ຫລັກທັມທີ່ເປັນເຄື່ອງກວດສອບ ”ສັດຕະບຸຣຸດ ແລະ ອະສັດຕະບຸຣຸດ”

ດູກ່ອນພິກຂຸທັງຫລາຍ ! ເຮົາຈັກສະແດງອະສັດຕະບຸຣຸດ ແລະ ອະສັດຕະບຸຣຸດທີ່ຍິ່ງກວ່າອະສັດຕະບຸຣຸດແກ່ທ່ານທັງຫລາຍ ຈັກສະແດງສັດຕະບຸຣຸດ ແລະ ສັດຕະບຸຣຸດຜູ້ຍິ່ງກວ່າສັດຕະບຸຣຸດແກ່ທ່ານທັງຫລາຍ ທ່ານທັງຫລາຍຈົ່ງຟັງເລື່ອງນັ້ນ.

ດູກ່ອນພິກຂຸທັງຫລາຍ ອະສັດຕະບຸຣຸດເປັນແນວໃດ?

ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ, ມີຄວາມຄິດຜິດ, ມີການເຈລະຈາຜິດ, ທຳການງານຜິດ, ລ້ຽງຊີບຜິດ, ພະຍາຍາມຜິດ, ລະນຶກຜິດ, ຕັ້ງໃຈຜິດ ບຸກຄົນນີ້ເອີ້ນວ່າ ອະສັດຕະບຸຣຸດ(ຄົນບໍ່ດີ).

ດູກ່ອນພິກຂຸທັງຫລາຍ ອະສັດຕະບຸຣຸດຍິ່ງກວ່າອະສັດຕະບຸຣຸດເປັນແນວໃດ?

ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ, ມີຄວາມຄິດຜິດ, ມີການເຈລະຈາຜິດ, ທຳການງານຜິດ, ລ້ຽງຊີບຜິດ, ພະຍາຍາມຜິດ, ລະນຶກຜິດ, ຕັ້ງໃຈຜິດ ຮູ້ຜິດ ພົ້ນຜິດ (ຫລຸດພົ້ນແບບຜິດໆ) ບຸກຄົນນີ້ເອີ້ນວ່າ ອະສັດຕະບຸຣຸດຍິ່ງກວ່າອະສັດຕະບຸດ.

ດູກ່ອນພິກຂຸທັງຫລາຍ ສັດຕະບຸຣຸດເປັນແນວໃດ?

ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຖືກຕ້ອງ, ມີຄວາມຄິດຖືກຕ້ອງ, ເຈລະຈາຖືກຕ້ອງ, ທຳການງານຖືກຕ້ອງ, ລ້ຽງຊີບຖືກຕ້ອງ, ພະຍາຍາມຖືກຕ້ອງ, ລະນຶກຖືກຕ້ອງ, ຕັ້ງໃຈຖືກຕ້ອງ ບຸກຄົນນີ້ເອີ້ນວ່າ ສັດຕະບຸຣຸດ(ຄົນດີ).

ດູກ່ອນພິກຂຸທັງຫລາຍ ສັດຕະບຸຣຸດຍິ່ງກວ່າສັດຕະບຸຣຸດເປັນແນວໃດ?

ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຖືກຕ້ອງ, ມີຄວາມຄິດຖືກຕ້ອງ, ເຈລະຈາຖືກຕ້ອງ, ທຳການງານຖືກຕ້ອງ, ລ້ຽງຊີບຖືກຕ້ອງ, ພະຍາຍາມຖືກຕ້ອງ, ລະນຶກຖືກຕ້ອງ, ຕັ້ງໃຈຖືກຕ້ອງ ຮູ້ຖືກຕ້ອງ ພົ້ນຖືກຕ້ອງ(ຫລຸດພົ້ນໂດຍຖືກຕ້ອງ) ນີ້ເອີ້ນວ່າ ສັດຕະບຸຣຸດຍິ່ງກວ່າສັດຕະບຸຣຸດ.

............................................................

ພຸທທະວະຈະນະ ເຫລັ້ມທີ 19 ອັປປຸຣິສະສູຕຣທີ2 ໜ້າທີ 45

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ