ວິທີດັບຄວາມອາຄາດທີ່ເກີດຂຶ້ນ

ພິກຂຸທັງຫລາຍ ! ທັມອັນເປັນທີ່ດັບບໍ່ເຫລືອເຊິ່ງຄວາມອາຄາດຊຶ່ງເກີດຂຶ້ນແກ່ພິກຂຸໂດຍປະການທັງປວງ 5 ປະການນີ້ 5 ປະການເປັນແນວໃດ? ຄື:

1. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນຈະເຣີນເມດຕາໃນບຸກຄົນນັ້ນ 

2. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນຈະເຣີນກະຣຸນາໃນບຸກຄົນນັ້ນ 

3. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນຈະເຣີນອຸເປກຂາໃນບຸກຄົນນັ້ນ 

4. ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ບໍ່ຄວນນຶກໃຝ່ໃຈໃນບຸກຄົນນັ້ນ 

ຄວາມອາຄາດທີ່ເກີດຂຶ້ນໃນບຸກຄົນໃດ ຄວນນຶກເຖິງຄວາມເປັນຜູ້ມີກັມເປັນຂອງໆຕົນໃຫ້ຫມັ້ນໃນບຸກຄົນນັ້ນວ່າ

ທ່ານຜູ້ນີ້ເປັນຜູ້ມີກັມເປັນຂອງໆຕົນ ເປັນທາຍາດແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງ

ຈັກທຳກັມໃດ ດີກໍຕາມ ຊົ່ວກໍຕາມ ຈັກເປັນທາຍາດ (ຜູ້ຮັບຜົນ)ຂອງກັມນັ້ນດັ່ງນີ້ 

ພິກຂຸຄວນຣະງັບຄວາມອາຄາດໃນບຸກຄົນນັ້ນດ້ວຍປະການຢ່າງນີ້ ຯ

.......................................................

ສູຕຕັນຕະປິດົກ ພາສາໄທ ສະບັບຫລວງ_ອາຄາຕວິນະຍະສູຕທີ ໑

ເຫລັ້ມ ໒໒/໑໖໘/໑໖໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ