ຮັບມືກັບຖ້ອຍຄຳ 5 ປະການ ດ້ວຍໃຈປະກອບດ້ວຍເມດຕາ

ພິກຂຸທັງຫລາຍ ! ທາງແຫ່ງຖ້ອຍຄຳທີ່ບຸກຄົນອື່ນຈະກ່າວກັບທ່ານມີຢູ່ 5 ປະການຄື:

ການກ່າວໂດຍການອັນສົມຄວນ ຫລືບໍ່ສົມຄວນ;

ກ່າວດ້ວຍເລື່ອງຈິງ ຫລືເລື່ອງບໍ່ຈິງ;

ກ່າວດ້ວຍຄຳອ່ອນຫວານ ຫລືຄຳຫຍາບຄາຍ;

ກ່າວດ້ວຍຄຳປະກອບດ້ວຍປະໂຫຍດ ຫລືບໍ່ປະກອບດ້ວຍປະໂຫຍດ;

ມີຈິດເມດຕາ ຫລືມີໂທສະໃນພາຍໃນກ່າວ;

ພິກຂຸທັງຫລາຍ ! ເມື່ອບຸກຄົນອື່ນຈະກ່າວໂດຍການອັນສົມຄວນ ຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເລື່ອງຈິງ ຫລືເລື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄຳອ່ອນຫວານ ຫລືຄຳຫຍາບຄາຍ ກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຫຍດ ຫລືບໍ່ປະກອບດ້ວຍປະໂຫຍດກໍຕາມ, ຈະມີຈິດເມດຕາ ຫລືມີໂທສະໃນພາຍໃນກ່າວ ກໍຕາມ;

ພິກຂຸທັງຫລາຍ ! ໃນຂໍ້ນັ້ນ ພວກທ່ານຈົ່ງສຶກສາຢ່າງນີ້ວ່າ ຈິດຂອງເຮົາຈັກບໍ່ປັ່ນປວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຫຍດ ເຮົາຈັກມີເມດຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ ເມດຕາໄປເຖິງບຸກຄົນນັ້ນ ເຮົາແຜ່ເມດຕາຈິດອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວນ ບໍ່ມີພະຍາບາດ ໄປທົ່ວທັງໂລກ ທຸກທິດທຸກທາງ ເຊິ່ງເປັນອາລົມຂອງຈິດນັ້ນ ດັ່ງນີ້.

ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາດ້ວຍອາການດັ່ງທີ່ກ່າວມານີ້ແລ.

..................................................................

ສູຕຕັນຕະປິດົກ ມັຊຊິມະນິກາຍ ມູລປັນນາສ ໑໒/໑໗໖/໒໖໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ