ປຽບເໝືອນເຮືອນ 2 ຫລັງ ມີປະຕູກົງກັນ

ສะໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອນສາວັດຖີ ສະໄໝນັ້ນແລ ພຣະຜູ້ມີພຣະພາກກວ່າເອີ້ນພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ!

ພິກຂຸເຫລົ່ານັ້ນທູນຮັບພຣະດຳຣັດແລ້ວ ພຣະຜູ້ມີພຣະພາກກວ່າວ່າ:

ພິກຂຸທັງຫລາຍ! ປຽບເໝືອນເຮືອນ 2 ຫລັງ ມີປະຕູກົງກັນ ບຸຣຸດຜູ້ມີຕາດີຢືນຢູ່ລະຫວ່າງກາງເຮືອນ 2 ຫລັງນັ້ນ ຍ່ອມເຫັນມະນຸດກຳລັງເຂົ້າເຮືອນແດ່ ກຳລັງອອກຈາກເຮືອນແດ່ ກຳລັງເດີນມາແດ່ ກຳລັງເດີນໄປແດ່ ສັນໃດ;

 ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ເຮົາຍ່ອມມອງເຫັນໝູ່ສັດຕະກຳລັງຈຸຕິ ກຳລັງອຸບັດ ຕ່ຳຊາມ ປະນີດ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກ ດ້ວຍທິຍພະຈັກຂຸອັນບໍຣິສຸດ ລ່ວງຈັກຂຸຂອງມະນຸດ ຍ່ອມຊາບຊັດເຊິ່ງໝູ່ສັດຕະຜູ້ເປັນໄປຕາມກັມໄດ້ວ່າ ສັດຕະເຫລົ່ານີ້ປະກອບດ້ວຍກາຍສຸຈະຣິດ ວະຈີສຸຈະຣິດ ມະໂນສຸຈະຣິດ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິດຖິ ຢຶດຖືການກະທຳດ້ວຍອຳນາດສັມມາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນກໍມີ.

ສັດຕະເຫລົ່ານີ້ປະກອບດ້ວຍກາຍສຸຈະຣິດ ວະຈີສຸຈະຣິດ ມະໂນສຸຈະຣິດ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິດຖິ ຢຶດຖືການກະທຳດ້ວຍອຳນາດສັມມາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນໝູ່ມະນຸດກໍມີ.

ສັດຕະເຫລົ່ານີ້ປະກອບດ້ວຍກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ ຕິຕຽນພຣະອະຣິຍະເຈົ້າ ເປັນມິດສາທິດຖິ ຢຶດຖືການກະທຳດ້ວຍອຳນາດມິດສາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງເປດວິໄສກໍມີ.

ສັດຕະເຫລົ່ານີ້ປະກອບດ້ວຍກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ ຕິຕຽນພຣະອະຣິຍະເຈົ້າ ເປັນມິດສາທິດຖິ ຢຶດຖືການກະທຳດ້ວຍອຳນາດມິດສາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງກຳເນີດດິຣັດສານກໍມີ.

ສັດຕະເຫລົ່ານີ້ປະກອບດ້ວຍກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ ຕິຕຽນພຣະອະຣິຍະເຈົ້າ ເປັນມິດສາທິດຖິ ຢຶດຖືການກະທຳດ້ວຍອຳນາດມິດສາທິດຖິ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກກໍມີ.

....................................................................

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໕໕-໒໖໔/໕໐໔-໕໒໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ