ເຄື່ອງຜູກທີ່ແກ້ໄດ້ຍາກ

ຜູ້ມີປັນຍາທັງຫລາຍ ບໍ່ກ່າວເຄື່ອງຈອງຈຳທີ່ເຮັດດ້ວຍເຫລັກ ເຮັດດ້ວຍໄມ້ ແລະເຮັດດ້ວຍຫຍ້າ ວ່າເປັນເຄື່ອງຈອງຈຳທີ່ໝັ້ນຄົງ.

ຜູ້ມີປັນຍາທັງຫລາຍ ຍ່ອມກ່າວຄວາມຮັກໃຄ່ພໍໃຈໃນຕຸ້ມຫູ ແກ້ວມະນີ ແລະຄວາມຫ່ວງອາໄລໃນບຸດ ແລະພັນລະຍານັ້ນແຫລະວ່າ ເປັນເຄື່ອງຈອງຈຳທີ່ໝັ້ນຄົງ ຜັກດັນໃຫ້ສັດຕະລົງຕ່ຳ ເຊິ່ງເປັນເຄື່ອງຈອງຈຳທີ່ຜູກໄວ້ຢ່ອນໆ (ຫລົມໆ) ແຕ່ແກ້ໄດ້ຍາກ.

 ຜູ້ມີປັນຍາທັງຫລາຍ ຕັດເຄື່ອງຈອງຈຳເຊັ່ນນັ້ນ ອອກບວດ ເປັນຜູ້ບໍ່ມີຄວາມຫ່ວງອາໄລ ລະກາມມະສຸກເສຍແລ້ວ.

............................................................

ພຸທທະວະຈະນະ ອນາຄາມີ ໜ້າທີ ໑໑໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ