ການອະນຸເຄາະ

 ອະນຸເຄາະຄົນອື່ນດ້ວຍການຊັກຊວນໃຫ້ເຂົາເຂົ້າເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ເປັນສະຣະນະ

 ອານົນທ໌! ພວກເຈົ້າທັງຫລາຍຄວນອະນຸເຄາະຊົນເຫລົ່າໃດ ແລະ ຊົນເຫລົ່າໃດທີ່ສຳຄັນຖ້ອຍຄຳທີ່ຄວນຟັງ ຊົນເຫລົ່ານັ້ນຈະເປັນມິດ ອະມາດ ຍາດ ຫລື ສາຍໂລຫິດກໍຕາມ ພວກເຈົ້າທັງຫລາຍຄວນຊັກຊວນໃຫ້ມາຕັ້ງໝັ້ນ ດຳຣົງຢູ່ໃນຖານະ 3 ປະການ, 3 ປະການເປັນຢ່າງໃດ? ຄື:

 ຄວນຊັກຊວນໃຫ້ເຂົາມາຕັ້ງໝັ້ນດຳຣົງຢູ່ໃນຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າວ່າ: 

ເພາະເຫດຢ່າງນີ້ໆ 

 ພຣະຜູ້ມີພຣະພາກພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, 

 ຕຣັດສະຮູ້ເອງໂດຍຊອບ,

 ເຖິງພ້ອມດ້ວຍວິຊາ ແລະ ຈະຣະນະ, 

 ສະເດັດໄປດີແລ້ວ, 

 ຊົງຮູ້ແຈ້ງໂລກ, 

 ເປັນສາຣະຖີຝຶກບຸຣຸດທີ່ຄວນຝຶກຢ່າງບໍ່ມີຜູ້ອື່ນຍິ່ງກວ່າ, 

 ເປັນສາສະດາຂອງເທວະດາ ແລະ ມະນຸດທັງຫລາຍ, 

 ເປັນຜູ້ເບີກບານແລ້ວ, 

 ເປັນຜູ້ຈຳແນກທັມ ດັ່ງນີ້.


 ຄວນຊັກຊວນໃຫ້ເຂົາມາຕັ້ງໝັ້ນດຳຣົງຢູ່ໃນຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະທັມວ່າ: 

 ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາກກວ່າໄວ້ດີແລ້ວ, 

 ເປັນສິ່ງທີ່ຜູ້ສຶກສາ ແລະ ປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງເປັນສິ່ງທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ບໍ່ຈໍາກັດການ, 

 ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, 

 ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົນ, 

 ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້.


 ຄວນຊັກຊວນໃຫ້ເຂົາມາຕັ້ງໝັ້ນດຳຣົງຢູ່ໃນຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ: 

 ສົງຄ໌ສາວົກຂອງພຣະຜູ້ມີພຣະພາກ ເປັນຜູ້ປະຕິບັດດີແລ້ວ, 

 ສົງຄ໌ສາວົກຂອງພຣະຜູ້ມີພຣະພາກ ເປັນຜູ້ປະຕິບັດຕົງແລ້ວ, 

 ສົງຄ໌ສາວົກຂອງພຣະຜູ້ມີພຣະພາກ ເປັນຜູ້ປະຕິບັດຊອບແລ້ວ, 

 ສົງຄ໌ສາວົກຂອງພຣະຜູ້ມີພຣະພາກ ເປັນຜູ້ປະຕິບັດສົມຄວນແລ້ວ, 

 ໄດ້ແກ່ບຸກຄົນເຫລົ່ານີ້ຄື ຄູ່ແຫ່ງບຸຣຸດສີ່ຄູ່ 

ນັບຮຽງໂຕໄດ້ 8 ບຸຣຸດ

 ນັ້ນແຫລະຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາກ

 ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, 

 ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, 

 ເປັນສົງຄ໌ຄວນຮັບທັກຂິນາທານ, 

 ເປັນສົງຄ໌ທີ່ບຸກຄົນທົ່ວໄປຄວນທຳອັນຊະລີ, 

 ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.

 ອານົນທ໌! ມະຫາພູຕະທັງ 4 ຄື:

 1. ປະຖະວີທາດ(ທາດດິນ),

 2. ອາໂປທາດ(ທາດນ້ຳ), 

 3. ເຕໂຊທາດ(ທາດໄຟ), 

 4. ວາໂຍທາດ(ທາດລົມ) 

 ຍ່ອມເປັນຢ່າງອື່ນໄດ້ ແຕ່ອະຣິຍະສາວົກຜູ້ປະກອບດ້ວຍຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ ຍ່ອມບໍ່ເປັນຢ່າງອື່ນໄປໄດ້ເລີຍ ຄວາມເປັນຢ່າງອື່ນນັ້ນ ຄືໃນຂໍ້ທີ່ອະຣິຍະສາວົກຜູ້ປະກອບດ້ວຍຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະພຸດທະເຈົ້ານັ້ນຈັກເຂົ້າເຖິງນະຣົກ ກຳເນີດດິຣັດສານ ຫລື ເປດວິໄສ ນີ້ບໍ່ແມ່ນຖານະທີ່ຈະມີໄດ້. 

 ອານົນທ໌! ມະຫາພູຕະທັງ 4 ຄື: ປະຖະວີທາດ, ອາໂປທາດ, ເຕໂຊທາດ, ວາໂຍທາດ ຍ່ອມເປັນຢ່າງອື່ນໄດ້ ແຕ່ອະຣິຍະສາວົກຜູ້ປະກອບດ້ວຍຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະທັມ ຍ່ອມບໍ່ເປັນຢ່າງອື່ນໄປໄດ້ເລີຍ ຄວາມເປັນຢ່າງອື່ນນັ້ນ ຄືໃນຂໍ້ທີ່ອະຣິຍະສາວົກຜູ້ປະກອບດ້ວຍຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະທັມນັ້ນຈັກເຂົ້າເຖິງນະຣົກ ກຳເນີດດິຣັດສານ ຫລືເປດວິໄສ ນີ້ບໍ່ແມ່ນຖານະທີ່ຈະມີໄດ້.

 ອານົນທ໌! ມະຫາພູຕະທັງ 4 ຄື: ປະຖະວີທາດ, ອາໂປທາດ, ເຕໂຊທາດ, ວາໂຍທາດ ຍ່ອມເປັນຢ່າງອື່ນໄດ້ ແຕ່ອະຣິຍະສາວົກຜູ້ປະກອບດ້ວຍຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະສົງຄ໌ ຍ່ອມບໍ່ເປັນຢ່າງອື່ນໄປໄດ້ເລີຍ ຄວາມເປັນຢ່າງອື່ນນັ້ນ ຄືໃນຂໍ້ທີ່ອະຣິຍະສາວົກຜູ້ປະກອບດ້ວຍຄວາມເຫລື້ອມໃສຢ່າງບໍ່ຫວັ່ນໄຫວໃນພຣະສົງຄ໌ນັ້ນຈັກເຂົ້າເຖິງນະຣົກ ກຳເນີດດິຣັດສານ ຫລືເປກວິໄສ ນີ້ບໍ່ແມ່ນຖານະທີ່ຈະມີໄດ້.

 ອານົນທ໌! ພວກເຈົ້າທັງຫລາຍຄວນອະນຸເຄາະຊົນເຫລົ່າໃດ ແລະ ຊົນເຫລົ່າໃດທີ່ສຳຄັນຖ້ອຍຄຳທີ່ຄວນຟັງ ຊົນເຫລົ່ານັ້ນຈະເປັນມິດ ອະມາດ ຍາດ ຫລື ສາຍໂລຫິດກໍຕາມ ພວກເຈົ້າທັງຫລາຍຄວນຊັກຊວນໃຫ້ມາຕັ້ງໝັ້ນ ດຳຣົງຢູ່ໃນຖານະ 3 ປະການນີ້ແລ.

............................................................................

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ 20/210-211/515

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ