Posts

Showing posts from February 27, 2022

ກາຍະຄະຕາສະຕິ(ການມີສະຕິລະນຶກຮູ້ກາຍ)

Image
ພິກຂຸທັງຫລາຍ ! ອີກປະການໜຶ່ງ    ພິກຂຸເມື່ອຍ່າງຢູ່ ກໍຮູ້ດີວ່າ ເຮົາກໍາລັງຍ່າງຢູ່;   ເມື່ອຢືນຢູ່ ກໍຮູ້ດີວ່າ ເຮົາກຳລັງຢືນຢູ່;   ເມື່ອນັ່ງຢູ່ ກໍຮູ້ດີວ່າ ເຮົາກໍາລັງນັ່ງຢູ່;   ເມື່ອນອນຢູ່ ກໍຮູ້ດີວ່າ ເຮົາກໍາລັງນອນຢູ່   ຫລື ທ່ານຕັ້ງກາຍໄວ້ດ້ວຍອາການຢ່າງໃດຢ່າງໜຶ່ງ ກໍຮູ້ແຈ້ງດ້ວຍອາການຢ່າງນັ້ນໆ.  ເມື່ອພິກຂຸບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້  ຍ່ອມລະຄວາມລະນຶກ ແລະຄວາມດຳຣິອັນອາໄສເຮືອນເສຍໄດ້;  ເພາະລະຄວາມລະນຶກ ແລະຄວາມດຳຣິອັນອາໄສເຮືອນເສຍໄດ້  ຈິດກໍຕັ້ງຢູ່ດ້ວຍດີ ສະຫງົບຣະງັບຢູ່ດ້ວຍດີ  ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ.   ພິກຂຸທັງຫລາຍ ! ຢ່າງນີ້ ພິກຂຸກໍຊື່ວ່າ ຈະເຣີນກາຍະຄະຕາສະຕິ.

ຜູ້ບໍ່ມີຄວາມລະວັງ

Image
ພິກສຸ ທ. !  ພິກສຸຜູ້ບໍ່ມີຄວາມລະວັງນັ້ນ ເປັນຢ່າງໃດເລົ່າ ?    ພິກສຸ ທ. !  ພິກສຸໃນກໍລະນີນີ້    ເມື່ອເຫັນ ຮູບ ດ້ວຍ ຕາ,    ຟັງສຽງ ດ້ວຍ ຫູ,    ດົມກລິ່ນ ດ້ວຍ ດັງ,    ລິ້ມຣົດ ດ້ວຍ ລິ້ນ,    ສັມຜັດໂພຖັບພະ ດ້ວຍ ກາຍ,    ຮູ້ເເຈ້ງທັມມາຣົມ ດ້ວຍ ໃຈ;    ກໍສະຍົກຢູ່ໃນອາລົມທີ່ໜ້າຮັກ ຄຽດແຄ້ນໃນອາລົມອັນບໍ່ໜ້າຮັກ, ເປັນຜູ້ບໍ່ຕັ້ງໄວ້ຊຶ່ງກາຍຄະຕາສະຕິ, ມີຈິດດ້ອຍດ້ວຍຄຸນນະທັມ, ບໍ່ຮູ້ຕາມເປັນຈິງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນເປັນທີ່ດັບແຫ່ງບາບອະກຸສົນທີ່ເກີດແລ້ວແກ່ທ່ານນັ້ນ ໂດຍສິ້ນເຊີງ.   ພິກສຸ ທ. !  ປຣຽບເໝືອນບຸຣຸດຈັບສັດ 6 ຊະນິດ ອັນມີທີ່ຢູ່ອາໄສຕ່າງກັນມີທີ່ທ່ຽວຫາກິນຕ່າງກັນ ມາມັດຮວມກັນດ້ວຍເຊືອກອັນຫມັ້ນຄົງຄື:  ທ່ານຈັບງູ(ກາຍ)ມາມັດດ້ວຍເຊືອກໜຽວເສັ້ນໜຶ່ງ,          ຈັບອີ່ເຂ້(ຫູ),         ຈັບນົກ(ຕາ),          ຈັບໝາບ້ານ(ລິ້ນ),          ຈັບໝາຈິ້ງຈອກ(ດັງ),          ຈັບລິງ(ໃຈ),    ມາມັດດ້ວຍເຊືອກໜຽວເສັ້ນ ໜຶ່ງໆ ແລ້ວມັດທັງຫມົດເຂົ້ານຳກັນເປັນປົມດຽວໃນທ່າມກາງ  ປລ່ອຍແລ້ວ.    ພິກສຸ ທ. ! ເທື່ອນັ້ນ ສັດເຫຼົ່ານັ້ນ ທັງຫົກຊະນິດມີທີ່ອາໄສ ແລະ ທີ່ທ່ຽວຕ່າງໆກັນກໍຢື້ແຢ່ງສຸດດຶງກັນ ເພື່ອຈະໄປສູ່ທີ່ອາໄສທີ່ທ່ຽວຂອງຕົນ: ງູຈະເຂົ້າຈອມປລວກ, ອີ່ເຂ້ຈະລົງນ້ຳ, ນົກຈະ

ປູກຕົ້ນໄມ້ກໍໄດ້ບຸນ

Image
ເທວະດາທູນຖາມວ່າ: ຄົນພວກໃດມີບຸນ ຈະເຣີນໃນກາລທຸກເມື່ອທັງກາງເວັນແລະກາງຄືນ ຄົນພວກໃດຕັ້ງຢູ່ໃນທັມ ສົມບູນດ້ວຍສີລ ເປັນຜູ້ໄປສະຫວັນ? ພຣະພຸດທະເຈົ້າຊົງກວ່າຕອບວ່າ:   ຊົນເຫລົ່າໃດສ້າງອາຣາມ,    ປູກໝູ່ໄມ້,    ສ້າງຂົວຂ້າມ   ຊົນເຫລົ່າໃດໃຫ້ໂຮງນຳ້ເປັນທານ ແລະບໍ່ນ້ຳ   ທັງບ່ອນທີ່ພັກພາອາໄສ    ຊົນເຫລົ່ານັ້ນຍ່ອມມີບຸນ  ຈະເຣີນໃນກາລະທຸກເມື່ອທັງກາງເວັນ ແລະ ກາງຄືນ  ຊົນເຫລົ່ານັ້ນຕັ້ງຢູ່ໃນທັມ ສົມບູນດ້ວຍສີນ ເປັນຜູ້ໄປສະຫວັນ. ..................................................................... ບາລີ. ສະຄາຖະ. ສັງ. ໑໕/໔໔/໑໓໗-໑໓໘

ຜູ້ທີ່ມີຄວາມເຫັນຜິດ ຍ່ອມບໍ່ພົ້ນທຸກຂ໌ໄປໄດ້ເລີຍ

Image
ຫິງຫ້ອຍຍ່ອມສ່ອງແສງຢູ່ໄດ້ຊົ່ວເວລາທີ່ດວງອາທິດຍັງບໍ່ຂຶ້ນມາ ຄັນດວງອາທິດຂຶ້ນມາ ຫິງຫ້ອຍກໍໝົດແສງບໍ່ມີສະວ່າງອີກ ເດຍຣະຖີທັງຫລາຍກໍເປັນເຊັ່ນນັ້ນ ໂອກາດຢູ່ໄດ້ຊົ່ວເວລາທີ່ບຸກຄົນຜູ້ຕຣັດສະຮູ້ຊອບໄດ້ດ້ວຍຕົນເອງຍັງບໍ່ເກີດຂຶ້ນໃນໂລກ ພວກທີ່ໄດ້ແຕ່ນຶກໆເອົາ ຍ່ອມບໍຣິສຸດບໍ່ໄດ້ ແມ່ນແຕ່ສາວົກຂອງເຂົາກໍເໝືອນກັນ ຜູ້ທີ່ມີຄວາມເຫັນຜິດ ຍ່ອມບໍ່ພົ້ນທຸກຂ໌ໄປໄດ້ເລີຍ. ............................................. ອັງຄຸຕຕະຣະນິກາຍ ໒໔/໑໓໔/໑໔໖

ຄຳສອນຂອງພຣະສາສະດາຍິ່ງເປີດເຜີຍ ຍິ່ງຮຸ່ງເຮື່ອງ ປິດບັງໄວ້ບໍ່ຮຸ່ງເຮືອງ

Image
ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ;    3 ຢ່າງຄືອັນໃດ? 1. ມາຕຸຄາມປິດ ບັງໄວ້ຈິ່ງຈະງົດງາມ ເປີດເຜີຍບໍ່ງົດງາມ; 2. ມົນຂອງພຣາມ ປິດບັງໄວ້ຈຶ່ງຈະຮຸ່ງເຮືອງ ເປີດເຜີຍບໍ່ຮຸ່ງເຮືອງ; 3. ມິດສາທິດຖິ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ.  ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍໍ່ຈະເຣີນ; ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ;    3 ຢ່າງຄືອັນໃດ?  1. ດວງຈັນ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ; 2. ດວງອາທິດ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ; 3. ທັມວິໃນທີ່ພຣະຕະຖາຄົດປະກາດໄວ້ແລ້ວ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ.   ພິກຂຸທັງຫລາຍ ! ສິ່ງ 3 ຢ່າງນີ້ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ. ................................................................ ອັງຄຸຕຕະຣະນິກາຍ ໒໐/໒໗໐/໕໗໑

ຂໍ້ປະຕິບັດທີ່ສົມຄວນແກ່ຄະຣືຫັດ ອັນເປັນເຫດໃຫ້ໄດ້ຍົດ ແລະເປັນໄປເພື່ອເກີດໃນສະຫວັນ

Image
 ດູຣາຫະບໍດີ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ 4 ປະການ ຊື່ວ່າເປັນຜູ້ປະຕິບັດປະຕິປະທາທີ່ສົມຄວນແກ່ຄະຣືຫັດ  ອັນເປັນເຫດໃຫ້ໄດ້ຍົດ ແລະເປັນໄປເພື່ອເກີດໃນສະຫວັນ;  ທັມ 4 ປະການເປັນແນວໃດ? ຄື: ອະຣິຍະສາວົກໃນທັມວິນັຍນີ້    ເປັນຜູ້ບຳຣຸງພິກຂຸສົງຄ໌ດ້ວຍຈີວອນ;   ດ້ວຍອາຫານບິນທະບາດ;    ດ້ວຍເສນາສະນະ;    ດ້ວຍເພສັດບໍຣິຂານອັນເປັນປັດໄຈແກ່ຄົນໄຂ້.  ດູຣາຫະບໍດີ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຊື່ວ່າເປັນຜູ້ປະຕິບັດປະຕິປະທາທີ່ສົມຄວນແກ່ຄະຣືຫັດ ອັນເປັນເຫດໃຫ້ໄດ້ຍົດ ແລະເປັນໄປເພື່ອເກີດໃນສະຫວັນ. ............................................................ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໖໓/໖໐

ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າ ວິປັດສີ

Image
ພິກຂຸທັງຫລາຍ! ໃນທີ່ນັ້ນແລ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸທທະ ພຣະນາມວ່າ ວິປັດສີ ຊົງສູດປາຕິໂມກໃນທີ່ປະຊຸມພິກຂຸສົງຄ໌ດັ່ງນີ້: ຂັນຕິຄື ຄວາມອົດທົນເປັນຕະບະຢ່າງຍິ່ງ ພຣະພຸດທະເຈົ້າທັງຫລາຍກວ່າວ່າ:   ນິບພານເປັນທັມຢ່າງຍິ່ງ   ຜູ້ທຳຮ້າຍຜູ້ຜູ້ອື່ນ ຜູ້ບຽດບຽນຜູ້ອື່ນ  ບໍ່ຊື່ວ່າເປັນບັນພະຊິດ ບໍ່ຊື່ວ່າເປັນສະມະນະເລີຍ.  ການບໍ່ທຳບາບທັງປວງ  ການທຳກຸສົນໃຫ້ເຖິງພ້ອມ  ການທຳຈິດຂອງຕົນໃຫ້ຜ່ອງໃສ  ນີ້ເປັນຄຳສັ່ງສອນຂອງພຣະພຸດທະເຈົ້າທັງຫລາຍ.  ການບໍ່ກ່າວຮ້າຍ,  ການບໍ່ທຳຮ້າຍ,   ການສັງຣວມໃນປາຕິໂມກຂ໌,  ຄວາມເປັນຜູ້ຮູ້ປະມານໃນພັດຕາຫານ (ມັຕຕັນຍຸຕາ ຈະ ພັຕຕັສມິງ),  ການຢູ່ໃນເສນາສະນະອັນສະຫງັດ,  ການປະກອບຄວາມພຽນໃນອະທິຈິດ,  ນີ້ເປັນຄຳສັ່ງສອນຂອງພຣະພຸດທະເຈົ້າທັງຫລາຍ. .................................................................. ທີຄະນິກາຍ ມະຫາວັຄ 10/40/54