ຄວາມສຳຄັນຂອງສັນຍາ 5 ປະການ

ພິກຂຸທັງຫລາຍ ! ສັນຍາ 5 ປະການນີ້ ທີ່ບຸກຄົນຈະເຣີນແລ້ວ

ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົນຫລາຍ ມີອານິສົງຫລາຍ

ຢັ່ງລົງສູ່ອະມະຕະ ມີອະມະຕະເປັນທີ່ສຸດ;

ສັນຍາ 5 ປະການເປັນແນວໃດ? ຄື:

1. ອະນິດຈະສັນຍາ (ກຳນົດໝາຍໃນຄວາມບໍ່ທ່ຽງ),

2. ອະນັດຕະສັນຍາ (ກຳນົດໝາຍໃນຄວາມເປັນອະນັດຕາ),

3. ມະຣະນະສັນຍາ (ກຳນົດໝາຍໃນຄວາມຕາຍ),

4. ອາຫາເຣປະຕິກູລະສັນຍາ(ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ),

5. ສັບພະໂລເກອະນະພິຣະຕະສັນຍາ (ສຳຄັນວ່າບໍ່ໜ້າຍິນດີໃນໂລກທັງປວງ).

ພິກຂຸທັງຫລາຍ ! ສັນຍາ 5 ປະການນີ້ແລ

ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ

ຍ່ອມມີຜົນຫລາຍ ມີອານິສົງຫລາຍ ຢັ່ງລົງສູ່ອະມະຕະ

ມີອະມະຕະເປັນທີ່ສຸດ.

.................................................

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ

໒໒/໗໐/໖໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ