້ຍິນວ່າເວທະນາທັງຫຼາຍ ອັນຍິ່ງ ເປັນໄປໃນພະສະຣີລະ ເປັນທຸກຂ໌ ແຮງກ້າ ເຜັດຮ້ອນ ບໍ່ເປັນທີ່ຍິນດີ ບໍ່ເປັນທີ່ຊົງສະບາຍ ຍ່ອມເປັນໄປແດ່ພຣະຜູ້ມີພຣະພາກ ພະອົງມີສະຕິສຳປະຊັນຍະອົດກັ້ນເຊິ່ງເວທະນາເຫຼົ່ານັ້ນ ບໍ່ກະສັບກະສ່າຍ

ລຳດັບນັ້ນພຣະຜູ້ມີພຣະພາກຮັບສັ່ງ ໃຫ້ປູຜ້າສັງຄາຕິເປັນ 4 ຊັ້ນ ແລ້ວສຳເລັດ ສີຫະໄສຍາ ຕະແຄງຂວາ ພຣະບາດຊ້າຍເຫຼື່ອມພຣະບາດຂວາ ມີສະຕິສຳປະຊັນຍະ

    ຄັ້ງນັ້ນແລມານຜູ້ມີບາບເຂົ້າໄປເຝົ້າພຣະອົງຮອດທີ່ປະທັບ ແລ້ວທູນຖາມພຣະຜູ້ມີພຣະພາກດ້ວຍຄາຖາວ່າ “ທ່ານນອນດ້ວຍຄວາມເຂລົາ ຫຼື ມົ່ວເມົາຄິດກາບກອນຢູ່ ປະໂຍດຂອງທ່ານບໍ່ມີຫລາຍ ທີ່ຢູ່ໃນທີ່ນັ່ງທີ່ນອນອັນສະຫງັດແຕ່ຜູ້ດຽວ ຕັ້ງໜ້ານອນຫລັບ ນີ້ແມ່ນຫຍັງ ? ທ່ານຫລັບລະຫວານິ ?

  ພຣະຜູ້ມີພຣະພາກຈຶ່ງຕອບວ່າ ເຮົາບໍ່ໄດ້ນອນດ້ວຍຄວາມເຂລົາ ທັງບໍ່ໄດ້ມົ່ວເມົາຄິດກາບກອນຢູ່ ເຮົາບັນລຸປະໂຍດແລ້ວປາສະຈາກຄວາມໂສກ ຢູ່ໃນທີ່ນັ່ງທີ່ນອນອັນສະຫງັດແຕ່ຜູ້ດຽວ ນອນລຳພຶງດ້ວຍຄວາມເອັນດູ ໃນສັດຕະທັງປ່ວງ ລູກສອນເຂົາໄປໃນເອີກຂອງຊົນເຫຼົ່າໃດ ຍັງຫະໄທໃຫ້ລຸ່ມຫລົງຢູ່ ແມ່ນຊົນເຫລົ່ານັ້ນໃນໂລກນີ້ ຜູ້ມີລູກສອນສຽບເອິກຢູ່ ຍັງໄດ້ຄວາມຫລັບ ເຮົາຜູ້ປາສະຈາກລູກສອນແລ້ວ ດ້ວຍເຫດໃດຈຶ່ງຈະຫລັບຫາບໍ່ໄດ້ ເຮົາເດີນໄປໃນທາງທີ່ມີຣາຊະສີເປັນຕົ້ນ ກໍບໍ່ໄດ້ຫວາດຫວັ່ນ ເຖິງຫລັບໃນທີ່ເຊັ່ນນັ້ນກໍບໍ່ໄດ້ຍ້ານກົ່ວ ກາງຄືນ ຫລືກາງເວັນຍ່ອມບໍ່ເຮັດໃຫ້ເຮົາເດືອນຮ້ອນ ເຮົາຍ່ອມບໍ່ພົບເຫັນຄວາມເສືອມອັນໃດໆ ໃນໂລກ ສະນັ້ນ ເຮົາຜູ້ມີຄວາມເອັນດູໃນສັດຕະທັງປ່ວງ ຈຶ່ງນອນຫລັບ...

    ຄັ້ງນັ້ນແລ ມານຜູ້ມີບາບເປັນທຸກຂ໌ເສຍໃຈວ່າ ພຣະຜູ້ມີພຣະພາກຊົງຮູ້ຈັກເຮົາ ພຣະສຸຄົດຊົງຮູ້ຈັກເຮົາ ດັ່ງນີ້ ຈຶ່ງໄດ້ຫາຍໄປໃນທີ່ນັ້ນເອງ.


     ພຣະໄຕຣປິດົກ 15/137-138/450-454


    ພິກຂຸທັງຫຼາຍ ! ເມື່ອພິກຂຸນອນຕື່ນຢູ່ ຖ້າມີກາມະວິຕົກ ພະຍາປາທະວິຕົກ ຫຼື ວິຫິງສາວິຕົກເກີດຂຶ້ນ ແລະພິກຂຸນັ້ນ ກໍບໍ່ຮັບເອົາວິຕົກເຫຼົ່ານັ້ນໄວ້ ແຕ່ສະລະຖິ້ມອອກໄປ ຖອດຖອນອອກເຮັດໃຫ້ສິ້ນສຸດລົງໄປຈົນບໍ່ມີເຫຼືອ 

   ພິກຂຸທັງຫຼາຍ ! ພິກຂຸທີ່ເປັນຢ່າງນີ້ ແມ່ນກຳລັງນອນຕື່ນຢູ່ ກໍເອີ້ນວ່າເປັນຜູ້ປາຣົບຄວາມພຽນ ຮູ້ສຶກຍ້ານ (ຕໍ່ບາບອະກຸສົນ) ອຸທິດຕົນໃນການເຜົາກິເລດຢູ່ເນື່ອງນິດ

  ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິດນ້ອມໄປເພື່ອການນອນ ພິກຂຸນັ້ນ ກໍນອນດ້ວຍການຕັ້ງຈິດວ່າ ອະກຸສົນລະທັມອັນເປັນບາບທັງຫຼາຍ ຄື ອະພິດຊາ ແລະໂທມະນັດ ຈັກບໍ່ໄຫຼໄປຕາມເຮົາຜູ້ນອນຢູ່ ດ້ວຍອາການຢ່າງນີ້ ດັ່ງນີ້

 ໃນກໍລະນີຢ່າງນີ້ ພິກຂຸນັ້ນຊື່ວ່າ ເປັນຜູ້ມີຄວາມຮູ້ສຶກຕົວທົ່ວພ້ອມໃນກໍລະນີແຫ່ງການນອນນັ້ນ.

......................................

ຈຕຸຫກ. ອັງ 21/18/11

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ