ຄວນກວດສອບເບິ່ງການກະທຳຂອງຕົນວ່າ ”ດີ ຫລື ຊົ່ວ”

ຣາຫຸນ ! ເມື່ອທ່ານກຳລັງກະທຳກັມໃດດ້ວຍກາຍຢູ່ ຈົ່ງພິຈາລະນາກັມນັ້ນວ່າ ກາຍຍະກັມທີ່ເຮົາກຳລັງກະທຳຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງແດ່, ບຽດບຽນຜູ້ອື່ນແດ່, ບຽດບຽນທັງສອງຝ່າຍແດ່, ເປັນກາຍກັມທີ່ເປັນອະກຸສົນ ມີທຸກເປັນກຳໄລ ມີທຸກເປັນວິບາກ(ຜົນ)ຫລືບໍ່ໜໍ? ດັ່ງນີ້;

ຣາຫຸນ ! ຖ້າທ່ານພິຈາລະນາ ຮູ້ສຶກວ່າເປັນດັ່ງນັ້ນ

ທ່ານຈົ່ງເລີກລະກາຍກັມຊະນິດນັ້ນເສຍ.

ຣາຫຸນ ! ຖ້າທ່ານພິຈາລະນາ ຮູ້ສຶກຢູ່ດັ່ງນີ້ວ່າ

ກາຍກັມທີ່ເຮົາກຳລັງກະທຳຢູ່ນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງ, ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນ, ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍ,

ເປັນກາຍກັມອັນເປັນກຸສົນ ມີສຸກເປັນກຳໄລ ມີສຸກເປັນວິບາກ, ດັ່ງນີ້;

ຣາຫຸນ ! ທ່ານຈົ່ງຟ້າວກະທຳກາຍກັມ(ການກະທຳທາງກາຍ)ຊະນິດນັ້ນ.

..............................................................

ພຸທທະວະຈະນະ ສະບັບແກ້ກັມ ໜ້າທີ 33

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ