ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ຄັ້ງນັ້ນແລ ພຣາມມະຫາສານຄົນໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູນຖາມວ່າ:

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍໄດ້ສະດັບມາຕໍ່ບຸບພະພຣາມຜູ້ເຖົ້າຜູ້ແກ່ຜູ້ເປັນອາຈາຣຍ໌ ແລະ ປາຈາຣຍ໌(ອາຈະຣິຍະປາຈະຣິຍານັງ) ກ່າວໄວ້ວ່າ ແຕ່ກ່ອນໂລກນີ້ຍ່ອມໜາແໜ້ນໄປດ້ວຍໝູ່ມະນຸດເໝືອນອະເວຈີມະຫານະຣົກ ບ້ານ ນິຄົມ ຊົນນະບົດ ແລະ ຣາຊະທານີ ມີທຸກໄລຍະໄກ່ບິນຕົກ ດັ່ງນີ້.

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອັນໃດໜໍເປັນເຫດ ເປັນປັດໃຈທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນນະບົດກໍບໍ່ເປັນຊົນນະບົດ?

 ພຣາມ! ທຸກວັນນີ້ມະນຸດກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ມະນຸດເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ຕ່າງກໍຈັບສວຍເອົາສັດຕຣາອັນຄົມເຂັນຂ້າກັນ ແລະ ກັນ ເພາະເຫດນັ້ນ ມະນຸດຈຶ່ງລົ້ມຕາຍເປັນຈຳນວນຫລາຍ.

 ພຣາມ! ນີ້ແລ ເປັນເຫດ ເປັນປັດໃຈ ທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນບົດກໍບໍ່ເປັນຊົນບົດ.

 ພຣາມ! ອີກປະການໜຶ່ງ ທຸກວັນນີ້ມະນຸດກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ມະນຸດເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ຝົນບໍ່ຕົກຕ້ອງຕາມລະດູການ ສະນັ້ນຈຶ່ງເກີດທຸກພິກຂະໄພ ເຂົ້າກ້າເສຍຫາຍ ເປັນເພ້ຍ ບໍ່ໃຫ້ຜົນ ເພາະເຫດນັ້ນ ມະນຸດຈຶ່ງລົ້ມຕາຍເປັນຈຳນວນຫລາຍ.

 ພຣາມ! ນີ້ແລ ເປັນເຫດ ເປັນປັດໃຈ ທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນບົດກໍບໍ່ເປັນຊົນບົກ.

 ພຣາມ! ອີກປະການໜຶ່ງ ທຸກວັນນີ້ມະນຸດກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ມະນຸດເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລບຢ່າງແຮງກ້າຄອບງຳ ປະກອບດ້ວຍມິດສາທັມ ພວກຍັກປ່ອຍອະມະນຸດທີ່ຮ້າຍກາດລົງໄວ້ ເພາະເຫດນັ້ນ ມະນຸດຈຶ່ງລົ້ມຕາຍເປັນຈຳນວນຫລາຍ.

 ພຣາມ! ນີ້ແລ ເປັນເຫດ ເປັນປັດໃຈ ທີ່ກະທຳໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອນກໍບໍ່ເປັນນະຄອນ ຊົນບົດກໍບໍ່ເປັນຊົນບົດ.

 ພຣາມມະຫາສານນັ້ນກຣາບທູນວ່າ:

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ; ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ທ່ານພຣະໂຄດົມຊົງປະກາດທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູບໄດ້ ສັນນັ້ນ. 

 ຂ້ານ້ອຍຂໍເຖິງພຣະໂຄດົມ ກັບທັງພຣະທັມ ແລະ ພຣະພິກຂຸສົງຄ໌ເປັນສະຣະນະ ຂໍທ່ານພຣະໂຄດົມຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິດຕັ້ງແຕ່ວັນນີ້ເປັນຕົ້ນໄປ.

..............................................................

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໕໕/໔໙໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ