Posts

Showing posts from February 6, 2022

ໂຣກ 2 ຢ່າງ

Image
ພິກຂຸທັງຫລາຍ ! ໂຣກສອງຢ່າງເຫລົ່ານີ້ມີຢູ່ສອງຢ່າງອັນໃດຫນໍ ຄື:  ໂຣກທາງກາຍ ແລະ ໂຣກທາງໃຈ.  ພິກຂຸທັງຫລາຍ ! ຍ່ອມເຫັນກັນຢູ່ແລ້ວວ່າສັດຕະທັງຫລາຍ ທີ່ຍືນຍັນເຖິງຄວາມບໍ່ມີໂຣກທາງກາຍຕະຫລອດ 1 ປີແດ່ , 2 ປີແດ່ , 3 ປີແດ່ , 4 ປີແດ່ , 5 ປີແດ່ , 10 ປີແດ່ , 20 ປີແດ່ , 30 ປີແດ່ , 40 ປີແດ່ , 50 ປີແດ່  ແລະ ຍືນຍັນຄວາມບໍ່ມີໂຣກທາງກາຍແມ້ຫຼາຍກວ່າ 100 ປີແດ່ ກໍຍັງພໍມີປຣາກົດ.  ພິກຂຸທັງຫລາຍ ! ແຕ່ຫມູ່ສັດຕະ ທີ່ຈະກ້າຍືນຍັນເຖິງ ຄວາມບໍ່ມີໂຣກທາງໃຈແມ້ຊົ່ວເວລາພຽງຫນ້ອຍດຽວ ເວັ້ນແດ່ຜູ້ມີ ອາສາວະສິ້ນແລ້ວ ນັບວ່າຫາໄດ້ແສນຍາກໃນໂລກ. .............................................. - ບາລີ ຈຕກກ.ອໍ.21/191/156.

ຕັນຫາ ( 9 ອາການຈິດ )

Image
ຕັນຫາ(ຄວາມທະຍານຢາກ)  ດູຣາພິກຂຸທັງຫລາຍ! ເຮົາຈັກສະແດງທັມ (ສິ່ງ) ທີ່ມີຕັນຫາເປັນມູນ 9 ຢ່າງ, ເຈົ້າທັງຫລາຍ ຈົ່ງຟັງ ໆລໆ  ດູຣາພິກຂຸທັງຫລາຍ! ທັມທີ່ມີຕັນຫາເປັນມູນ 9 ຢ່າງ ເປັນແນວໃດຫນໍ? 9 ຢ່າງ ຄື: 1. ເພາະອາໃສ ຕັນຫາ ຈຶ່ງມີ ການສະແຫວງຫາ (ປະຣິເຍສະເນ) 2. ເພາະອາໃສ ການສະແຫວງຫາ ຈຶ່ງມີການໄດ້ (ລາໂພ) 3. ເພາະອາໃສ ການໄດ້ ຈຶ່ງມີ ຄວາມປົງໃຈຮັກ (ວິນິຈສະໂຢ) 4. ເພາະອາໃສ ຄວາມປົງໃຈຮັກ ຈຶ່ງມີ ຄວາມກໍາຫນັດດ້ວຍຄວາມພໍໃຈ (ສັນທະຣາໂຄ) 5. ເພາະອາໃສ ຄວາມກໍາຫນັດດ້ວຍຄວາມພໍໃຈ ຈຶ່ງມີ ຄວາມຫລົງໄຫລມົວເມົາ (ອັຊໂຊສານັງ) 6. ເພາະອາໃສ ຄວາມຫລົງໄຫລມົວເມົາ ຈຶ່ງມີ ຄວາມຈັບອົກຈັບໃຈ (ປະຣິກຄະໂຫ) 7. ເພາະອາໃສ ຄວາມຈັບອົກຈັບໃຈ ຈຶ່ງມີ ຄວາມຂີ້ຖີ່ (ມັຈສະຣິຍັງ) 8. ເພາະອາໃສ ຄວາມຂີ້ຖີ່ ຈຶ່ງມີ ການຫວງກັ້ນ (ອາຣັກໂຂ) 9. ເພາະອາໃສ ການຫວງກັ້ນ ຈຶ່ງມີ ເລື່ອງລາວອັນເກີດຈາກການຫວງກັ້ນ (ອາຣັກຂາທິກະຣະນັງ)  ກ່າວຄື ການໃຊ້ທ່ອນໄມ້ ການໃຊ້ອາວຸດມີຄົມ ການຜິດຖຽງ ການຍາດແຍ່ງ ການວິວາດ ການກ່າວຄໍາຫຍາບວ່າ “ມຶງ! ມຶງ!” ການເວົ້າຄໍາສໍ່ສຽດ ແລະ ການເວົ້າຕົວະທັງຫລາຍ.  ທັມອັນເປັນບາບມີອະກຸສົນເປັນອະເນກ ຍ່ອມເກີດຂຶ້ນພ້ອມ. ດູຣາພິກຂຸທັງຫລາຍ! ເຫລົ່ານີ້ແລ ຊື່ວ່າ ທັມທີ່ມີຕັນຫາເປັນມູນ 9 ຢ່າງ --------------

ເຈົ້າໂກດເຮັດຫຍັງໜໍ?

Image
ເຈົ້າໂກດເຮັດຫຍັງໜໍ?  ຄວາມຈິງ ບຸກຄົນຍ່ອມປະພຶດພຣົມມະຈັນກໍເພື່ອກຳຈັດຄວາມໂກດ  ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອນສາວັດຖີ ຄັ້ງນັ້ນແລ ທ່ານພຣະຕິດສະຜູ້ເປັນໂອຣົດພຣະເຈົ້າອາຂອງພຣະຜູ້ມີພຣະພາກ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ກຣາບອະພິວາດແລ້ວ ນັ່ງເປັນທຸກຂ໌ເສຍໃຈ ຫລັ່ງນ້ຳຕາຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ.  ລຳດັບນັ້ນ ພຣະຜູ້ມີພຣະພາກໄດ້ກວ່າຖາມທ່ານພຣະຕິດສະວ່າ:  ຕິດສະ! ເຫດໃດໜໍ ເຈົ້າຈິ່ງມານັ່ງເປັນທຸກຂ໌ເສຍໃຈ ຫລັ່ງນ້ຳຕາຢູ່?  ທ່ານພຣະຕິດສະກຣາບທູນວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸທັງຫລາຍພາກັນສຽບແທງຂ້ານ້ອຍດ້ວຍວາຈາເໝືອນດັ່ງປະຕັກ.  ຈິງຢ່າງນັ້ນ ຕິດສະ ເຈົ້າວ່າເຂົາຂ້າງດຽວ ແຕ່ເຈົ້າບໍ່ອົດທົນຕໍ່ຖ້ອຍຄຳ ຂໍ້ທີ່ເຈົ້າວ່າເຂົາຂ້າງດຽວ ບໍ່ອົດທົນຕໍ່ຖ້ອຍຄຳນັ້ນ ບໍ່ສົມຄວນແກ່ເຈົ້າຜູ້ເປັນກຸລະບຸດອອກບວດເປັນບັນພະຊິດດ້ວຍສັດທາ, ແຕ່ຂໍ້ທີ່ເຈົ້າວ່າເຂົາດ້ວຍ ອົດທົນຕໍ່ຖ້ອຍຄຳໄດ້ດ້ວຍ ນັ້ນແລ ສົມຄວນແກ່ເຈົ້າຜູ້ເປັນກຸລະບຸດອອກບວດເປັນບັນພະຊິດດ້ວຍສັດທາ.  ພຣະຜູ້ມີພຣະພາກຜູ້ສຸຄົດສາສະດາ ຄັນໄດ້ກວ່າໄວ້ຈາກພາສິດນີ້ແລ້ວ ຈິ່ງໄດ້ກວ່າຄາຖາປະພັນຕໍ່ໄປວ່າ:  ເຈົ້າໂກດເຮັດຫຍັງໜໍ ເຈົ້າຢ່າໂກດ ຕິດສະ ຄວາມບໍ່ໂກດເປັນຄວາມປະເສີດຂອງເຈົ້າ ແທ້ຈິ

ການອະນຸເຄາະ

Image
 ອະນຸເຄາະຄົນອື່ນດ້ວຍການຊັກຊວນໃຫ້ເຂົາເຂົ້າເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ  ອານົນທ໌! ພວກເຈົ້າທັງຫລາຍຄວນອະນຸເຄາະຊົນເຫລົ່າໃດ ແລະ ຊົນເຫລົ່າໃດທີ່ສຳຄັນຖ້ອຍຄຳທີ່ຄວນຟັງ ຊົນເຫລົ່ານັ້ນຈະເປັນມິດ ອະມາດ ຍາດ ຫລື ສາຍໂລຫິດກໍຕາມ ພວກເຈົ້າທັງຫລາຍຄວນຊັກຊວນໃຫ້ມາຕັ້ງໝັ້ນ ດຳຣົງຢູ່ໃນຖານະ 3 ປະການ, 3 ປະການເປັນຢ່າງໃດ? ຄື:  ຄວນຊັກຊວນໃຫ້ເຂົາມາຕັ້ງໝັ້ນດຳຣົງຢູ່ໃນຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນ ພຣະພຸດທະເຈົ້າ ວ່າ:  ເພາະເຫດຢ່າງນີ້ໆ   ພຣະຜູ້ມີພຣະພາກພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌,   ຕຣັດສະຮູ້ເອງໂດຍຊອບ,  ເຖິງພ້ອມດ້ວຍວິຊາ ແລະ ຈະຣະນະ,   ສະເດັດໄປດີແລ້ວ,   ຊົງຮູ້ແຈ້ງໂລກ,   ເປັນສາຣະຖີຝຶກບຸຣຸດທີ່ຄວນຝຶກຢ່າງບໍ່ມີຜູ້ອື່ນຍິ່ງກວ່າ,   ເປັນສາສະດາຂອງເທວະດາ ແລະ ມະນຸດທັງຫລາຍ,   ເປັນຜູ້ເບີກບານແລ້ວ,   ເປັນຜູ້ຈຳແນກທັມ ດັ່ງນີ້.  ຄວນຊັກຊວນໃຫ້ເຂົາມາຕັ້ງໝັ້ນດຳຣົງຢູ່ໃນຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນ ພຣະທັມ ວ່າ:   ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາກກວ່າໄວ້ດີແລ້ວ,   ເປັນສິ່ງທີ່ຜູ້ສຶກສາ ແລະ ປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງເປັນສິ່ງທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ບໍ່ຈໍາກັດການ,   ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ,   ເປັນສິ່ງທີ່ຄວນນ້ອມເຂົ້

ອິນຊີພາວະນາຊັ້ນເລີດ

Image
 ໃນກໍລະນີແຫ່ງຮູບ ທີ່ຮູ້ແຈ້ງດ້ວຍຈັກສຸ (ຕາ) 👀  ອານົນ ! ອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ເປັນຢ່າງໃດ ?   ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸ ເພາະເຫັນຮູບດ້ວຍຕາ  ພິກຂຸນັ້ນ ຮູ້ແຈ້ງຢ່າງນີ້ວ່າອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆເປັນສິ່ງທີ່ອາໄສເຫດປັດໃຈເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື: ອຸເປກຂາ ດັ່ງນີ້   ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່ ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປ ໄວເໝືອນການກຣະພຣິບຕາຂອງຄົນ ອຸເບກຂາ ຢັງຄົງດຳຣົງຢູ່   ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງຮູບ ທີ່ຮູ້ແຈ້ງດ້ວຍຈັກສຸ   ໃນກໍລະນີແຫ່ງສຽງ ທີ່ຮູ້ແຈ້ງດ້ວຍໂສຕະ (ຫູ) 👂  ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸ ເພາະຟັງສຽງດ້ວຍຫູ   ພ