Posts

Showing posts from January 9, 2022

ຄວນທຳຄວນພຽນ

Image
ຄວນທຳຄວາມພຽນເສຍໃນວັນນີ້ແຫລະ ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ ບຸກຄົນບໍ່ຄວນຄຳນຶງເຖິງສິ່່ງທີ່ລ່ວງໄປແລ້ວ  ບໍ່ຄວນມຸ່ງຫວັງເຖິງສິ່ງທີ່ຍັງມາບໍ່ເຖິງ ສິ່ງທີ່ເປັນອະດີດກໍຈາກໄປແລ້ວ  ສິ່ງທີ່ເປັນອະນາຄົດກໍຍັງບໍ່ມາເຖິງ ກໍບຸກຄົນໃດເຫັນແຈ້ງທັມໃນປັດຈຸບັນ  ບໍ່ງອນແງນຄອນແຄນໃນທັມນັ້ນໆ ບຸກຄົນນັ້ນຄວນຈະເຣີນທັມນັ້ນໃຫ້ແຈ່ມແຈ້ງ ຄວນທຳຄວາມພຽນເສຍໃນວັນນີ້ແຫລະ ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ ເພາະການຜັດຜ່ອນກັບມັດຈຸຣາດຜູ້ມີເສນາໃຫຍ່ນັ້ນ ຍ່ອມບໍ່ມີແກ່ເຮົາທັງຫລາຍ ມຸນີຜູ້ສະຫງົບຍ່ອມກວ່າບຸກຄົນຜູ້ມີປົກກະຕິຢູ່ດ້ວຍຄວາມພຽນ ບໍ່ກຽດຄ້ານທັງກາງເວັນ ແລະ ກາງຄືນນັ້ນແລວ່າ ຜູ້ມີຣາຕຣີໜຶ່ງຈະເຣີນ. ............................................................. ມັຊຊິມະນິກາຍ ອຸປະຣິປັນນາສກ໌ 14/265/527

ການຕາມຮູ້ເຊິ່ງຄວາມຈິງ

Image
"ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ການຕາມຮູ້ເຊິ່ງຄວາມຈິງ (ສຈຸຈານຸໂພໂທ) ມີໄດ້ ດ້ວຍການກະທຳພຽງເທົ່າໃດ? ບຸກຄົນຊື່ວ່າຕາມຮູ້ຊຶ່ງຄວາມຈິງດ້ວຍການກະທຳພຽງເທົ່າໃດ?   ຂ້າພະເຈົ້າຂໍຖາມພຣະໂຄດົມຜູ້ຈະເລີນ ເຖິງການຕາມຮູ້ຊຶ່ງຄວາມຈິງ"  ພາຣະທະວາຊະ ! ໄດ້ຍິນວ່າ ພິກຂຸໃນທຳວິໄນນີ້ ໄດ້ ເຂົ້າໄປອາໃສຢູ່ໃນບ້ານ ຫລື ໃນນິຄົມແຫ່ງໃດແຫ່ງໜຶ່ງ. ຄະຫະບໍດີ ຫລື ຄະຫະບໍດີບຸດ ໄດ້ເຂົ້າໄປໃກ້ພິກຂຸນັ້ນແລ້ວ ໄຄ່ຄວນເບິ່ງຢູ່  ໃນໃຈກ່ຽວກັບ ທັມ 3 ປະການ ຄື:    ທັມເປັນທີ່ຕັ້ງແຫ່ງ ໂລພະ(ຄວາມໂລບ)    ທັມເປັນທີ່ຕັ້ງແຫ່ງ ໂທສະ(ຄວາມໂກດ)    ທັມເປັນທີ່ຕັ້ງແຫ່ງ ໂມຫະ(ຄວາມຫຼົງ)  ເມື່ອເຂົາໄຄ່ຄວນເບິ່ງຢູ່ ເຊິ່ງພິກຂຸນັ້ນ ຍ່ອມເລັງເຫັນວ່າ ເປັນຜູ້ບໍລິສຸດຈາກທັມ ອັນເປັນທີ່ຕັ້ງ ແຫ່ງໂລພະ ຕ່ໍຈາກນັ້ນເຂົາຈະພິຈາລະນາ ໄຄ່ຄວນພິກຂຸນັ້ນ ໃຫ້ ຍິ່ງຂຶ້ນໄປໃນທັມທັງຫລາຍ ອັນເປັນທີ່ຕັ້ງແຫ່ງ ໂທສະ... ໃນທັມທັງຫລາຍອັນເປັນທີ່ຕັ້ງແຫ່ງໂມຫະ... ເມື່ອເຂົາໄຄ່ຄວນເບິ່ງຢູ່ເຊິ່ງພິກຂຸນັ້ນຍ່ອມເລັງເຫັນວ່າ ເປັນຜູ້ບໍລິສຸດຈາກທັມ ອັນເປັນທີ່ຕັ້ງແຫ່ງໂທສະ... ທັມອັນເປັນທີ່ຕັ້ງແຫ່ງໂມຫະ  ລຳດັບນັ້ນ ເຂົາ (1) ປູກຝັງ ສັດທາ ລົງໄປໃນພິກຂຸນັ້ນ ຄັນມີ ສັດທາເກີດແລ້ວ (2) ຍ່ອມເຂົ້າໄປຫາ ຄັນເຂົ້າໄປຫາແລ້ວ (3) ຍ່ອມເຂົ້າໄປນັ່ງໃກ້

ລັກສະນະຂອງບຸກຄົນຜູ້ມີສັດທາເຫລື້ອມໃສ

Image
ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການ;    3 ປະການເປັນແນວໃດ? ຄື:  1) ເປັນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ,  2) ເປັນຜູ້ໄຝ່ທີ່ຈະຟັງທັມ,  3) ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ    ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນທານ ແລະ ການແຈກຈ່າຍທານ    ຢູ່ຄອງເຮືອນ.   ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການນີ້ແລ.      ບຸກຄົນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ,       ປາຖະໜາທີ່ຈະຟັງພຣະສັດທັມ,       ກຳຈັດຄວາມຂີ້ຖີ່ອັນເປັນມົນທິນນັ້ນແລເອີ້ນວ່າ [ຜູ້ມີສັດທາ]. ........................................................................................................................  ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໔໒/໔໘໐-໔໘໑

ສິ່ງໆໜຶ່ງຊຶ່ງບຸກຄົນເພິ່ງຮູ້ແຈ້ງ

Image
“ ສິ່ງ ” ສິ່ງໆໜຶ່ງຊຶ່ງບຸຄຄົນເພິ່ງຮູ້ແຈ້ງ  ເປັນສິ່ງທີ່ບໍ່ມີປະກົດການ  ບໍ່ມີທີ່ສຸດ  ມີທາງປະຕິບັດເຂົ້າມາເຖິງໄດ້  ໂດຍຮອບນັ້ນມີຢູ່ໃນ  “ ສິ່ງ ” ນັ້ນແຫລະ, ⛰️ດິນ,  🌊ນ້ຳ , 🔥ໄຟ, 🌪️ລົມ   ບໍ່ຢັ່່ງລົງໄດ້ໃນ  “ ສິ່ງ ” ນັ້ນແຫລະ    ຄວາມຍາວ  ຄວາມສັ້ນ  ຄວາມນ້ອຍ  ຄວາມໃຫຍ່  ຄວາມງາມ  ຄວາມບໍ່ງາມ  ບໍ່ຢັ່ງລົງໄດ້ໃນ “ ສິ່ງ ” ນັ້ນແຫລະ  ນາມຮູບ ຍ່ອມດັບສະນິດບໍ່ມີເສດເຫຼືອ  ນາມຮູບດັບສະນິດໃນ  “ ສິ່ງ ” ນີ້ ເພາະການກັບສະນິດ ຂອງ ວິນຍານ ດັ່ງນີ້ແລ .........................................................................  ບາລີ  ສີ. ທີ. ໙/໒໘໙/໓໔໘-໓໕໐  

ສະມະມິທຸກລະດັບສາມາດຫຼຸດພົ້ນໄດ້

Image
 ກໍຂໍ້ທີ່ເຮົາກ່າວວ່າ ເບິ່ງກ່ອນພິກຂຸທັງຫຼາຍ ເຮົາກ່າວຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ເພາະອາໃສອາກາສານັນຈາຍະຕະນະຊານດ້ວຍ ດັ່ງນີ້ນັ້ນ ເຮົາອາໃສຫຍັງກ່າວແລ້ວ    ພິກຂຸທັງຫຼາຍ ພິກຂຸໃນທຳວິໄນນີ້ ເພາະລ່ວງຮູບປະສັນຍາໂດຍປະການທັງປວງເພາະດັບປະຕິຄະສັນຍາ ແລະ ເພາະບໍ່ໃສ່ໃຈ ເຖິງນານັດ ຕະສັນຍາ ບັນລຸອາກາສານັນຈາຍະຕະນະຊານ ໂດຍຄຳນຶງເປັນອາລົມວ່າ ອາກາດບໍ່ມີທີ່ສຸດ ທ່ານຍ່ອມພິຈາລະນາເຫັນທຳທັງຫຼາຍ ຄື ເວທະນາ ສັນຍາ ສັງຂານ ວິນຍານ ອັນມີຢູ່ໃນຂະນະ ແຫ່ງອາກາສານັນຈາຍະຕະນະຊານນັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກ… ວ່າງເປົ່າ ເປັນອະນັດຕາ ທ່ານຍ່ອມຢັງຈິດໃຫ້ຕັ້ງຢູ່ດ້ວຍທຳເຫຼົ່ານັ້ນ ຄັ້ນແລ້ວ ຍ່ອມນ້ອມຈິດໄປເພື່ອອຳມະຕະທາດວ່າ ນັ້ນສະຫງົບ ນັ້ນປຣະນີດ ຄື ທຳເປັນທີ່ສະຫງົບແຫ່ງສັງຂານທັງປວງ … ນິບພານ ທ່ານຕັ້ງຢູ່ໃນອາກາສານັນຈາຍະຕະນະຊານນັ້ນ ຍ່ອມເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ຖ້າຢັງບໍ່ເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ທ່ານຍ່ອມເປັນອຸປາປັດຕິກະ ຈັກປະຣິນິບພານໃນພົບນັ້ນ ມີອັນບໍ່ກັບຈາກໂລກນັ້ນເປັນທຳມະດາ ເພາະໂອຣັມພາຄິຍະສັງໂຢດ 5 ສິ້ນໄປດ້ວຍຄວາມຍິນດີເພີດເພີນໃນທຳນັ້ນໆ    ເບິ່ງກ່ອນພິກຂຸທັງຫຼາຍ ປຽບເໝືອນນາຍຂະໝັງທະນູ ຫຼື ລູກມືຂອງນາຍຂະໝັງທະນູ ພຽນຍິງທະນູໄປຍັງຮູບຫຸ່ນທີ່ເຮັດດ້ວຍຫຍ້າ ຫຼື

ນະຣົກທີ່ຮ້າຍແຮງຂອງມະນຸດ

Image
ພິກຂຸທັງຫຼາຍ ! ນະຣົກຊື່ວ່າ ມະຫາປະຣິລາຫະ ມີຢູ່   ໃນນະຣົກນັ້ນ ບກຸຄົນຍັງເຫັນຮບູຢ່າງໃດຢ່າງໜຶ່ງໄດ້ ດ້ວຍຈັກຂຸ (👁️ ຕາ)  ແຕ່ໄດ້ເຫັນ ຮູບ ທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ເຫັນ ຮູບ ທີ່ໜ້າປາຖນາເລີຍ;   ເຫັນຮູບທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ເຫັນ ຮູບ ທີ່ໜ້າຮັກໃຄ່ເລີຍ   ເຫັນ ຮູບ ທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ   ໃນນະຣົກນັ້ນ ບກຸຄົນຍັງຟັງສຽງຢ່າງໃດຢ່າງໜຶ່ງໄດ້ ດ້ວຍໂສຕະ (👂 ຫູ)....   ໃນນະຣົກນັ້ນ ບກຸ ຄົນຍັງດົມກິ່ນຢ່າງໃດຢ່າງໜຶ່ງໄດ້ ດ້ວຍຄານະ (👃 ດັງ)....   ໃນນະຣົກນັ້ນ ບກຸຄົນຍັງຊີມຣົດຢ່າງໃດຢ່າງໜຶ່ງໄດ້ ດ້ວຍຊິວຫາ (👅 ລີ້ນ)....   ໃນນະຣົກນັ້ນ ບກຸຄົນຍັງຖືກຕ້ອງໂຜດຖັບພະຢ່າງໃດ ຢ່າງໜຶ່ງໄດ້ດ້ວຍ (🧠 ກາຍ)....   ໃນນະຣົກນັ້ນ ບກຸຄົນຍັງຮູ້ສຶກທັມມາຣົມຢ່າງໃດຢ່າງ ໜຶ່ງໄດ້ດ້ວຍມະໂນ (🧡 ໃຈ)    ແຕ່ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ໄດ້ ຮູ້ສຶກທັມມາຣົມທີ່ໜ້າປາຖະນາເລີຍ;   ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ໄດ້ຮູ້ສຶກ ທັມມາຣົມທີ່ໜ້າຮັກໃຄ່ເລີຍ;   ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ໄດ້ຮູ້ສຶກ ທັມມາຣົມທີ່ໜ້າພໍໃຈເລີຍ.    ເມື່ອພຣະຜູ້ມີພຣະພາກເຈົ້າກວ່າຢ່າງນີ້ແລ້ວ ພິກຂຸອົງ ໜຶ່ງໄດ້ທູນຖາມ ພຣະຜູ້ມີພຣະພາກເຈົ້າວ່າ    “ ຂ້າແຕ່ພຣະອ

ທີ່ຕັ້ງຢູ່ຂອງວິນຍານ (ນັຍທີ ໑)

Image
ອານົນທ໌ ! ວິນຍານຖິຕິ (ທີ່ຕັ້ງຢູ່ຂອງວິນຍານ) 7 ເຫຼົ່ານີ້ ແລະ ອາຍະຕະນະ 2 ມີຢູ່.  ວິນຍານຖິຕິ 7 ເຫຼົ່າໃດໜໍ ?  ວິນຍານຖິຕິ 7 ຄື :   ອານົນທ໌ ! ສັດຕະທັງຫຼາຍ (ສັດຕະ) ມີກາຍຕ່າງກັນ ມີສັນຍາຕ່າງກັນ ມີຢູ່ໄດ້ແກ່ ມະນຸດທັງຫຼາຍ ເທວະດາບາງພວກ ແລະ ວິນິບາດບາງພວກ ນີ້ຄື : ວິນຍານຖິຕິ ທີ 1.   ອານົນທ໌ ! ສັດຕະທັງຫຼາຍ ທີ່ມີກາຍຕ່າງກັນ ມີສັນຍາຢ່າງດຽວກັນມີຢູ່ ໄດ້ແກ່ ພວກເທວະດາຜູ້ນັບເນື່ອງໃນໝູ່ພຣົມທີ່ ບັງເກີດໂດຍປະຖົມພູມ ໑ (ປະຖະມານິບພັຕຕາ) ນີ້ຄື ວິນຍານຖິຕິ ທີ 2.  ອານົນທ໌ ! ສັດຕະທັງຫຼາຍ ມີກາຍຢ່າງດຽວກັນ ມີສັນຍາ ຕ່າງກັນ ມີຢູ່ ໄດ້ແກ່ ພວກເທບອາພັດສະຣະ ນີ້ຄື ວິນຍານຖິຕິ ທີ 3.   ອານົນທ໌ ! ສັດຕະທັງຫຼາຍ ມີກາຍຢ່າງດຽວກັນ ມີສັນຍາ ຢ່າງດຽວກັນ ມີຢູ່ ໄດ້ແກ່ ພວກເທບສຸພະກິນຫະ ນີ້ຄື ວິນຍານຖິຕິ ທີ 4.       ອານົນທ໌ ! ສັດຕະທັງຫຼາຍ ເພາະກ້າວຜ່ານເສຍໄດ້ ເຊິ່ງ ຮູບສັນຍາ 1  ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງ ປະຕິຄະສັນຍາ 2 ເພາະບໍ່ໃສ່ໃຈນານັຕຕະສັນຍາ 3 ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ມີການຝຶກໃນໃຈວ່າ “ອາກາດບໍ່ມີ ທີ່ສຸດ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ 5.       ອານົນທ໌ ! ສັດຕະທັງຫຼາຍ ເພາະກ້າວຜ່ານເສຍໄດ້ ເຊິ່ງ ອາກາສານັນຈາຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງ ວິນ

ແມວຕາຍເພາະໜູ

Image
ພິກຂຸທັງຫຼາຍ!  ເລື້ອງນີ້ເຄີຍມີມາແລ້ວ :   ແມວຕົວໜຶ່ງ ຢືນຄອຍຈ້ອງຈັບໝູຢູ່ທີ່ປາກຊ່ອງທີ່ເທຂີ້ເຫຍື່ອແຄມຝາເຮືອນ ດ້ວຍຫວັງວ່າ "ໜູຕົວອ່ອນ ຈະອອກມາເພື່ອຫາເຫຍື່ອໃນທີ່ໃດ ຈະຈັບມັນກິນເສຍໃນທີ່ນັ້ນ" ດັ່ງນີ້.   ພິກຂຸທັງຫຼາຍ!  ຄັ້ງນັ້ນໜູຕົວອ່ອນອອກໄປເພື່ອຫາກິນແລ້ວ ແມວກໍຈັບມັນກືນກິນຢ່າງໄວວາ (ທັງເປັນໆ).   ໜູຕົວອ່ອນນັ້ນ ກັດລຳໃສ້ຂອງແມວນັ້ນແດ່, ກັດລຳໃສ້ສຸດຂອງແມວນັ້ນແດ, ແມວນັ້ນ ເຖິງແກ່ຄວາມຕາຍ ຫຼື ໄດ້ຮັບທຸກຈຽນຕາຍ ເພາະການທີ່ໜູກັດໃສ້ນັ້ນໆເປັນເຫດ.  ພິກຂຸທັງຫລາຍ! ເຊັ່ນໃດກໍເຊັ່ນນັ້ນ :   ພິກຂຸບາງຮຸບໃນກໍລະນີນີ້ ໃນເວລາເຊົ້າ ຄອງຈີວອນຖືບາດ ເຂົ້າໄປສູ່ໜູ່ບ້ານ ຫຼື ນິຄົມ ເພື່ອບິນທະບາດ, ບໍ່ຮັກສາກາຍ ບໍ່ຮັກສາວາຈາ ບໍ່ຮັກສາຈິດ,  ບໍ່ຕັ້ງສະຕິໄວ້,  ບໍ່ສຳລວມອິນຊີທັງຫຼາຍ, ທ່ານເຫັນມະຕຸຄາມໃນໜູ່ບ້ານຫລືນິຄົມນັ້ນໆ ຜຸ້ນຸ່ງຊົ່ວຮົ່ມຊົ່ວ ຄັນໃດ້ເຫັນມະຕຸຄາມຜູ້ນຸ່ງຊົ່ວຮົ່ມຊົ່ວເຊັ່ນນັ້ນເຂົ້າແລ້ວ ລາຄະກໍສຽບແທງຈິດຂອງທ່ານ ພິກຂຸນັ້ນມີຈິດຖືກລາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫຼື ໄດ້ຮັບທຸກຈຽນຕາຍ.   ພິກຂຸທັງຫລາຍ!  ທີ່ເອີ້ນວ່າ "ຕາຍໃນອະຣິຍະວິໄນ" ນັ້ນ ໄດ້ແກ່ຜູ້ທີ່ບອກເລີກສິກຂາ ໝຸູນກັບຄືນໄປສູ່ເພດຕ່ຳແຫ່ງຄະຖືຫັດ.   ທີ່ເອີ້ນວ່າ "ທຸກຈຽນຕາຍ"

ຄົນທີ່ຊັກຊວນໃນທາງຈິບຫາຍ

Image
ຄະຫະບໍດີບຸຕ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ 4 ສະຖານະຄື: 1. ຊັກຊວນໃຫ້ດື່ມນ້ຳເມົາຄື ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ, 2. ຊັກຊວນທ່ຽວຕາມສະຖານທີ່ຕ່າງໆໃນເວລາວິການ, 3. ຊັກຊວນໃຫ້ທ່ຽວເບິ່ງການຫລິ້ນມະຫໍຣະສົບຕ່າງໆ, 4. ຊັກຊວນໃຫ້ຫລິ້ນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ. ຄະຫະບໍດີບຸດ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫລົ່ານີ້ແລ. ................................................................... - ທີຄະນິກາຍ ປາຕິກະວັຄ 11/190/142.

ສຸກ ທຸກ ທີ່ເຮົາໄດ້ປະສົບມາແລ້ວ ທຸກໆ ຮູບແບບ

Image
ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິດຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜຸກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ  ເຈົ້າທັງຫຼາຍ ເຫັນທຸຄະຕະບຸຣຸດຜູ້ມີມື ແລະ ຕີນບໍ່ສົມ ປະກອບ ຫຼື ເຫັນບຸກຄົນຜູ້ພຽບພ້ອມດ້ວຍຄວາມສຸກ ມີບໍຣິວານຄອຍຮັບໃຊ້ ຈົ່ງລົງສັນນິຖານໃນບຸກຄົນນີ້ວ່າ ເຮົາທັງຫຼາຍ ກໍເຄີຍສະເຫວີຍທຸກ ຫຼື ສະເຫວີຍສຸກ ເຫັນປານນີ້ ມາແລ້ວ ໂດຍກາລະນານນີ້...  ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ. ສັດທີ່ບໍ່ເຄີຍເກີດເປັນມານດາ, ສັດທີ່ບໍ່ເຄີຍ ເກີດເປັນບິດາ, ສັດທີ່ບໍ່ເຄີຍເກີດເປັນອ້າຍ, ນ້ອງຊາຍ, ສັດ ທີ່ບໍ່ເຄີຍເກີດເປັນເອື້ອຍ, ນ້ອງສາວ, ສັດທີ່ບໍ່ເຄີຍເກີດເປັນ ບຸດ, ສັດທີ່ບໍ່ເຄີຍເກີດເປັນທິດາ ໂດຍກາລະນານນີ້  ບໍ່ແມ່ນຫາໄດ້ງ່າຍເລີຍ.   ຂໍ້ນັ້ນເພາະເຫດໃດໜໍ ?   ເພາະວ່າ ສົງສານນີ້ກໍາໜົດທີ່ ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັດຜູ້ມີອະວິຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜຸກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ.   ພິກຂຸທັງຫຼາຍ ! ເພາະເຫດ

ເຣີກດີ ຍາມດີ

Image
ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ;  ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັດຕະເຫລົ່ານັ້ນ;  ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາຄ່ຳ ເວລາຄ່ຳກໍເປັນເວລາຄ່ຳທີ່ດີຂອງສັດຕະເຫລົ່ານັ້ນ.  ສັດຕະທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າເປັນເຣີກດີ ມຸງຄຸນດີ ສະຫວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະ ບູຊາດີໃນພຣົມມະຈາຣີບຸກຄົນທັງຫລາຍ.  ກາຍກັມເປັນສ່ວນເບື້ອງຂວາ ຄວາມປາຖະໜາຂອງທ່ານເປັນສ່ວນເບື້ອງຂວາ ສັດຕະທັງຫລາຍກະທຳກັມອັນເປັນສ່ວນເບື້ອງຂວາແລ້ວ ຍ່ອມໄດ້ຜົນປະໂຫຍດອັນເປັນສ່ວນເບື້ອງຂວາ ທ່ານເຫລົ່ານັ້ນໄດ້ປະໂຫຍດແລ້ວ ຍ່ອມໄດ້ຮັບຄວາມສຸກ ຍ່ອມງອກງາມໃນພຸດທະສາສະໜາ ຍ່ອມບໍ່ມີໂຣກ ເຖິງຄວາມສຸກພ້ອມດ້ວຍຍາດທັງມວນ.  .......................................................................  ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ ໒໐/໒໘໕-໒໘໖/໕໙໕

ບຸກຄົນ 4 ຈຳພວກ

Image
ພິກຂຸທັງຫລາຍ ! ບຸກຄົນ 4 ຈຳພວກນີ້ມີປາກົດຢູ່ໃນໂລກ, 4 ຈຳພວກເປັນແນວໃດ ? ຄື: * ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະ ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑ * ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ, ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນຈຳພວກ ໑ * ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ, ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑ * ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ພິກຂຸທັງຫລາຍ ! ທ່ອນໄມ້ທີ່ຖິ້ມຢູ່ໃນປ່າຊ້າ ໄຟເຜົາທັງສອງຂ້າງ ທາງກາງກໍເປື້ອນຄູດ ຍ່ອມຫາປະໂຫຍດບໍ່ໄດ້ທີ່ຈະນຳມາເປັນເຄື່ອງໄມ້ໃນບ້ານ ທັງບໍ່ມີປະໂຫຍດແກ່ເຄື່ອງໄມ້ໃນປ່າເຊັ່ນໃດ, ເຮົາກ່າວບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແລະ ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນເຊັ່ນນັ້ນເໝືອນກັນ. ພິກຂຸທັງຫລາຍ ! ໃນບັນດາບຸກຄົນເຫລົ່ານັ້ນ ບັນດາບຸກຄົນ 2 ຈຳພວກນີ້ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນເປັນຜູ້ງາມກວ່າ ແລະ ປານີດກວ່າ. ບັນດາບຸກຄົນ 3 ຈຳພວກ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະ ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະ ບຸກຄົນ

ຕັນຫາ

Image
ຕັນຫານີ້ແລ ອັນເປັນໄປເພື່ອຄວາມເກີດອີກ ປະກອບດ້ວຍຄວາມກຳນັດດ້ວຍອຳນາດແຫ່ງຄວາມເພີນ ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ ຄື ກາມຕັນຫາ ພະວະຕັນຫາ ວິພະວະຕັນຫາ.  ພິກຂຸທັງຫລາຍ ! ກໍຕັນຫານີ້ນັ້ນ ເມື່ອຈະເກີດຍ່ອມເກີດໃນທີ່ໃດ? ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ໃດ? ທີ່ໃດເປັນທີ່ຮັກເປັນທີ່ຈະເຣີນໃຈໃນໂລກ ຕັນຫານັ້ນ ເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້. ອັນໃດເປັນທີ່ຮັກທີ່ຈະເຣີນໃຈໃນໂລກ? 👁️ຕາ, 👂ຫູ, 👃ດັງ, 👅ລີ້ນ, 🧠ກາຍ, 🧡ໃຈ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້. 👁️ຮູບ, 👂ສຽງ, 👃ກິ່ນ, 👅ຣົດ, 🧠ໂຜດຖັບພະ, 🧡ທຳມາຣົມ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້. 👁️ຈັກຂຸວິນຍານ, 👂ໂສຕະວິນຍານ, 👃ຄານະວິນຍານ, 👅ຊິວຫາວິນຍານ, 🧠ກາຍວິນຍານ, 🧡ມະໂນວິນຍານ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້  ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້. 👁️ຈັກຂຸສຳຜັດ, 👂ໂສຕະສັມຜັດ, 👃ຄານະສຳຜັດ, 👅ຊິວຫາສຳຜັດ, 🧠ກາຍສຳຜັດ, 🧡ມະໂນສຳຜັດ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອ

ເຕົ່າຕາບອດ

Image
ດູລາພິກຂຸທັງຫຼາຍ ! ຖ້າສົມມຸດວ່າແຜ່ນດິນ ອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເຖິງເປັນອັນດຽວກັນທັງໝົດ ມີບຸຣຸດຄົນໜຶ່ງຖີ້ມກະເບາະໄມ້ໄຜ່ ເຊິ່ງມີຮູເຈາະໄດ້ພຽງຮູດຽວ ລົງໄປໃນນໍ້ານັ້ນ ລົມຕາເວັນອອກ ພັດໃຫ້ລອຍໄປທາງທິດຕາເວັນຕົກ ລົມຕາວັນຕົກ ພັດໃຫ້ລອຍໄປທາງທິດຕາເວັນອອກ ລົມທິດເໜືອ ພັດໃຫ້ລອຍໄປທາງທິດໃຕ້ ລົມທິດໃຕ້ ພັດໃຫ້ລອຍໄປທາງທິດເໜືອ ຢູ່ດັ່ງນີ້ ໃນນໍ້ານັ້ນ  'ມີເຕົ່າໂຕໜຶ່ງຕາບອດ ຜ່ານໄປ ຮ້ອຍປີໆ ມັນຈະຜຸດຂື້ນມາເທື່ອໜຶ່ງໆ.'   ດູລາພິກຂຸທັງຫຼາຍ ! ທ່ານທັງຫຼາຍຈະສຳຄັນຂໍ້ຄວາມນີ້ວ່າແນວໃດ ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດຮ້ອຍປີຈຶ່ງຈະຜຸດຂື້ນມາເທື່ອໜຶ່ງ ຈະເພິ່ງຍື່ນຄໍເຂົ້າໄປໃນຮູເຊິ່ງມີຢູ່ພຽງຮູດຽວໃນໄມ້ນັ້ນ ?   ຂໍ້ນັ້ນເປັນໄປໄດ້ຍາກ ຂ້ານ້ອຍ ! ທີ່ເຕົ່າຕາບອດນັ້ນຮ້ອຍປີ ຜຸດຂື້ນພຽງຄັ້ງດຽວເທົ່ານັ້ນ ຈະເພິ່ງຍື່ນຄໍເຂົ້າໄປໃນຮູເຊິ່ງມີຢູ່ພຽງຮູດຽວໃນໄມ້ນັ້ນ.  ດູລາພິກຂຸທັງຫຼາຍ ! ເປັນໄປໄດ້ຍາກເຊັ່ນດຽວກັນ ທີ່ໃຜໆ ຈະໄດ້ເກີດມາເປັນມະນຸດ ເປັນໄປໄດ້ຍາກເຊັ່ນດຽວກັນທີ່ຕະຖາຄົດອະຣະຫັນຕະສັມມາສັມພຸດທະ ຈະເກີດຂື້ນໃນໂລກ ເປັນໄປໄດ້ຍາກເຊັ່ນດຽວກັນ ທີ່ທັມວິນັຍອັນຕະຖາຄົດ ປະກາດແລ້ວຈະຮຸ່ງເຮືອງໄປທົ່ວໂລກ.   ດູລາພິກຂຸທັງຫຼາຍ ! ແຕ່ວ່າ ບັດນີ້ ຄວາມເປັນມະນຸດກໍໄດ້ແລ້ວ ຕະຖາຄົດຜູ້ອະຣະຫັນຕ

ອານາປານະສະຕິເປັນສຸກວິຫານ ສາມາດຣະງັບໄດ້ເຊິ່ງອະກຸສົນ

Image
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິນີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນຂອງຣະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກວິຫານ ແລະ ຍ່ອມຍັງອະກຸສົນລະທັມອັນເປັນບາບ ອັນເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວໃຫ້ອັນຕະທານໄປ ໃຫ້ຣະງັບໄປ ໂດຍຄວນແກ່ຖານະ. ພິກຂຸທັງຫຼາຍ ! ປຽບເໝືອນກັບຝຸ່ນທຸລີທີ່ຟຸ້ງຂື້ນແຫ່ງເດືອນສຸດທ້າຍຂອງຣະດູຮ້ອນ ຝົນໜັກທີ່ຜິດຣະດູຕົກລົງມາ ຍ່ອມເຮັດໃຫ້ຝຸ່ນທຸລີເຫຼົ່ານັ້ນອັນຕະທານຫາຍໄປ ໃຫ້ຣະງັບໄປໄດ້ ໂດຍຄວນແກ່ຖານະ ຂໍ້ນີ້ສັນໃດ;  ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫຼາຍແລ້ວ ກໍເປັນຂອງຣະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກຂະວິຫານ ແລະຍ່ອມຍັງອະກຸສົນລະທຳອັນເປັນບາບ ທີ່ເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວ ໃຫ້ອັນຕະທານຫາຍໄປ ໃຫ້ຣະງັບໄປໄດ້ ໂດຍຄວນແກ່ຖານະ ສັນນັ້ນເໝືອນກັນ.   ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງເປັນຂອງຣະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກຂະວິຫານ ແລະ ຍ່ອມຍັງອະກຸສົນລະທັມອັນເປັນບາບ ທີ່ເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວ ໃຫ້ອັນຕະທານຫາຍໄປ ໃຫ້ຣະງັບໄປໄດ້ ໂດຍຄວນແກ່ຖານະ  ພິກຂຸທັງຫຼາຍ ! ພິກຂຸໃນກໍຣະນີນີ້ ໄປແລ້ວສູ່ປ່າກໍຕາມ ໄປສູ່ເຫງົ້າໄມ້ກໍຕາມ ໄປສູ່

ໂທດຂອງການເວົ້າຫຼາຍ

Image
ພິກຂຸທັງຫລາຍ! ໂທດ 5 ປະການນີ້ ມີຢູ່ໃນບຸກຄົນຜູ້ເວົ້າຫລາຍ 5 ປະການເປັນຢ່າງໃດ? ຄື: - ເວົ້າຕົວະ 1 - ເວົ້າສຽດສີ 1 - ເວົ້າຄຳຫຍາບ 1 - ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ 1 ເມື່ອຕາຍໄປຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ 1   ພິກຂຸທັງຫລາຍ! ໂທດ 5 ປະການນີ້ ມີຢູ່ໃນບຸກຄົນຜູ້ເວົ້າຫລາຍ ........................................................................  ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໒໗/໒໑໔

ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ

Image
ພິກຂຸທັງຫລາຍ ! ຄົນພວກອື່ນຈະກ່າວຕຳນິເຮົາ ຕຳນິພຣະທັມ ຕຳນິພຣະສົງກໍຕາມ ທ່ານທັງຫລາຍບໍ່ຄວນອາຄາດ ບໍ່ຄວນໂທມະນັດນ້ອຍໃຈ ບໍ່ຄວນແຄ້ນເຄືອງໃຈໃນຄົນເຫລົ່ານັ້ນ; ຖ້າທ່ານທັງຫລາຍແຄ້ນເຄືອງ ຫລື ມີໂທມະນັດສະນ້ອຍໃຈໃນຄົນເຫລົ່ານັ້ນ ອັນຕະລາຍຈະມີແກ່ທ່ານທັງຫລາຍເພາະເຫດນັ້ນໄດ້ ກໍຄົນເຫລົ່າໃດຈ່ອງເວນໄວ້ວ່າ ຄົນນັ້ນດ່າເຮົາ ຕີເຮົາ ຊະນະເຮົາ ໄດ້ລັກສິ່ງຂອງຂອງເຮົາໄປ ເວນຂອງຄົນນັ້ນຍ່ອມບໍ່ສະຫງົບ; ສ່ວນຄົນເຫລົ່າໃດບໍ່ຈ່ອງເວນໄວ້ວ່າ ຄົນນັ້ນດ່າເຮົາ ຕີເຮົາ ຊະນະເຮົາ ໄດ້ລັກສິ່ງຂອງ ຂອງເຮົາໄປ ເວນຂອງຄົນນັ້ນຍ່ອມສະຫງົບລົງ.    ໃນຍຸກໃດກໍຕາມ ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ ທັມນີ້ເປັນຂອງເກົ່າ. ............................................................................................................. (ສູຕຕັນຕະປິດົກ ທີຄະນິກາຍ ສີລຂັນທະວັກ ໙/໒-໓/໑). ວິນັຍປິດົກ ມະຫາວັກ. ພາສາໄທ ສະບັບຫລວງ ເຫລັ້ມທີ ໕/໒໖໓/໒໔໗

ຜູ້ຄວນມີສິດອຸປັດຖາກ

Image
ພິກຂຸທັງຫລາຍ ! ພິກຂຸ ຜູ້ປະກອບດ້ວຍທັມ 5 ຢ່າງ ຕ້ອງໃຫ້ສາມະເນນອຸປັດຖາກໄດ້ . ທັມ 5 ຢ່າງ ອັນໃດຫນໍ ? 5 ຢ່າງຄື : ພິກຂຸ ໃນທັມວິໄນນີ້ : 1. ເປັນຜູ້ປະກອບດ້ວຍ ກອງສິນອັນເປັນ ອະເສຂະ 2. ເປັນຜູ້ປະກອບດ້ວຍ ກອງສະມາທິ ອັນເປັນອະເສຂະ 3. ເປັນຜູ້ປະກອບດ້ວຍ ກອງປັນຍາອັນເປັນ ອະເສຂະ 4. ເປັນຜູ້ປະກອບດ້ວຍ ກອງວິມຸດຕິ ອັນເປັນ ອະເສຂະ 5. ເປັນຜູ້ປະກອບດ້ວຍ ກອງວິມຸດຕິຍານນະທັດສະນະ ອັນເປັນ ອະເສຂະ.   ພິກຂຸທັງຫລາຍ ! ພິກຂຸປະກອບດ້ວຍທັມ 5 ຢ່າງເຫລົ່ານີ້ແລ. ຕ້ອງໃຫ້ສາມະເນນ ອຸປັດຖາກ ໄດ້. .......................................................................  - ບາລີ  ພຸທທະພາສິຕ ປນຈກ. ອໍ ໒໒/໓໐໑/໒໕໔.  (ຕຣັສແກ່ພິກຂຸທັງຫລາຍ)

ຄົນພານກ່າວຄຳຫຍາບດ້ວຍວາຈາຍ່ອມສຳຄັນວ່າຊະນະແລ້ວ

Image
ແຕ່ຄວາມອົດກັ້ນໄດ້ເປັນຄວາມຊະນະຂອງບັນດິດຜູ້ຮູ້ແຈ້ງຢູ່ ຜູ້ໃດໂກດຕອບບຸກຄົນຜູ້ໂກດແລ້ວ ຜູ້ນັ້ນເປັນຜູ້ຊົ່ວກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ. ບຸກຄົນໃດບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ ຊື່ວ່າຍ່ອມຊະນະສົງຄາມທີ່ບຸກຄົນຊະນະໄດ້ຍາກ. ຜູ້ໃດຮູ້ຢູ່ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິ ສະຫງົບເສຍໄດ້ ຜູ້ນັ້ນຊື່ວ່າຍ່ອມປະພຶດປະໂຫຍດແກ່ທັງສອງຝ່າຍ ຄືຂອງຕົນ ແລະ ຂອງບຸກຄົນອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງສອງຝ່າຍຄືຂອງຕົນ ແລະ ຂອງບຸກຄົນອື່ນ ຊົນທັງຫລາຍຜູ້ບໍ່ສະຫລາດໃນທັມ ຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນໂງ່ເຂົາ ດັ່ງນີ້. ...................................................................  ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໑໙໘/໖໓໖

ຂັນ 5 ບໍ່ທ່ຽງ

Image
ພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ໆລໆ ໄດ້ກຣາບທູນພຣະຜູ້ມີພຣະພາຄເຈົ້າວ່າ: ຂ້າແຕ່ພຣະອົງຜູ້ຈະເຣີນ! ຂໍປະທານພຣະວາໂຣກາດ ຂໍພຣະຜູ້ມີພຣະພາກຈົ່ງຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍເຖີດ ເຊິ່ງຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ອານົນທ໌! ເຈົ້າຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ  ຮູບ ທ່ຽງຫລື ບໍ່ທ່ຽງ? ບໍ່ທ່ຽງ ພຣະອົງຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກ ໜໍ? ເປັນທຸກຂ໌ ພຣະອົງຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“ ເວທະນາ ທ່ຽງ ຫລື ບໍ່ທ່ຽງ? ບໍ່ທ່ຽງ ພຣະອົງຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກ ໜໍ? ເປັນທຸກຂ໌ ພຣະອົງຄ໌ຜູ້ຈະເຣີນ ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“ ສັນຍາ ທ່ຽງ ຫລື ບໍ່ທ່ຽງ? ບໍ່ທ່ຽງ ພຣະອົງຜູ້ຈະເຣີນ! ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເ

ຜູ້ຍາມປະຕູ(ສະຕິ)

Image
ເບິ່ງກ່ອນພິກຂຸ!  ເໝືອນຢ່າງວ່າ ເມືອງຊາຍແດນຂອງພຣະຣາຊາເປັນເມືອງທີ່ຫມັ້ນຄົງ ມີກຳແພງ ແລະ ເຊີງເທີນ ມີປະຕູ 6 ປະຕູ ນາຍປະຕູເມືອງນັ້ນເປັນຄົນສະຫລາດ ສຽບແຫຼມ ມີປັນຍາຄອຍຫ້າມຄົົນທີ່ຕົນບໍ່ຮູ້ຈັກ ອະນຸຍາດໃຫ້ຄົົນທີ່ຕົນຮູ້ຈັກເຂົ້າໄປໃນເມືອງນັ້ນ  ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດຕະເວັນອອກ ຈຶ່ງຖາມນາຍປະຕູນັ້ນວ່າ ແນ່ະບຸຣຸດຜູ້ຈະເລີນ ເຈົ້າເມືອງນີ້ຢູ່ທີ່ໃດ ນາຍປະຕູນັ້ນຕອບວ່າ ແນ່ະທ່ານຜູ້ຈະເລີນ ນັ້ນເຈົ້າເມືອງນັ່ງຢູ່ນະ ທາງສາມແຍກກາງເມືອງ ທີ່ນັ້ນແລ ຣາຊະທູດຄູ່ນັ້ນມອບຖ້ອຍຄຳຕາມຄວາມເປັນຈິງແກ່ເຈົ້າເມືອງແລ້ວ ຈຶ່ງດຳເນີນກັບໄປຕາມທາງທີ່ມາແລ້ວ  ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດຕະເວັນຕົກ... ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດເໜືອ... ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດໃຕ້ ແລ້ວຖາມນາຍປະຕູນັ້ນຢ່າງນີ້ວ່າ ແນ່ະບຸຣຸດຜູ້ຈະເລີນ ເຈົ້າເມືອງນີ້ຢູ່ທີ່ໃດ ນາຍປະຕູນັ້ນຈຶ່ງຕອບວ່າ ແນ່ະທ່ານຜູ້ຈະເລີນ ນັ້ນເຈົ້າເມືອງນັ່ງຢູ່ນະ ທາງສາມແຍກກາງເມືອງ ທີນັ້ນແລ ຣາຊະທູດຄູ່ໜຶ່ງນັ້ນມອບຖ້ອຍຄຳຕາມຄວາມເປັນຈິງແກ່ເຈົ້າເມືອງແລ້ວ ຈຶ່ງດຳເນີນກັບໄປທາງຕາມທີ່ມາແລ້ວ ດູກ່ອນພິກຂຸ ອຸບປະມານີ້ແລ ເຮົາກະທຳແລ້ວເພື່ອຈະໃຫ້ເນື້ອຄວາມແຈ່ມແຈ້ງ ກໍໃນອຸບປະມານັ້ນມີເນື້ອຄວາມດັ່ງຕໍ່ໄປນີ້ * ຄຳວ່າ

ສິ່ງທີ່ຕ້ອງຮູ້ກ່ຽວກັບກຳ “ກັມ”

Image
 1) ລາຍລະອຽດທີ່ບຸຄຄົນຄວນຮູ້ກ່ຽວກັບເລື່ອງກັມ   ພິກຂຸທັງຫລາຍ!  * ກັມ ເປັນສິ່ງທີ່ບຸກຄົນຄວນຮູ້, * ເຫດເປັນເເດນເກີດເເຫ່ງກັມ(ນິທານະສັມພະວະແຫ່ງກັມ) ເປັນສິ່ງທີ່ບຸກຄົນຄວນຮູ້, * ຄວາມມີປະມານຕ່າງໆເເຫ່ງກັມ(ເວມັຕຕະຕາແຫ່ງກັມ) ເປັນສິ່ງທີ່ບຸຄຄົນຄວນຮູ້, * ຜົນຂອງກັມ(ວິບາກກະແຫ່ງກັມ)  ເປັນສິ່ງທີ່ບຸກຄົນຄວນຮູ້, * ຄວາມດັບເເຫ່ງກັມ(ກັມມະນິໂຣທ) ເປັນສິ່ງທີ່ບຸກຄົນຄວນຮູ້, * ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງກັມ(ກັມມະນິໂຣທຄາມິນີປະຕິປທາ) ເປັນສິ່ງທີ່ບຸກຄົນຄວນຮູ້....  - ຄຳທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາສັຍຫຍັງກ່າວ ?   ພິກຂຸທັງຫລາຍ! ເຮົາກ່າວເຈດຕະນາວ່າເປັນກັມເພາະວ່າບຸກຄົນ ເຈດຕະນາແລ້ວ ຍ່ອມກະທຳຊຶ່ງກັມ   *ດ້ວຍກາຍ  *ດ້ວຍວາຈາ  *ດ້ວຍໃຈ.   ພິກຂຸທັງຫລາຍ!  ນິທານະສັມພະວະ(ເຫດເປັນແດນເກິດພ້ອມ) ແຫ່ງກັມທັງຫລາຍ ເປັນຢ່າງໃດ ?    ພິກຂຸທັງຫລາຍ!  ນິທານະສັມພະວະແຫ່ງກັມທັງຫລາຍ ຄື 'ຜັດສະ(ການກະທົບ).'  ພິກຂຸທັງຫລາຍ!  ເວມັຕຕະຕາ(ຄວາມມີປະມານຕ່າງໆ) ແຫ່ງກັມທັງຫລາຍ ເປັນຢ່າງໃດ ?  ພິກຂຸທັງຫລາຍ!   - ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາ ໃນນະຣົກມີຢູ່,  - ກັມທີ່ເຮັດສັຕໃຫ້ສະເວີຍເວທະນາໃນກຳເນິດ ເດຣັດສານມີອຢູ່,  - ກັມທີ່ເຮັດສັຕໃຫ້ສະເວີຍເວທະນາໃນເປຣດວິໄສ ມີຢູ