ກິເລດເຄື່ອງນຳໄປສູ່ພົບ​

 

ກິເລດເຄື່ອງນຳໄປສູ່ພົບ​

​ທ່ານ​ພ​ຣະ​ຣາ​ທະ ໄດ້​ທູນ​ຖາມ​ພ​ຣະ​ຜູ້​ມີ​ພ​ຣະ​ພາກວ່າ: 

ຂ້າ​ແຕ່​ພ​ຣະ​ອົງ​ຜູ້​ຈະ​ເລີນ ! ທີ່​ເອີ້​ນວ່າ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ​ດັ່ງ​ນີ້ 

ຂ້າ​ແຕ່​ພ​ຣະ​ອົງ​ຜູ້​ຈະ​ເລີນ ! ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ​ເປັນ​ຢ່າງ​ໃດ?

ຄວາມ​ດັບ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ​ເປັນ​ຢ່າງ​ໃດ?

 ຣາ​ຄ​ະ ! ຄວາມ​ພໍ​ໃຈ ຄວາມ​ກຳ​ໜັດ ຄວາມ​ເພີນ ຄວາມ​ຢາກ ຄວາມ​ເຂົ້າ​ເຖິງ ​ຄວາມ​ຢຶດ​ໝັ້ນ​

 ອັນ​ເປັນ​ທີ່​ຕັ້ງ ເປັນ​ທີ່​ຢຶດ​ໝັ້ນ ເປັນ​ອະ​ນຸ​ໄສ​ແຫ່ງ​ຈິດ​ໃນ​ຮູບ ນີ້​ເຮົາ​ກວ່າ​ວ່າ ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ.

ເພາະ​ຄວາມ​ດັບ​ແຫ່ງ​ກິ​ເລດ​ເຫຼົ່າ​ນັ້ນ ເຮົາ​ກວ່າ​ວ່າ ເປັນ​ທັມ​ທີ່​ດັບ​ສະ​ໜິດ ແຫ່ງ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ.

ຄວາມ​ພໍ​ໃຈ ຄວາມ​ກຳ​ນັ​ດ ຄວາມ​ເພີນ ຄວາມ​ຢາກ ຄວາມ​ເຂົ້າ​ເຖິງ ຄວາມ​ຢຶດ​ໝັ້ນ  ອັນ​ເປັນ​ທີ່​ຕັ້ງ​ໝັ້ນ ເປັນ​ທີ່​ຢຶດ​ໝັ້ນ ເປັນ​ອະ​ນຸ​ໄສ ​ແຫ່ງ​ຈິດ​ໃນເວ​ທະ​ນາ ໃນ​ສັນ​ຍານ ໃນ​ສັງ​ຂານທັງ​ຫຼາຍ ໃນ​ວິນ​ຍານ ນີ້​ເຮົາ​ກວ່າ​ວ່າ ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ.

ເພາະ​ຄວາມ​ດັບ​ສະ​ໜິດ​ແຫ່ງ​ກິ​ເລດ​ເຫຼົ່າ​ນັ້ນ ເຮົາ​ກ່າວ ​ວ່າ ເປັນ​ທັມ​ທີ່​ດັບ​ສະ​ໜິດ​ແຫ່ງ​ກິ​ເລດ​ເຄື່ອງ​ນຳ​ໄປ​ສູ່​ພົບ.

-----------------------------------------------


ສັງ​ຍຸ​ຕ​ຕະ​ນິ​ກາຍ ຂັນ​ທະ​ວາ​ຣະ​ວັ​ຄ 17/19/367

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ