ບຸກຄົນທີ່ບໍ່ຄວນບູຊາ

 

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ບໍ່ຄວນບູຊາ; ທັມ 10 ປະການເປັນຢ່າງໃດ? ຄື: ບຸກຄົນເປັນຜູ້ຂ້າສັດຕະ, ລັກຊັບ, ປະພຶດຜິດໃນກາມ, ເວົ້າຕົວະ, ເວົ້າສຽດສີ, ເວົ້າຄຳຫຍາບ, ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ, ມີຄວາມຢາກໄດ້ຂອງຜູ້ອື່ນ, ມີຈິດພະຍາບາດ, ມີຄວາມເຫັນຜິດ. 
 ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ບໍ່ຄວນບູຊາ.
 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ຄວນບູຊາ; 
 ທັມ 10 ປະການເປັນຢ່າງໃດ? ຄື:
 1. ບຸກຄົນເປັນຜູ້ງົດເວັ້ນຈາກການຂ້າສັດຕະ, 
 2. ງົດເວັ້ນຈາກການລັກຊັບ, 
 3. ງົດເວັ້ນຈາກການປະພຶດຜິດໃນກາມ,
 4. ງົດເວັ້ນຈາກການເວົ້າຕົວະ, 
 5. ງົດເວັ້ນຈາກການເວົ້າສຽດສີ, 
 6. ງົດເວັ້ນຈາກການເວົ້າຄຳຫຍາບ, 
 7. ງົດເວັ້ນຈາກການເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ, 
 8. ບໍ່ມີຄວາມຢາກໄດ້ຂອງຜູ້ອື່ນ, 
 9. ບໍ່ມີຈິດພະຍາບາດ, 
 10. ມີຄວາມເຫັນຊອບ.
 ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ຄວນບູຊາ.
.........................................
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໕໗/໑໘໘

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ