ຜູ້ມີສະຕິສຳປະຊັນຍະ

ພິກຂຸທັງຫຼາຍ ! ພິກຂຸຈົ່ງເປັນຜູ້ມີສະຕິສຳປະຊັນຍະຢູ່ ເຖີດ ນີ້ເປັນອະນຸສາສະນີຂອງເຮົາແກ່ທ່ານທັງຫຼາຍ. 

ພິກຂຸທັງຫຼາຍ ! ກໍພິກຂຸເປັນຜູ້ມີສະຕິເປັນແນວໃດ? ພິກຂຸໃນທຳວິໄນນີ້ 

ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນເຜົາກິເລດ ມີສຳປະຊັນຍະ ມີສະຕິຍ່ອມກໍາຈັດອະພິດຊາ ແລະ ໂທມະນັດໃນໂລກອອກເສຍໄດ້;  ພິຈາຣະນາເຫັນເວທະນາໃນເວທະນາຢູ່..., ພິຈາຣະນາເຫັນຈິດໃນຈິດຢູ່..., 

ພິຈາຣະນາເຫັນທຳໃນທຳຢູ່ ມີຄວາມພຽນເຜົາກິເລດ ມີສຳປະຊັນຍະ ມີສະຕິ ຍ່ອມກໍາຈັດອະພິດຊາ ແລະ  ໂທມະນັດໃນໂລກອອກເສຍໄດ້.

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີສະຕິຢ່າງນີ້ແລ. 

ພິກຂຸທັງຫຼາຍ ! ກໍພິກຂຸເປັນຜູ້ມີສຳປະຊັນຍະເປັນແນວໃດ? 

ພິກຂຸໃນທຳວິໄນນີ້ ຍ່ອມກະທໍາຄວາມຮູ້ສຶກຕົວ ໃນການກ້າວໄປ, ການຖອຍກັບ, ກະທໍາຄວາມຮູ້ສຶກຕົວ ໃນການຫຼຽວ ການແລ, ກະທໍາຄວາມຮູ້ສຶກຕົວ  ໃນການຄູ້ເຂົ້າ ແລະ ຢຽດອອກ, ກະທໍາຄວາມຮູ້ສຶກຕົວ ໃນການຊົງຜ້າສັງຄາຕິ, ບາດ ແລະ ຈີວອນ, ກະທໍາ ຄວາມຮູ້ສຶກຕົວໃນການກິນ ການດື່ມ ການຄ້ຽວ ການຊີມ, ກະທໍາຄວາມຮູ້ສຶກຕົວໃນການຖ່າຍອຸດຈາຣະ ປັດສາວະ, ກະທໍາຄວາມຮູ້ສຶກຕົວໃນການເດີນ ຢືນ ນັ່ງ ນອນ ການ ຕື່ນຂຶ້ນ ການເວົ້າ ການນິ້ງ;

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີສຳປະຊັນຍະຢ່າງນີ້ແລ. ພິກຂຸຈົ່ງເປັນຜູ້ມີສະຕິ ສຳປະຊັນຍະຢູ່ເຖີດ ນີ້ເປັນ ອະນຸສາສະນີຂອງເຮົາແກ່ທ່ານທັງຫຼາຍ.

--------------------------------------


ພຸທທະພົຈນ໌ ເຫລັ້ມທີ 11 ສະຕິສູຕຣ ໜ້າທີ 395

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ