ເທວະທູດ 5 ຈຳພວກ

ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບານ(ນິຣະຍະປາລາ) ຈະຈັບສັດຕະນັ້ນທີ່ສ່ວນຕ່າງໆຂອງແຂນໄປສະແດງແກ່ພຣະຍາຍົມ(ຍະມັສສະ) ວ່າ:

 ຂ້າແຕ່ພຣະອົງຄ໌! ບຸຣຸດນີ້ ບໍ່ປະຕິບັດຊອບໃນມານດາ ບໍ່ປະຕິບັດຊອບໃນບິດາ ບໍ່ປະຕິບັດຊອບໃນສະມະນະ ບໍ່ປະຕິບັດຊອບໃນພຣາມ ບໍ່ອ່ອນນ້ອມຕໍ່ຜູ້ໃຫຍ່ໃນສະກຸນ ຂໍພຣະອົງຄ໌ຈົ່ງລົງອາດຍາແກ່ບຸຣຸດນີ້ເຖີດ.

 ພິກຂຸທັງຫລາຍ! ພຣະຍາຍົມຈະປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິງເທວະທູດທີ 1 ກັບສັດຕະນັ້ນວ່າ:

 ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູດທີ 1 ປາກົດຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນເດັກແດງໆຍັງອ່ອນນອນຫງາຍເປື້ອນມູດຄູດຂອງຕົນຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:

 ແມ່ນແຕ່ເຮົາກໍມີຄວາມເກີດເປັນທັມມະດາ ບໍ່ລ່ວງພົ້ນຄວາມເກີດໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ(ຄິດໄດ້) ຂ້ານ້ອຍ ມົວປະມາດເສຍ ຂ້ານ້ອຍ!

 ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບານຈັກລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິດອະມາດກະທຳໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດກະທຳໃຫ້ທ່ານ ບໍ່ແມ່ນສະມະນະ ຫລື ພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ "ຕົວທ່ານເອງກະທຳເຂົ້າໄວ້" ທ່ານເທົ່ານັ້ນຈັກສະເຫວີຍວິບາກຂອງບາບກັມນີ້.

 ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູດທີ 1 ກັບສັດຕະນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູດທີ 2 ວ່າ:

 ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູດທີ 1 ປາກົດຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຍິງ ຫລື ຊາຍທີ່ມີອາຍຸ 80 ປີ, 90 ປີ ຫລື 100 ປີ ນັບແຕ່ກຳເນີດ ເປັນຄົນແກ່ ຊີກໂຄງຄົດ ຫລັງງໍ ຖືໄມ້ເທົ້າ ງົກເງິ່ນ ເດີນໄປກະສັບກະສ່າຍ ລ່ວງໄວໜຸ່ມສາວ ແຂ້ວຫລ່ອນ ຜົມຫງອກ  ໜັງຫູ່ ຫົວລ້ານ ໜັງຫ່ຽວ ໂຕຕົກກະຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູລຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:

 ແມ່ນແຕ່ເຮົາກໍມີຄວາມແກ່ເປັນທັມມະດາ ບໍ່ລ່ວງພົ້ນຄວາມແກ່ໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາດເສຍ ຂ້ານ້ອຍ!

 ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບານຈັກລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິດອະມາດກະທຳໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດກະທຳໃຫ້ທ່ານ ບໍ່ແມ່ນສະມະນະ ຫລື ພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ "ຕົວທ່ານເອງກະທຳເຂົ້າໄວ້" ທ່ານເທົ່ານັ້ນຈັກສະເຫວີຍວິບາກຂອງບາບກັມນີ້.

 ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູດທີ 2 ກັບສັດຕະນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູດທີ 3 ວ່າ:

 ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູດທີ 3 ປາກົດຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຍິງ ຫລືຊາຍຜູ້ປ່ວຍໄຂ້ ໄດ້ຮັບທຸກຂະເວທະນາ ເປັນໄຂ້ໜັກ ນອນເປື້ອນມູດຄູດຂອງຕົນ ມີຜູ້ອື່ນຄອຍພະຍຸງລຸກ ພະຍຸງເດີນ ຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:

 ແມ່ນແຕ່ເຮົາກໍມີຄວາມເຈັບໄຂ້ເປັນທັມມະດາ ບໍ່ລ່ວງພົ້ນຄວາມເຈັບໄຂ້ໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາດເສຍ ຂ້ານ້ອຍ!

 ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບານຈັກລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິດອະມາດກະທຳໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດກະທຳໃຫ້ທ່ານ ບໍ່ແມ່ນສະມະນະ ຫລື ພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ "ຕົວທ່ານເອງກະທຳເຂົ້າໄວ້"  ທ່ານເທົ່ານັ້ນຈັກສະເຫວີຍວິບາກຂອງບາບກັມນີ້.

 ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູດທີ 3 ກັບສັດຕະນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູດທີ 4 ວ່າ:

 ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູດທີ 4 ປາກົດຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!

 ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຣາຊາທັງຫລາຍໃນໝູ່ມະນຸດຈັບໂຈນ ຜູ້ປະພຶດຜິດມາແລ້ວ ສັ່ງລົງໂທດຕ່າງຊະນິດແດ່ ຫລື ຄື:

 ຕີດ້ວຍແສ້ແດ່,

 ຕີດ້ວຍຫວາຍແດ່,

 ຕີດ້ວຍກະບອງສັ້ນແດ່,

 ມັດມືແດ່,

 ມັດຕີນແດ່,

 ມັດທັງມືທັງຕີນແດ່,

 ຕັດຫູແດ່,

 ຕັດດັງແດ່,

 ຕັດທັງຫູທັງດັງແດ່,

 ລົງໂທດດ້ວຍວິທີ ໝໍ້ຄ້ຽວນ້ຳມັນແດ່,

 ລົງໂທດດ້ວຍວິທີ ຂອດສັງຂ໌ແດ່,

 ລົງໂທດດ້ວຍວິທີ ປາກຣາຫູແດ່,

 ລົງໂທດດ້ວຍວິທີ ມາໄລໄຟແດ່,

 ລົງໂທດດ້ວຍວິທີ ຄົບມືແດ່,

 ລົງໂທດດ້ວຍວິທີ ລິ້ວສ່າຍແດ່,

 ລົງໂທດດ້ວຍວິທີ ນຸ່ງເປືອກໄມ້ແດ່,

 ລົງໂທດດ້ວຍວິທີ ຢືນກວາງແດ່,

 ລົງໂທດດ້ວຍວິທີ ກ່ຽວເຫຍື່ອເບັດແດ່,

 ລົງໂທດດ້ວຍວິທີ ຫລຽນກະຫາປະນະແດ່,

 ລົງໂທດດ້ວຍວິທີ ແປງແສບແດ່,

 ລົງໂທດດ້ວຍວິທີ ກາງວຽນແດ່,

 ລົງໂທດດ້ວຍວິທີ ຕັ່ງຟາງແດ່,

 ລາດດ້ວຍນ້ຳມັນຮ້ອນໆແດ່,

 ໃຫ້ໝາກັດ-ຊິດແດ່,

 ໃຫ້ນອນຫງາຍເທິງຫລາວທັງເປັນໆແດ່,

 ຕັດຫົວດ້ວຍດາບແດ່,

 ສັດຕະນັ້ນທູນຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!

 ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:

 ໂຮ! ເປັນອັນວ່າ ສັດຕະທີ່ກະທຳກັມຊົ່ວໄວ້ນັ້ນ ຍ່ອມຖືກລົງໂທດຕ່າງຊະນິດເຫັນປານນີ້ໃນປັດຈຸບັນ ຈະກ່າວຫຍັງເຖິງຊາດໜ້າໜໍ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາດເສຍ ຂ້ານ້ອຍ!

 ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບາລຈັກລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິດອະມາດກະທຳໃຫ້ທ່ານ ບໍ່ແມ່ນຍາຕສາຍໂລຫິຕກະທຳໃຫ້ທ່ານ ບໍ່ແມ່ນສະມະນະ ຫລື ພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສະເຫວີຍວິບາກຂອງບາບກັມນີ້.

 ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ 4 ກັບສັຕນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈໄຕ່ຖາມເຖິງເທວະທູຕທີ 5 ວ່າ:

 ດູກ່ອນທ່ານ! ທ່ານບໍ່ໄດ້ເຫັນເທວະທູດທີ 5 ປາກົຕຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ເຫັນເລີຍ ຂ້ານ້ອຍ!

ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ເຫັນຍິງ ຫລືຊາຍທີ່ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ຂຶ້ນພອງ ຂຽວຊ້ຳ ມີນ້ຳເຫລືອງໄຫລຢູ່ໃນໝູ່ມະນຸດ ຫລື?

 ສັດຕະນັ້ນທູນຢ່າງນີ້ວ່າ: ເຫັນ ຂ້ານ້ອຍ!

 ພຣະຍາຍົມຈຶ່ງຖາມຢ່າງນີ້ວ່າ: ດູກ່ອນທ່ານ ທ່ານຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມດຳຣິຢ່າງນີ້ແດ່ບໍວ່າ:

ແມ່ນແຕ່ເຮົາກໍມີຄວາມຕາຍເປັນທັມມະດາ ບໍ່ລ່ວງພົ້ນຄວາມຕາຍໄປໄດ້ ຄວນທີ່ເຮົາຈະທຳຄວາມດີທາງກາຍ ທາງວາຈາ ທາງໃຈ?

 ສັດຕະນັ້ນທູນຢ່າງນີ້ວ່າ: ຂ້ານ້ອຍບໍ່ສາມາດ ຂ້ານ້ອຍ ມົວປະມາດເສຍ ຂ້ານ້ອຍ!

 ພຣະຍາຍົມຈຶ່ງກ່າວຢ່າງນີ້ວ່າ: ດູກ່ອນທ່ານ ທ່ານບໍ່ໄດ້ກະທຳຄວາມດີທາງກາຍ ທາງວາຈາ ທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນີ້, ເຫລົ່ານາຍນິຣະຍະບານຈັກລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາກະທຳໃຫ້ທ່ານ ບໍ່ແມ່ນບິດາກະທຳໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍກະທຳໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງຍິງກະທຳໃຫ້ທ່ານ ບໍ່ແມ່ນມິດອະມາດກະທຳໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດກະທຳໃຫ້ທ່ານ ບໍ່ແມ່ນສະມະນະ ຫລື ພຣາມກະທຳໃຫ້ທ່ານ ບໍ່ແມ່ນເທວະດາກະທຳໃຫ້ທ່ານ ຕົວທ່ານເອງກະທຳເຂົ້າໄວ້ ທ່ານເທົ່ານັ້ນຈັກສະເວີຍວິບາກຂອງບາບກັມນີ້.

 ພິກຂຸທັງຫລາຍ! ພຣະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ໄຕ່ຖາມເຖິງເທວະທູດທີ 5 ກັບສັດຕະນັ້ນແລ້ວ ກໍຊົງນິ້ງຢູ່.

...........................................................

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໕໕-໒໖໔/໕໐໔-໕໒໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ