ຄຳວ່າ ”ພຣົມມະຈັນ” ຄືຫຍັງ?

ຄຳວ່າ ”ພຣົມມະຈັນ” ຄືຫຍັງ?

ແລະທີ່ສຸດຂອງພຣົມມະຈັນນັ້ນເປັນແນວໃດ?

ຄັ້ງນັ້ນ ພິກຂຸອົງໜຶ່ງເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ກຣາບອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າວ່າ:

 ຂ້າແຕ່ພຣະອົງຜູ້ຈະເຣີນ ! ທີ່ເອີ້ນວ່າ ”ພຣົມມະຈັນໆ ດັ່ງນີ້” ກໍພຣົມມະຈັນເປັນຢ່າງໃດ ທີ່ສຸດຂອງພຣົມມະຈັນນັ້ນເປັນແນວໃດ ຂ້ານ້ອຍ?

ດູຣາພິກຂຸ ! ອະຣິຍະມັກປະກອບດ້ວຍອົງ 8 ນີ້ເອງຄື: ສັມມາທິດຖິ, ສັມມາສັງກັປປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ ນີ້ແລເປັນພຣົມມະຈັນ.

ຄວາມສິ້ນຣາຄະ ຄວາມສິ້ນໂທສະ ຄວາມສິ້ນໂມຫະ ນີ້ເປັນທີ່ສຸດແຫ່ງພຣົມມະຈັນ.

....................................................

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໗/໒໙-໓໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ