ຖານະ 5 ປະການທີ່ບໍ່ໄດ້ຕາມປາດຖະໜາ

ພິກຂຸທັງຫລາຍ!

ຖານະ 5 ປະການເຫຼົ່ານີ້ອັນ

ສະມະນະ, ພຣາມ, ເທບ, ມານ, ພຣົມ, ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາມີຢູ່ 5 ປະການຢ່າງໃດແດ່? 

5 ປະການຄື:

ສະທະນະ, ພຣາມ, ເທບ, ມານ, ພົມ ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາວ່າ:

1. ສີ່ງທີ່ມີຄວາມແກ່ເປັນທຳມະດາຢ່າແກ່ເລີຍ.

2. ສີ່ງທີ່ມີຄວາມເຈັບໄຂ້ທຳມາດາຢ່າເຈັບໄຂ້ເລີຍ.

3. ສີ່ງທີ່ມີຄວາມຕາຍເປັນທຳມະດາຢ່າຕາຍເລີຍ. 

4. ສີ່ງທີ່ມີຄວາມສີ້ນໄປເປັນທຳມາດາຢ່າສີນໄປເລີຍ.

5. ສີ່ງທີ່ມີຄວາມວິນາດເປັນທຳມະດາຢ່າວິນາດເລີຍດັ່ງນີ້. 

ພິກຂຸທັງຫລາຍ!

ສີ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບປຸຕຸຊົນຜູ້ທີ່ບໍ່ໄດ້ສະດັບ, ເມື່ອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວເຂົາກໍບໍ່ໄດ້ພິຈາລະນາເຫັນໂດຍລະອຽດວ່າ, ບໍ່ແມ່ນສີ່ງທີ່ມີຄວາມແກ່ເປັນທຳມະດາຈະແກ່ສຳລັບເຮົາຜູ້ດຽວເທົ່ານັ້ນ. ໂດຍທີ່ແທ້ແລ້ວສີ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບສັດຕະທັງຫລາຍທັງປວງທີ່ມີການມາ, ການໄປ, ການຈຸຕິ(ເກີດ), ການອຸບັດ(ຕາຍ). ກໍເມື່ຶອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວ ເຮົາຈະມາມົວເສົ້າໂສກກະວົນກະຫວາຍ, ລ້ຳໄລລຳພັນ, ທຸກອົກລ້ຳໃຫ້, ເຖີງຄວາມຫຼົງໄຫລ, ແມ້ອາຫານກໍບໍ່ຍ່ອຍ, ກາຍກໍເສົ້າໝອງ,  ການງານກໍຢຸກສະງັກ, ພວກອາມິດກໍດີໃຈ, ມິດສະຫາຍກໍເສົ້າໃຈດັ່ງນີ້.

ປຸຕຸຊົນນັ້ນເມື່ອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວຍ່ອມເສົ້າໂສກ, ກະວົນກະຫວາຍ, ລຳໄລລຳພັນ, ເປັນຜູ້ທຸກອົກລຳໃຫ້, ຍ່ອມເຖີງຄວາມຫຼົງໄຫ.

ພິກຂຸທັງຫລາຍ!

ເຮົາກ່ວາວ່າປຸຕຸຊົນຜູ້ບໍ່ໄດ້ສະດັບນີ້ຖຶກລູກສອນແຫ່ງຄວາມໂສກອັນມີພິດ, ສຽບແທງແລ້ວທຳຕົນເອງໃຫ້ເດືອດຮ້ອນຢູ່ດັ່ງນີ້.

ພິກຂຸທັງຫຼາຍ!

ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ຶງປາຍບໍ່ໄດ້, ເມື່ອເຫຼົ່າສັດຕະຜູ້ມີອະວິຊາເປັນເຄື່ອງກັ້ນຕັນຫາເປັນເຄື່ອຜູກທ່ອງທ່ຽວໄປມາຢູ່ ທີ່ສຸດເບື່ອງຕົ້ນຍ່ອມບໍ່ປາກົດແກ່ທ່ານທັງຫລາຍ, ທານທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ນ້ຳຕາທີ່ລັ່ງໄຫຼຂອງພວກທ່ານທີ່ທ່ອງທ່ຽວໄປມາ, ຄ້ຳຄວນຮ້ອງໃຫ້ຢູ່, ເພາະປະສົບກັບສີ່ງທີ່ບໍ່ພໍໃນ, ເພາະພັດພາກຈາກສີ່ງທີ່ພໍໃຈໂດຍການລະນານນີ້ກັບນ້ຳໃນມະຫາສະມຸດທັງ 4 ສີ່ງໃດຈະຫຼາຍກ່ວາກັນ?

ພິກຂຸທັງຫລາຍ!

ນ້ຳຕາທີ່ຫຼັ່ງໄຫຼອອກຂອງພວກທ່ານຜູ້ທ່ອງທ່ຽວໄປມາໂດຍການລະນານນີ້ ແລະຫຼາຍກ່ວາ ສ່ວນນ້ຳໃນມະຫາສະມຸດທັງ 4 ບໍ່ຫຼາຍກວ່າເລີຍ.

ພວກທ່ານໄດ້ປະສົບມໍລະນະກຳຂອງມານດາຕະຫຼອດການລະນານ, ນ້ຳຕາທີ່ຫຼັ່ງໄຫຼອອກຂອງພວກທ່ານຜູ້ປະສົບມໍລະນະກຳຂອງມານດາ, ຄຳຄວນຮ້ອງໃຫ້ຢູ່ເພາະປະສົບກັບສີ່ງທີ່ບໍ່ພໍໃຈ, ເພາະພັດພາກຈາກສີ່ງພໍໃຈນັ້ນ ແລະຫຼາຍກ່ວາສ່ວນນ້ຳໃນມະຫາສະມຸດທັງ 4 ບໍ່ຫຼາຍກວ່າເລີຍ.

ພວກທ່ານໄດ້ປະສົບມໍລະນະກຳຂອງບິດາ, ຂອງອ້າຍ, ຂອງນ້ອງຊາຍ, ຂອງເອື້ອຍ, ຂອງນ້ອງສາວ, ຂອງລູກສາວ, ລູກຊາຍ, ຄວາມເຊື່ອມແຫ່ງຍາດ ຄວາມເຊື່ອມແຫ່ງໂພຄະ ພວກທ່ານໄດ້ປະສົບຄວາມເຊື່ອມເພາະໂຣກຕະຫຼອດການລະນານນ້ຳຕາທີ່ລັ່ງໄຫຼອອກຂອງພວກທ່ານນັ້ນ ຜູ້ປະສົບຄວາມເຊື່ອມຄ້ຳຄວນຮ້ອງໃຫ້ຢູ່ເພາະປະສົບສິ່ງທີ່ບໍ່ພໍໃຈເພາະພັດພາກຈາກສິ່ງທີ່ພໍໃຈນັ້ນ ແລະຫຼາຍກ່ວາ ສ່ວນນ້ຳໃນມະຫາສະມຸດທັງ 4 ບໍ່ຫຼາຍ ກ່ວາເລີຍ. ຂໍ້ນັ້ນເພາະເຫດໃດເຫຼົ່າ? ເພາະເຫດວ່າ ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ຶງປາຍບໍ່ໄດ້, ເມື່ອເຫຼົ່າສັດຕະຜູ້ມີອະວິຊາເປັນເຄື່ອງກັ້ນມີຕັນຫາເປັນເຄື່ອງຜູກທ່ອງທ່ຽວໄປມາຢູ່ທີ່ສຸດເບື່ອງຕົ້ນຍ່ອມບໍ່ປາກົດ ສັດເຫຼົ່ານັ້ນຍ່ອມສະເຫວີຍທຸກຄວາມເຜັດຮ້ອນຄວາມພິນາໄດ້ເພີ່ມພູມປັດຕະພີທີ່ເປັນປ່າຊ້າຕະຫຼອດການລະນາສະນັ້ນ.

ພິກຂຸທັງຫຼາຍ! ດ້ວຍເຫດພຽງເທົ່ານີ້ກໍພໍແລ້ວທີ່ຈະເບື່ອໜ່າຍໃນສັງຂານທັງຫຼາຍ ພໍແລ້ວເພື່ອຈະຄາຍກຳນັດ ພໍແລ້ວເພື່ອຈະຫຼຸດພົ້ນດັ່ງນີ້.

ພິກຂຸທັງຫຼາຍ! ເພາະບໍ່ຮູ້ເຖິງ ເພາະບໍ່ແທງຕະຫຼອດເຊິ່ງອະຣິຍະສັດ 4 ຢ່າງເຮົາແລະທ່ານທັງຫຼາຍຈຶ່ງໄດ້ທ່ອງທ່ຽວໄປແລ້ວໃນສັງສາລະວັດຕະຫຼອດການຍຶດຍາວນານເຖິງພຽງນີ້.

ພິກຂຸທັງຫຼາຍ! ອະຣິຍະສັດ 4 ຢ່າງເຫຼົ່າໃດນໍ? 

4 ຢ່າງຄື: 

ເພາະບໍ່ຮູ້ເຖິງ ເພາະບໍ່ແທງຕະຫຼອດເຊິ່ງອະຣິຍະສັດຄື:

1.ອະຣິຍະສັດ “ທຸກ”

2.ອະຣິຍະສັດຄື “ເຫດໃຫ້ເກີດທຸກ”

3.ອະຣິຍະສັດຄື “ຄວາມດັບບໍ່ເຫຼືອຂອງທຸກ”

4.ອະຣິຍະສັດຄື “ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກ”. 

ເຮົາ ແລະທ່ານທັງຫຼາຍຈຶ່ງໄດ້ທ່ອງທ່ຽວໄປແລ້ວໃນສັງສາລະວັດຕະຫຼອດການຍຶດຍາວນານເຖິງພຽງນີ້.

ອານົນ! ຕະຖາຄົດໄດ້ບອກແລ້ວບໍ່ແມ່ນບໍ ວ່າສັດຕະຕ້ອງພັດພາກຈາກຂອງຮັກຂອງຊອບໃຈທັງສີ້ນ, ສັດຕະຈະໄດ້ຕາມປາດຖະໜາໃນສັງຂານນີ້ແຕ່ທີ່ໃດເຫຼົ່າ, ຂໍ້ທີ່ສັດຕະຈະຫວັງເອົາສິ່ງທີ່ເກີດແລ້ວເປັນແລ້ວມີປັດໃຈປຸງແຕ່ງແລ້ວ ມີການແຕກດັບເປັນທຳມະດາ ວ່າສິ່ງນີ້ຢ່າຈິບຫາຍເລີຍດັ່ງນີ້. ຍ່ອມບໍ່ແມ່ນຖານະທີ່ຈະມີໄດ້, ເປັນໄດ້. 

ສັດຕະທັງປວງທັງທີ່ເປັນຄົນນຸ່ມ ຄົນແກ່ ທັງທີ່ເປັນຄົນພານ ແລະ ບັນດິດ, ທັງທີ່ຮັ່ງມີ ແລະ ຍາກຈົນ ລ້ວນແຕ່ມີຄວາມຕາຍເປັນທີ່ໄປເຖິງໃນເບຶ້ອງໜ້າ, ປຽບເມືອນພາສະນະດີນທີ່ຊ່າງໝໍປັ້ນແລ້ວ ທັງໜ້ອຍ ແລະ ໃຫຍ່ ທັ້ງທີີສຸກແລ້ວ ແລະ ຍັງດິບ, ລ້ວນແຕ່ມີການແຕກທຳລາຍເປັນທີ່ສຸດສັນໃດ, ຊີວິດຂອງສັດຕະທັງຫຼາຍກໍລ້ວນແຕ່ມີຄວາມຕາຍໃນເບຶ້ອງໜ້າເໝືອນກັນສັນນັ້ນ. 

ໄວຂອງເຮົາແກ່ຫງ່ອມແລ້ວ ຊີວິດຂອງເຮົາລິບລີ່ແລ້ວ ເຮົາຈະລະພວກທ່ານໄປ ສາລະນະຂອງຕົວເອງເຮົາໄດ້ທຳໄວ້ແລ້ວ.

ພິກຂຸທັງຫຼາຍ! ພວກທ່ານຈົ່ງ <b>"ເປັນຜູ້ບໍ່ປະໝາດ"</b> ມີສະຕິ ມີສິນ ເປັນຢ່າງດີ ມີຄວາມດຳຣິອັນຕັ້ງໄວ້ແລ້ວດ້ວຍດີ ຕາມຮັກສາເຊິ່ງຈິດຂອງຕົນເຖີດ, ໃນທຳວິໄນນີ້ ພິກຂຸໃດເປັນຜູ້ບໍ່ປະໝາດແລ້ວ ຈະລະຊາດສົງສານທຳທີ່ສຸດແຫ່ງທຸກໄດ້.

...........................................

ມະຫາ.10:141:108

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ