Posts

Showing posts from March 13, 2022

ອະທິຖານຄວາມພຽນ

Image
 ພິກຂຸທັງຫຼາຍ ! ເຮົາຍັງຮູ້ສຶກໄດ້ຢູ່ ຊຶ່ງທັມສອງຢ່າງຄື: ຄວາມບໍ່ຮູ້ຈັກອີ່ມຈັກພໍ ໃນກຸສົນທັມທັງຫຼາຍ, ຄວາມເປັນຜູ້ບໍ່ຖອຍກັບ ໃນການຕັ້ງຄວາມພຽນ. ເຮົາຍ່ອມຕັ້ງໄວ້ຊຶ່ງຄວາມພຽນ ອັນບໍ່ຖອຍກັບວ່າ: ໜັງ ເອັນ ກະດູກຈັກເຫຼືອຢູ່ ຊີ້ນ ແລະເລືອດໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ປະໂຫຍດໃດອັນບຸກຄົນຈະຍ່ອມບັນລຸດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸປະໂຫຍດ ນັ້ນແລ້ວ ຈັກຢຸດຄວາມພຽນເປັນທີ່ບໍ່ມີ ດັ່ງນີ້.  ພິກຂຸທັງຫຼາຍ ! ການຕຣັດສະຮູ້ເປັນສິ່ງທີ່ເຮົາບັນລຸເຖິງແລ້ວ ດ້ວຍຄວາມບໍ່ປະມາດ ອະນຸດຕະຣະໂຍຄັກເຂມະທັມ ກໍເປັນສິ່ງທີ່ເຮົາບັນລຸເຖິງແລ້ວ ດ້ວຍຄວາມບໍ່ປະມາດ  ພິກຂຸທັງຫຼາຍ ! ເຖິງແມ່ນວ່າພວກເຈົ້າຕ້ອງຕັ້ງໄວ້ ຊຶ່ງຄວາມພຽນອັນບໍ່ຖອຍກັບວ່າ: ໜັງ ເອັນ ກະດູກຈັກເຫຼືອຢູ່ ຊີ້ນ ແລະເລືອດໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ປະໂຫຍດໃດອັນບຸກຄົນຈະຍ່ອມບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸປະໂຍຊນ໌ ນັ້ນແລ້ວ ຈັກຢຸດຄວາມພຽນເປັນທີ່ບໍ່ມີ ດັ່ງນີ້ແລ້ວ.  ພິກຂຸທັງຫຼາຍ ! ພວກເຈົ້າກໍຈັກກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ຊຶ່ງທີ່ສຸດແຫ່ງພຣົມະຈັນ ອັນບໍ່ມີອັນໃດອື່ນຍິ່ງກວ່າ ອັນເປັນປະໂຫຍດທີ່ຕ້ອງການຂອງກຸນລະບຸດ ຜູ້ອອກບວດຈາກເຮືອນ ເປັນຜູ້ບໍ່ມີ

ການຕອບແທນຄຸນມານດາບິດາຢ່າງສູງສຸດ

Image
ພິກຂຸທັງຫຼາຍ ! ເຮົາກ່າວການຕອບແທນ ບໍ່ໄດ້ງ່າຍແກ່ທ່ານທັງສອງ ທ່ານທັງສອງຄືໃຜໜໍ? ຄື: 1. ມານດາ 2. ບິດາ   ພິກຂຸທັງຫຼາຍ ! ບຸຕຍ່ອມປະຄັບປະຄອງ ມານດາດ້ວຍບ່າເບື້ອງໜຶ່ງ ປະຄັບປະຄອງບິດາດ້ວຍບ່າເບື້ອງໜື່ງ ເຂົາມີອາຍຸ ມີຊີວິຕຢູ່ຕະຫຼອດຮ້ອຍປີ ແລະເຂົາຍ່ອມປະຕິບັຕຕໍ່ທ່ານທັງສອງນັ້ນດ້ວຍການຮົມຢາ ບີບນວດ ການອາບນ້ຳ ແລະການຖູ ແລະທ່ານທັງສອງນັ້ນ ຍ່ອມຖ່າຍອຸດຈາຣະ ປັດສາວະເທິງບ່າທັງສອງຂອງເຂົານັ້ນເອງ.  ພິກຂຸທັງຫຼາຍ! ການກະທຳຢ່າງນັ້ນ ຍັງບໍ່ທັນຊື່ວ່າອັນບຸຕກະທຳແລ້ວ ຫຼືຕອບແທນແລ້ວແກ່ມານດາບິດາເລີຍ.  ພິກຂຸທັງຫຼາຍ ! ອັນໜຶ່ງ ບຸດຍ່ອມສະຖາປະນາມານດາບິດາໃນຣາຊະສົມບັດ ອັນເປັນອິສະຣາທິປັດ ໃນແຜ່ນດິນໃຫຍ່ ອັນມີຣັດຕະນະ 7 ປະການມາກຫຼາຍນີ້ ການກະທຳຢ່າງນັ້ນ ຍັງບໍ່ຊື່ວ່າອັນບຸດກະທຳແລ້ວ ຫຼືຕອບແທນແລ້ວເເກ່ມານດາບິດາເລີຍ. ຂໍ້ນັ້ນເພາະເຫຕໃດ ?  ເພາະມານດາບິດາ ມີອຸປະກາຣະຫຼາຍ ບຳລຸງລ້ຽງ ສະເເດງໂລກນີ້ແກ່ບຸດທັງຫຼາຍ ສ່ວນບຸດຄົນໃດ 1. ອະນຸເຄາະມານດາບິດາ ຜູ້ບໍ່ມີສັທທາ ໃຫ້ສະມາທານຕັ້ງໜັ້ນໃນ ສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ) 2. ອະນຸເຄາະມານດາບິດາ ຜູ້ທຸສີລ ໃຫ້ສະມາທານຕັ້ງໜັ້ນໃນ ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີນ). 3. ອະນຸເຄາະມານດາບິດາ ຜູ້ຂີ້ຖີ່ ໃຫ້ສະມາທານຕັ້ງໜັ້ນໃນ ຈາຄະສັມປະທາ (ຄວ

ທັມອັນມີມູລມາແຕ່ຕັນຫາ 9 ຢ່າງ

Image
ທັມ 9 ຢ່າງທີ່ຄວນລະເປັນຢ່າງໃດ? ໄດ້ແກ່ທັມອັນມີມູລມາແຕ່ຕັນຫາ 9 ຢ່າງຄື: 1. ເພາະອາໄສຕັນຫາ ຈຶ່ງມີການສະແຫວງຫາ (ຕັນຫັງ ປະຕິຈຈະ ປະຣິເຍສະນາ), 2. ເພາະອາໄສການສະແຫວງຫາ ຈຶ່ງມີການໄດ້ (ປະຣິເຍສະນັງ ປະຕິຈຈະ ລາໂພ), 3. ເພາະອາໄສການໄດ້ ຈຶ່ງມີການປົງໃຈຮັກ (ລາພັງ ປະຕິຈຈະ ວິນິຈສະໂຍ) 4. ເພາະອາໄສການປົງໃຈຮັກ ຈຶ່ງມີຄວາມກຳນັດພໍໃຈ (ວິນິຈສະຍັງ ປະຕິຈຈະ ສັນທະຣາໂຄ) 5. ເພາະອາໄສຄວາມກຳນັດພໍໃຈ ຈຶ່ງມີຄວາມຫລົງໄຫລ (ສັນທະຣາຄັງ ປະຕິຈຈະ ອັຊໂຊສານັງ) 6. ເພາະອາໄສຄວາມຫລົງໄຫລ ຈຶ່ງເກີດຄວາມຫວງແຫນ (ອັຊໂຊສານັງ ປະຕິຈຈະ ປະຣິຄຄະໂຫ), 7. ເພາະອາໄສຄວາມຫວງແຫນ ຈຶ່ງມີມັດສະຣິຍະ (ປະຣິຄຄະຫັງ ປະຕິຈຈະ ມັຈສະຣິຍັງ) 8. ເພາະອາໄສມັດສະຣິຍະ ຈຶ່ງມີການຮັກສາ (ມັຈສະຣິຍັງ ປະຕິຈຈະ ອາຣັກໂຂ), 9. ເພາະອາໄສການຮັກສາ ອະກຸສົນລະທັມອັນເປັນປາບທັງຫລາຍຄື: ການຖືທ່ອນໄມ້ ຖືສັດຕຣາ ການຜິດຖຽງ ການແຍ່ງຊິງ ການວິວາດກັນ ການກ່າວຄຳຫຍາບວ່າ ມຶງໆ ແລະການເວົ້າຕົວະຍ່ອມເປັນໄປ ເພາະອາໄສການຮັກສາເປັນເຫດ. (ອາຣັກຂາທິກະຣະນັງ ປະຕິຈຈະ ທັນດາທານະສັຕຖາທານະກະລະຫະວິຄຄະຫະວິວາທະຕຸວັງຕຸວັງເປສຸນຍະມຸສາວາທາ ອະເນເກ ປາປະກາ ອະກຸສະລາ ທັມມາ ສັງວັຕຕັນຕິ). ທັມ 9 ຢ່າງເຫລົ່ານີ້ແລ ຄວນລະ. .........................................