Posts

Showing posts from January 2, 2022

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

Image
 ພິກຂຸ​ທັງ​ຫຼາຍ! ເຮົາ​ຈັກ​ສະແດງສ​ະລາຍະ​ຕະນະ​ວິ​ພັງແກ່​ທ່ານທັງ​ຫຼາຍ ​ທ່ານ​ທັງ​ຫຼາຍ​ຈົ່ງ​ຟັງສ​ະລາຍະ​ຕະນະ​ວິ​ພັງນັ້ນ ຈົ່ງ​ໃສ່​ໃຈ​ໃຫ້​ດີ ເຮົາ​ຈັກ​ກ່າວ.   ພິກຂຸ​ທັງ​ຫຼາຍ! ທ່ານ​ທັງ​ຫຼາຍ​ພຶງ​ຮູ້​ອາຍະ​ຕະ​ນະ​ພາຍ​ໃນ 6 ອາຍະ​ຕະ​ນະ​ພາຍນອກ 6 ວິນ​ຍານ 6 ຜັດ​ສະ 6 ມະ​ໂນ​ປະວິ​ຈານ 18 ສັດ​ຕະ​ບົດ 36 ໃນ​ທຳ​ເຫຼົ່າ​ນັ້ນ ​ທ່ານ​ທັງ​ຫຼາຍ​ອາໄສ​ທຳ​ນີ້​ແລ້ວ ຈົ່ງ​ລະ​ທຳ​ນີ້​ເສຍ ແລະ​ ພຶງ​ຮູ້​ສະຕິ​ປັດ​ຖານ 3 ທີ່​ພຣະ​ອ​ະຣິ​ຍະ​ເສບ ຊຶ່ງ​ເມື່ອ​ເສບ​ຢູ່​ຊື່​ວ່າ ເປັນ​ຜູ້​ສອນຄວນ​ເພື່ອ​ສັ່ງ​ສອນ​ໝູ່ ອັນ​ເຮົາເອີ້ນວ່າ​ເປັນ​ສາຣະຖີ​ຜູ້​ສາມາດ​ຝຶກ​ບຸ​ຣຸດ​ທີ່​ຄວນ​ຝຶກ​ໄດ້​ຢ່າງ​ຢອດ​ຢ້ຽມ​ກວ່າ​ອາຈານ​ຜູ້​ຝຶກ​ທັງ​ຫຼາຍ ນີ້​ເປັນ​ອຸດ​ເທດ​ແຫ່ງສ​ະລາຍະ​ຕະນະ​ວິ​ພັງ. 1. ມ​ະໂນ​ປະວິ​ຈານ ແປ​ວ່າ ຄວາມ​ພິຈາລະນາ​ທາງ​ໃຈ, ໃຈ​ທີ່​ພິຈາລະນາ​ຢ່າງ​ທົ່ວ​ເຖິງ. 2. ສັດ​ຕ​​ະບົດ ແປ​ວ່າ ທາງ​ໄປ​ຂອງ​ສັດ. ຄຳ​ທີ່​ເຮົາ​​ກ່າວແລ້ວ​ວ່າ ພຶງ​ຮູ້​ອາຍະ​ຕະ​ນະ​ພາຍ​ໃນ 6 ດັ່ງ​ນີ້​ນັ້ນ ເຮົາ​ອາໃສ​ຫຍັງ​ກ່າວ ຄື:    ອາຍະ​ຕະ​ນະ​​ຄື​ ຕາ   ອາຍະ​ຕະ​ນະ​ຄື ​ຫູ     ອາຍະ​ຕະນະ​ຄື​ ດັງ   ອາຍະ​ຕະ​ນະ​ຄື​ ລິ້ນ   ອາຍະ​ຕະ​ນະ​ຄື ​ກາຍ   ອາຍະ​ຕະ​ນະ​ຄື​ ໃຈ ຄຳ​ທີ່​ເຮົາ​ກ່າວ​ແລ້ວ​ວ່າ ພຶງ​ຮູ້​ອາຍ​ະຕ​ະນະ​ພາຍ​ໃນ 6 ດ