ພຣະພຸດທະເຈົ້າຊົງເຕືອນພິກຂຸທັງຫລາຍໃຫ້ເປັນຜູ້ສັງຣວມອິນຊີ

ພຣະພຸດທະເຈົ້າຊົງເຕືອນພິກຂຸທັງຫລາຍໃຫ້ເປັນຜູ້ສັງຣວມອິນຊີ,

ຮູ້ຈັກປະມານໃນການບໍຣິໂພກ, ໃຫ້ເປັນຜູ້ປາຣົບຄວາມພຽນ ແລະ ຊົງໃຫ້ຈະເຣີນໂພທິປັກຂິຍະທັມຢູ່ທຸກວັນຄືນ

ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາຢ່າງນີ້ວ່າ

ເຮົາທັງຫລາຍຈັກເປັນຜູ້ຄຸ້ມຄອງທະວານໃນອິນຊີທັງຫລາຍ,

ເປັນຜູ້ຮູ້ປະມານໃນໂພຊະນະ,

ປະກອບຄວາມພຽນເປັນເຄື່ອງຕື່ນຢູ່,

ເປັນຜູ້ເຫັນແຈ້ງໃນກຸສົນທັມທັງຫລາຍ,

ປະກອບການຈະເຣີນໂພທິປັກຂິຍະທັມທັງຫລາຍຢູ່ທຸກວັນຄືນ,

ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ແລ.

...............................................

ອັງຄຸຕຕະຣະນິກາຍ..໒໒/໖໒/໕໖

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ