Posts

Showing posts from March 27, 2022

ໂລກສອງຢ່າງ

Image
ພິກຂຸທັງຫຼາຍ! ໂລກສອງຢ່າງເຫຼົ່ານີ້ມີຢູ່ ສອງຢ່າງເປັນແບບໃດ ຄື:   ໂລກທາງກາຍ ແລະ ໂລກທາງໃຈ.   ພິກຂຸທັງຫຼາຍ ຍ່ອມເຫັນກັນຢູ່ແລ້ວວ່າ ສັດຕະທັງຫຼາຍ ທີ່ຍືນຍັນເຖີງຄວາມບໍ່ມີໂລກທາງກາຍຕະຫຼອດ 1 ປີແນ່ 2 ປີແນ່ 3 ປີແນ່ 4 ປີແນ່ 5 ປີແນ່ 10 ປີແນ່ 20 ປີແນ່ 30 ປີແນ່ 40 ປີແນ່ 50 ປີແນ່ ແລະທີ່ຍືນຍັນເຖີງຄວາມບໍ່ມີໂລກທາງກາຍແມ່ນຍີ່ງກົ່ວ 100 ປີແນ່ ກໍຍັງພໍມີປາກົດ.  ພິກຂຸທັງຫຼາຍ! ແຕ່ໝູ່ສັດຕະ ທີ່ຈະກ້າຍືນຍັນເຖີງຄວາມບໍ່ມີໂລກທາງໃຈ ແມ່ນຊົ່ວເວລາພຽງຄາວດຽວ ເວັ້ນແຕ່ຜູ້ມີອາສະວະສິ້ນແລ້ວ ນັບວ່າຫາໄດ້ຍາກໃນໂລກ ................................................. -ບາລີ ຈຕຸກກ. ອັງ. ໒໑/໑໙໑/໑໕໗.

ເຂົາຢ້ານຕໍ່ສິ່ງໃດສິ່ງນັ້ນເປັນທຸກ

Image
ເຂົາເພີດເພີນຍິ່ງ ໃນສິ່ງໃດສິ່ງນັ້ນກໍເປັນໄພ ເຂົາຢ້ານຕໍ່ສິ່ງໃດສິ່ງນັ້ນເປັນທຸກ. ............................... ອຸ. ຂຸ. ໒໔/໑໒໑/໘໔.

ຄວາມຊຸດໂຊມໄປເປັນທັມມະດາ

Image
ອານົນທ໌ ! ເຮົາໄດ້ກ່າວເຕືອນໄວ້ກ່ອນແລ້ວບໍ່ແມ່ນບໍ ວ່າ “ຄວາມເປັນຕ່າງໆ ຄວາມພັດພາກ ຄວາມເປັນຢ່າງອື່ນ ຈາກຂອງຮັກ ຂອງຖືກໃຈ ຍ່ອມມີ;  ອານົນທ໌ ! ຂໍ້ນັ້ນຈັກໄດ້ມາແຕ່ໃສໜໍ : ສີ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸ່ງແລ້ວ ມີຄວາມຊຸດໂຊມໄປເປັນທັມມະດາ, ສີ່ງນັ້ນຢ່າຊຸດໂຊມໄປເລີຍ ດັ່ງນີ້;   ຂໍ້ນັ້ນ ຍ່ອມເປັນຖານະທີ່ມີບໍ່ໄດ້”.  ອານນົນທ໌ ! ປຽບເໝືອນເມື່ອຕົ້ນໄມ້ໃຫຍ່ ມີແກ່ນເຫຼືອຢູ່ ສ່ວນໃດເກົ່າຄໍ້າກົ່ວສ່ວນອື່ນ ສ່ວນນັ້ນພຶ່ງຍ່ອຍຍັບໄປກ່ອນ,  ຂໍ້ນີ້ ສັນໃດ; ອານົນທ໌! ເມື່ອພິກຂຸສົງໝູ່ໃຫຍ່ມີທັມເປັນແກ່ນສານເຫຼືອຢູ່, ສາລີບຸດປະລິນິພານໄປແລ້ວ ສັນນັ້ນເໝືອນກັນ.  ອານົນທ໌! ຂໍ້ນັ້ນຈັກມາແຕ່ໃສໜໍ : ສິ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸງແລ້ວ ມີຄວາມຊຳລຸດໄປເປັນທຳມະດາ ສິ່ງນັ້ນຢ່າຊຳລຸດໄປເລີຍ ດັ່ງນີ້;   ຂໍ້ນັ້ນ ຍ່ອມເປັນຖານະທີ່ມີບໍ່ໄດ້. ............................................. -ບາລີ ມະຫາວາລ. ສັງ. ໑໙/໒໑໖/໗໓໗.

ຜູ້ໃດມີສິ່ງທີ່ຮັກ ຜູ້ນັ້ນກໍມີທຸກ

Image
ເບີ່ງກ່ອນ! ນາງວິສາຂາ  ຜູ້ໃດມີສິ່ງທີ່ຮັກ 100 ຜູ້ນັ້ນກໍມີທຸກ 100  ຜູ້ໃດມີສີ່ງທີ່ຮັກ 90 ຜູ້ນັ້ນກໍມີທຸກ 90 ຜູ້ໃດມີຮັກ 80 ຜູ້ນັ້ນກໍມີທຸກ 80  ຜູ້ໃດມີຮັກ 70 ຜູ້ນັ້ນກໍມີທຸກ 70  ຜູ້ໃດມີຮັກ 60 ຜູ້ນັ້ນກໍມີທຸກ 60 ຜູ້ໃດມີຮັກ 50 ຜູ້ນັ້ນກໍມີທຸກ 50 ຜູ້ໃດມີຮັກ 40 ຜູ້ນັ້ນກໍມີທຸກ 40 ຜູ້ໃດມີຮັກ 30 ຜູ້ນັ້ນກໍມີທຸກ 30 ຜູ້ໃດມີຮັກ 20 ຜູ້ນັ້ນກໍມີທຸກ 20  ຜູ້ໃດມີຮັກ 10 ຜູ້ນັ້ນກໍມີທຸກ 10  ຜູ້ໃດມີຮັກ 9 ຜູ້ນັ້ນກໍມີທຸກ 9 ຜູ້ໃດມີຮັກ 8 ຜູ້ນັ້ນກໍມີທຸກ 8  ຜູ້ໃດມີຮັກ 7 ຜູ້ນັ້ນກໍມີທຸກ 7  ຜູ້ໃດມີຮັກ 6 ຜູ້ນັ້ນກໍມີທຸກ 6 ຜູ້ໃດມີຮັກ 5 ຜູ້ນັ້ນກໍມີທຸກ 5  ຜູ້ໃດມີຮັກ 4 ຜູ້ນັ້ນກໍມີທຸກ 4  ຜູ້ໃດມີຮັກ 3 ຜູ້ນັ້ນກໍມີທຸກ 3 ຜູ້ໃດມີຮັກ 2 ຜູ້ນັ້ນກໍມີທຸກ 2  ຜູ້ໃດມີຮັກ 1 ຜູ້ນັ້ນກໍມີທຸກ 1    "ຜູ້ໃດບໍ່ມີສິ່ງທີ່ຮັກ ຜູ້ນັ້ນກໍບໍ່ມີທຸກ" ເຮົາກ່າວວ່າ ຜູ້ນັ້ນບໍ່ມີຄວາມໂສກ ປາສະຈາກກິເລດດຸດທຸລີ ບໍ່ມີອຸປາຍາສະ ຯ ລຳດັບນັ້ນແລ ພຣະຜູ້ມີພຣະພາກຊົງຮູ້ເນື້ອຄວາມນີ້ແລ້ວ ໄດ້ຊົງເປັ່ງອຸທານນີ້ໃນເວລານັ້ນວ່າ ຄວາມໂສກເເດ່ ຄວາມລໍ່າໄລເເດ່ ຄວາມທຸກເເດ່ ຫຼາຍຢ່າງຢ່າງນີ້ ມີຢູ່ໃນໂລກ ເພາະອາໃສສັດຕະ ຫຼື ສັງຂານອັນເປັນທີ່ຮັກເມື່ອມີສັດຕະ ຫຼື ສັງຂານອັນເປັນທີ່ຮັກ ຄວາມໂສກ ຄວາມລຳໄລ ແ

ທັມ 5 ປະການ ທີ່ມີຄວາມສຳຄັນຕໍ່ຜູ້ເຈັບໄຂ້

Image
ພິກຂຸທັງຫລາຍ! ຖ້າທັມ 5 ປະການບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານຄື: ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່ ຕໍ່ການບໍ່ນານເລີຍ. ທັມ 5 ປະການນັ້ນເປັນຢ່າງໃດ? ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ 1. ຍ່ອມພິຈາຣະນາເຫັນຄວາມບໍ່ງາມໃນກາຍ, 2. ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ, 3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ, 4. ພິຈາຣະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງ, 5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ, ພິກຂຸທັງຫລາຍ! ທັມ 5 ປະການນີ້ແລ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານ ຄື ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່. ........................................................ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໒໘/໑໒໑