ເຫດທີ່ມານດາບິດາປາຖະໜາຢາກໄດ້ບຸດ

ພິກຂຸທັງຫລາຍ !

ມານດາ ບິດາມອງເຫັນຖານະ 5 ປະການນີ້

ຈຶ່ງປາຖະໜາບຸດເກີດໃນຕະກຸນ,

ຖານະ 5 ປະການນັ້ນເປັນຢ່າງໃດ? ຄື:

1. ບຸດທີ່ເຮົາລ້ຽງມາແລ້ວຈັກລ້ຽງຕອບແທນ,

2. ຈັກກະທຳກິດແທນເຮົາ,

3. ວົງຕະກຸນຈັກດຳຣົງຢູ່ໄດ້ນານ,

4. ບຸດຈັກປົກຄອງຊັບມໍຣະດົກ,

5. ເມື່ອເຮົາຕາຍໄປ ບຸດຈັກພຳເພັນທັກຂິນາທານໃຫ້(ຈະທຳບຸນອຸທິດໃຫ້).

ພິກຂຸທັງຫລາຍ !

ມານດາ ບິດາມອງເຫັນຖານະ 5 ປະການນີ້ແລ

ຈຶ່ງປາຖະໜາບຸດເກີດໃນຕະກຸນ.

..........................................................................

ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ

ປັນຈະກະ-ສັກກະນິບາຕ ໒໒/໓໘/໓໙

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ