Posts

Showing posts from March 20, 2022

ບໍ່ຄວນນຶກຄິດໄປໃນທາງອະກຸສົນອັນເປັນບາບ

Image
 ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຈົ່ງຢ່ານຶກເຖິງອະກຸສົນອັນເປັນບາບ ຄື: ກາມວິຕົກ ພະຍາບາດວິຕົກ ວິຫິງສາວິຕົກ ຂໍ້ນັ້ນເພາະເຫດໃດ? ເພາະວິຕົກເຫລົ່ານີ້ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.  ພິກຂຸທັງຫລາຍ! ເມື່ອພວກເຈົ້າທັງຫລາຍຈະນຶກ ຈົ່ງນຶກວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌ ຂໍ້ນັ້ນເພາະເຫດໃດ? ເພາະວິຕົກເຫລົ່ານີ້ປະກອບດ້ວຍປະໂຫຍດ ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຄວນກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌. ............................................................. ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໑໖/໑໖໖໐

ທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າ

Image
ພິກຂຸທັງຫລາຍ ! ໃນດິຖີ 8 ຄໍ່າຂອງເດືອນ ເທວະດາຜູ້ເປັນບໍຣິວານຂອງທ້າວຈາຕຸມມະຫາຣາດຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.  ພິກຂຸທັງຫລາຍ ! ໃນດິຖີ 14 ຄໍ່າຂອງເດືອນ ພວກໂອຣົດຂອງທ້າວຈາຕຸມມະຫາຣາດ ຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.  ພິກຂຸທັງຫລາຍ ! ໃນວັນອຸໂປສົດ 15 ຄໍ່ານັ້ນ ທ້າວຈາຕຸມມະຫາຣາດຍ່ອມທ່ຽວກວດເບິ່ງໂລກນີ້ດ້ວຍຕົນເອງວ່າ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.  ພິກຂຸທັງຫລາຍ ! ຖ້າໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີນ້ອຍ ທ້າວຈາຕຸມມະຫາຣາດຍ່ອມບອກເຖິງເຫດທີ່ກ່າວ

ບຸກຄົນຂ້າຄວາມໂກດໄດ້ຍ່ອມນອນເປັນສຸກ ຂ້າຄວາມໂກດໄດ້ຍ່ອມບໍ່ເສົ້າໂສກ

Image
ສະໄໝໜຶ່ງພຣະຜູ້ມີພຣະພາກເຈົ້າປະທັບຢູ່ໃນພຣະວິຫານເວລຸວັນ ອັນເປັນທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂດພຣະນະຄອນຣາຊະຄຶ ກໍໂດຍສະໄໝນັ້ນ ນາງພຣາມມະນີຊື່ ທະນັນຊານີແຫ່ງພຣາມ...ເປັນຜູ້ເຫລື້ອມໃສຢ່າງຍິ່ງໃນພຣະພຸດທະເຈົ້າ ໃນພຣະທັມ  ແລະ ພຣະສົງຄ໌.  ຄັ້ງນັ້ນ ນາງທະນັນຊານີພຣາມມະນີກຳລັງນຳພັດຕາຫານເຂົ້າໄປໃຫ້ທ່ານພຣາມພາຣະທະວາຊະໂຄດ ກ້າວຂາພາດ ຈຶ່ງເປັ່ງອຸທານ 3 ຄັ້ງວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າ ພຣະອົງຄ໌ນັ້ນ ຯລຯ ເມື່ອນາງທະນັນຊານີພຣາມມະນີກ່າວຢ່າງນີ້ແລ້ວ ພຣາມພາຣະທະວາຊະໂຄດໄດ້ກ່າວກັບນາງທະນັນຊານີພຣາມມະນີວ່າ ເຈົ້າຍິງຊົ່ວນີ້ ບໍ່ວ່າໃນທີ່ໃດໆ ກໍກ່າວຄຸນຂອງສະມະນະໂລ້ນຢ່າງນີ້ໆ ເຈົ້າຍິງຊົ່ວ ບັດນີ້ເຮົາຈັກໄປໂຕ້ວາທະກັບພຣະສາສະດາຂອງເຈົ້ານັ້ນ.  ນາງທະນັນຊານີພຣາມມະນີກ່າວວ່າ: ພຣາມ ຂ້ອຍຍັງບໍ່ເຫັນບຸກຄົນໃດທີ່ຈະຍົກຖ້ອຍຄຳຕໍ່ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າພຣະອົງຄ໌ນັ້ນໃນໂລກ ພ້ອມທັງເທວະໂລກ ມານຣະໂລກ ພຣົມມະໂລກ ໃນໝູ່ສັດຕະພ້ອມທັງສະມະນະພຣາມ ເທວະດາ ແລະ ມະນຸດ; ຂ້າແຕ່ພຣາມ ເອົາເຖີດ ທ່ານຈະໄປກໍໄດ້ ເມື່ອໄປແລ້ວກໍຈະຮູ້ເອງ.  ລຳດັບນັ້ນ ພຣາມພາຣະທະວາຊະໂຄດໂກດຂັດໃຈ ເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ...ເມື່ອພຣາມພາຣະທະວາຊະໂຄດນັ່ງໃນທີ່ຄວນ

ມິດແທ້(ເພື່ອນທີ່ດີ) ມິດທຽມ(ເພື່ອນບໍ່ດີ)

Image
ຄະຫະບໍດີບຸດ ! ຄົນ 4 ຈຳພວກເຫຼົ່ານີ້ຄື: 1. ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ (ຄົນຫວັງແຕ່ໄດ້ຢ່າງດຽວ)  2. ຄົນດີແຕ່ເວົ້າ  3. ຄົນປະຈົບສໍພໍ  4. ຄົນຊັກຊວນໃນທາງຈິບຫາຍ   ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ.  ຄະຫະບໍດີບຸດ ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື: 1. ເປັນຄົນຄິດເອົາແຕ່ໄດ້ຝ່າຍດຽວ  2. ຍອມເສຍນ້ອຍ ແຕ່ຫວັງຢາກໄດ້ຫຼາຍ  3. ບໍ່ຮັບກະທຳກິດຂອງເພື່ອນໃນຄາວມີໄພ 4. ຄົບເພື່ອນເພາະເຫັນແກ່ປະໂຫຍດຂອງຕົນ   ຄະຫະບໍດີບຸດ ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.  ຄະຫະບໍດີບຸດ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື: 1. ເກັບເອົາຂອງທີ່ລ່ວງໄປແລ້ວມາປາໄສ  2. ອ້າງເອົາຂອງທີ່ຍັງມາບໍ່ເຖິງມາປາໄສ ໑ 3. ສົງເຄາະດ້ວຍສິ່ງທີ່ຫາປະໂຫຍດບໍ່ໄດ້ ໑ 4. ເມື່ອມີກິຈທຸຣະກໍສະແດງຄວາມຂັດຂ້ອງ ໑  ຄະຫະບໍດີບຸດ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.  ຄະຫະບໍດີບຸດ ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື: 1. ຕາມໃຈເພື່

ຢ່າປະມາດ

Image
ພິກຂຸທັງຫລາຍ! ຄວນທຳຄວາມບໍ່ປະມາດໂດຍຖານະ 4 ປະການ; 4 ປະການເປັນຢ່າງໃດ?  ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງລະກາຍທຸຈະຣິດ ຈົ່ງຈະເຣີນກາຍສຸຈະຣິດ ແລະ ຢ່າປະມາດໃນການລະກາຍທຸຈະຣິດ ແລະ ການຈະເຣີນກາຍສຸຈະຣິດນັ້ນ.  ຈົ່ງລະວະຈີທຸຈະຣິດ ຈົ່ງຈະເຣີນວະຈີສຸຈະຣິດ ແລະ ຢ່າປະມາດໃນການລະວະຈີທຸຈະຣິດ ແລະ ການຈະເຣີນວະຈີສຸຈະຣິດນັ້ນ.  ຈົ່ງລະມະໂນທຸຈະຣິດ ຈົ່ງຈະເຣີນມະໂນສຸຈະຣິດ ແລະຢ່າປະມາດໃນການລະມະໂນທຸຈະຣິດ ແລະ ການຈະເຣີນມະໂນສຸຈະຣິດນັ້ນ.  ຈົ່ງລະມິດສາທິດຖິ ຈົ່ງຈະເຣີນສັມມາທິດຖິ ແລະ ຢ່າປະມາດໃນການລະມິດສາທິດຖິ ແລະ ການຈະເຣີນສັມມາທິດຖິນັ້ນ.  ພິກຂຸທັງຫລາຍ! ໃນການໃດແລ ພິກຂຸລະກາຍທຸຈະຣິດ ຈະເຣີນກາຍສຸຈະຣິດ, ລະວະຈີທຸຈະຣິດ ຈະເຣີນວະຈີສຸຈະຣິດ, ລະມະໂນທຸຈະຣິດ ຈະເຣີນມະໂນສຸຈະຣິດ ລະມິດສາທິດຖິ ຈະເຣີນສັມມາທິດຖິ ໃນການນັ້ນ ເຂົາຍ່ອມບໍ່ຢ້ານກົວຕໍ່ຄວາມຕາຍ ອັນຈະມີໃນພາຍໜ້າ. ................................................................... ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໑໙/໑໑໖.

ບໍ່ຄວນດ່າຕອບ

Image
 ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເວລຸວັນ ອັນເປັນທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂດພຣະນະຄອນຣາຊະຄຶ. ອັກໂກສະກະພາຣະທະວາຊະພຣາມໄດ້ຍິນມາວ່າ ພຣາມພາຣະທະວາຊະໂຄດອອກຈາກເຮືອນບວດເປັນບັນພະຊິດ ໃນສຳນັກຂອງພຣະສະມະນະໂຄດົມແລ້ວດັ່ງນີ້ ກໍໂກດ ຂັດໃຈ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຄັນແລ້ວ ກໍດ່າວ່າ ບໍຣິພາດພຣະຜູ້ມີພຣະພາກດ້ວຍວາຈາອັນຫຍາບຄາຍ ອັນບໍ່ແມ່ນວາຈາຂອງສັດຕະບຸຣຸດ ເມື່ອອັກໂກສະກະພາຣະທະວາຊະພຣາມກ່າວຢ່າງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ກວ່າກັບອັກໂກສະກະພາຣະທະວາຊະພຣາມວ່າ: ດູຣາພຣາມ ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າແນວໃດ ມິດ ອະມາດ ຍາດສາຍໂລຫິດຜູ້ເປັນແຂກຂອງທ່ານມາຫາທ່ານ ຫລື ບໍ່?  ຂ້າແຕ່ພຣະໂຄດົມ ! ມິດ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກຂອງຂ້ານ້ອນຍ່ອມມາເປັນບາງຄັ້ງຄາວ.  ດູຣາພຣາມ ! ທ່ານຈະສໍາຄັນຄວາມຂໍ້ນັ້ນວ່າແນວໃດ ທ່ານຈັດຂອງຄ້ຽວຂອງບໍຣິໂພກ ຫລື ເຄື່ອງດື່ມຕ້ອນຮັບ ມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນ ຫລື ບໍ່?  ຂ້າແຕ່ພຣະໂຄດົມ ! ຂ້ານ້ອຍຈັດຂອງຄ້ຽວຂອງບໍຣິໂພກ  ຫລື ເຄື່ອງດື່ມຕ້ອນຮັບມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນໃນບາງຄັ້ງຄາວ.  ດູຣາພຣາມ ! ຖ້າວ່າມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນບໍ່ຮັບ ຂອງຄ້ຽວ

ພຣົມມະຈັນນີ້ເຮົາປະພຶດບໍ່ແມ່ນເພື່ອຫຼອກລວງຄົນໃຫ້ນັບຖື

Image
ພິກຂຸທັງຫຼາຍ!  - ພຣົມມະຈັນນີ້ເຮົາປະພຶດບໍ່ແມ່ນເພື່ອຫຼອກລວງຄົນໃຫ້ນັບຖື  - ບໍ່ແມ່ນເພື່ອເອີ້ນຄົນມາເປັນບໍລິວານ - ບໍ່ແມ່ນເພື່ອອະນິສົງເປັນລາບສັກກາລະ ແລະ ສຽງສັນລະເສີນ  - ບໍ່ແມ່ນເພື່ອອະນິສົງເປັນເຈົ້າລັດທິ ຫຼື ຄ້ານລັດທິອື່ນໃຫ້ລົ້ມໄປ ແລະ  - ບໍ່ແມ່ນເພື່ອໃຫ້ມະຫາຊົນ ເຂົ້າໃຈວ່າ ເຮົາໄດ້ເປັນຜູ້ວິເສດຢ່າງນັ້ນຢ່າງນີ້ ກໍ່ຫາບໍ່ໄດ້  ພິກຂຸທັງຫຼາຍ! ແທ້ຈິງ ພຣົມມະຈັນນີ້ ເຮົາປະພຶດເພື່ອສັງລວມ ເພື່ອລະ ເພື່ອຄາຍກຳນັດ ເພື່ອດັບສະນິດແຫ່ງທຸກ ແລ.

ຄວາມແກ່ຊະຣາ ມີ“ຊ້ອນ” ຢູ່ໃນຄວາມໜຸ່ມສາວ

Image
ຄວາມແກ່ຊະຣາ ມີ“ຊ້ອນ” ຢູ່ໃນຄວາມໜຸ່ມສາວ ຄວາມເຈັບໄຂ້    ມີ“ຊ້ອນ”  ຢູ່ໃນຄວາມບໍ່ມີໂຣກ ຄວາມຕາຍ        ມີ”ຊ້ອນ”  ຢູ່ໃນຄວາມມີຊີວິດ. ............................................. - (ບາລີ) ອຸປຣິ ມ. ໑໔/໕໑໖/໕໒໒

ໂອກາດໃນການເກີດເປັນມະນຸດນັ້ນແສນຍາກ

Image
ພິກຂຸທັງຫຼາຍ! ຖ້າສົມມຸດວ່າມະຫາປັດຖະພີອັນໃຫຍ່ຫຼວງນີ້ ມີນ້ຳຖ້ວມເຖິງເປັນອັນດຽວກັນທັງໝົດ ມີບຸຣຸສຄົນໜຶ່ງຖິ້ມແອກ(ໄມ້ໃຜ່)ເຊິ່ງມີຮູເຈາະພຽງຮູດຽວ ລົງໄປໃນນ້ຳນັ້ນ ~ ລົມຕາເວັນອອກພັດໃຫ້ລອຍໄປທາງທິດຕາເວັນຕົກ ~ ລົມຕາເວັນຕົກພັກໃຫ້ລອຍໄປທາງທິດຕາເວັນອອກ ~ ລົມທິດເໜືອພັດໃຫ້ລອຍໄປທາງທິດໃຕ້ ~ ລົມທິດໃຕ້ພັດໃຫ້ລອຍໄປທາງທິດເໜືອ ຢູ່ດັງນີ້ ໃນນ້ຳນັ້ນ ມີເຕົ່າຕົວຫນຶ່ງ ຕາບອດ ລ່ວງໄປຮ້ອຍໆປີ ມັນຈະຜຸດຂຶ້ນມາຄັ້ງຫນຶ່ງ. ພິກຂຸທັງຫຼາຍ! ພວກເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ແນວໃດ ຈະເປັນໄປໄດ້ບໍ ທີ່ເຕົ່າຕາບອດຮ້ອຍປີ ຈຶ່ງຈະຜຸດຂຶ້ນມາຄັ້ງຫນຶ່ງ ຈະຍື່ນຄໍເຂົ້ສໄປໃນຮູເຊິງມີພຽງຮູດຽວໃນແອກ(ໄມ້ໃຜ່)ນັ້ນ "ຂໍ້ນີ້ຍາກທີ່ຈະເປັນໄປໄດ້ ພະເຈົ້າຂ້າ! ທີ່ເຕົ່າຕາບອດນັ້ນ ຮ້ອຍປີຈະຜຸດຂຶ້ນພຽງເທື່ອດຽວ ຈະຍື່ນຄໍເຂົ້າໄປໃນຮູເຊິງມີພຽງຮູດຽວໃນແອກ(ໄມ້ໃຜ່)ນັ້ນ ພິກຂຸທັງຫລາຍ! ຍາກທີ່ຈະເປັນໄປໄດ້ ເຊັ່ນດຽວກັນທີ່ໃຜໆຈະເພິງໄດ້ຄວາມເປັນມະນຸດ ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ ທີ່ຕະຖາຄົດອະຣະຫັນສັມມາສຳພຸດທະ ຈະບັງເກີດຂຶ້ນໃນໂລກ ຍາກທີຈະເປັນໄປໄດ້ ເຊັ່ນດຽວກັນ ທີ່ທັມວິໃນຕະຖາຄົດປະກາດແລ້ວຈະຮຸ່ງເຮືອງໃນໂລກ ບາລີ ສັງຍຸດຕະນິກາຍ ໑໙/໕໖໘/໑໗.

ອາຊີວົກ

Image
ອາຊີວົກຊື່ອຸປະກະໄດ້ພົບພຣະຜູ້ມີພຣະພາກສະເດັດເດີນທາງໄກ ລະຫວ່າງແມ່ນ້ຳຄະຍາ ແລະຕົ້ນໄມ້ໂພ ຄັ້ນແລ້ວໄດ້ທູນຖາມຄຳນີ້ແດ່ພຣະຜູ້ມີພຣະພາກວ່າ ດູກ່ອນອາວຸໂສ ອິນຊີຂອງທ່ານຜ່ອງໃສຫຼາຍ ຜີວພັນຂອງທ່ານບໍລິສຸດຜຸດຜ່ອງ ດູກ່ອນອາວຸໂສ ທ່ານບວດອຸທິດໃຜ? ໃຜເປັນອາຈານຂອງທ່ານ? ຫຼື ທ່ານມັກທັມມະຂອງໃຜ?.   ອຸປະກະຊີວົກຂາບທູນຖາມຢ່າງນີ້ແລ້ວ. ພຣະຜູ້ມີພຣະພາກ ໄດ້ກວ່າພຣະຄາຖາຕອບອຸປະກະຊີວົກວ່າດັ່ງນີ້:  ເຮົາເປັນຜູ້ຄອບງຳທັມທັງປວງ ຮູ້ທັມທັງປວງ ອັນຕັນຫາແລະ ທິດຖິບໍ່ອາໃສແລ້ວ ໃນທັມທັງປວງ ລະທັມເປັນໄປເພື່ອພູມສາມ(ກາມມະພົບ, ຮູບປະພົບ, ອະຮູບປະພົບ) ໄດ້ໝົດ ພົ້ນແລ້ວເພາະຄວາມສິ້ນ ໄປແຫ່ງຕັນຫາ ເຮົາຕຣັດສະຮູ້ຍິ່ງເອງແລ້ວ ຈະຫາອ້າງໃຜແດ່ ອາຈານຂອງເຮົາບໍ່ມີ ຄົນເຊັ່ນເຮົາກໍບໍ່ມີ ບຸກຄົນສະເໝີເໜືອນເຮົາກໍບໍ່ ມີໃນໂລກກັບທັງເທວະໂລກ ເພາະເຮົາເປັນພຣະອະຣະຫັນຕະໃນໂລກ ເຮົາເປັນສາສະດາ ຫາສາສະດາອື່ນຍິ່ງກວ່າບໍ່ມີ ເຮົາຜູ້ດຽວເປັນສັມມະມາ ສັມພຸດທະ ເຮົາເປັນຜູ້ເຢັນໃຈ ດັບກິເລດໄດ້ແລ້ວ ເຮົາຈະໄປເມືອງໃນ ແຄວ້ນກາສີ ເພື່ອປະກາດທັມມະຈັກໃຫ້ເປັນໄປ ເຮົາຈະຕີກອງປະກາດ ອັມມະຕະທັມໃນໂລກອັນມືດ ເພື່ອໃຫ້ສັດຕະໄດ້ມີດວງຕາເຫັນທັມ.  ອຸປະກະຊີວົກທູນຖາມວ່າ: ດູກ່ອນອາວຸໂສ ທ່ານປະຕິຍານໂດຍປະການໃດ ທ່ານເປັນຜູ້ຊະນະທີ່ສຸດບໍ່ໄດ້

ພິກຂຸທັງຫລາຍຈັກບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ

Image
ພິກຂຸທັງຫລາຍ ! ພິກຂຸທັງຫລາຍຈັກບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ ຈັກບໍ່ເພີກຖອນສິ່ງທີ່ບັນຍັດໄວ້ແລ້ວ,ຈັກສະມາທານສຶກສາໃນສິກຂາບົດທີ່ບັນຍັດໄວ້ຢ່າງເຄັ່ງຄັດຢູ່ພຽງໃດ໋, ຄວາມຈະເລີນກໍ່ເປັນສິ່ງທີ່ພິກຂຸທັງຫລາຍຫວັງໄດ້ບໍ່ມີຄວາມເສື່ອມເລີຍຢູ່ພຽງນັ້ນ. ................................................... -ມຫາ.ທີ.໑໐/໙໐/໗໐.
Image
ພິກຂຸທັງຫລາຍ ! ບຸກຄົນ ໔ ຈຳພວກນີ້ມີປາກົດຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື: ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນຈຳພວກ ໑ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ພິກຂຸທັງຫລາຍ ! ທ່ອນໄມ້ທີ່ຖິ້ມຢູ່ໃນປ່າຊ້າ ໄຟເຜົາທັງສອງຂ້າງ ທາງກາງກໍເປື້ອນຄູດ ຍ່ອມຫາປະໂຫຍດບໍ່ໄດ້ທີ່ຈະນຳມາເປັນເຄື່ອງໄມ້ໃນບ້ານ ທັງບໍ່ມີປະໂຫຍດແກ່ເຄື່ອງໄມ້ໃນປ່າສັນໃດ, ເຮົາກ່າວບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນກໍສັນນັ້ນເໝືອນກັນ. ພິກຂຸທັງຫລາຍ ! ໃນບັນດາບຸກຄົນເຫລົ່ານັ້ນ ບັນດາບຸກຄົນ ໒ ຈຳພວກນີ້ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນເປັນຜູ້ງາມກວ່າແລະປານີຕກວ່າ. ບັນດາບຸກຄົນ ໓ ຈຳພວກ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫ