ທັມ 5 ປະການນີ້ ອັນບຸກຄົນຈະເຣີນແລ້ວ ເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ

ພິກຂຸທັງຫລາຍ !

ທັມ 5 ປະການນີ້ ອັນບຸກຄົນຈະເຣີນແລ້ວ

ກະທຳໃຫ້ຫລາຍແລ້ວ

ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ

ທັມ 5 ປະການນັ້ນເປັນຢ່າງໃດ?

ຄື ພິກຂຸໃນທັມວິໄນນີ້

1. ພິຈາຣະນາເຫັນຄວາມບໍ່ງາມໃນກາຍ 

2. ກຳນົດໝາຍໃນຄວາມເປັນປະຕິກູລຂອງອາຫານ

3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ 

4. ພິຈາຣະນາເຫັນສັງຂານທັງປວງວ່າບໍ່ທ່ຽງ 

5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ 

ພິກຂຸທັງຫລາຍ ! ທັມ 5 ປະການນີ້ແລ

ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ

ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ.

.....................................................

ອັງຄຸຕຕະຣະນິກາຍ

ປັນຈະກະ-ສັກກະນິບາຕ ໒໒/໗໔/໗໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ