ໂຣກ 2 ຢ່າງ

ພິກຂຸທັງຫລາຍ ! ໂຣກສອງຢ່າງເຫລົ່ານີ້ມີຢູ່ສອງຢ່າງອັນໃດຫນໍ ຄື:

 ໂຣກທາງກາຍ ແລະ ໂຣກທາງໃຈ.

 ພິກຂຸທັງຫລາຍ ! ຍ່ອມເຫັນກັນຢູ່ແລ້ວວ່າສັດຕະທັງຫລາຍ ທີ່ຍືນຍັນເຖິງຄວາມບໍ່ມີໂຣກທາງກາຍຕະຫລອດ 1 ປີແດ່ , 2 ປີແດ່ , 3 ປີແດ່ , 4 ປີແດ່ , 5 ປີແດ່ , 10 ປີແດ່ , 20 ປີແດ່ , 30 ປີແດ່ , 40 ປີແດ່ , 50 ປີແດ່  ແລະ ຍືນຍັນຄວາມບໍ່ມີໂຣກທາງກາຍແມ້ຫຼາຍກວ່າ 100 ປີແດ່ ກໍຍັງພໍມີປຣາກົດ.

 ພິກຂຸທັງຫລາຍ ! ແຕ່ຫມູ່ສັດຕະ ທີ່ຈະກ້າຍືນຍັນເຖິງ ຄວາມບໍ່ມີໂຣກທາງໃຈແມ້ຊົ່ວເວລາພຽງຫນ້ອຍດຽວ ເວັ້ນແດ່ຜູ້ມີ ອາສາວະສິ້ນແລ້ວ ນັບວ່າຫາໄດ້ແສນຍາກໃນໂລກ.

..............................................

- ບາລີ ຈຕກກ.ອໍ.21/191/156.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ