Posts

Showing posts from April 3, 2022

ຊົນພວກໃດມີບຸນ

Image
ເທວະດາທູນຖາມວ່າ:  ຊົນພວກໃດມີບຸນ ຈະເລີນໃນການທຸກເມື່ອ ທັງກາງເວັນ ແລະ ກາງຄືນ  ຊົນພວກໃດຕັ້ງຢູ່ໃນທັມ ສົມບູນດ້ວຍສີນ ເປັນຜູ້ໄປສະຫວັນ  ພຣະຜູ້ມີພຣະພາກກວ່າຕອບວ່າ: ຊົນພວກໃດສ້າງອາຣາມ ປູກຕົ້ນໄມ້ ສ້າງຂົວ ແລະ ຊົນເຫຼົ່າໃດໃຫ້ໂຮງນໍ້າເປັນທານ (ບໍນໍ້າ) ທັງເຮືອນທີ່ພັກອາໄສ ຊົນເຫຼົ່ານັ້ນຍ່ອມມີບຸນ ຈະເລີນໃນການທຸກເມື່ອ ທັງກາງເວັນ ແລະ ກາງຄືນ ຊົນເຫຼົ່ານັ້ນຕັ້ງຢູ່ໃນທັມ ສົມບູນດ້ວຍສີນ ເປັນຜູ້ໄປສະຫວັນ. .......................................................... ພຣະໄຕຣປິດົກ 15/64/145-6

ຈິດນີ້ຄົດໂກງລວງຫຼອກ

Image
ດູຣາທ່ານຜູ້ຈະເລີນທັງຫຼາຍເອີຍ !  ເຮົາຖືກບຸຣຸດນີ້ຄົດໂກງ ລວງຫຼອກ ປີ້ນປ້າຍ ດ້ວຍຜ້າທີ່ເນື້ອບໍ່ດີ ຂີ້ຮ້າຍ ເປື່ອນຂີ້ຝຸ່ນຂີ້ໄງ່ ມາດົນນານແທ້ແລ້ວ ໂດຍຕົວະເຮົາວ່າ...  ດູຣາບຸຣຸດຜູ້ຈະເລີນ ! ນີ້ແລເປັນຜ້າເນື້ອດີ ເປັນຂອງງົດງາມປາສະຈາກມົນທິນ ເປັນຜ້າສະອາດສຳລັບທ່ານ ດັ່ງນີ້ ອຸປະມານີ້ເຊັ່ນໃດ  ດູຣາມາຄັນທິຍະ ! ອຸປະໄມກໍສັນນັ້ນ ເຮົາສະແດງທັມແກ່ທ່ານວ່າ ຢ່າງນີ້ເປັນຄວາມບໍ່ມີໂຣກ ຢ່າງນີ້ເປັນນິບພານ ດັ່ງນີ້.  ທ່ານຈະຮູ້ຈັກຄວາມບໍ່ມີໂຣຄຈະເຫັນນິບພານໄດ້ ກໍຕໍ່ເມື່ອທ່ານລະຄວາມເພີດເພິນ ແລະ ຄວາມກຳນັດ ໃນອຸປາທານຂັນທັງ 5 ເສຍໄດ້ ພ້ອມກັບການເກີດແຫ່ງທັມມະຈັກຂຸຂອງທ່ານນັ້ນ.  ອັນນຶ່ງ ຄວາມຮູ້ສຶກຈະເກີດຂື້ນແກ່ທ່ານວ່າ:  ດູຣາທ່ານຜູ້ມີອາຍຸທັງຫຼາຍເອີຍ ! ດົນນານແທ້ຫນໍ ທີ່ເຮົາ... ຖືກ ຈິດ ນີ້ຄົດໂກງ ລວງຫຼອກປິ້ນປ້າຍ ເຮົາເມື່ອຢືດຖື ກໍຢືດຖືເອົາແລ້ວ ເຊິ່ງຮູບ ເຊິ່ງເວທະນາ ເຊິ່ງສັນຍາ ເຊິ່ງສັງຂານ ເຊິ່ງວິນຍານ ນັ້ນແລ ເພາະຄວາມຢືດຖື (ອຸປາທານ) ຂອງເຮົານັ້ນເປັນປັດໃຈ ຈຶ່ງມິພົບ ເພາະມີພົບເປັນປັດໃຈ ຈຶ່ງມີຊາຕິ ເພາະມີຊາຕິເປັນປັດໃຈ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການຢ່າງນີ້ ດັ່ງນີ້.

ຈົ່ງຢູ່ຢ່າງລຳບາກເຖີດ ຄວາມພະຍາຍາມມີຜົນຄວາມພຽນມີຜົນ

Image
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸພິຈາລະນາເຫັນດັ່ງນີ້ວ່າ:  ເມື່ອເຮົາຢູ່ຕາມສະບາຍ ອະກຸສົນລະທັມຍອມຈະເລີນຍິ່ງ ກຸສົນທັມຍ່ອມເຊື່ອມ ແຕ່ເມື່ອເຮົາດຳລົງຕົນຢູ່ໃນຄວາມບຳບາກ ອະກຸສົນລະທັມຍ່ອມເສື່ອມ ກຸສົນລະທັມຍ່ອມຈະເລີນຍິ່ງ  ຢ່າສັກຊ້າເລີຍ ເຮົາຈົ່ງດຳລົງຕົນຢູ່ໃນຄວາມລຳບາກເຖີດ ເຂົານັ້ນຈຶ່ງດຳລົງຕົນຢູ່ໃນຄວາມລຳບາກ ເມື່ອເຂົາດຳລົງຕົນຢູ່ໃນຄວາມລຳບາກຢູ່ ອະກຸສົນລະທັມຍ່ອມເສື່ອມ ກຸສົນລະທັມຍ່ອມຈະເລີນຍິ່ງ  ສະໄໝຕໍ່ມາ ເຂົາບໍ່ຕ້ອງດຳລົງຕົນຢູ່ໃນຄວາມລຳບາກອີກ ເພາະເຫດວ່າ ປະໂຫຍດທີ່ເຂົາຫວັງນັ້ນ ສຳເລັດແລ້ວ ຕາມທີ່ເຂົາປະສົງ.  ພິກຂຸທັງຫຼາຍ ! ຄວາມພະຍາຍາມມີຜົນ ຄວາມພຽນມີຜົນ ເປັນຢ່າງນີ້ແລ. ............................................................ ພຣະໄຕຣປິດົກ ເລັ້ມ 14 ຫນ້າ 13 ຂໍ້ 14