Posts

Showing posts from January 30, 2022

ນອນກອດກອງໄຟນັ້ນແຫລະດີກວ່າ

Image
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວນັ້ນ ຫລື ບໍ່?  "ເຫັນ" ພຣະອົງຄ໌ຜູ້ຈະຈະເຣີນ!  ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ ວ່າອັນໃດຈະດີກວ່າກັນ ຄື: ການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ກັບການທີ່ເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນ?  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ການທີ່ເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນນັ້ນແຫລະດີກວ່າ ເພາະວ່າການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ນັ້ນເປັນຄວາມທຸກຂ໌ທົນໄດ້ຍາກ ພຣະອົງຄ໌ຜູ້ຈະເຣີນ!   ພິກຂຸທັງຫລາຍ! ເຮົາຈະບອກ ເຮົາຈະອະທິບາຍແກ່ພວກເຈົ້າທັງຫລາຍໃຫ້ເຂົ້າໃຈ ການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ນັ້ນແຫລະດີກວ່າ ສຳຫລັບຄົນເຊິ່ງເປັນຄົນທຸສີນ ມີຄວາມເປັນຢູ່ຊົ່ວຊາມ ບໍ່ສະອາດ ມີຄວາມປະພຶດຊະນິດທີ່ຕົນເອງນຶກແລ້ວກໍກິນແໜງຕົວເອງ ມີການກະທຳທີ່ຕ້ອງປົກປິດເຊື່ອງຊ້ອນ ບໍ່

ຜູ້ຊ່ວຍໃຫ້ຮູ້ອະຣິຍະສັດ ນັບເນື່ອງຢູ່ໃນບຸກຄົນຜູ້ມີອຸປະກາລະຫລາຍ

Image
ພິກຂຸ ທ. ! ບຸກຄົນມີອຸປາກາຣະຫລາຍຕໍ່ບຸກຄົນ 3 ຈຳພວກ ເຫລົ່ານີ້ ມີຢູ່.  ສາມຈຳພວກແບບໃດໜໍ?  ພິກຂຸ ທ. ! ບຸກຄົນອາໃສບຸກຄົນໃດແລ້ວ ໄດ້ເປັນຜູ້  ເຖິງພຣະພຸດທະເຈົ້າເປັນສະຣະນະ  ເຖິງພຣະທັມເປັນສາຣະນະ  ເຖິງພຣະສົງເປັນສາຣະນະ.   ພິກຂູ ທ. ! ບຸກຄົນນີ້ຊື່ວ່າເປັນຜູ້ມີອຸປະກາຣະຫລາຍຕໍ່ບຸກຄົນນີ້.  ພິກຂຸ ທ. ! ຂໍ້ອື່ນອີກ, ບຸກຄົນອາໃສບຸກຄົນໃດແລ້ວ ໃດ້ຮູ້ແຈ້ງຕາມເປັນຈິງວ່າ:  ນີ້ທຸກຂ໌,  ນີ້ທຸກຂ໌ສະມຸໄທ, (ເຫດເກີດທຸກ)  ນີ້ທຸກຂ໌ນິໂລດ, (ຄວາມດັບບໍ່ເຫຼືເເຫ່ງທຸກ)   ນີ້ທຸກຂະນິໂຣທະຄາມິນີປະຖິປະທາ" (ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ)  ດັ່ງນີ້. ພິກຂຸ ທ. ! ບຸກຄົນນີ້ ຊື່ວ່າມີອຸປະກາລະຫລາຍຕໍ່ບຸກຄົນນີ້. ພິກຂຸ ທ. ! ຂໍ້ອື່ນອີກ, ບຸກຄົນອາໃສບຸກຄົນໃດແລ້ວ ໄດ້ທຳໃຫ້ແຈ້ງຊຶ່ງ  ເຈໂຕວິມຸດຕິ   ປັນຍາວິມຸດຕິ   ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັງຫລາຍ ດ້ວຍປັນຍາອັນຍິ່ງເອງ ໃນທິດຖະທັມ ເຂົ້າເຖິງແລ້ວແລຢູ່.  ພິກຂຸ ທ. ! ບຸກຄົນນີ້  ພິກຂຸ ທ. ! ບຸກຄົນ 3 ຈຳພວກເຫລົ່ານີ້ແລ ຊື່ວ່າບຸກຄົນ  ຜູ້ມີອຸປະກາລະຫລາຍຕໍ່ບຸກຄົນ.  ພິກຂຸ ທ. ! ເຮົາກ່າວວ່າ ບໍ່ມີບຸກຄົນອື່ນທີ່ມີອຸປະກາລະ ຫລາຍຕໍ່ບຸກຄົນ ຍິ່ງໄປກວ່າບຸກຄົນ 3 ຈຳພວກນີ້.  ພິກຂຸ ທ. ! ສຳຫລັບບຸກຄົນ 3 ຈຳພວກນັ້ນ ບຸກຄົນ

ທັມທັງປວງມີສະຕິເປັນໃຫຍ່

Image
ດູກ່ອນພິດວກຂຸທັງຫລາຍ! ອັນພວກອັນຍະເດຍຣະຖີປະຣິພາຊົກເພິ່ງຖາມຢ່າງນີ້ວ່າ:  ດູກ່ອນອາວຸໂສທັງຫລາຍ! ທັມທັງປວງ ມີສິ່ງໃດເປັນມູນ ມີສິ່ງໃດເປັນແດນເກີດ ມີສິ່ງໃດເປັນເຫດເກີດ ມີສິ່ງໃດເປັນທີ່ປະຊຸມລົງ ມີສິ່ງໃດເປັນປະມຸກ ມີສິ່ງໃດເປັນໃຫຍ່ ມີສິ່ງໃດເປັນຍອດ ມີສິ່ງໃດເປັນແກ່ນ ມີສິ່ງໃດເປັນທີ່ຢັ່ງລົງ ມີສິ່ງໃດເປັນທີສຸດ ເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວຈະພຶ່ງພະຍາກອນແກ່ອັນຍະເດຍຣະຖີ ປະຣິພາຊົກເຫລົ່ານັ້ນວ່າຢ່າງໃດ?  ພິກຂຸເຫລົ່ານັ້ນກຣາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ທັມຂອງຂ້າພຣະອົງທັງຫລາຍມີພຣະຜູ້ມີພຣະພາກເປັນມູນມີພຣະຜູ້ມີພຣະພາກເປັນຜູ້ນຳ ມີພຣະຜູ້ມີພຣະພາກເປັນທີ່ເພິ່ງ ພຣະພຸດທະເຈົ້າ ຂ້ານ້ອຍຂໍປະທານພຣະວະໂອກາດ ຂໍເນື້ອຄວາມແຫ່ງພາສິດນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາກເຖີດ  ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາກແລ້ວຈະຊົງຈຳໄວ້ ພຣະຜູ້ມີພຣະພາກກວ່າວ່າ:  ດູກ່ອນພິກຂຸທັງຫລາຍ! ຖ້າເຊັ່ນນັ້ນເຈົ້າທັງຫລາຍຈົ່ງຟັງ ຈົງໃສ່ໃຈໃຫ້ດີ ເຮົາຈະກ່າວ ພິກຂຸເຫລົານັ້ນທູນຮັບພຣະຜູ້ມີພຣະພາກແລ້ວ ພຣະຜູ້ມີພຣະພາກໄດ້ກວ່າວ່າ:  ດູກ່ອນພິກຂຸທັງຫລາຍ! ຖ້າພວກອັນຍະເດຍຣະຖີປະຣິພາຊົກພຶ່ງຖາມຢ່າງນີ້ວ່າ:  ດູກ່ອນອາວຸໂສທັງຫລາຍ! ທັມທັງປວງມີສິ່ງໃດເປັນມູນ ມີສິ່ງໃດເປັນແດນເກີດ ... ມີສິ່ງໃດເປັນທີ່ຍັ່ງລົງ

ບໍ່ຄວນນຶກຄິດໄປໃນທາງອະກຸສົນອັນເປັນບາບ

Image
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງຢ່ານຶກເຖິງອະກຸສົນອັນເປັນບາບ ຄື:   ກາມວິຕົກ    ພະຍາບາທວິຕົກ    ວິຫິງສາວິຕົກ    ຂໍ້ນັ້ນເພາະເຫດໃດ?    ເພາະວິຕົກເຫລົ່ານີ້ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.   ພິກຂຸທັງຫລາຍ! ເມື່ອພວກເຈົ້າທັງຫລາຍຈະລະນຶກ ຈົ່ງລະນຶກວ່າ:   ນີ້ທຸກຂ໌,    ນີ້ເຫດໃຫ້ເກີດທຸກຂ໌,    ນີ້ຄວາມດັບແຫ່ງທຸກຂ໌,    ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌    ຂໍ້ນັ້ນເພາະເຫດໃດ?    ເພາະວິຕົກເຫລົ່ານີ້ປະກອບດ້ວຍປະໂຫຍດ ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັສະຮູ້ ເພື່ອນິບພານ.  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຄວນກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌. ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໑໖/໑໖໖໐

ເພາະບໍ່ຮູ້ໃນອະຣິຍະສັດ ສັດຕະທັງຫລາຍຈຶ່ງວຽນຫວາຍຕາຍເກີດໃນສັງສາຣະວັດບໍ່ຈົບບໍ່ສິ້ນ

Image
 ພິກຂຸທັງຫລາຍ! ປຽບເໝືອນບຸກຄົນແກວ່ງທ່ອນໄມ້ຂຶ້ນເທິງອາກາດ ບາງຄັ້ງຕົກລົງມາທາງກົກ ບາງຄັ້ງຕົກລົງມາທາງກາງ ບາງຄາວຕົກລົງມາທາງປາຍ ສັນໃດ;   ສັດຕະທັງຫລາຍຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ຍ່ອມແລ່ນໄປຢູ່ ທ່ອງທ່ຽວໄປຢູ່ ບາງຄັ້ງກໍຈາກໂລກນີ້ໄປສູ່ໂລກອື່ນ ບາງຄາວກໍຈາກໂລກອື່ນມາສູ່ໂລກນີ້ ສັນນັ້ນເໝືອນກັນ;   ຂໍ້ນັ້ນເພາະເຫດໃດ?    ເພາະບໍ່ເຫັນອະຣິຍະສັດ 4; ອະຣິຍະສັດ 4 ເປັນແນວໃດ? ຄື:    ຄວາມຈິງອັນປະເສີດຄື: ທຸກຂ໌,    ຄວາມຈິງອັນປະເສີດຄື: ເຫດໃຫ້ເກີດທຸກຂ໌,    ຄວາມຈິງອັນປະເສີດຄື: ຄວາມດັບແຫ່ງທຸກຂ໌,    ຄວາມຈິງອັນປະເສີດຄື: ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫລືອແຫ່ງທຸກຂ໌.  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຈົ່ງກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ    ນີ້ທຸກຂ໌,    ນີ້ເຫດໃຫ້ເກີດທຸກຂ໌,    ນີ້ຄວາມດັບແຫ່ງທຸກຂ໌,    ນີ້ທາງດຳເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໓໕/໑໗໑໖

ຂໍ້ປະຕິບັດທີ່ໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ

Image
 ພິກຂຸທັງຫລາຍ! ກາລະ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະ(ກິເຫຼຼດ)ໂດຍລຳດັບ. ກາລະ 4 ເປັນແນວໃດ? ຄື:  1.ການຟັງທັມຕາມກາລະ  2.ການສົນທະນາທັມຕາມກາລະ   3.ສະມະຖະຕາມກາລະ   4.ວິປັດສະນາຕາມກາລະ  ພິກຂຸທັງຫລາຍ! ກາລ 4 ນີ້ແລ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ.  ພິກຂຸທັງຫລາຍ! ເມື່ອຝົນເມັດໃຫຍ່ຕົກລົງເທິງພູເຂົາ ນ້ຳໄຫລໄປຕາມທີ່ຕ່ຳ ຍ່ອມເຮັດໃຫ້ຮ່ອມພູ ລຳທານ ແລະ ຫ້ວຍເຕັມ ເມື່ອຮ່ອມພູ ລຳທານ ແລະ ຫ້ວຍເຕັມແລ້ວ ຍ່ອມເຮັດໃຫ້ ໜອງເຕັມ ເມື່ອໜອງເຕັມແລ້ວ ຍ່ອມເຮັດໃຫ້ບຶງເຕັມ ເມື່ອບຶງເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳນ້ອຍເຕັມ ເມື່ອແມ່ນ້ຳນ້ອຍເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳໃຫຍ່ເຕັມ ເມື່ອແມ່ນ້ຳໃຫຍ່ເຕັມແລ້ວ ຍ່ອມເຮັດໃຫ້ສະໝຸດສາຄອນເຕັມ ສັນໃດ;  ພິກຂຸທັງຫລາຍ! ກາລະ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະ(ກິເຫຼຼດ)ໂດຍລຳດັບ ສັນນັ້ນເໝືອນກັນ. ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໓໙/໑໔໗

ເຫດທີ່ເຮັດໃຫ້ພຣະເທວະທັດຕົກນະຣົກຕະຫລອດກັບແກ້ໄຂບໍ່ໄດ້

Image
ພິກຂຸທັງຫລາຍ ! ພຣະເທວະທັດມີຈິດອັນອະສັດທັມ 8 ປະການຄອບງຳຍ່ຳຍີແລ້ວ ຕ້ອງໄປບັງເກີດໃນອະບາຍ ໃນນະຣົກຕະຫລອດກັບ ແກ້ໄຂບໍ່ໄດ້. ອະສັດທັມ 8 ປະການເປັນແນວໃດ? ຄື:  1.ລາບ  2.ຄວາມເສື່ອມລາບ  3.ຍົດ  4.ຄວາມເສື່ອມຍົດ  5.ສັກກາຣະ  6.ຄວາມເສື່ອມສັກກາຣະ  7.ຄວາມປາຖະໜາຊົ່ວ  8.ຄວາມເປັນຜູ້ມີມິດຊົ່ວ   ພິກຂຸທັງຫລາຍ ! ພຣະເທວະທັດມີຈິດອັນອະສັດທັມ 8 ປະການນີ້ແລ ຄອບງຳຍ່ຳຍີແລ້ວ ຕ້ອງໄປບັງເກີດໃນອະບາຍ ໃນນະຣົກຕະຫລອດກັບ ແກ້ໄຂບໍ່ໄດ້. ................................................................................................................................ [ກັບໜຶ່ງນານແທ້ຯ ບໍ່ງ່າຍທີ່ຈະນັບເປັນປີຯ ]  ມີພິກຂຸອົງຄ໌ເຂົ້າໄປທູນຖາມພຣະຜູ້ມີພຣະພາຄເຈົ້າ  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກັບໜຶ່ງນານພຽງໃດໜໍ?  ພິກຂຸ ! ກັບໜຶ່ງນານແລ ບໍ່ໄດ້ງ່າຍທີ່ຈະນັບກັບນັ້ນວ່າ ເທົ່ານີ້ 100 ປີ ເທົ່ານີ້ 1,000 ປີ ເທົ່ານີ້ 100,000 ປີ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍພຣະອົງຄ໌ອາດຈະອຸປະມາໄດ້ບໍ ຂ້ານ້ອຍ! ອາດອຸປະມາໄດ້ ພິກຂຸ !  ພິກຂຸ ! ເໝືອນຢ່າງວ່າ ພູເຂົາຫີນໜ່ວຍໃຫຍ່ ຍາວໂຍດໜຶ່ງ ກວ້າງໂຍດໜຶ່ງ ສູງໂຍດໜຶ່ງ ບໍ່ມີຊ່ອງ ບໍ່ມີຮູ ເປັນຫີນແທ່ງທຶບ ບຸຣຸດນຳເອົາຜ້າຈາກແຄວ້ນກາສີມາແລ້ວ ປັດພູເຂົານັ້ນ 10

ວິທີການສ້າງຊີວິດໃຫ້ປ່ຽມລົ້ນດ້ວຍຄວາມສຸກ

Image
 ພິກຂຸທັງຫລາຍ ! ຜູ້ປະກອບດ້ວຍທັມ 6 ປະການ ຍ່ອມເປັນຜູ້ປ່ຽມລົ້ນໄປດ້ວຍຄວາມສຸກ ແລະ ໂສມະນັດໃນປັດຈຸບັນ ແລະ ຍ່ອມເປັນຜູ້ສ້າງເຫດເພື່ອຄວາມສິ້ນໄປແຫ່ງອາສະວະ(ກິເຫຼດ)ທັງຫລາຍ; ທັມ 6 ປະການເປັນແນວໃດ ? ຄື: ພິກຂຸໃນທັມວິໄນນີ້ 1.ເປັນຜູ້ຍິນດີໃນທັມ  2.ເປັນຜູ້ຍິນດີໃນພາວະນາ  3.ເປັນຜູ້ຍິນດີໃນການລະ  4.ເປັນຜູ້ຍິນດີໃນຄວາມສະຫງົບ  5.ເປັນຜູ້ຍິນດີໃນຄວາມບໍ່ພະຍາບາດ 6.ເປັນຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ  ພິກຂຸທັງຫລາຍ ! ຜູ້ປະກອບດ້ວຍທັມ 6 ປະການ ຍ່ອມເປັນຜູ້ປ່ຽມລົ້ນໄປດ້ວຍຄວາມສຸກ(ສຸກກາຍ) ແລະ ໂສມະນັດ(ສຸກໃຈ)ໃນປັດຈຸບັນ ແລະ ຍ່ອມເປັນຜູ້ສ້າງເຫດເພື່ອຄວາມສິ້ນໄປແຫ່ງອາສະວະ(ກິເຫຼດ)ທັງຫລາຍ. -ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໘໓/໓໘໙