Posts

Showing posts with the label ທັມໃນເບື້ອງຕົ້ນ

ວິບາກກັມຂອງນັກເຕັ້ນລຳ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເວລຸວັນ ກະລັນທະກະນິວາປະສະຖານ ໃກ້ພຣະນະຄອນຣາຊະຄຶ ຄັ້ງນັ້ນແລ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະໃນຂໍ້ນີ້ພຣະຜູ້ມີພຣະພາກຊົງກວ່າຢ່າງໃດ?  ພຣະຜູ້ມີພຣະພາກກວ່າວ່າ:  "ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ." ແມ່ນແຕ່ຄັ້ງທີ 2 ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ກໍໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ

ຜູ້ທີ່ຄວນຟັງທັມ

Image
ດູຣາພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ 5 ປະການ ຟັງສັດທັມຢູ່ ເປັນຜູ້ຄວນຫຍັ່ງລົງສູ່ນິຍາມ ຄື: ຄວາມຖືກຕ້ອງໃນກຸສົນລະທັມ  5 ປະການ ເປັນແນວໃດນໍ ?   1. ເປັນຜູ້ບໍ່ລົບລູ່ຄຸນທ່ານຟັງທັມ   2. ເປັນຜູ້ອັນຄວາມລົບລູ່ຄອບງຳ ບໍ່ມີຈິດແຂ່ງດີຟັງທັມ   3. ເປັນຜູ້ບໍ່ສະແຫວງຫາໂທດ ບໍ່ມີຈິດກະທົບໃນຜູ້ສະແດງທັມ ບໍ່ມີຈິດກະດ້າງ   4. ເປັນຜູ້ມີປັນຍາ ບໍ່ໂງ່   5. ບໍ່ເປັນຜູ້ມີຄວາມຖືຕົວ ວ່າເຂົ້າໃຈໃນສິ່ງທີ່ຍັງບໍ່ທັນເຂົ້າໃຈ

ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ

Image
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍຄວນຈະປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົດຢ່າງໃດ?  ອານົນທ໌! ພວກເຈົ້າຈົ່ງຢ່າຂົນຂວາຍເພື່ອບູຊາສະຣີຣະຂອງຕະຖາຄົດເລີຍ ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ ຈົ່ງເປັນຜູ້ບໍ່ປະມາດໃນປະໂຫຍດຂອງຕົນໆ ມີຄວາມພຽນ ມີຕົນສົ່ງໄປແລ້ວຢູ່ເຖີດ ກະສັດຜູ້ເປັນບັນດິດກໍດີ ພຣາມຜູ້ເປັນບັນດິດກໍດີ ຄະຫະບໍດີຜູ້ເປັນບັນດິດກໍດີ ທີ່ເຫລື້ອມໃສຢ່າງຍິ່ງໃນຕະຖາຄົດມີຢູ່ ເຂົາທັງຫລາຍຈັກກະທຳການບູຊາສະຣີຣະຂອງຕະຖາຄົດ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາທັງຫລາຍຍ່ອມປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົດຢ່າງໃດ?  ອານົນທ໌! ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົດເໝືອນທີ່ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາປະຕິບັດໃນພຣະສະຣີຣະຂອງພຣະເຈົ້າຈັກກະພັດຢ່າງໃດ?  ອານົນທ໌! ເຂົາຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າໃໝ່ ແລ້ວຊັບດ້ວຍສຳລີ ແລ້ວຫໍ່ດ້ວຍຜ້າໃໝ່ ໂດຍອຸບາຍນີ້ ຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າ 500 ຄູ່ ແລ້ວເຊີນສະຣີຣະລົງໃນຮາງເຫລັກອັນເຕັມດ້ວຍນ້ຳມັນ ຄອບດ້ວຍຮາງເຫລັກອື່ນ ແລ້ວກະທຳຈິດກາທາດດ້ວຍໄມ້ຫອມລ້ວນ ຖວາຍເພີງສະຣີຣະຂອງພຣະເຈົ້າຈັກກະພັດ, ສ້າງສະຖູບຂອງພຣະເຈົ້າຈັກກະພັດໄວ້ທີ່ຫົນທາງໃຫຍ່ 4 ແຍກ.  ອານົນທ໌! ເຂົາປະຕິບັດໃນສະຣີຣະຂອງພ

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

Image
ຄັ້ງນັ້ນແລ ພຣາມມະຫາສານຄົນໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູນຖາມວ່າ:  ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍໄດ້ສະດັບມາຕໍ່ບຸບພະພຣາມຜູ້ເຖົ້າຜູ້ແກ່ຜູ້ເປັນອາຈາຣຍ໌ ແລະ ປາຈາຣຍ໌(ອາຈະຣິຍະປາຈະຣິຍານັງ) ກ່າວໄວ້ວ່າ ແຕ່ກ່ອນໂລກນີ້ຍ່ອມໜາແໜ້ນໄປດ້ວຍໝູ່ມະນຸດເໝືອນອະເວຈີມະຫານະຣົກ ບ້ານ ນິຄົມ ຊົນນະບົດ ແລະ ຣາຊະທານີ ມີທຸກໄລຍະໄກ່ບິນຕົກ ດັ່ງນີ້.  ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອັນໃດໜໍເປັນເຫດ ເປັນປັດໃຈທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນນະບົດກໍບໍ່ເປັນຊົນນະບົດ?  ພຣາມ! ທຸກວັນນີ້ມະນຸດກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ມະນຸດເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ຕ່າງກໍຈັບສວຍເອົາສັດຕຣາອັນຄົມເຂັນຂ້າກັນ ແລະ ກັນ ເພາະເຫດນັ້ນ ມະນຸດຈຶ່ງລົ້ມຕາຍເປັນຈຳນວນຫລາຍ.  ພຣາມ! ນີ້ແລ ເປັນເຫດ ເປັນປັດໃຈ ທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນບົດກໍບໍ່ເປັນຊົນບົດ.  ພຣາມ! ອີກປະການໜຶ່ງ ທຸກວັນນີ້ມະນຸດກຳ

ເຮັດຢ່າງໜຶ່ງ ແຕ່ຢາກໄດ້ຢ່າງໜຶ່ງ

Image
ວາເສດຖະ !​ ປຽບເໝືອນແມ່ນໍ້າອະຈີຣະວະດີນີ້ ມີນໍ້າເຕັມປ່ຽມ ກາຢືນດື່ມໄດ້​ ຄັ້ງນັ້ນ ມີບຸຣຸດຄົນໜຶ່ງມາເຖິງເຂົາ ເຂົາມີປະໂຫຍດທີ່ຝັ່ງນັ້ນ​ ສະແຫວງຫາຝັ່ງນັ້ນມີການຈະໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປສູ່ຝັ່ງນັ້ນ "ແຕ່ເຂົານອນປົກຫົວຂອງຕົນຢູ່ທີ່ຮີມຝັ່ງນີ້."  ວາເສດຖະ​!​ ທ່ານຄິດວ່າຢ່າງໃດ ບຸຣຸດນັ້ນຈະໄປຈາກຝັ່ງໃນສູ່ຝັ່ງນອກ ແຫ່ງແມ່ນໍ້າອະຈີຣະວະດີໄດ້ ຫລືບໍ່ໜໍ?  "ບໍ່ໄດ້ເລີຍ​ ທ່ານພຣະໂຄດົມ"  ວາເສດຖະ​!​ ຂໍ້ນີ້ກໍສັນນັ້ນເໝືອນກັນ ນິວອນ 5​ ຢ່າງເຫລົ່ານີ້ເອີ້ນກັນໃນອະຣິຍະວິໄນວ່າ    ເຄື່ອງປິດແດ່ ວ່າ​    ເຄື່ອງ​ກັ້ນແດ່​ ວ່າ​    ເຄື່ອງຄຸມແດ່ ວ່າ​    ເຄື່ອງຮ້ອຍຮັດແດ່.​  5​ ຢ່າງ​ ຢ່າງໃດ​ໜໍ​?​ 5 ຢ່າງຄື:   1.ກາມມະສັນທະນິວອນ  2.ພະຍາປາທະນິວອນ  3.ຖີນະມິດທະນິວອນ  4.ອຸດທັດຈະກຸກກຸດຈະນິວອນ  5.ວິຈິກິດສານິວອນ  ວາເສດຖະ ​!​ ນິວອນ​ 5​ ຢ່າງເຫລົ່ານີ້ແລ​ ເອີ້ນກັນໃນອະຣິຍະວິໄນວ່າ ເຄື່ອງປິດແດ່ ວ່າ​ ເຄື່ອງ​ກັ້ນແດ່​ ວ່າ​ ເຄື່ອງຄຸມແດ່ ວ່າ​ ເຄື່ອງຮ້ອຍຮັດແດ່.  ວາເສດຖະ !​ ພຣາມໄຕຣເພດທັງຫລາຍຖືກນິວອນ 5 ຢ່າງເຫລົ່ານີ້ *ປິ​ດແລ້ວ​ *ກັ້ນແລ້ວ​ *ຄຸມແລ້ວ *ຮ້ອຍຮັດແລ້ວ.  ວາເສດຖະ !​ ພຣາມໄຕຣເພດເຫລົ່ານັ້ນ *ລະທັມມະທີ່ທຳຄວາມເປັນພຣາມເສຍ *ສະມາທານທັມມະທີ່ບໍ່ທຳຄ

ເທວະທູດທີ 5 ຄວາມຕາຍ

Image
 ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 4 ກັບສັດນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 5 ກັບສັດຕະນັ້ນວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນເທວະທູດທີ 5 ປາກົດໃນໝູ່ມະນຸດເລີຍບໍ ?”   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເດີ້ຂ້ານ້ອຍ”  ພະຍາຍົມຈຶ່ງກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນຍິງ ຫຼື ຊາຍ ທີ່ຕາຍແລ້ວມື້ໜຶ່ງສອງມື້ ຫຼື ສາມມື້ ຂຶ້ນອືດ ຂຽວຊໍ້າ ມີນ້ຳເຫຼືອງຍ້ອຍ ຢູ່ໃນໝູ່ມະນຸດເເດ່ບໍ່ ?   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ”  ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ “ເຖີງແມ່ນໂຕເຮົາແລ ກໍມີຄວາມຕາຍເປັນທຳມະດາ ບໍ່ຫຼຸດພົ້ນຄວາມຕາຍໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ທາງໃຈ”  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານອ້ຍ ! ເພາະມົວປະໝາດເສຍແລ້ວຂ້ານ້ອຍ ! ” ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ເຮັດຄວາມດີທາງກາຍ ທາງວາຈາແລະທາງໃຈໄວ້ ເພາະມົ່ວແຕ່ປະໝາດເສຍດັ່ງນັ້ນ ເຫຼົ່ານາຍນິຣະຢະບານຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ່ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່

ຄະລືຫັດ ແລະ ບັນພະຊິດທັງຫຼາຍຕ່າງອາໄສເຊິ່ງກັນ ແລະ ກັນ

Image
 ດູຣາພິກຂຸທັງຫຼາຍ ! ຄະລືຫັດ ແລະ ບັນພະຊິດທັງຫຼາຍ ຕ່າງອາໄສເຊິ່ງກັນ ແລະ ກັນ ດ້ວຍອຳນາດອາມິດສະທານ ແລະ ທັມມະທານ ຢູ່ປະພືດພຣົມມະຈັນນີ້ ເພື່ອຕ້ອງການສະລະໂອຄະ "ເພື່ອຈະທຳເຊິ່ງທີ່ສຸດແຫ່ງທຸກຂ໌ໂດຍຊອບ" ດ້ວຍອາການຢ່າງນີ້   ຄະລືຫັດ ແລະ ບັນພະຊິດທັງຫຼາຍ ຕ່າງອາໄສເຊິ່ງກັນ ແລະ ກັນທັງສອງຝ່າຍ "ຍ່ອມເຮັດສັດທັມອັນກະເສມຈາກໂຍຄະ ຢ່າງຍອດຍ້ຽມໃຫ້ສຳເລັດ" ບັນພະຊິດທັງຫຼາຍ ຍ່ອມປາຖະໜາສະເພາະຈີວອນ ບິນທະບາດ ທີ່ນອນທີ່ນັ່ງ ແລະ ຄີລານະປັດໃຈອັນເປັນເຄື່ອງບັນເທົາເສຍເຊິ່ງອັນຕະລາຍຈາກ ຄະລືຫັດທັງຫຼາຍ  "ສ່ວນຄະລືຫັດທັງຫຼາຍ ຜູ້ຢູ່ຄອງເຮືອນອາໄສພຣະອາຣິຍະບຸກຄົນຜູ້ປະຕິບັດດີແລ້ວ" ເຊື່ອຖື ເຊິ່ງຖ້ອຍຄຳ ຂອງພຣະອະຣະຫັນຕະທັງຫຼາຍ ມີປົກກະຕິ ເພັ່ງພິນິດດ້ວຍປັນຍາອັນບໍຣິສຸດດີ ປະພຶດທັມອັນເປັນທາງໄປສູ່ສຸຄະຕິໃນສາສະຫນານີ້ ມີປະກະຕິເພີດເພີນ ເປັນຜູ້ໃຄ່ກາມບັນເທິງຢູ່ໃນເທວະໂລກຯ ................................................. ພຣະໄຕປິດົກ 25/267/267

ເທວະທູດທີ 4 ຜູ້ເຮັດຜິດເເລ້ວຖືກລົງໂທດ

Image
 ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 3 ກັບສັດຕະນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ່ 4 ກັບສັດຕະນັ້ນວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນເທວະທູດທີ່ 4 ປາກົດໃນໝູ່ມະນຸດເລີຍບໍ ?”   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເດີ້ຂ້ານ້ອຍ”  ພະຍາຍົມຈຶ່ງກ່າວດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນພຣະຣາຊາທັງຫຼາຍ ໃນໝູ່ມະນຸດຈັບໂຈນ ຜູ້ປະພຶດຜິດມາແລ້ວ ສັ່ງລົງໂທດຕ່າງຊະນິດແດ່ບໍ ? ຄື: ຕີດ້ວຍແສ້ແດ່ ຕີດ້ວຍຫວາຍແດ່ ຕີດ້ວຍຄ້ອນກະບອງເສັ້ນແດ່ ຕັດມືແດ່ ຕັດຕີນແດ່ ຕັດທັງມືທັງຕີນແດ່ ຕັດຫູແດ່…..   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ”  ພະຍາຍົມຖາມດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ ທ່ານຜູ້ຈະເລີນ ເປັນອັນວ່າສັດຕະເຮັດກັມອັນເປັນບາບໄວ້ນັ້ນ ຍ່ອມຖືກລົງໂທດຕ່າງຊະນິດເຫັນປານນີ້ໃນປະຈຸບັນ ຊິເມື່ອຍກ່າວຫຍັງເຖິງຊາດໜ້າ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ທາງໃຈ”   ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານອ້ຍ !   ເພາະມົວປະໝາດເສຍແລ້ວຂ້ານ້ອຍ ! ”  ພະຍາຍົມກ່າວດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາ

ເທວະທູດທີ 3 ຄົນເຈັບປ່ວຍໄຂ້

Image
 ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ່ 2 ກັບສັດຕະນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ່ 3 ກັບສັດຕະນັ້ນວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນເທວະທູດທີ່ 3 ປາກົດໃນໝູ່ມະນຸດເລີຍບໍ ?”  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເດີ້ຂ້ານ້ອຍ” ພະຍາຍົມຈຶ່ງກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນຍິງ ຫຼື ຊາຍ ຜູ້ປ່ວຍ ທົນທຸກຂ໌ ເປັນໄຂ້ໜັກ ນອນເປື້ອນມູດຄູດຂອງຕົນມີຄົນຄອຍໂຈມລຸກໂຈມ ຍ່າງຢູ່ໃນໝູ່ມະນຸດເລີຍບໍ່ ?  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ”  ພະຍາຍົມຖາມດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ “ເຖິງແມ່ນໂຕເຮົາແລ ກໍມີຄວາມເຈັບປ່ວຍເປັນທຳມະດາ ບໍ່ຫຼຸດພົ້ນ ຄວາມເຈັບປ່ວຍໄຂ້ໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ທາງໃຈ”  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານອ້ຍ ! ເພາະມົວປະໝາດເສຍແລ້ວຂ້ານ້ອຍ ! ”  ພະຍາຍົມກ່າວດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະມົ່ວແຕ່ປະໝາດເສຍດັ່ງນັ້ນ ເຫຼົ່ານາຍນິຣະຢະບານຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາເຮັດໃຫ້ທ່

ຕະປູຕຶງໃຈ 5 ປະການ

Image
ດູຣາພິກຂຸທັງຫຼາຍ ! ຕະໂປຕຶງໃຈ 5 ປະການນີ້ 5 ປະການເປັນແນວໃດ ? ຄື:  1. ພິກຂຸໃນທັມວິໄນນີ້ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສາສະດາ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສາສະດາ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ໜຶ່ງ.  2. ອີກປະການຫນຶ່ງ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະທັມ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະທັມ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ສອງ.  3. ອີກປະການຫນຶ່ງ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສົງຄ໌ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສົງຄ໌ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ສາມ.  4. ອີກປະການໜຶ່ງ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນສິກຂາ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນສິກຂາ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພ

ຊົນພວກໃດມີບຸນ

Image
ເທວະດາທູນຖາມວ່າ:  ຊົນພວກໃດມີບຸນ ຈະເລີນໃນການທຸກເມື່ອ ທັງກາງເວັນ ແລະ ກາງຄືນ  ຊົນພວກໃດຕັ້ງຢູ່ໃນທັມ ສົມບູນດ້ວຍສີນ ເປັນຜູ້ໄປສະຫວັນ  ພຣະຜູ້ມີພຣະພາກກວ່າຕອບວ່າ: ຊົນພວກໃດສ້າງອາຣາມ ປູກຕົ້ນໄມ້ ສ້າງຂົວ ແລະ ຊົນເຫຼົ່າໃດໃຫ້ໂຮງນໍ້າເປັນທານ (ບໍນໍ້າ) ທັງເຮືອນທີ່ພັກອາໄສ ຊົນເຫຼົ່ານັ້ນຍ່ອມມີບຸນ ຈະເລີນໃນການທຸກເມື່ອ ທັງກາງເວັນ ແລະ ກາງຄືນ ຊົນເຫຼົ່ານັ້ນຕັ້ງຢູ່ໃນທັມ ສົມບູນດ້ວຍສີນ ເປັນຜູ້ໄປສະຫວັນ. .......................................................... ພຣະໄຕຣປິດົກ 15/64/145-6

ໂລກສອງຢ່າງ

Image
ພິກຂຸທັງຫຼາຍ! ໂລກສອງຢ່າງເຫຼົ່ານີ້ມີຢູ່ ສອງຢ່າງເປັນແບບໃດ ຄື:   ໂລກທາງກາຍ ແລະ ໂລກທາງໃຈ.   ພິກຂຸທັງຫຼາຍ ຍ່ອມເຫັນກັນຢູ່ແລ້ວວ່າ ສັດຕະທັງຫຼາຍ ທີ່ຍືນຍັນເຖີງຄວາມບໍ່ມີໂລກທາງກາຍຕະຫຼອດ 1 ປີແນ່ 2 ປີແນ່ 3 ປີແນ່ 4 ປີແນ່ 5 ປີແນ່ 10 ປີແນ່ 20 ປີແນ່ 30 ປີແນ່ 40 ປີແນ່ 50 ປີແນ່ ແລະທີ່ຍືນຍັນເຖີງຄວາມບໍ່ມີໂລກທາງກາຍແມ່ນຍີ່ງກົ່ວ 100 ປີແນ່ ກໍຍັງພໍມີປາກົດ.  ພິກຂຸທັງຫຼາຍ! ແຕ່ໝູ່ສັດຕະ ທີ່ຈະກ້າຍືນຍັນເຖີງຄວາມບໍ່ມີໂລກທາງໃຈ ແມ່ນຊົ່ວເວລາພຽງຄາວດຽວ ເວັ້ນແຕ່ຜູ້ມີອາສະວະສິ້ນແລ້ວ ນັບວ່າຫາໄດ້ຍາກໃນໂລກ ................................................. -ບາລີ ຈຕຸກກ. ອັງ. ໒໑/໑໙໑/໑໕໗.

ເຂົາຢ້ານຕໍ່ສິ່ງໃດສິ່ງນັ້ນເປັນທຸກ

Image
ເຂົາເພີດເພີນຍິ່ງ ໃນສິ່ງໃດສິ່ງນັ້ນກໍເປັນໄພ ເຂົາຢ້ານຕໍ່ສິ່ງໃດສິ່ງນັ້ນເປັນທຸກ. ............................... ອຸ. ຂຸ. ໒໔/໑໒໑/໘໔.

ຄວາມຊຸດໂຊມໄປເປັນທັມມະດາ

Image
ອານົນທ໌ ! ເຮົາໄດ້ກ່າວເຕືອນໄວ້ກ່ອນແລ້ວບໍ່ແມ່ນບໍ ວ່າ “ຄວາມເປັນຕ່າງໆ ຄວາມພັດພາກ ຄວາມເປັນຢ່າງອື່ນ ຈາກຂອງຮັກ ຂອງຖືກໃຈ ຍ່ອມມີ;  ອານົນທ໌ ! ຂໍ້ນັ້ນຈັກໄດ້ມາແຕ່ໃສໜໍ : ສີ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸ່ງແລ້ວ ມີຄວາມຊຸດໂຊມໄປເປັນທັມມະດາ, ສີ່ງນັ້ນຢ່າຊຸດໂຊມໄປເລີຍ ດັ່ງນີ້;   ຂໍ້ນັ້ນ ຍ່ອມເປັນຖານະທີ່ມີບໍ່ໄດ້”.  ອານນົນທ໌ ! ປຽບເໝືອນເມື່ອຕົ້ນໄມ້ໃຫຍ່ ມີແກ່ນເຫຼືອຢູ່ ສ່ວນໃດເກົ່າຄໍ້າກົ່ວສ່ວນອື່ນ ສ່ວນນັ້ນພຶ່ງຍ່ອຍຍັບໄປກ່ອນ,  ຂໍ້ນີ້ ສັນໃດ; ອານົນທ໌! ເມື່ອພິກຂຸສົງໝູ່ໃຫຍ່ມີທັມເປັນແກ່ນສານເຫຼືອຢູ່, ສາລີບຸດປະລິນິພານໄປແລ້ວ ສັນນັ້ນເໝືອນກັນ.  ອານົນທ໌! ຂໍ້ນັ້ນຈັກມາແຕ່ໃສໜໍ : ສິ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸງແລ້ວ ມີຄວາມຊຳລຸດໄປເປັນທຳມະດາ ສິ່ງນັ້ນຢ່າຊຳລຸດໄປເລີຍ ດັ່ງນີ້;   ຂໍ້ນັ້ນ ຍ່ອມເປັນຖານະທີ່ມີບໍ່ໄດ້. ............................................. -ບາລີ ມະຫາວາລ. ສັງ. ໑໙/໒໑໖/໗໓໗.

ຜູ້ໃດມີສິ່ງທີ່ຮັກ ຜູ້ນັ້ນກໍມີທຸກ

Image
ເບີ່ງກ່ອນ! ນາງວິສາຂາ  ຜູ້ໃດມີສິ່ງທີ່ຮັກ 100 ຜູ້ນັ້ນກໍມີທຸກ 100  ຜູ້ໃດມີສີ່ງທີ່ຮັກ 90 ຜູ້ນັ້ນກໍມີທຸກ 90 ຜູ້ໃດມີຮັກ 80 ຜູ້ນັ້ນກໍມີທຸກ 80  ຜູ້ໃດມີຮັກ 70 ຜູ້ນັ້ນກໍມີທຸກ 70  ຜູ້ໃດມີຮັກ 60 ຜູ້ນັ້ນກໍມີທຸກ 60 ຜູ້ໃດມີຮັກ 50 ຜູ້ນັ້ນກໍມີທຸກ 50 ຜູ້ໃດມີຮັກ 40 ຜູ້ນັ້ນກໍມີທຸກ 40 ຜູ້ໃດມີຮັກ 30 ຜູ້ນັ້ນກໍມີທຸກ 30 ຜູ້ໃດມີຮັກ 20 ຜູ້ນັ້ນກໍມີທຸກ 20  ຜູ້ໃດມີຮັກ 10 ຜູ້ນັ້ນກໍມີທຸກ 10  ຜູ້ໃດມີຮັກ 9 ຜູ້ນັ້ນກໍມີທຸກ 9 ຜູ້ໃດມີຮັກ 8 ຜູ້ນັ້ນກໍມີທຸກ 8  ຜູ້ໃດມີຮັກ 7 ຜູ້ນັ້ນກໍມີທຸກ 7  ຜູ້ໃດມີຮັກ 6 ຜູ້ນັ້ນກໍມີທຸກ 6 ຜູ້ໃດມີຮັກ 5 ຜູ້ນັ້ນກໍມີທຸກ 5  ຜູ້ໃດມີຮັກ 4 ຜູ້ນັ້ນກໍມີທຸກ 4  ຜູ້ໃດມີຮັກ 3 ຜູ້ນັ້ນກໍມີທຸກ 3 ຜູ້ໃດມີຮັກ 2 ຜູ້ນັ້ນກໍມີທຸກ 2  ຜູ້ໃດມີຮັກ 1 ຜູ້ນັ້ນກໍມີທຸກ 1    "ຜູ້ໃດບໍ່ມີສິ່ງທີ່ຮັກ ຜູ້ນັ້ນກໍບໍ່ມີທຸກ" ເຮົາກ່າວວ່າ ຜູ້ນັ້ນບໍ່ມີຄວາມໂສກ ປາສະຈາກກິເລດດຸດທຸລີ ບໍ່ມີອຸປາຍາສະ ຯ ລຳດັບນັ້ນແລ ພຣະຜູ້ມີພຣະພາກຊົງຮູ້ເນື້ອຄວາມນີ້ແລ້ວ ໄດ້ຊົງເປັ່ງອຸທານນີ້ໃນເວລານັ້ນວ່າ ຄວາມໂສກເເດ່ ຄວາມລໍ່າໄລເເດ່ ຄວາມທຸກເເດ່ ຫຼາຍຢ່າງຢ່າງນີ້ ມີຢູ່ໃນໂລກ ເພາະອາໃສສັດຕະ ຫຼື ສັງຂານອັນເປັນທີ່ຮັກເມື່ອມີສັດຕະ ຫຼື ສັງຂານອັນເປັນທີ່ຮັກ ຄວາມໂສກ ຄວາມລຳໄລ ແ

ທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າ

Image
ພິກຂຸທັງຫລາຍ ! ໃນດິຖີ 8 ຄໍ່າຂອງເດືອນ ເທວະດາຜູ້ເປັນບໍຣິວານຂອງທ້າວຈາຕຸມມະຫາຣາດຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.  ພິກຂຸທັງຫລາຍ ! ໃນດິຖີ 14 ຄໍ່າຂອງເດືອນ ພວກໂອຣົດຂອງທ້າວຈາຕຸມມະຫາຣາດ ຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.  ພິກຂຸທັງຫລາຍ ! ໃນວັນອຸໂປສົດ 15 ຄໍ່ານັ້ນ ທ້າວຈາຕຸມມະຫາຣາດຍ່ອມທ່ຽວກວດເບິ່ງໂລກນີ້ດ້ວຍຕົນເອງວ່າ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.  ພິກຂຸທັງຫລາຍ ! ຖ້າໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີນ້ອຍ ທ້າວຈາຕຸມມະຫາຣາດຍ່ອມບອກເຖິງເຫດທີ່ກ່າວ

ບຸກຄົນຂ້າຄວາມໂກດໄດ້ຍ່ອມນອນເປັນສຸກ ຂ້າຄວາມໂກດໄດ້ຍ່ອມບໍ່ເສົ້າໂສກ

Image
ສະໄໝໜຶ່ງພຣະຜູ້ມີພຣະພາກເຈົ້າປະທັບຢູ່ໃນພຣະວິຫານເວລຸວັນ ອັນເປັນທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂດພຣະນະຄອນຣາຊະຄຶ ກໍໂດຍສະໄໝນັ້ນ ນາງພຣາມມະນີຊື່ ທະນັນຊານີແຫ່ງພຣາມ...ເປັນຜູ້ເຫລື້ອມໃສຢ່າງຍິ່ງໃນພຣະພຸດທະເຈົ້າ ໃນພຣະທັມ  ແລະ ພຣະສົງຄ໌.  ຄັ້ງນັ້ນ ນາງທະນັນຊານີພຣາມມະນີກຳລັງນຳພັດຕາຫານເຂົ້າໄປໃຫ້ທ່ານພຣາມພາຣະທະວາຊະໂຄດ ກ້າວຂາພາດ ຈຶ່ງເປັ່ງອຸທານ 3 ຄັ້ງວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າ ພຣະອົງຄ໌ນັ້ນ ຯລຯ ເມື່ອນາງທະນັນຊານີພຣາມມະນີກ່າວຢ່າງນີ້ແລ້ວ ພຣາມພາຣະທະວາຊະໂຄດໄດ້ກ່າວກັບນາງທະນັນຊານີພຣາມມະນີວ່າ ເຈົ້າຍິງຊົ່ວນີ້ ບໍ່ວ່າໃນທີ່ໃດໆ ກໍກ່າວຄຸນຂອງສະມະນະໂລ້ນຢ່າງນີ້ໆ ເຈົ້າຍິງຊົ່ວ ບັດນີ້ເຮົາຈັກໄປໂຕ້ວາທະກັບພຣະສາສະດາຂອງເຈົ້ານັ້ນ.  ນາງທະນັນຊານີພຣາມມະນີກ່າວວ່າ: ພຣາມ ຂ້ອຍຍັງບໍ່ເຫັນບຸກຄົນໃດທີ່ຈະຍົກຖ້ອຍຄຳຕໍ່ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າພຣະອົງຄ໌ນັ້ນໃນໂລກ ພ້ອມທັງເທວະໂລກ ມານຣະໂລກ ພຣົມມະໂລກ ໃນໝູ່ສັດຕະພ້ອມທັງສະມະນະພຣາມ ເທວະດາ ແລະ ມະນຸດ; ຂ້າແຕ່ພຣາມ ເອົາເຖີດ ທ່ານຈະໄປກໍໄດ້ ເມື່ອໄປແລ້ວກໍຈະຮູ້ເອງ.  ລຳດັບນັ້ນ ພຣາມພາຣະທະວາຊະໂຄດໂກດຂັດໃຈ ເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ...ເມື່ອພຣາມພາຣະທະວາຊະໂຄດນັ່ງໃນທີ່ຄວນ

ມິດແທ້(ເພື່ອນທີ່ດີ) ມິດທຽມ(ເພື່ອນບໍ່ດີ)

Image
ຄະຫະບໍດີບຸດ ! ຄົນ 4 ຈຳພວກເຫຼົ່ານີ້ຄື: 1. ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ (ຄົນຫວັງແຕ່ໄດ້ຢ່າງດຽວ)  2. ຄົນດີແຕ່ເວົ້າ  3. ຄົນປະຈົບສໍພໍ  4. ຄົນຊັກຊວນໃນທາງຈິບຫາຍ   ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ.  ຄະຫະບໍດີບຸດ ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື: 1. ເປັນຄົນຄິດເອົາແຕ່ໄດ້ຝ່າຍດຽວ  2. ຍອມເສຍນ້ອຍ ແຕ່ຫວັງຢາກໄດ້ຫຼາຍ  3. ບໍ່ຮັບກະທຳກິດຂອງເພື່ອນໃນຄາວມີໄພ 4. ຄົບເພື່ອນເພາະເຫັນແກ່ປະໂຫຍດຂອງຕົນ   ຄະຫະບໍດີບຸດ ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.  ຄະຫະບໍດີບຸດ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື: 1. ເກັບເອົາຂອງທີ່ລ່ວງໄປແລ້ວມາປາໄສ  2. ອ້າງເອົາຂອງທີ່ຍັງມາບໍ່ເຖິງມາປາໄສ ໑ 3. ສົງເຄາະດ້ວຍສິ່ງທີ່ຫາປະໂຫຍດບໍ່ໄດ້ ໑ 4. ເມື່ອມີກິຈທຸຣະກໍສະແດງຄວາມຂັດຂ້ອງ ໑  ຄະຫະບໍດີບຸດ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.  ຄະຫະບໍດີບຸດ ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື: 1. ຕາມໃຈເພື່

ບໍ່ຄວນດ່າຕອບ

Image
 ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເວລຸວັນ ອັນເປັນທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂດພຣະນະຄອນຣາຊະຄຶ. ອັກໂກສະກະພາຣະທະວາຊະພຣາມໄດ້ຍິນມາວ່າ ພຣາມພາຣະທະວາຊະໂຄດອອກຈາກເຮືອນບວດເປັນບັນພະຊິດ ໃນສຳນັກຂອງພຣະສະມະນະໂຄດົມແລ້ວດັ່ງນີ້ ກໍໂກດ ຂັດໃຈ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຄັນແລ້ວ ກໍດ່າວ່າ ບໍຣິພາດພຣະຜູ້ມີພຣະພາກດ້ວຍວາຈາອັນຫຍາບຄາຍ ອັນບໍ່ແມ່ນວາຈາຂອງສັດຕະບຸຣຸດ ເມື່ອອັກໂກສະກະພາຣະທະວາຊະພຣາມກ່າວຢ່າງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ກວ່າກັບອັກໂກສະກະພາຣະທະວາຊະພຣາມວ່າ: ດູຣາພຣາມ ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າແນວໃດ ມິດ ອະມາດ ຍາດສາຍໂລຫິດຜູ້ເປັນແຂກຂອງທ່ານມາຫາທ່ານ ຫລື ບໍ່?  ຂ້າແຕ່ພຣະໂຄດົມ ! ມິດ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກຂອງຂ້ານ້ອນຍ່ອມມາເປັນບາງຄັ້ງຄາວ.  ດູຣາພຣາມ ! ທ່ານຈະສໍາຄັນຄວາມຂໍ້ນັ້ນວ່າແນວໃດ ທ່ານຈັດຂອງຄ້ຽວຂອງບໍຣິໂພກ ຫລື ເຄື່ອງດື່ມຕ້ອນຮັບ ມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນ ຫລື ບໍ່?  ຂ້າແຕ່ພຣະໂຄດົມ ! ຂ້ານ້ອຍຈັດຂອງຄ້ຽວຂອງບໍຣິໂພກ  ຫລື ເຄື່ອງດື່ມຕ້ອນຮັບມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນໃນບາງຄັ້ງຄາວ.  ດູຣາພຣາມ ! ຖ້າວ່າມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນບໍ່ຮັບ ຂອງຄ້ຽວ

ພຣົມມະຈັນນີ້ເຮົາປະພຶດບໍ່ແມ່ນເພື່ອຫຼອກລວງຄົນໃຫ້ນັບຖື

Image
ພິກຂຸທັງຫຼາຍ!  - ພຣົມມະຈັນນີ້ເຮົາປະພຶດບໍ່ແມ່ນເພື່ອຫຼອກລວງຄົນໃຫ້ນັບຖື  - ບໍ່ແມ່ນເພື່ອເອີ້ນຄົນມາເປັນບໍລິວານ - ບໍ່ແມ່ນເພື່ອອະນິສົງເປັນລາບສັກກາລະ ແລະ ສຽງສັນລະເສີນ  - ບໍ່ແມ່ນເພື່ອອະນິສົງເປັນເຈົ້າລັດທິ ຫຼື ຄ້ານລັດທິອື່ນໃຫ້ລົ້ມໄປ ແລະ  - ບໍ່ແມ່ນເພື່ອໃຫ້ມະຫາຊົນ ເຂົ້າໃຈວ່າ ເຮົາໄດ້ເປັນຜູ້ວິເສດຢ່າງນັ້ນຢ່າງນີ້ ກໍ່ຫາບໍ່ໄດ້  ພິກຂຸທັງຫຼາຍ! ແທ້ຈິງ ພຣົມມະຈັນນີ້ ເຮົາປະພຶດເພື່ອສັງລວມ ເພື່ອລະ ເພື່ອຄາຍກຳນັດ ເພື່ອດັບສະນິດແຫ່ງທຸກ ແລ.