Posts

Showing posts with the label ທັມໃນທ່າມກາງ

ກົດສູງສຸດຂອງທັມມະຊາດ

Image
ດູຣາພິກຂຸທັງຫຼາຍ! ເຮົາຈັກສະເເດງເຊິ່ງປະຕິຈະສະມຸບາດ(ຄືທັມມະອັນເປັນທັມມະຊາດອາໃສກັນເເລ້ວເກີດຂຶ້ນ) ເເກ່ພວກທ່ານທັງຫຼາຍ ພວກທ່ານທັງຫຼາຍຈົ່ງຟັງເຊິ່ງ ປະຕິຈະສະມຸບາດນັ້ນ ຈົ່ງທຳໃນໃຈໃຫ້ສຳເຫຼັດປະໂຫຍດ ເຮົາຈັກກວ່າໃນບັດນີ້... ດູຣາພິກຂຸທັງຫຼາຍ! ກໍປະຕິຈະສະມຸບາດເປັນຢ່າງໃດ? ດູຣາພິກຂຸທັງຫຼາຍ! ເພາະການເກີດເປັນປັດໃຈ ຊະຣາມໍຣະນະຍ່ອມມີ. ດູຣາພິກຂຸທັງຫຼາຍ! ເພາະເຫດທີ່ ຕະຖາຄົດທັງຫຼາຍຈະບັງເກີດຂຶ້ນກໍຕາມ ຈະບໍ່ບັງເກີດຂຶ້ນກໍ່ຕາມທັມມະທາດນັ້ນ ຍ່ອມຕັ້ງຢູ່ເເລ້ວນັ້ນທຽວ ຄືຄວາມຕັ້ງຢູ່ເເຫ່ງທັມມະດາ ຄືຄວາມເປັນກົດຕາຍຕົວເເຫ່ງທັມມະດາ ຄືຄວາມທີ່ເມື່ອສິ່ງນີ້ສິ່ງນີ້ເປັນປັດໃຈ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ ຕະຖາຄົດຍ່ອມຮູ້ພ້ອມສະເພາະ ຍ້ອມເຖິງພ້ອມສະເພາະ ເຊິ່ງທັມມະທາດນັ້ນ ຄັ້ນຮູ້ພ້ອມສະເພາະເເລ້ວ ເຖິງພ້ອມສະເພາະເເລ້ວ ຍ່ອມບອກ ຍ່ອມສະເເດງ ຍ່ອມບັນຢັດ ຍ່ອມຕັ້ງຂຶ້ນໄວ້ ຍ່ອມເປີດເຜີຍ ຍ່ອມຈຳເເນກເເຈກເເຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີີ່ຄວ້ຳ ເເລະ ໄດ້ກ່ວາເເລ້ວໃນບັດນີ້ວ່າ: "ດູຣາພິກຂຸທັງຫຼາຍ! ທ່ານທັງຫຼາຍຈົ່ງມາເບິ່ງເຖີດ ເພາະການເກີດເປັນປັດໃຈ ຊະຣາມໍຣະນະຍ່ອມມີ ດັ່ງນີ້. ດູຣາພິກຂຸທັງຫຼາຍ! ເພາະເຫດດັ່ງນີ້ເເລ ທັມມະທາດໃດໃນກໍລະນີນັ້ນ ອັນເປັນ ຕະຖະຕາ: ຄືຄ

ສຳມາທິ 4 ແບບ

Image
ສະມາທິພາວະນາ 4 ປະການ ພິກຂຸທັງຫລາຍ! ສະມາທິພາວະນາ 4 ປະການນີ້; 4 ປະການເປັນຢ່າງໃດ? ຄື: 1. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນມີຢູ່;  2. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະມີຢູ່ 3. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະມີຢູ່; 4. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍມີຢູ່;  ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນເປັນຢ່າງໃດ?  ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ສະຫງັດຈາກກາມທັງຫລາຍ ສະຫງັດຈາກອະກຸສົນລະທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດແຕ່ວິເວກຢູ່;   ເພາະວິຕົກວິຈານສະຫງົບໄປ ຍ່ອມບັນລຸ "ທຸຕິຍະຊານ" ມີຄວາມຜ່ອງໃສແຫ່ງຈິດໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈານ ມີແຕ່ປີຕິ ແລະ ສຸກອັນເກີດແຕ່ສະມາທິຢູ່;  ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸກດ້ວຍກາຍ ຍ່ອມບັນລຸ "ຕະຕິຍະຊານ" ທີ່ພຣະອະຣິຍະເຈົ້າທັງ

ການທ່ຽວໄປຄົນດຽວປະເສີດກວ່າ ເພາະຄວາມເປັນສະຫາຍຍ່ອມບໍ່ມີໃນຄົນພານ

Image
ຖ້າບໍ່ໄດ້ສະຫາຍຜູ້ມີປັນຍາຮັກສາໂຕ ເປັນທີຣະຊົນ ມີປົກກະຕິໃຫ້ສຳເຣັດປະໂຫຍດຮ່ວມທາງເດີນ ກໍຈົ່ງທ່ຽວສັນຈອນໄປຄົນດຽວ ເໝືອນພຣະຣາຊາທີ່ຊົງສະລະຣາຊະສົມບັດ, ເໝືອນຊ້າງມາຕັງຄະໃນປ່າ ສັນນັ້ນ; ການທ່ຽວໄປຄົນດຽວປະເສີດກວ່າ ເພາະຄວາມເປັນສະຫາຍຍ່ອມບໍ່ມີໃນຄົນພານ ຈົ່ງເປັນຜູ້ທ່ຽວໄປຄົນດຽວ ແລະ ບໍ່ກະທຳບາບ ເໝືອນຊ້າງມາຕັງຄະທີ່ມີຄວາມຂົນຂວາຍນ້ອຍໃນປ່າ ສັນນັ້ນ. ................................................... ມັຊຊິມະນິກາຍ ອຸປະຣິປັນນາສ ໑໔/໒໓໑/໔໔໓

ຈິດນີ້ຄົດໂກງລວງຫຼອກ

Image
ດູຣາທ່ານຜູ້ຈະເລີນທັງຫຼາຍເອີຍ !  ເຮົາຖືກບຸຣຸດນີ້ຄົດໂກງ ລວງຫຼອກ ປີ້ນປ້າຍ ດ້ວຍຜ້າທີ່ເນື້ອບໍ່ດີ ຂີ້ຮ້າຍ ເປື່ອນຂີ້ຝຸ່ນຂີ້ໄງ່ ມາດົນນານແທ້ແລ້ວ ໂດຍຕົວະເຮົາວ່າ...  ດູຣາບຸຣຸດຜູ້ຈະເລີນ ! ນີ້ແລເປັນຜ້າເນື້ອດີ ເປັນຂອງງົດງາມປາສະຈາກມົນທິນ ເປັນຜ້າສະອາດສຳລັບທ່ານ ດັ່ງນີ້ ອຸປະມານີ້ເຊັ່ນໃດ  ດູຣາມາຄັນທິຍະ ! ອຸປະໄມກໍສັນນັ້ນ ເຮົາສະແດງທັມແກ່ທ່ານວ່າ ຢ່າງນີ້ເປັນຄວາມບໍ່ມີໂຣກ ຢ່າງນີ້ເປັນນິບພານ ດັ່ງນີ້.  ທ່ານຈະຮູ້ຈັກຄວາມບໍ່ມີໂຣຄຈະເຫັນນິບພານໄດ້ ກໍຕໍ່ເມື່ອທ່ານລະຄວາມເພີດເພິນ ແລະ ຄວາມກຳນັດ ໃນອຸປາທານຂັນທັງ 5 ເສຍໄດ້ ພ້ອມກັບການເກີດແຫ່ງທັມມະຈັກຂຸຂອງທ່ານນັ້ນ.  ອັນນຶ່ງ ຄວາມຮູ້ສຶກຈະເກີດຂື້ນແກ່ທ່ານວ່າ:  ດູຣາທ່ານຜູ້ມີອາຍຸທັງຫຼາຍເອີຍ ! ດົນນານແທ້ຫນໍ ທີ່ເຮົາ... ຖືກ ຈິດ ນີ້ຄົດໂກງ ລວງຫຼອກປິ້ນປ້າຍ ເຮົາເມື່ອຢືດຖື ກໍຢືດຖືເອົາແລ້ວ ເຊິ່ງຮູບ ເຊິ່ງເວທະນາ ເຊິ່ງສັນຍາ ເຊິ່ງສັງຂານ ເຊິ່ງວິນຍານ ນັ້ນແລ ເພາະຄວາມຢືດຖື (ອຸປາທານ) ຂອງເຮົານັ້ນເປັນປັດໃຈ ຈຶ່ງມິພົບ ເພາະມີພົບເປັນປັດໃຈ ຈຶ່ງມີຊາຕິ ເພາະມີຊາຕິເປັນປັດໃຈ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການຢ່າງນີ້ ດັ່ງນີ້.

ຈົ່ງຢູ່ຢ່າງລຳບາກເຖີດ ຄວາມພະຍາຍາມມີຜົນຄວາມພຽນມີຜົນ

Image
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸພິຈາລະນາເຫັນດັ່ງນີ້ວ່າ:  ເມື່ອເຮົາຢູ່ຕາມສະບາຍ ອະກຸສົນລະທັມຍອມຈະເລີນຍິ່ງ ກຸສົນທັມຍ່ອມເຊື່ອມ ແຕ່ເມື່ອເຮົາດຳລົງຕົນຢູ່ໃນຄວາມບຳບາກ ອະກຸສົນລະທັມຍ່ອມເສື່ອມ ກຸສົນລະທັມຍ່ອມຈະເລີນຍິ່ງ  ຢ່າສັກຊ້າເລີຍ ເຮົາຈົ່ງດຳລົງຕົນຢູ່ໃນຄວາມລຳບາກເຖີດ ເຂົານັ້ນຈຶ່ງດຳລົງຕົນຢູ່ໃນຄວາມລຳບາກ ເມື່ອເຂົາດຳລົງຕົນຢູ່ໃນຄວາມລຳບາກຢູ່ ອະກຸສົນລະທັມຍ່ອມເສື່ອມ ກຸສົນລະທັມຍ່ອມຈະເລີນຍິ່ງ  ສະໄໝຕໍ່ມາ ເຂົາບໍ່ຕ້ອງດຳລົງຕົນຢູ່ໃນຄວາມລຳບາກອີກ ເພາະເຫດວ່າ ປະໂຫຍດທີ່ເຂົາຫວັງນັ້ນ ສຳເລັດແລ້ວ ຕາມທີ່ເຂົາປະສົງ.  ພິກຂຸທັງຫຼາຍ ! ຄວາມພະຍາຍາມມີຜົນ ຄວາມພຽນມີຜົນ ເປັນຢ່າງນີ້ແລ. ............................................................ ພຣະໄຕຣປິດົກ ເລັ້ມ 14 ຫນ້າ 13 ຂໍ້ 14

ທັມ 5 ປະການ ທີ່ມີຄວາມສຳຄັນຕໍ່ຜູ້ເຈັບໄຂ້

Image
ພິກຂຸທັງຫລາຍ! ຖ້າທັມ 5 ປະການບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານຄື: ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່ ຕໍ່ການບໍ່ນານເລີຍ. ທັມ 5 ປະການນັ້ນເປັນຢ່າງໃດ? ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ 1. ຍ່ອມພິຈາຣະນາເຫັນຄວາມບໍ່ງາມໃນກາຍ, 2. ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ, 3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ, 4. ພິຈາຣະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງ, 5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ, ພິກຂຸທັງຫລາຍ! ທັມ 5 ປະການນີ້ແລ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານ ຄື ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່. ........................................................ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໒໘/໑໒໑

ບໍ່ຄວນນຶກຄິດໄປໃນທາງອະກຸສົນອັນເປັນບາບ

Image
 ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຈົ່ງຢ່ານຶກເຖິງອະກຸສົນອັນເປັນບາບ ຄື: ກາມວິຕົກ ພະຍາບາດວິຕົກ ວິຫິງສາວິຕົກ ຂໍ້ນັ້ນເພາະເຫດໃດ? ເພາະວິຕົກເຫລົ່ານີ້ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.  ພິກຂຸທັງຫລາຍ! ເມື່ອພວກເຈົ້າທັງຫລາຍຈະນຶກ ຈົ່ງນຶກວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌ ຂໍ້ນັ້ນເພາະເຫດໃດ? ເພາະວິຕົກເຫລົ່ານີ້ປະກອບດ້ວຍປະໂຫຍດ ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຄວນກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌. ............................................................. ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໑໖/໑໖໖໐

ຢ່າປະມາດ

Image
ພິກຂຸທັງຫລາຍ! ຄວນທຳຄວາມບໍ່ປະມາດໂດຍຖານະ 4 ປະການ; 4 ປະການເປັນຢ່າງໃດ?  ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງລະກາຍທຸຈະຣິດ ຈົ່ງຈະເຣີນກາຍສຸຈະຣິດ ແລະ ຢ່າປະມາດໃນການລະກາຍທຸຈະຣິດ ແລະ ການຈະເຣີນກາຍສຸຈະຣິດນັ້ນ.  ຈົ່ງລະວະຈີທຸຈະຣິດ ຈົ່ງຈະເຣີນວະຈີສຸຈະຣິດ ແລະ ຢ່າປະມາດໃນການລະວະຈີທຸຈະຣິດ ແລະ ການຈະເຣີນວະຈີສຸຈະຣິດນັ້ນ.  ຈົ່ງລະມະໂນທຸຈະຣິດ ຈົ່ງຈະເຣີນມະໂນສຸຈະຣິດ ແລະຢ່າປະມາດໃນການລະມະໂນທຸຈະຣິດ ແລະ ການຈະເຣີນມະໂນສຸຈະຣິດນັ້ນ.  ຈົ່ງລະມິດສາທິດຖິ ຈົ່ງຈະເຣີນສັມມາທິດຖິ ແລະ ຢ່າປະມາດໃນການລະມິດສາທິດຖິ ແລະ ການຈະເຣີນສັມມາທິດຖິນັ້ນ.  ພິກຂຸທັງຫລາຍ! ໃນການໃດແລ ພິກຂຸລະກາຍທຸຈະຣິດ ຈະເຣີນກາຍສຸຈະຣິດ, ລະວະຈີທຸຈະຣິດ ຈະເຣີນວະຈີສຸຈະຣິດ, ລະມະໂນທຸຈະຣິດ ຈະເຣີນມະໂນສຸຈະຣິດ ລະມິດສາທິດຖິ ຈະເຣີນສັມມາທິດຖິ ໃນການນັ້ນ ເຂົາຍ່ອມບໍ່ຢ້ານກົວຕໍ່ຄວາມຕາຍ ອັນຈະມີໃນພາຍໜ້າ. ................................................................... ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໑໙/໑໑໖.
Image
ພິກຂຸທັງຫລາຍ ! ບຸກຄົນ ໔ ຈຳພວກນີ້ມີປາກົດຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື: ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນຈຳພວກ ໑ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນຈຳພວກ ໑ ພິກຂຸທັງຫລາຍ ! ທ່ອນໄມ້ທີ່ຖິ້ມຢູ່ໃນປ່າຊ້າ ໄຟເຜົາທັງສອງຂ້າງ ທາງກາງກໍເປື້ອນຄູດ ຍ່ອມຫາປະໂຫຍດບໍ່ໄດ້ທີ່ຈະນຳມາເປັນເຄື່ອງໄມ້ໃນບ້ານ ທັງບໍ່ມີປະໂຫຍດແກ່ເຄື່ອງໄມ້ໃນປ່າສັນໃດ, ເຮົາກ່າວບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນກໍສັນນັ້ນເໝືອນກັນ. ພິກຂຸທັງຫລາຍ ! ໃນບັນດາບຸກຄົນເຫລົ່ານັ້ນ ບັນດາບຸກຄົນ ໒ ຈຳພວກນີ້ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນເປັນຜູ້ງາມກວ່າແລະປານີຕກວ່າ. ບັນດາບຸກຄົນ ໓ ຈຳພວກ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫ

ອະທິຖານຄວາມພຽນ

Image
 ພິກຂຸທັງຫຼາຍ ! ເຮົາຍັງຮູ້ສຶກໄດ້ຢູ່ ຊຶ່ງທັມສອງຢ່າງຄື: ຄວາມບໍ່ຮູ້ຈັກອີ່ມຈັກພໍ ໃນກຸສົນທັມທັງຫຼາຍ, ຄວາມເປັນຜູ້ບໍ່ຖອຍກັບ ໃນການຕັ້ງຄວາມພຽນ. ເຮົາຍ່ອມຕັ້ງໄວ້ຊຶ່ງຄວາມພຽນ ອັນບໍ່ຖອຍກັບວ່າ: ໜັງ ເອັນ ກະດູກຈັກເຫຼືອຢູ່ ຊີ້ນ ແລະເລືອດໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ປະໂຫຍດໃດອັນບຸກຄົນຈະຍ່ອມບັນລຸດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸປະໂຫຍດ ນັ້ນແລ້ວ ຈັກຢຸດຄວາມພຽນເປັນທີ່ບໍ່ມີ ດັ່ງນີ້.  ພິກຂຸທັງຫຼາຍ ! ການຕຣັດສະຮູ້ເປັນສິ່ງທີ່ເຮົາບັນລຸເຖິງແລ້ວ ດ້ວຍຄວາມບໍ່ປະມາດ ອະນຸດຕະຣະໂຍຄັກເຂມະທັມ ກໍເປັນສິ່ງທີ່ເຮົາບັນລຸເຖິງແລ້ວ ດ້ວຍຄວາມບໍ່ປະມາດ  ພິກຂຸທັງຫຼາຍ ! ເຖິງແມ່ນວ່າພວກເຈົ້າຕ້ອງຕັ້ງໄວ້ ຊຶ່ງຄວາມພຽນອັນບໍ່ຖອຍກັບວ່າ: ໜັງ ເອັນ ກະດູກຈັກເຫຼືອຢູ່ ຊີ້ນ ແລະເລືອດໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ປະໂຫຍດໃດອັນບຸກຄົນຈະຍ່ອມບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸປະໂຍຊນ໌ ນັ້ນແລ້ວ ຈັກຢຸດຄວາມພຽນເປັນທີ່ບໍ່ມີ ດັ່ງນີ້ແລ້ວ.  ພິກຂຸທັງຫຼາຍ ! ພວກເຈົ້າກໍຈັກກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ຊຶ່ງທີ່ສຸດແຫ່ງພຣົມະຈັນ ອັນບໍ່ມີອັນໃດອື່ນຍິ່ງກວ່າ ອັນເປັນປະໂຫຍດທີ່ຕ້ອງການຂອງກຸນລະບຸດ ຜູ້ອອກບວດຈາກເຮືອນ ເປັນຜູ້ບໍ່ມີ

ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ

Image
ພິກຂຸທັງຫຼາຍ ! ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ 3 ຈຳພວກ ເປັນແນວໃດ? ຄື: 1. ບຸກຄົນອາໄສບຸກຄົນໃດແລ້ວ ເປັນຜູ້ເຖິງພຣະພຸດທະເຈົ້າວ່າເປັນສະຣະນະ.  ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 2. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ.    ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 3. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່.   ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ.   ພິກຂຸທັງຫຼາຍ ! ເຮົາກ່າວວ່າ ບຸກຄົນອື່ນນອກຈາກ ບຸກຄົນ 3 ຈຳພວກນີ້ ຈະເປັນຜູ້ມີອຸປະກາຣະມາກມາຍ ແກ່ບຸກຄົນນີ້ຫາບໍ່ໄດ້.  ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວວ່າ ບຸກຄົນຈະໃຫ້ການຕອບແທນຄື: ດ້ວຍການຂາບໄຫວ້ ການລຸກຮັບ ການປະນົມມືໄຫວ້ ການກະທຳຄວາມເຄົາຣົບ ການໃຫ້ຜ້ານຸ່ງຫົ່ມ ອາຫານ ທີ່ຢູ່ອາໄສ ຢາຮັກໂຣຄແກ່ບຸກຄົນ 3 ຈຳພວກນີ້ບໍ່ໄດ້ງ່າຍ. ..............................

ອຸປາທານ ແລະທີ່ຕັ້ງແຫ່ງອຸປາທານ

Image
ພິກຂຸທັງຫລາຍ ! ເຮົາຈັກສະແດງທັມເປັນທີ່ຕັ້ງແຫ່ງອຸປາທານ ແລະ ອຸປາທານ ທ່ານທັງຫລາຍຈົງຟັງ. ພິກຂຸທັງຫລາຍ ! ກໍທັມອັນເປັນທີ່ຕັ້ງແຫ່ງອຸປາທານເປັນແນວໃດ  ອຸປາທານເປັນຢ່າງໃດ?  ພິກຂຸທັງຫລາຍ ຮູບ ເວທນາ ສັນຍາ ສັງຂານ ວິນຍານ ຊື່ວ່າ ທັມເປັນທີ່ຕັ້ງແຫ່ງອຸປາທານ. ຄວາມກຳຫນັດດ້ວຍອຳນາດຄວາມພໍໃຈ ໃນຮູບ ເວທນາ ສັນຍາ ສັງຂານ ວິນຍານ  ນັ້ນຊື່ວ່າ ອຸປາທານ. ພິກຂຸທັງຫລາຍ ! ນີ້ເອີ້ນວ່າ ທັມເປັນທີ່ຕັ້ງແຫ່ງອຸປາທານ ນີ້ເອີ້ນວ່າ ອຸປາທານ. .......................................................... ສູຕຕັນຕະປິດົກ ເຫລັ້ມທີ ໑໗ ພາສາໄທ ສະບັບຫລວງ ສັງ. ຂັນທ. ອຸປາທານສູຕ

ທັມ 5 ປະການນີ້ ອັນບຸກຄົນຈະເຣີນແລ້ວ ເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ

Image
ພິກຂຸທັງຫລາຍ ! ທັມ 5 ປະການນີ້ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ ທັມ 5 ປະການນັ້ນເປັນຢ່າງໃດ? ຄື ພິກຂຸໃນທັມວິໄນນີ້ 1. ພິຈາຣະນາເຫັນຄວາມບໍ່ງາມໃນກາຍ  2. ກຳນົດໝາຍໃນຄວາມເປັນປະຕິກູລຂອງອາຫານ 3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ  4. ພິຈາຣະນາເຫັນສັງຂານທັງປວງວ່າບໍ່ທ່ຽງ  5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ  ພິກຂຸທັງຫລາຍ ! ທັມ 5 ປະການນີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ. ..................................................... ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໗໔/໗໐

ປະຣິນເຍີຍຍະທັມ, ປະຣິນຍາ, ປະຣິນຍາຕາວີ

Image
ດູຣາຣາທະ ! ປະຣິນເຍີຍຍະທັມເປັນຢ່າງໃດ? ດູຣາຣາທະ ຮູບນັ້ນແລ ເປັນປະຣິນເຍີຍຍະທັມ<b>  ເວທະນາ ເປັນປະຣິນເຍີຍຍະທັມ  ສັນຍາ ເປັນປະຣິນເຍີຍຍະທັມ  ສັງຂານ ເປັນປະຣິນເຍີຍຍະທັມ  ວິນຍານ ເປັນປະຣິນເຍີຍຍະທັມ </b> ດູຣາຣາທະ ທັມເຫລົ່ານີ້ເຮົາກ່າວວ່າ ປະຣິນເຍີຍຍະທັມ (ທັມທີ່ຄວນກຳນົດຮູ້) ດູຣາຣາທະ ! ກໍປະຣິນຍາເປັນຢ່າງໃດ ?  ຄວາມສິ້ນຣາຄະ  ຄວາມສິ້ນໂທສະ   ຄວາມສິ້ນໂມຫະ  ນີ້ເຮົາກ່າວວ່າ ປະຣິນຍາ (ຄວາມຮອບຮູ້) ດູຣາຣາທະ ! ປະຣິນຍາຕາວີບຸກຄົນເປັນຢ່າງໃດ? ຜູ້ທີ່ເຂົາພາກັນເອີ້ນວ່າ ອະຣະຫັນ ຄື: ທ່ານທີ່ມີຊື່ຢ່າງນີ້ ມີໂຄດຢ່າງນີ້ ນີ້ເຮົາກ່າວວ່າ ປະຣິນຍາຕາວີບຸກຄົນ (ບຸກຄົນທີ່ຈົບປະຣິນຍາ) ....................................................... ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ຂັນທະວາຣະວັກ ໑໗/໑໙໒-໑໙໓/໓໖໙

ຄວາມສຳຄັນຂອງສັນຍາ 5 ປະການ

Image
ພິກຂຸທັງຫລາຍ ! ສັນຍາ 5 ປະການນີ້ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົນຫລາຍ ມີອານິສົງຫລາຍ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນທີ່ສຸດ; ສັນຍາ 5 ປະການເປັນແນວໃດ? ຄື: 1. ອະນິດຈະສັນຍາ (ກຳນົດໝາຍໃນຄວາມບໍ່ທ່ຽງ), 2. ອະນັດຕະສັນຍາ (ກຳນົດໝາຍໃນຄວາມເປັນອະນັດຕາ), 3. ມະຣະນະສັນຍາ (ກຳນົດໝາຍໃນຄວາມຕາຍ), 4. ອາຫາເຣປະຕິກູລະສັນຍາ(ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ), 5. ສັບພະໂລເກອະນະພິຣະຕະສັນຍາ (ສຳຄັນວ່າບໍ່ໜ້າຍິນດີໃນໂລກທັງປວງ). ພິກຂຸທັງຫລາຍ ! ສັນຍາ 5 ປະການນີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົນຫລາຍ ມີອານິສົງຫລາຍ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນທີ່ສຸດ. ................................................. ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໗໐/໖໑

ຜູ້ມີປັນຍາເປັນກຳລັງ

Image
ພິກຂຸທັງຫລາຍ ! ອະຣິຍະສາວົກໃນທັມວິໄນນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາທີ່ກຳນົດຮູ້ຄວາມເກີດ ແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳລະກິເລດໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ ນີ້ເອີ້ນວ່າ: ປັນຍາພະລະ. ................................. ອັງຄຸຕຕະຣະນິກາຍ ໒໓/໔/໔

ພຣະພຸດທະເຈົ້າຊົງເຕືອນພິກຂຸທັງຫລາຍໃຫ້ເປັນຜູ້ສັງຣວມອິນຊີ

Image
ພຣະພຸດທະເຈົ້າຊົງເຕືອນພິກຂຸທັງຫລາຍໃຫ້ເປັນຜູ້ສັງຣວມອິນຊີ, ຮູ້ຈັກປະມານໃນການບໍຣິໂພກ, ໃຫ້ເປັນຜູ້ປາຣົບຄວາມພຽນ ແລະ ຊົງໃຫ້ຈະເຣີນໂພທິປັກຂິຍະທັມຢູ່ທຸກວັນຄືນ ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາຢ່າງນີ້ວ່າ ເຮົາທັງຫລາຍຈັກເປັນຜູ້ຄຸ້ມຄອງທະວານໃນອິນຊີທັງຫລາຍ, ເປັນຜູ້ຮູ້ປະມານໃນໂພຊະນະ, ປະກອບຄວາມພຽນເປັນເຄື່ອງຕື່ນຢູ່, ເປັນຜູ້ເຫັນແຈ້ງໃນກຸສົນທັມທັງຫລາຍ, ປະກອບການຈະເຣີນໂພທິປັກຂິຍະທັມທັງຫລາຍຢູ່ທຸກວັນຄືນ, ພິກຂຸທັງຫລາຍ ! ທ່ານທັງຫລາຍຈົ່ງສຶກສາໄວ້ຢ່າງນີ້ແລ. ............................................... ອັງຄຸຕຕະຣະນິກາຍ..໒໒/໖໒/໕໖

ຈົ່ງລະຄວາມພໍໃຈໃນສິ່ງທີ່ບໍ່ທ່ຽງ

Image
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍປະທານໂອກາດ ຂໍພຣະຜູ້ມີພຣະພາກເຈົ້າໂປດສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ມີຄວາມບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ ຂ້ານ້ອຍ. ດູຣາຣາທະ ! ສິ່ງໃດບໍ່ທ່ຽງ ທ່ານຈົ່ງລະຄວາມພໍໃຈໃນສິ່ງນັ້ນເສຍ ດູຣາຣາທະ ! ອັນໃດໜໍບໍ່ທ່ຽງ?  ຈັກຂຸ(ຕາ)ບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ທ່ານຈົ່ງລະຄວາມພໍໃຈໃນສິ່ງນັ້ນເສຍ,  ຮູບບໍ່ທ່ຽງ,  ຈັກຂຸວິນຍານບໍ່ທ່ຽງ,  ຈັກຂຸສັມຜັດບໍ່ທ່ຽງ,  ສຸຂະເວທະນາ  ທຸກຂະເວທະນາ  ອະທຸກຂະມະສຸຂະເວທະນາທີ່ເກີດຈາກຈັກຂຸສັມຜັດ(ການເຫັນທາງຕາ)ບໍ່ທ່ຽງ   ທ່ານຈົ່ງລະຄວາມພໍໃຈໃນເວທະນານັ້ນເສຍ... ................................................................... ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໗-໔໘/໙໒

ໂລພະ ໂທສະ ໂມຫະ ເປັນເຫດເກີດຂອງກັມ

Image
ໂລພະ ໂທສະ ໂມຫະ ເປັນເຫດເກີດຂອງກັມ ແລະເປັນທັມທີ່ເປັນໄປເພື່ອທຸຄະຕິ ເຊິ່ງເປັນສິ່ງທີ່ຄວນເວັ້ນ ຜູ້ຮູ້ຈັກກັມອັນເກີດຈາກໂລພະ ໂທສະ ໂມຫະ ເຂົາກະທຳກັມໃດ ນ້ອຍກໍຕາມ ຫລາຍກໍຕາມ ເຂົາຕ້ອງສະເຫວີຍຜົນກັມນັ້ນໃນອັດຕະພາບນີ້... ເພາະສະນັ້ນ, ພິກຂຸຜູ້ຮູ້ແຈ້ງເຊິ່ງຄວາມໂລບ ຄວາມໂກດ ແລະຄວາມຫລົງ ທຳວິຊາໃຫ້ເກີດຂຶ້ນ ຍ່ອມລະທຸຄະຕິເສຍໄດ້ທັງໝົດ. .............................................. ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໓໐/໓໗໓

ໃນທັມວິໄນໃດບໍ່ມີອະຣິຍະມັກມີອົງ 8 ໃນທັມວິໄນນັ້ນບໍ່ມີອະຣິຍະບຸກຄົນ

Image
ດູຣາສຸພັດທະ ! ໃນທັມວິໄນໃດບໍ່ມີອະຣິຍະມັກມີອົງ 8   ໃນທັມວິໄນນັ້ນ ບໍ່ມີສະມະນະທີ 1,   ສະມະນະທີ 2,    ສະມະນະທີ 3,    ສະມະນະທີ 4.   ໃນທັມວິໄນໃດມີອະຣິຍະມັກມີອົງ 8  ໃນທັມວິໄນນັ້ນ ມີສະມະນະທີ 1,    ສະມະນະທີ 2,    ສະມະນະທີ 3,    ສະມະນະທີ 4.  ດູຣາສຸພັດທະ ! ໃນທັມວິໄນນີ້ ມີອະຣິຍະມັກປະກອບດ້ວຍອົງແປດ ໃນທັມວິໄນນີ້ເທົ່ານັ້ນ ມີສະມະນະທີ 1, 2, 3, 4 ລັດທິອື່ນໆວ່າງຈາກສະມະນະຜູ້ຮູ້ທົ່ວເຖິງ ກໍພິກຂຸເຫລົ່າໃດມີຄວາມເປັນຢູ່ໂດຍຊອບ ໂລກຈະບໍ່ວ່າງຈາກພຣະອະຣະຫັນທັງຫລາຍ.