ຄວນເປັນຄົນກະຕັນຍູກະຕະເວທີ

ພິກຂຸທັງຫລາຍ !

ພວກທ່ານໄດ້ຟັງເລື່ອງໝາຈອກ

ໃນປັດຈຸບັນສະໄໝແຫ່ງຣາຕີແລ້ວ ຫລືຍັງ?

ພິກຂຸທັງຫລາຍກໍໄດ້ກຣາບທູນວ່າ ໄດ້ຟັງແລ້ວ ຂ້ານ້ອຍ!

ພິກຂຸທັງຫລາຍ ຄວາມກະຕັນຍູບາງຢ່າງ

ຄວາມກະຕະເວທີບາງຢ່າງ ຍ່ອມມີໃນໝາຈອກເຖົ້າຕົວນັ້ນ

ແຕ່ຄວາມກະຕັນຍູບາງຢ່າງ ຄວາມກະຕະເວທີບາງຢ່າງ

ບໍ່ມີໃນພິກຂຸບາງຮູບ ຜູ້ປະຕິຍານຕົນວ່າ

ເປັນເຊື້ອສາຍສັກກະຍະບຸດໃນທັມວິໄນນີ້ເລີຍ.

ເພາະເຫດນັ້ນແລ ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ວ່າ

ເຮົາຈັກເປັນຄົນກະຕັນຍູ ເຮົາຈະເປັນຄົນກະຕະເວທີ

ເຖິງບຸນຄຸນຈະມີປະມານນ້ອຍທີ່ບຸກຄົນອື່ນກະທຳແກ່ເຮົາ ຈະບໍ່ໃຫ້ເສື່ອມຫາຍໄປ.

ພິກຂຸທັງຫລາຍ ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ແລ.

....................................................

ສິງຄາລສູຕທີ ໒. ໑໖/໒໗໔/໖໘໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ