Posts

Showing posts with the label ທັມໃນທີສຸດ

ອະຣິຍະຍາຍະທັມທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາ

Image
ຄະຫະບໍດີ! ກໍອະຣິຍະຍາຍະທັມທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາເປັນຢ່າງໃດ?  ຄະຫະບໍດີ! ອະຣິຍະສາວົກໃນທັມວິໄນນີ້ ຍ່ອມກະທຳໄວ້ໃນໃຈໂດຍລະອຽດເປັນຢ່າງດີ ເຊິ່ງປະຕິດຈະສະມຸບບາດນັ້ນແລ ດັ່ງນີ້ວ່າ:  ເມື່ອສິ່ງນີ້ມີ ສິ່ງນີ້ຍ່ອມມີ  ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ  ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຍ່ອມບໍ່ມີ  ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ ໄດ້ແກ່ສິ່ງເຫລົ່ານີ້ຄື: ເພາະມີອະວິຊຊາເປັນປັດໃຈ ຈຶ່ງມີສັງຂານທັງຫລາຍ ເພາະມີສັງຂານເປັນປັດໃຈ ຈຶ່ງມີວິນຍານ ເພາະມີວິນຍານເປັນປັດໃຈ ຈຶ່ງມີນາມຣູບ ເພາະມີນາມຣູບເປັນປັດໃຈ ຈຶ່ງມີສະລາຍະຕະນະ ເພາະມີສະລາຍະຕະນະເປັນປັດໃຈ ຈຶ່ງມີຜັດສະ ເພາະມີຜັດສະເປັນປັດໃຈ ຈຶ່ງມີເວທະນາ ເພາະມີເວທະນາເປັນປັດໃຈ ຈຶ່ງມີຕັນຫາ ເພາະມີຕັນຫາເປັນປັດໃຈ ຈຶ່ງມີອຸປາທານ ເພາະມີອຸປາທານເປັນປັດໃຈ ຈຶ່ງມີພົບ ເພາະມີພົບເປັນປັດໃຈ ຈຶ່ງມີຊາດ ເພາະມີຊາດເປັນປັດໃຈ ຊະຣາມະຣະນະ ໂສກະປະຣິເທວະທຸກຂ໌ໂທມະນັດອຸປາຍາສະທັງຫລາຍ ຈຶ່ງເກີດຂຶ້ນຄົບຖ້ວນ; ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການຢ່າງນີ້. ເພາະຄວາມດັບໄປໂດຍບໍ່ເຫລືອດ້ວຍວິຣາຄະແຫ່ງອະວິຊານັ້ນໆແລ ຈຶ່ງມີຄວາມດັບແຫ່ງສັງຂານ; ເພາະມີຄວາມດັບແຫ່ງສັງຂານ ຈຶ່ງມີຄວາມດັບແຫ

ທັມທັງປວງມີສະຕິເປັນໃຫຍ່

Image
ດູກ່ອນພິດວກຂຸທັງຫລາຍ! ອັນພວກອັນຍະເດຍຣະຖີປະຣິພາຊົກເພິ່ງຖາມຢ່າງນີ້ວ່າ:  ດູກ່ອນອາວຸໂສທັງຫລາຍ! ທັມທັງປວງ ມີສິ່ງໃດເປັນມູນ ມີສິ່ງໃດເປັນແດນເກີດ ມີສິ່ງໃດເປັນເຫດເກີດ ມີສິ່ງໃດເປັນທີ່ປະຊຸມລົງ ມີສິ່ງໃດເປັນປະມຸກ ມີສິ່ງໃດເປັນໃຫຍ່ ມີສິ່ງໃດເປັນຍອດ ມີສິ່ງໃດເປັນແກ່ນ ມີສິ່ງໃດເປັນທີ່ຢັ່ງລົງ ມີສິ່ງໃດເປັນທີສຸດ ເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວຈະພຶ່ງພະຍາກອນແກ່ອັນຍະເດຍຣະຖີ ປະຣິພາຊົກເຫລົ່ານັ້ນວ່າຢ່າງໃດ?  ພິກຂຸເຫລົ່ານັ້ນກຣາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ທັມຂອງຂ້າພຣະອົງທັງຫລາຍມີພຣະຜູ້ມີພຣະພາກເປັນມູນມີພຣະຜູ້ມີພຣະພາກເປັນຜູ້ນຳ ມີພຣະຜູ້ມີພຣະພາກເປັນທີ່ເພິ່ງ ພຣະພຸດທະເຈົ້າ ຂ້ານ້ອຍຂໍປະທານພຣະວະໂອກາດ ຂໍເນື້ອຄວາມແຫ່ງພາສິດນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາກເຖີດ  ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາກແລ້ວຈະຊົງຈຳໄວ້ ພຣະຜູ້ມີພຣະພາກກວ່າວ່າ:  ດູກ່ອນພິກຂຸທັງຫລາຍ! ຖ້າເຊັ່ນນັ້ນເຈົ້າທັງຫລາຍຈົ່ງຟັງ ຈົງໃສ່ໃຈໃຫ້ດີ ເຮົາຈະກ່າວ ພິກຂຸເຫລົານັ້ນທູນຮັບພຣະຜູ້ມີພຣະພາກແລ້ວ ພຣະຜູ້ມີພຣະພາກໄດ້ກວ່າວ່າ:  ດູກ່ອນພິກຂຸທັງຫລາຍ! ຖ້າພວກອັນຍະເດຍຣະຖີປະຣິພາຊົກພຶ່ງຖາມຢ່າງນີ້ວ່າ:  ດູກ່ອນອາວຸໂສທັງຫລາຍ! ທັມທັງປວງມີສິ່ງໃດເປັນມູນ ມີສິ່ງໃດເປັນແດນເກີດ ... ມີສິ່ງໃດເປັນທີ່ຍັ່ງລົງ

ນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ເປັນຕົວຕົນຂອງເຮົາ

Image
ພິກຂຸທັງຫລາຍ! ຮູບເປັນອະນັດຕາ(ບໍ່ເເມ່ນຕົວຕົນ) ຖ້າຮູບເປັນອັດຕາ(ຕົວຕົນ)ແລ້ວ ຮູບນີ້ກໍຄົງບໍ່ເປັນໄປເພື່ອອາພາດ(ເສີມເເຕກສະຫລາຍ) ແລະ ບຸກຄົນຍ່ອມໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.  ພິກຂຸທັງຫລາຍ! ກໍເພາະຮູບເປັນອະນັດຕາ ສະນັ້ນຮູບຈຶ່ງເປັນໄປເພື່ອອາພາດ ແລະ ບຸກຄົນຍ່ອມບໍ່ໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.  ພິກຂຸທັງຫລາຍ! ພວກທ່ານຈະສຳຄັນຄວາມຂໍ້ນີ້ວ່າແນວໃດ?  ຮູບທ່ຽງ ຫລື ບໍ່ທ່ຽງ?   ບໍ່ທ່ຽງ ຂ້ານ້ອຍ!  ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸຂ?  ເປັນທຸກຂ໌ ຂ້ານ້ອຍ!  ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍທີ່ຈະໄປຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  ຂໍ້ນັ້ນບໍ່ຄວນເລີຍ ຂ້ານ້ອຍ!  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ຮູບຢ່າງໃດຢ່າງໜຶ່ງທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ທັງພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ໃນທີ່ໄກ ຫລື ທີ່ໃກ້ ທັງໝົດນັ້ນກໍເປັນພຽງແຕ່ວ່າຮູບ ທ່ານທັງຫລາຍຈົ່ງເຫັນຮູບນັ້ນດ້ວຍປັນຍາອັນຖືກຕ້ອງຕາມຄວາມເປັນຈິງຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ແມ

ທີ່ສຸດແຫ່ງທຸກຂ໌

Image
ຄວາມຫວັ່ນໄຫວຍ່ອມມີແກ່ບຸກຄົນ ຜູ້ອັນຕັນຫາ ແລະ ທິດຖິອາໄສແລ້ວ ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນ ຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ເມື່ອຄວາມຫວັ່ນໄຫວບໍ່ມີ  ປັດສັດທິ ຍ່ອມມີ ເມື່ອປັດສັດທິມີ ຄວາມນ້ອມໄປຍ່ອມບໍ່ມີ ເມື່ອຄວາມນ້ອມໄປບໍ່ມີ  ການມາ ແລະ ການໄປຍ່ອມບໍ່ມີ ເມື່ອການມາ ແລະ ການໄປບໍ່ມີ ການເຄື່ອນ ແລະ ການເກີດຂຶ້ນຍ່ອມບໍ່ມີ ເມື່ອການເຄື່ອນ ແລະ ການເກີດຂຶ້ນບໍ່ມີ ສິ່ງໃດໆ ກໍບໍ່ມີໃນໂລກນີ້ ບໍ່ມີໃນໂລກອື່ນ ບໍ່ມີໃນລະຫວ່າງແຫ່ງໂລກທັງສອງ ນັ້ນແຫລະຄື ທີ່ສຸດແຫ່ງທຸກຂ໌ແລ. ..................................................... ອຸ. ຂຸ. ໒໕/໒໐໘/໑໖໑

ອະນັດຕາ

Image
ຄຳວ່າອະນັດຕາເປັນແນວໃດ ມີໄດ້ດ້ວຍເຫດພຽງເທົ່າໃດ?  ພິກຂຸທັງຫລາຍ!    ຮູບບໍ່ທ່ຽງ  ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.   (ຣູປັງ ພິກຂະເວ ອະນິຈຈັງ ຍະທະນິຈຈັງ ຕັງ ທຸກຂັງ ຍັງ ທຸກຂັງ ຕະທະນັຕຕາ ຍະທະນັຕຕາ ຕັງ ເນຕັງ ມະມະ ເນໂສຫະມັສມິ ນະ ເມໂສ ອັຕຕາຕິ ເອວະເມຕັງ ຍະຖາພູຕັງ ສັມມັປປັນຍາຍະ ທັຕຖັພພັງ ໆ)  ເວທະນາບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.  ສັນຍາບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.  ສັງຂານບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບ

ສິ່ງໆໜຶ່ງຊຶ່ງບຸກຄົນເພິ່ງຮູ້ແຈ້ງ

Image
“ ສິ່ງ ” ສິ່ງໆໜຶ່ງຊຶ່ງບຸຄຄົນເພິ່ງຮູ້ແຈ້ງ  ເປັນສິ່ງທີ່ບໍ່ມີປະກົດການ  ບໍ່ມີທີ່ສຸດ  ມີທາງປະຕິບັດເຂົ້າມາເຖິງໄດ້  ໂດຍຮອບນັ້ນມີຢູ່ໃນ  “ ສິ່ງ ” ນັ້ນແຫລະ, ⛰️ດິນ,  🌊ນ້ຳ , 🔥ໄຟ, 🌪️ລົມ   ບໍ່ຢັ່່ງລົງໄດ້ໃນ  “ ສິ່ງ ” ນັ້ນແຫລະ    ຄວາມຍາວ  ຄວາມສັ້ນ  ຄວາມນ້ອຍ  ຄວາມໃຫຍ່  ຄວາມງາມ  ຄວາມບໍ່ງາມ  ບໍ່ຢັ່ງລົງໄດ້ໃນ “ ສິ່ງ ” ນັ້ນແຫລະ  ນາມຮູບ ຍ່ອມດັບສະນິດບໍ່ມີເສດເຫຼືອ  ນາມຮູບດັບສະນິດໃນ  “ ສິ່ງ ” ນີ້ ເພາະການກັບສະນິດ ຂອງ ວິນຍານ ດັ່ງນີ້ແລ .........................................................................  ບາລີ  ສີ. ທີ. ໙/໒໘໙/໓໔໘-໓໕໐  

ສະມະມິທຸກລະດັບສາມາດຫຼຸດພົ້ນໄດ້

Image
 ກໍຂໍ້ທີ່ເຮົາກ່າວວ່າ ເບິ່ງກ່ອນພິກຂຸທັງຫຼາຍ ເຮົາກ່າວຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ເພາະອາໃສອາກາສານັນຈາຍະຕະນະຊານດ້ວຍ ດັ່ງນີ້ນັ້ນ ເຮົາອາໃສຫຍັງກ່າວແລ້ວ    ພິກຂຸທັງຫຼາຍ ພິກຂຸໃນທຳວິໄນນີ້ ເພາະລ່ວງຮູບປະສັນຍາໂດຍປະການທັງປວງເພາະດັບປະຕິຄະສັນຍາ ແລະ ເພາະບໍ່ໃສ່ໃຈ ເຖິງນານັດ ຕະສັນຍາ ບັນລຸອາກາສານັນຈາຍະຕະນະຊານ ໂດຍຄຳນຶງເປັນອາລົມວ່າ ອາກາດບໍ່ມີທີ່ສຸດ ທ່ານຍ່ອມພິຈາລະນາເຫັນທຳທັງຫຼາຍ ຄື ເວທະນາ ສັນຍາ ສັງຂານ ວິນຍານ ອັນມີຢູ່ໃນຂະນະ ແຫ່ງອາກາສານັນຈາຍະຕະນະຊານນັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກ… ວ່າງເປົ່າ ເປັນອະນັດຕາ ທ່ານຍ່ອມຢັງຈິດໃຫ້ຕັ້ງຢູ່ດ້ວຍທຳເຫຼົ່ານັ້ນ ຄັ້ນແລ້ວ ຍ່ອມນ້ອມຈິດໄປເພື່ອອຳມະຕະທາດວ່າ ນັ້ນສະຫງົບ ນັ້ນປຣະນີດ ຄື ທຳເປັນທີ່ສະຫງົບແຫ່ງສັງຂານທັງປວງ … ນິບພານ ທ່ານຕັ້ງຢູ່ໃນອາກາສານັນຈາຍະຕະນະຊານນັ້ນ ຍ່ອມເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ຖ້າຢັງບໍ່ເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ທ່ານຍ່ອມເປັນອຸປາປັດຕິກະ ຈັກປະຣິນິບພານໃນພົບນັ້ນ ມີອັນບໍ່ກັບຈາກໂລກນັ້ນເປັນທຳມະດາ ເພາະໂອຣັມພາຄິຍະສັງໂຢດ 5 ສິ້ນໄປດ້ວຍຄວາມຍິນດີເພີດເພີນໃນທຳນັ້ນໆ    ເບິ່ງກ່ອນພິກຂຸທັງຫຼາຍ ປຽບເໝືອນນາຍຂະໝັງທະນູ ຫຼື ລູກມືຂອງນາຍຂະໝັງທະນູ ພຽນຍິງທະນູໄປຍັງຮູບຫຸ່ນທີ່ເຮັດດ້ວຍຫຍ້າ ຫຼື

ທີ່ຕັ້ງຢູ່ຂອງວິນຍານ (ນັຍທີ ໑)

Image
ອານົນທ໌ ! ວິນຍານຖິຕິ (ທີ່ຕັ້ງຢູ່ຂອງວິນຍານ) 7 ເຫຼົ່ານີ້ ແລະ ອາຍະຕະນະ 2 ມີຢູ່.  ວິນຍານຖິຕິ 7 ເຫຼົ່າໃດໜໍ ?  ວິນຍານຖິຕິ 7 ຄື :   ອານົນທ໌ ! ສັດຕະທັງຫຼາຍ (ສັດຕະ) ມີກາຍຕ່າງກັນ ມີສັນຍາຕ່າງກັນ ມີຢູ່ໄດ້ແກ່ ມະນຸດທັງຫຼາຍ ເທວະດາບາງພວກ ແລະ ວິນິບາດບາງພວກ ນີ້ຄື : ວິນຍານຖິຕິ ທີ 1.   ອານົນທ໌ ! ສັດຕະທັງຫຼາຍ ທີ່ມີກາຍຕ່າງກັນ ມີສັນຍາຢ່າງດຽວກັນມີຢູ່ ໄດ້ແກ່ ພວກເທວະດາຜູ້ນັບເນື່ອງໃນໝູ່ພຣົມທີ່ ບັງເກີດໂດຍປະຖົມພູມ ໑ (ປະຖະມານິບພັຕຕາ) ນີ້ຄື ວິນຍານຖິຕິ ທີ 2.  ອານົນທ໌ ! ສັດຕະທັງຫຼາຍ ມີກາຍຢ່າງດຽວກັນ ມີສັນຍາ ຕ່າງກັນ ມີຢູ່ ໄດ້ແກ່ ພວກເທບອາພັດສະຣະ ນີ້ຄື ວິນຍານຖິຕິ ທີ 3.   ອານົນທ໌ ! ສັດຕະທັງຫຼາຍ ມີກາຍຢ່າງດຽວກັນ ມີສັນຍາ ຢ່າງດຽວກັນ ມີຢູ່ ໄດ້ແກ່ ພວກເທບສຸພະກິນຫະ ນີ້ຄື ວິນຍານຖິຕິ ທີ 4.       ອານົນທ໌ ! ສັດຕະທັງຫຼາຍ ເພາະກ້າວຜ່ານເສຍໄດ້ ເຊິ່ງ ຮູບສັນຍາ 1  ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງ ປະຕິຄະສັນຍາ 2 ເພາະບໍ່ໃສ່ໃຈນານັຕຕະສັນຍາ 3 ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ມີການຝຶກໃນໃຈວ່າ “ອາກາດບໍ່ມີ ທີ່ສຸດ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ 5.       ອານົນທ໌ ! ສັດຕະທັງຫຼາຍ ເພາະກ້າວຜ່ານເສຍໄດ້ ເຊິ່ງ ອາກາສານັນຈາຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງ ວິນ

ສຸກ ທຸກ ທີ່ເຮົາໄດ້ປະສົບມາແລ້ວ ທຸກໆ ຮູບແບບ

Image
ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິດຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜຸກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ  ເຈົ້າທັງຫຼາຍ ເຫັນທຸຄະຕະບຸຣຸດຜູ້ມີມື ແລະ ຕີນບໍ່ສົມ ປະກອບ ຫຼື ເຫັນບຸກຄົນຜູ້ພຽບພ້ອມດ້ວຍຄວາມສຸກ ມີບໍຣິວານຄອຍຮັບໃຊ້ ຈົ່ງລົງສັນນິຖານໃນບຸກຄົນນີ້ວ່າ ເຮົາທັງຫຼາຍ ກໍເຄີຍສະເຫວີຍທຸກ ຫຼື ສະເຫວີຍສຸກ ເຫັນປານນີ້ ມາແລ້ວ ໂດຍກາລະນານນີ້...  ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ. ສັດທີ່ບໍ່ເຄີຍເກີດເປັນມານດາ, ສັດທີ່ບໍ່ເຄີຍ ເກີດເປັນບິດາ, ສັດທີ່ບໍ່ເຄີຍເກີດເປັນອ້າຍ, ນ້ອງຊາຍ, ສັດ ທີ່ບໍ່ເຄີຍເກີດເປັນເອື້ອຍ, ນ້ອງສາວ, ສັດທີ່ບໍ່ເຄີຍເກີດເປັນ ບຸດ, ສັດທີ່ບໍ່ເຄີຍເກີດເປັນທິດາ ໂດຍກາລະນານນີ້  ບໍ່ແມ່ນຫາໄດ້ງ່າຍເລີຍ.   ຂໍ້ນັ້ນເພາະເຫດໃດໜໍ ?   ເພາະວ່າ ສົງສານນີ້ກໍາໜົດທີ່ ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັດຜູ້ມີອະວິຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜຸກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ.   ພິກຂຸທັງຫຼາຍ ! ເພາະເຫດ

ເຕົ່າຕາບອດ

Image
ດູລາພິກຂຸທັງຫຼາຍ ! ຖ້າສົມມຸດວ່າແຜ່ນດິນ ອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເຖິງເປັນອັນດຽວກັນທັງໝົດ ມີບຸຣຸດຄົນໜຶ່ງຖີ້ມກະເບາະໄມ້ໄຜ່ ເຊິ່ງມີຮູເຈາະໄດ້ພຽງຮູດຽວ ລົງໄປໃນນໍ້ານັ້ນ ລົມຕາເວັນອອກ ພັດໃຫ້ລອຍໄປທາງທິດຕາເວັນຕົກ ລົມຕາວັນຕົກ ພັດໃຫ້ລອຍໄປທາງທິດຕາເວັນອອກ ລົມທິດເໜືອ ພັດໃຫ້ລອຍໄປທາງທິດໃຕ້ ລົມທິດໃຕ້ ພັດໃຫ້ລອຍໄປທາງທິດເໜືອ ຢູ່ດັ່ງນີ້ ໃນນໍ້ານັ້ນ  'ມີເຕົ່າໂຕໜຶ່ງຕາບອດ ຜ່ານໄປ ຮ້ອຍປີໆ ມັນຈະຜຸດຂື້ນມາເທື່ອໜຶ່ງໆ.'   ດູລາພິກຂຸທັງຫຼາຍ ! ທ່ານທັງຫຼາຍຈະສຳຄັນຂໍ້ຄວາມນີ້ວ່າແນວໃດ ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດຮ້ອຍປີຈຶ່ງຈະຜຸດຂື້ນມາເທື່ອໜຶ່ງ ຈະເພິ່ງຍື່ນຄໍເຂົ້າໄປໃນຮູເຊິ່ງມີຢູ່ພຽງຮູດຽວໃນໄມ້ນັ້ນ ?   ຂໍ້ນັ້ນເປັນໄປໄດ້ຍາກ ຂ້ານ້ອຍ ! ທີ່ເຕົ່າຕາບອດນັ້ນຮ້ອຍປີ ຜຸດຂື້ນພຽງຄັ້ງດຽວເທົ່ານັ້ນ ຈະເພິ່ງຍື່ນຄໍເຂົ້າໄປໃນຮູເຊິ່ງມີຢູ່ພຽງຮູດຽວໃນໄມ້ນັ້ນ.  ດູລາພິກຂຸທັງຫຼາຍ ! ເປັນໄປໄດ້ຍາກເຊັ່ນດຽວກັນ ທີ່ໃຜໆ ຈະໄດ້ເກີດມາເປັນມະນຸດ ເປັນໄປໄດ້ຍາກເຊັ່ນດຽວກັນທີ່ຕະຖາຄົດອະຣະຫັນຕະສັມມາສັມພຸດທະ ຈະເກີດຂື້ນໃນໂລກ ເປັນໄປໄດ້ຍາກເຊັ່ນດຽວກັນ ທີ່ທັມວິນັຍອັນຕະຖາຄົດ ປະກາດແລ້ວຈະຮຸ່ງເຮືອງໄປທົ່ວໂລກ.   ດູລາພິກຂຸທັງຫຼາຍ ! ແຕ່ວ່າ ບັດນີ້ ຄວາມເປັນມະນຸດກໍໄດ້ແລ້ວ ຕະຖາຄົດຜູ້ອະຣະຫັນຕ

ຂັນ 5 ບໍ່ທ່ຽງ

Image
ພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ໆລໆ ໄດ້ກຣາບທູນພຣະຜູ້ມີພຣະພາຄເຈົ້າວ່າ: ຂ້າແຕ່ພຣະອົງຜູ້ຈະເຣີນ! ຂໍປະທານພຣະວາໂຣກາດ ຂໍພຣະຜູ້ມີພຣະພາກຈົ່ງຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍເຖີດ ເຊິ່ງຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ອານົນທ໌! ເຈົ້າຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ  ຮູບ ທ່ຽງຫລື ບໍ່ທ່ຽງ? ບໍ່ທ່ຽງ ພຣະອົງຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກ ໜໍ? ເປັນທຸກຂ໌ ພຣະອົງຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“ ເວທະນາ ທ່ຽງ ຫລື ບໍ່ທ່ຽງ? ບໍ່ທ່ຽງ ພຣະອົງຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກ ໜໍ? ເປັນທຸກຂ໌ ພຣະອົງຄ໌ຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“ ສັນຍາ ທ່ຽງ ຫລື ບໍ່ທ່ຽງ? ບໍ່ທ່ຽງ ພຣະອົງຜູ້ຈະເຣີນ! ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເ

ສິ້ນຄວາມຢາກກໍສິ້ນທຸກ(ຕັນຫາ)

Image
ຄວາມຫວັ່ນໄຫວຍ່ອມມີແກ່ບຸກຄົນຜູ້ອັນຕັນຫາ ແລະ ທິດທິອາໃສແລ້ວ  ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນຜູ້ອັນຕັນຫາ ແລະ ທິດທິບໍ່ອາໃສແລ້ວ ເມື່ອຄວາມຫວັ່ນໄຫວບໍ່ມີ ຄວາມສະຫງົບກາຍ ສະຫງົບໃຈ ຍ່ອມມີ ເມື່ອຄວາມສະຫງົບກາຍ ສະຫງົບໃຈມີ ຄວາມນ້ອມໄປຍ່ອມບໍ່ມີ  ເມື່ອຄວາມນ້ອມໄປບໍ່ມີການມາ ແລະ ການໄປຍ່ອມບໍ່ມີເມື່ອການມາ ແລະ ການໄປບໍ່ມີ ການເຄື່ອນ ແລະ ການເກີດຂື້ນຍ່ອມບໍ່ມີ ເມື່ອການເຄື່ອນ ແລະ ການເກີດຂື້ນບໍ່ມີ ອັນໃດອັນໃດກໍບໍ່ມີໃນໂລກນີ້ ບໍ່ມີໃນໂລກອື່ນ ບໍ່ມີໃນລະຫວ່າງແຫ່ງໂລກທັງສອງ ນີ້ເເຫຼະຄືທີ່ສຸດແຫ່ງທຸກແລ. (ນິດສິຕະສະຈະລິຕັງ) (ອະນິດສິຕະສະຈະຣິຕັງນັດທິ) (ຈະລິເຕອະສະຕິປັດສະທິ)  (ປະສະທິຍາສະຕິນັດຕິນະໂຫຕິ) (ນະຕິຍາອະສະຕິ ອາຄະຕິ ຄະຕິນະໂຫຕິ) (ອາຄະຕິຄະຕິຍາອາສະຕິຈຸຕູປາປາໂຕນະໂຫຕິ) (ຈຸຕູປາປາເຕອະສະຕິເນວິທະນະອຸລັງນະອຸພະຍະມັນຕະເລ) (ເອເສວັນໂຕທຸກຂະສັດ) ---------------------------------------------------- -ບາລີ ອຸ. ຂຸ. 25/204/161.

ສັນຍາ 10 ປະການ

Image
ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນທ໌ ແລ້ວກ່າວສັນຍາ 10 ປະການແກ່ທ່ານແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ພິກຂຸຄິຣິມານົນທ໌ ຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຂ໌ຫຼາຍຂອງທ່ານ ກໍ່ຈະຣະງັບໄປໂດຍຄວນແກ່ຖານະ ສັນຍາ 10 ປະການນັ້ນ ຄື:        ອະນິຈະສັນຍາ,        ອະນັດຕະສັນຍາ,        ອະສຸພະສັນຍາ,        ອາທີນະວະສັນຍາ,       ປະຫານະສັນຍາ,         ວິຣາຄະສັນຍາ,        ນິໂຣທະສັນຍາ,        ສັບພະໂລເກອະນະພິຣະຕະສັນຍາ,        ສັບພະສັງຂາເຣສຸອະນິຈຈະສັນຍາ,        ອານາປານະສະຕິ.                    1. ອານົນທ໌ ! ອະນິຈະສັນຍາເປັນຢ່າງໃດໜໍ ? ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍຕາມ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ    ຮູບບໍ່ທ່ຽງ   ເວທະນາບໍ່ທ່ຽງ    ສັນຍາບໍ່ທ່ຽງ    ສັງຂານບໍ່ທ່ຽງ   ວິນຍານບໍ່ທ່ຽງ ດັ່ງນີ້,    ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທັງຫ້າເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້    ອານົນທ໌ ! ນີ້ເອີ້ນວ່າ:  ອະນິດຈະສັນຍາ.                                                                         2. ອານົນທ໌ ! ອະນັຕຕະສັນຍາເປັນຢ່າງໃດໜໍ ?  ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດ

ຕະຖາຄົດວິຫານ(ອານາປານະສະຕິ)

Image
  ພິກຂຸທັງຫລາຍ! ທຳຢ່າງໜຶ່ງອັນບຸກຄົນຈະເລີນແລ້ວເຮັດໃຫ້ຫລາຍແລ້ວຍ່ອມເປັນໄປເພື່ອຄວາມເບື່ອໜ້າຍໂດຍສ່ວນດຽວ ເພື່ອຄາຍກຳໜັດ ເພື່ອຄວາມດັບ ເພື່ອຄວາມສະງົບ ເພື່ອຄວາມຮູ້ຍີ່ງ ເພື່ອຄວາມຕຣັດສະຮູ້ ເພື່ອນິພານ. ທຳຢ່າງໜຶ່ງຄືອັນໃດ? ຄື "ອານາປານະສະຕິ" ພິກຂຸທັງຫລາຍ! ເມື່ອຜູ້ໃດຈະກ່າວໃຫ້ຖືກຕາມທຳວ່າເປັນ ອະຣິຍະວິຫານກໍດີ ວ່າເປັນພົມມະວິຫານກໍດີ ວ່າເປັນຕະຖາຄົດວິຫານກໍດີ ທ່ານຈົ່ງກ່າວ "ອານາປານະສະຕິ" ນີ້ແລ ວ່າເປັນ ອະຣິຍະວິຫານ ວ່າເປັນພົມມະວິຫານ ວ່າເປັນຕະຖາຄົດວິຫານ.

ຜູ້ເຂົາໄປຫາເປັນຜູ້ບໍ່ຫລຸດພົ້ນ, ຜູ້ບໍ່ເຂົ້າໄປຫາເປັນຜູ້ຫຼຸດພົ້ນ(ຣາຄະ)

Image
 ພິກຂຸທັງຫລາຍ! ຜູ້ເຂົ້າໄປຫາເປັນຜູ້ບໍ່ຫລຸດພົ້ນ. ຜູ້ບໍ່ເຂົ້າໄປຫາເປັນຜູ້ຫຼຸດພົ້ນ. ພິກຂຸທັງຫລາຍ! ວີນຍານເຊີ່ງຖືເອົາຮູບ ຕັ້ງຢູ່ ກໍຕັ້ງຢູ່ໄດ້  ເປັນວີນຍານທີ່ມີຮູບເປັນອາລົມ ມີຮູບເປັນທີ່ຕັ້ງອາໃສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມ ໄພບູນໄດ້ ພິກຂຸທັງຫລາຍ! ວີນຍານເຊີ່ງຖືເອົາເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້  ເປັນວີນຍານທີ່ມີເວທະນາເປັນອາລົມ ມີເວທະນາເປັນທີ່ຕັ້ງອາໃສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມ ໄພບູນໄດ້ ພິກຂຸທັງຫລາຍ! ວີນຍານເຊີ່ງຖືເອົາສັນຍາ ຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວີນຍານທີ່ມີສັນຍາເປັນອາລົມ  ມີສັນຍາເປັນທີ່ຕັ້ງອາໃສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມ ໄພບູນໄດ້ ພິກຂຸທັງຫລາຍ! ວີນຍານເຊີ່ງຖືເອົາສັງຂານ ຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວີນຍານທີ່ມີສັງຂານເປັນອາລົມ  ມີສັງຂານເປັນທີ່ຕັ້ງອາໃສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖີງຄວາມຈະເລີນງອກງາມ ໄພບູນໄດ້ ພິກຂຸທັງຫລາຍ! ຜູ້ໃດທີ່ກ່າວຢ່າງນີ້ວ່າ "ເຮົາຈະບັນຢັດ ການມາ ການໄປ ການຈຸຕິ ການອຸບັດ ຄວາມຈະເລີນ ຄວາມງອກງາມ ແລະ ຄວາມໄພບູນຂອງວີນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະ ເວັ້ນຈາກສັງຂານ" ດັ່ງນີ້. ບໍ່ແມ່ນຖານະທີ່ຈະມີໄດ້

ອານາປານະສະຕິສະມາທິ(ຈິດຫຼຸດພົ້ນ)

Image
🧘🏼‍♂️“ຈິດຫລຸດພົ້ນຈາກອາສະວະ ເມື່ອເຮົາຢູ່ດ້ວຍວິຫານລະທຳນີ້ເປັນອັນຫລາຍ ກາຍກໍ່ບໍ່ລຳບາກ ຕາກໍ່ບໍ່ລຳບາກ ແລະ ຈິດຂອງເຮົາກໍ່ຫລຸດພົ້ນຈາກອາສະວະທັງຫລາຍ ເພາະບໍ່ຖືຫມັ້ນດ້ວຍ ອຸປາທານ “ອານາປານະສະຕິສະມາທິ“ ນັ້ນແຫລະ ອັນພິຂຸນັ້ນພືງເຮັດໄວ້ໃນໃຈໃຫ້ເປັນຢ່າງດີ.🧘🏼‍♂️ ບາລີ ພຣະໄຕປີດົກ ຫມວດທຳ ເຫລັ້ມທີ່ ໖ ຫນ້າທີ່ ໖໐

ສັກແຕ່ວ່າ

Image
 ພາຫິຍະ!  ເມື່ອໃດທ່ານເຫັນຮູບແລ້ວ ສັກວ່າ ເຫັນ 👀 ໄດ້ຟັງສຽງແລ້ວ ກໍສັກວ່າ ຟັງ👂🏻 ໄດ້ດົມກີ່ນແລ້ວ ກໍສັກວ່າ ດົມ👃🏼 ໄດ້ລີ້ມລົດແລ້ວ ກໍສັກວ່າ ລີ້ມ👅 ໄດ້ສຳຜັດທາງຜີວກາຍແລ້ວ ກໍສັກວ່າ ສັມຜັດ 🧠 ໄດ້ຮູ້ແຈ້ງທຳມາລົມ ກໍສັກວ່າ ໄດ້ຮູ້ແຈ້ງແລ້ວ 💙 ເມື່ອນັ້ນ ທ່ານຈະບໍ່ມີ ເມື່ອໃດທ່ານບໍ່ມີ ເມື່ອນັ້ນທ່ານກໍບໍ່ປະກົດໃນໂລກນີ້, ບໍ່ປະກົດໃນໂລກອື່ນ, ບໍ່ປະກົດໃນໂລກທັງສອງ, ນັ້ນແຫຼະ ຄືທີ່ສຸດແຫ່ງທຸກ.

ກິເລດເຄື່ອງນຳໄປສູ່ພົບ​

Image
  ກິເລດເຄື່ອງນຳໄປສູ່ພົບ​ ​ທ່ານ​ພ​ຣະ​ຣາ​ທະ ໄດ້​ທູນ​ຖາມ​ພ​ຣະ​ຜູ້​ມີ​ພ​ຣະ​ພາກວ່າ:  ຂ້າ​ແຕ່​ພ​ຣະ​ອົງ​ຜູ້​ຈະ​ເລີນ ! ທີ່​ເອີ້​ນວ່າ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ​ດັ່ງ​ນີ້  ຂ້າ​ແຕ່​ພ​ຣະ​ອົງ​ຜູ້​ຈະ​ເລີນ ! ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ​ເປັນ​ຢ່າງ​ໃດ? ຄວາມ​ດັບ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ​ເປັນ​ຢ່າງ​ໃດ?   ຣາ​ຄ​ະ ! ຄວາມ​ພໍ​ໃຈ ຄວາມ​ກຳ​ໜັດ ຄວາມ​ເພີນ ຄວາມ​ຢາກ ຄວາມ​ເຂົ້າ​ເຖິງ ​ຄວາມ​ຢຶດ​ໝັ້ນ​  ອັນ​ເປັນ​ທີ່​ຕັ້ງ ເປັນ​ທີ່​ຢຶດ​ໝັ້ນ ເປັນ​ອະ​ນຸ​ໄສ​ແຫ່ງ​ຈິດ​ໃນ​ຮູບ ນີ້​ເຮົາ​ກວ່າ​ວ່າ ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ. ເພາະ​ຄວາມ​ດັບ​ແຫ່ງ​ກິ​ເລດ​ເຫຼົ່າ​ນັ້ນ ເຮົາ​ກວ່າ​ວ່າ ເປັນ​ທັມ​ທີ່​ດັບ​ສະ​ໜິດ ແຫ່ງ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ. ຄວາມ​ພໍ​ໃຈ ຄວາມ​ກຳ​ນັ​ດ ຄວາມ​ເພີນ ຄວາມ​ຢາກ ຄວາມ​ເຂົ້າ​ເຖິງ ຄວາມ​ຢຶດ​ໝັ້ນ  ອັນ​ເປັນ​ທີ່​ຕັ້ງ​ໝັ້ນ ເປັນ​ທີ່​ຢຶດ​ໝັ້ນ ເປັນ​ອະ​ນຸ​ໄສ ​ແຫ່ງ​ຈິດ​ໃນເວ​ທະ​ນາ ໃນ​ສັນ​ຍານ ໃນ​ສັງ​ຂານທັງ​ຫຼາຍ ໃນ​ວິນ​ຍານ ນີ້​ເຮົາ​ກວ່າ​ວ່າ ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ. ເພາະ​ຄວາມ​ດັບ​ສະ​ໜິດ​ແຫ່ງ​ກິ​ເລດ​ເຫຼົ່າ​ນັ້ນ ເຮົາ​ກ່າວ ​ວ່າ ເປັນ​ທັມ​ທີ່​ດັບ​ສະ​ໜິດ​ແຫ່ງ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ. --------------------

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

Image
 ພິກຂຸ​ທັງ​ຫຼາຍ! ເຮົາ​ຈັກ​ສະແດງສ​ະລາຍະ​ຕະນະ​ວິ​ພັງແກ່​ທ່ານທັງ​ຫຼາຍ ​ທ່ານ​ທັງ​ຫຼາຍ​ຈົ່ງ​ຟັງສ​ະລາຍະ​ຕະນະ​ວິ​ພັງນັ້ນ ຈົ່ງ​ໃສ່​ໃຈ​ໃຫ້​ດີ ເຮົາ​ຈັກ​ກ່າວ.   ພິກຂຸ​ທັງ​ຫຼາຍ! ທ່ານ​ທັງ​ຫຼາຍ​ພຶງ​ຮູ້​ອາຍະ​ຕະ​ນະ​ພາຍ​ໃນ 6 ອາຍະ​ຕະ​ນະ​ພາຍນອກ 6 ວິນ​ຍານ 6 ຜັດ​ສະ 6 ມະ​ໂນ​ປະວິ​ຈານ 18 ສັດ​ຕະ​ບົດ 36 ໃນ​ທຳ​ເຫຼົ່າ​ນັ້ນ ​ທ່ານ​ທັງ​ຫຼາຍ​ອາໄສ​ທຳ​ນີ້​ແລ້ວ ຈົ່ງ​ລະ​ທຳ​ນີ້​ເສຍ ແລະ​ ພຶງ​ຮູ້​ສະຕິ​ປັດ​ຖານ 3 ທີ່​ພຣະ​ອ​ະຣິ​ຍະ​ເສບ ຊຶ່ງ​ເມື່ອ​ເສບ​ຢູ່​ຊື່​ວ່າ ເປັນ​ຜູ້​ສອນຄວນ​ເພື່ອ​ສັ່ງ​ສອນ​ໝູ່ ອັນ​ເຮົາເອີ້ນວ່າ​ເປັນ​ສາຣະຖີ​ຜູ້​ສາມາດ​ຝຶກ​ບຸ​ຣຸດ​ທີ່​ຄວນ​ຝຶກ​ໄດ້​ຢ່າງ​ຢອດ​ຢ້ຽມ​ກວ່າ​ອາຈານ​ຜູ້​ຝຶກ​ທັງ​ຫຼາຍ ນີ້​ເປັນ​ອຸດ​ເທດ​ແຫ່ງສ​ະລາຍະ​ຕະນະ​ວິ​ພັງ. 1. ມ​ະໂນ​ປະວິ​ຈານ ແປ​ວ່າ ຄວາມ​ພິຈາລະນາ​ທາງ​ໃຈ, ໃຈ​ທີ່​ພິຈາລະນາ​ຢ່າງ​ທົ່ວ​ເຖິງ. 2. ສັດ​ຕ​​ະບົດ ແປ​ວ່າ ທາງ​ໄປ​ຂອງ​ສັດ. ຄຳ​ທີ່​ເຮົາ​​ກ່າວແລ້ວ​ວ່າ ພຶງ​ຮູ້​ອາຍະ​ຕະ​ນະ​ພາຍ​ໃນ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື:    ອາຍະ​ຕະ​ນະ​​ຄື​ ຕາ   ອາຍະ​ຕະ​ນະ​ຄື ​ຫູ     ອາຍະ​ຕະນະ​ຄື​ ດັງ   ອາຍະ​ຕະ​ນະ​ຄື​ ລິ້ນ   ອາຍະ​ຕະ​ນະ​ຄື ​ກາຍ   ອາຍະ​ຕະ​ນະ​ຄື​ ໃຈ ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ອາຍ​ະຕ​ະນະ​ພາຍ​ໃນ 6 ດ