Posts

Showing posts from January 16, 2022

ເຫດປັດໃຈແຫ່ງການກະທຳບາບກຳ ແຫ່ງຄວາມເປັນໄປແຫ່ງບາບກຳ

Image
 ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ນະຄອນເວສາລີ ຄັ້ງນັ້ນແລ ກະສັດລິດສະວີພຣະນາມວ່າ ມະຫາລິ ໄດ້ສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍບັງຄົມພຣະຜູ້ມີພຣະພາກແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ?  ພຣະຜູ້ມີພຣະພາກກວ່າວ່າ: 1. ມະຫາລິ! ໂລພະ(ຄວາມໂລບ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 2. ມະຫາລິ! ໂທສະ(ຄວາມໂກດ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 3. ມະຫາລິ! ໂມຫະ(ຄວາມຫຼົງ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 4. ມະຫາລິ! ອະໂຍນິໂສມະນະສິການ(ບໍ່ກະທຳໄວ້ໃນໃຈໂດຍເເຍບຄາຍເປັນຢ່າງດີ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 5. ມະຫາລິ! ຈິດອັນບຸກຄົນຕັ້ງໄວ້ຜິດແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.   ມະຫາລິ! ກິເລດມີໂລພະເປັນຕົ້ນນີ້ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັ

ທີ່ຮ້ອງວ່າໂລກ

Image
ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທີ່ກວ່າວ່າ ໂລກ ໂລກ ດັ່ງນີ້; ດ້ວຍເຫດພຽງເທົ່າໃດໜໍຈິ່ງກວ່າວ່າ ໂລກ ພຣະອົງຄ໌ຜູ້ຈະເຣີນ?  ດູກ່ອນພິກຂຸ! ທີ່ກ່ວາວ່າ ໂລກ ເພາະແຕກສະຫລາຍ   ອັນໃດແຕກສະຫລາຍ?  ດູກ່ອນພິກຂຸ!    ຈັກຂຸ ແລແຕກສະຫລາຍ    ຣູບ ແຕກສະຫລາຍ    ຈັກຂຸວິນຍານ ແຕກສະຫລາຍ    ຈັກຂຸສັມຜັດ ແຕກສະຫລາຍ    ສຸກຂະເວທະນາ    ທຸກຂະເວທະນາ ຫລື   ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຈັກຂຸສັມຜັດເປັນປັດໃຈ ແຕກສະຫລາຍ.  ໂສຕະ ແຕກສະຫລາຍ   ສຽງ ແຕກສະຫລາຍ   ໂສຕະວິນຍານ ແຕກສະຫລາຍ   ໂສຕະສັມຜັດ ແຕກສະຫລາຍ   ສຸກຂະເວທະນາ   ທຸກຂະເວທະນາ ຫລື  ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະໂສຕະສັມຜັດເປັນປັດໃຈ ແຕກສະຫລາຍ.   ຄານະ ແຕກສະຫລາຍ    ກິ່ນ ແຕກສະຫລາຍ    ຄານະວິນຍານ ແຕກສະຫລາຍ   ຄານະສັມຜັດ ແຕກສະຫລາຍ   ສຸກຂະເວທະນາ    ທຸກຂະເວທະນາ ຫລື   ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຄານະສັມຜັດເປັນປັດໃຈ ແຕກສະຫລາຍ.   ຊິວຫາ ແຕກສະຫລາຍ   ຣົດ ແຕກສະຫລາຍ   ຊິວຫາວິນຍານ ແຕກສະຫລາຍ   ຊິວຫາສັມຜັດ ແຕກສະຫລາຍ   ສຸກຂະເວທະນາ    ທຸກຂະເວທະນາ ຫລື   ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຊິວຫາສ

ຜົນແຫ່ງການຈະເລີນອະນິຈະສັນຍາ

Image
 ພິກຂຸທັງຫລາຍ! ອະນິຈະສັນຍາ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຄອບງຳກາມຣາຄະທັງປວງໄດ້ ຍ່ອມຄອບງຳຣູບປະຣາຄະທັງປວງໄດ້ ຍ່ອມຄອບງຳພະວະຣາຄະທັງປວງໄດ້ ຍ່ອມຄອບງຳອະວິຊາທັງປວງໄດ້ ຍ່ອມຖອນຂຶ້ນໄດ້ເຊິ່ງອັດສະມິມານະທັງປວງ.  ພິກຂຸທັງຫລາຍ! ໃນສະຣະທະສະໄມ ເມື່ອຊາວນາໄຖນາດ້ວຍຄັນໄຖໃຫຍ່ ຍ່ອມໄຖທຳລາຍຄວາມສືບຕໍ່ແຫ່ງຮາກທຸກຊະນິດ ສັນໃດ; ອະນິຈະສັນຍາອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຄອບງຳກາມຣາຄະທັງປວງໄດ້ ຍ່ອມຄອບງຳຣູບປະຣາຄະທັງປວງໄດ້ ຍ່ອມຄອບງຳພະວະຣາຄະທັງປວງໄດ້ ຍ່ອມຄອບງຳອະວິຊາທັງປວງໄດ້ ຍ່ອມຖອນຂຶ້ນໄດ້ເຊິ່ງອັດສະມິມານະທັງປວງ ສັນນັ້ນເໝືອນກັນ.  ອານົນທ໌! ອະນິຈະສັນຍາເປັນຢ່າງໃດໜໍ?  ອານົນທ໌! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢູ່ຢ່າງນີ້ວ່າ    ຮູບບໍ່ທ່ຽງ    ເວທະນາບໍ່ທ່ຽງ    ສັນຍາບໍ່ທ່ຽງ    ສັງຂານບໍ່ທ່ຽງ    ວິນຍານບໍ່ທ່ຽງ ດັ່ງນີ້,    ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທັງຫ້າເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້   ອານົນທ໌! ນີ້ເອີ້ນວ່າ: ອະນິຈະສັນຍາ. ........................................................................ ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໔໕-໒໔໖/໒໖໓ ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສ

ວິທີກວດສອບວ່າ ເປັນຄໍາສອນຂອງພຣະພຸດທະເຈົ້າ

Image
ວິທີກວດສອບວ່າ ເປັນຄໍາສອນຂອງພຣະຜູ້ມີພຣະພາກຫຼືບໍ່ ?   ພິກຂຸທັງຫຼາຍ ! ຖ້າພິກຂຸໃນທັມວິໄນນີ້ ຈະຍ່ອມກ່າວຢ່າງນີ້ວ່າ ຂ້າພະເຈົ້າ ຟັງມາແລ້ວ ໄດ້ຮັບມາແລ້ວສະເພາະພຣະພັກ ພຣະຜູ້ມີ ພຣະພາກເຈົ້າ ວ່ານິ້ເປັນທັມ ນີ້ເປັນວິໄນນີ້ ເປັນຄໍາສອນ ຂອງ ພຣະສາສະດາ ດັ່ງນີ້;  ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານ. ຈົ່ງກໍານົດເນື້ອຄວາມນັ້ນໃຫ້ດີ ແລ້ວນໍາໄປສອບສວນໃນສູດ ນໍາໄປທຽບຄຽງໃນວິໄນ.  ຖ້າບໍ່ເຂົ້າກັນ ທຽບຄຽງກັນບໍ່ໄດ້ ຈົ່ງແນ່ໃຈວ່ານັ້ນບໍ່ແມ່ນຄໍາສອນຂອງພຣະຜູ້ມີພຣະພາກແນ່ນອນ.  ພິກຂຸຕົນນັ້ນຈື່ຈໍາມາຜິດ, ພວກເຈົ້າຈົ່ງປະຖິ້ມຄໍາເຫຼົ່ານັ້ນເສຍ.  ຖ້າເຂົ້າກັນໄດ້ ຖ້າທຽບຄຽງກັນໄດ້ ຈົ່ງແນ່ໃຈວ່ານັ້ນເປັນຄໍາສອນຂອງພຣະຜູ້ມີພຣະພາກແທ້ແນ່ນອນ.  ພິກຂຸອົງຄ໌ນັ້ນຈື່ຈໍາມາຢ່າງດີແລ້ວ ພວກເຈົ້າຈົ່ງຮັບເອົາໄວ້...  ກວ່າທີ່ອານັນທະເຈດີ, ໂພຄະນະຄອນ : ມະຫາປະຣິນິບພານສຕູ  - ບາລີ ມຫາ. ທີ. ໑໐/໑໔໔/໑໑໒.  ການມີທັມ  ຂອງຕະຖາຄົຕຢູ່ໃນໂລກ  ຄືຄວາມສຸກຂອງໂລກ

ນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ເປັນຕົວຕົນຂອງເຮົາ

Image
ພິກຂຸທັງຫລາຍ! ຮູບເປັນອະນັດຕາ(ບໍ່ເເມ່ນຕົວຕົນ) ຖ້າຮູບເປັນອັດຕາ(ຕົວຕົນ)ແລ້ວ ຮູບນີ້ກໍຄົງບໍ່ເປັນໄປເພື່ອອາພາດ(ເສີມເເຕກສະຫລາຍ) ແລະ ບຸກຄົນຍ່ອມໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.  ພິກຂຸທັງຫລາຍ! ກໍເພາະຮູບເປັນອະນັດຕາ ສະນັ້ນຮູບຈຶ່ງເປັນໄປເພື່ອອາພາດ ແລະ ບຸກຄົນຍ່ອມບໍ່ໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.  ພິກຂຸທັງຫລາຍ! ພວກທ່ານຈະສຳຄັນຄວາມຂໍ້ນີ້ວ່າແນວໃດ?  ຮູບທ່ຽງ ຫລື ບໍ່ທ່ຽງ?   ບໍ່ທ່ຽງ ຂ້ານ້ອຍ!  ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸຂ?  ເປັນທຸກຂ໌ ຂ້ານ້ອຍ!  ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍທີ່ຈະໄປຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  ຂໍ້ນັ້ນບໍ່ຄວນເລີຍ ຂ້ານ້ອຍ!  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ຮູບຢ່າງໃດຢ່າງໜຶ່ງທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ທັງພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ໃນທີ່ໄກ ຫລື ທີ່ໃກ້ ທັງໝົດນັ້ນກໍເປັນພຽງແຕ່ວ່າຮູບ ທ່ານທັງຫລາຍຈົ່ງເຫັນຮູບນັ້ນດ້ວຍປັນຍາອັນຖືກຕ້ອງຕາມຄວາມເປັນຈິງຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ແມ

ການຟັງທຳກ່ອນທຳກາລະ (ອະນຸສາສະນີປະຕິຫານ)

Image
ເຣື່ອງຄວາມອາພາດຂອງ ພຣະຜັກຄຸນະ ແລະ ອານິສົງສ໌ 6 ປະການ ຂອງການຟັງທັມຕາມການອັນຄວນ ໃນສະໄໝນັ້ນ ທ່ານພຣະຜັກຄຸນະອາພາດມີທຸກຂ໌ເປັນໄຂ້ໜັກ ຄັ້ງນັ້ນທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ຂາບທູນພຣະຜູ້ມີພຣະພາກວ່າດັ່ງນີ້:   “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ທ່ານພຣະຜັກຄຸນະອາພາດມີທຸກຂ໌ເປັນໄຂ້ໜັກ;   ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂໍປະທານວາຣະໂອກາດ ຂໍພຣະຜູ້ມີພຣະພາກໂປດອາໄສຄວາມອະນຸເຄາະ ສະເດັດເຂົ້າໄປຫາທ່ານພຣະຜັກຄຸນະເຖີດ” ພຣະຜູ້ມີພຣະພາກຊົງຮັບໂດຍພຣະອາການດຸສະນີ.   ຄັ້ງນັ້ນເປັນເວລາຄ່ຳ ພຣະຜູ້ມີພຣະພາກສະເດັດອອກຈາກທີ່ຫລີກເຣັ້ນ ເຂົ້າໄປຫາທ່ານພຣະຜັກຄຸນະເຖິງທີ່ຢູ່ ທ່ານພຣະຜັກຄຸນະໄດ້ເຫັນພຣະຜູ້ມີພຣະພາກກຳລັງສະເດັດມາແຕ່ໄກ ຈິ່ງລຸກຂຶ້ນຈາກຕຽງ.   ລຳດັບນັ້ນ, ພຣະຜູ້ມີພຣະພາກໄດ້ກວ່າກັບທ່ານພຣະຜັກຄຸນະວ່າ:  “ຢ່າເລີຍຜັກຄຸນະ ! ເຈົ້າຢ່າໄດ້ລຸກຈາກຕຽງເລີຍ ອາສະນະທີ່ຜູ້ອື່ນປູໄວ້ຍັງມີຢູ່ ເຮົາຈັກນັ່ງເທິງອາສະນະນັ້ນ.”   ພຣະຜູ້ມີພຣະພາກໄດ້ປະທັບນັ່ງເທິງອາສະນະທີ່ປູໄວ້ ໄດ້ກວ່າຖາມທ່ານພຣະຜັກຄຸນະວ່າດັ່ງນີ້:   ຜັກຄຸນະ ເຈົ້າຍັງພໍອົດທົນໄດ້ບໍ່ ພໍຍັງອັດຕະພາບໃຫ້ເປັນໄປໄດ້ບໍ່ ທຸກຂະເວທະນາບັນເທົາລົງ ບໍ່ກຳເລີບຂຶ້ນ ຫຼືບໍ່ ອາການ

ຄວາມຮັກ 4 ແບບ

Image
ວ່າດ້ວຍຄວາມຮັກ 4 ແບບ  1.ຄວາມຮັກເກີດຈາກຄວາມຮັກ  ພິກຂຸທັງຫລາຍ ! ໃນກໍລະນີນີ້ ມີບຸກຄົນເຊິ່ງເປັນທີ່ປາຖະຫນາ ຫນ້າຮັກໃຄ່ພໍໃຈຂອງບຸກຄົນຄົນຫນຶ່ງ, ມີບຸກຄົນພວກອື່ນມາປະພຶດກະທຳຕໍ່ບຸກຄົນນີ້ ດ້ວຍອາການທີ່ຫນ້າປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ; ບຸກຄົນນັ້ນກໍຈະເກີດຄວາມພໍໃຈຂຶ້ນມາຢ່າງນີ້ວ່າ “ ບຸກຄົນເຫລົ່ານັ້ນປະພຶດກະທຳຕໍ່ບຸກຄົນທີ່ເຮົາປາຖະຫນາຫນ້າຮັກໃຄ່ ຫນ້າພໍໃຈ ດ້ວຍອາການທີ່ຫນ້າປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ “ ດັ່ງນີ້;  ບຸກຄົນນັ້ນຊື່ວ່າ ຍ່ອມທຳຄວາມຮັກໃຫ້ເກີດຂຶ້ນໃນບຸກຄົນເຫລົ່ານັ້ນ.  ພິກຂຸທັງຫລາຍ ! ຢ່າງນີ້ແລ ເອີ້ນວ່າ:   ຄວາມຮັກເກີດຈາກຄວາມຮັກ.  2.ຄວາມກຽດຊັງເກີດຈາກຄວາມຮັກ ພິກຂຸທັງຫລາຍ ! ໃນກໍລະນີນີ້ ມີບຸກຄົນເຊິ່ງເປັນທີ່ປາຖະຫນາຫນ້າຮັກໃຄ່ ຫນ້າພໍໃຈຂອງບຸກຄົນຫນຶ່ງ, ມີບຸກຄົນພວກອື່ນມາປະພຶດກະທຳຕໍ່ບຸກຄົນນັ້ນ ດ້ວຍອາການທີ່ບໍ່ຫນ້າປາຖະຫນາ ບໍ່ຫນ້າຮັກໃຄ່ ບໍ່ຫນ້າພໍໃຈ; ບຸກຄົນນັ້ນກໍຈະເກີດຄວາມບໍ່ພໍໃຈຂຶ້ນມາຢ່າງນີ້ວ່າ “ ບຸກຄົນເຫລົ່ານັ້ນປະພຶດກະທຳຕໍ່ບຸກຄົນທີ່ເຮົາປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ ດ້ວຍອາການທີ່ບໍ່ຫນ້າປາຖະຫນາ ບໍ່ຫນ້າຮັກໃຄ່ ບໍ່ຫນ້າພໍໃຈ “ດັ່ງນີ້;  ບຸກຄົນນັ້ນຊື່ວ່າ  ຍ່ອມທຳຄວາມກຽດຊັງໃຫ້ເກີດຂຶ້ນໃນບຸກຄົນເຫລົ່ານັ້ນ.  ພິກຂຸທັງຫລາຍ ! ຢ່າງນີ້ແລ ເຮົາເອີ

ປົງບາບ

Image
ພິທີປົງບາບໃນອະຣິຍະວິໄນ  ກໍໃນສະໄໝນັ້ນ ຊານຸສະໂສນີພຣາມສະໜານເກົ້າໃນວັນອຸໂປສົດ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ຖືກຳຫຍ້າຄາສົດ ຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາກເຈົ້າ ພຣະຜູ້ມີພຣະພາກໄດ້ທອດພຣະເນດເຫັນຊານຸສະໂສນີພຣາມຜູ້ສະໜານເກົ້າໃນວັນອຸໂປສົດ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ຖືກຳຫຍ້າຄາສົດ ຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງໃນທີ່ບໍ່ໄກ ຄັນແລ້ວໄດ້ກວ່າຖາມຊານຸສະໂສນີພຣາມວ່າ:  ດູຣາພຣາມ ! ເພາະເຫດໃດໜໍ ທ່ານຈຶ່ງສະໜານເກົ້າໃນວັນອຸໂປສົດ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ຖືກຳຫຍ້າຄາສົດ ມາຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ວັນນີ້ເປັນວັນຫຍັງຂອງສະກຸນລະພຣາມ? ຊານຸສະໂສນີພຣາມກຣາບທູນວ່າ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ວັນນີ້ເປັນວັນປົງບາບຂອງສະກຸນລະພຣາມ.  ດູຣາພຣາມ ! ກໍພິທີປົງບາບຂອງພຣາມທັງຫລາຍມີດ້ວຍປະການຢ່າງໃດໜໍ?  ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພຣາມທັງຫລາຍໃນໂລກນີ້ ໃນວັນອຸໂປສົດກໍສະໜານເກົ້າ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ທາແຜ່ນດິນດ້ວຍໂຄໄມສົດ ລາດດ້ວຍຫຍ້າຄາທີ່ຂຽວສົດແລ້ວ ກໍນອນໃນລະຫວ່າງກອງຊາຍ ແລະ ເຮືອນໄຟ ພຣາມເຫລົ່ານັ້ນຍ່ອມລຸກຂຶ້ນປະນົມມືອັນຊະລີ ນະມັດສະການໄຟ 3 ຄັ້ງໃນຣາຕຣີນັ້ນດ້ວຍການກ່າວວ່າ ຂ້າພະເຈົ້າທັງຫລາຍຂໍປົງບາບກັບທ່ານຜູ້ຈະເຣີນ ຂ້າພະເຈົ້າທັງຫລາຍຂໍປົງບາບກັບທ່ານຜູ້ຈະເຣີນ ດັ່ງນີ້,

ມົນທິນ (ຄວາມມົວຫມອງ)

Image
ພິກຂຸທັງຫຼາຍ ! ມົນທິນ (ຄວາມມົວໝອງ) 8 ປະການນີ້ ມີຢູ່ 8 ປະການ ເປັນແນວໃດ ຄື: 1) ມົນມີການບໍ່ທ່ອງຈົ່ມເປັນມົນທິນ 2) ຄວາມບໍ່ດຸໝັ່ນມົນທິນຂອງເຮືອນ 3) ຄວາມກຽດຄ້ານເປັນມົນທິນຂອງຜິວພັນ 4) ຄວາມປະມາດເປັນມົນທິນຂອງຜູ້ຮັກສາ 5) ຄວາມປະພຶດຊົ່ວເປັນມົນທິນຂອງຍິງ 6) ຄວາມຂີ້ຖີ່ເປັນມົນທິນຂອງຜູ້ໃຫ້ 7) ອະກຸສົນລະທັມອັນເປັນບາບເປັນມົນທິນແທ້ທັງໂລກນິ້ ແລະ ໂລກໜ້າ 8) ເຮົາຈະບອກມົນທິນທີ່ຍິ່ງກວ່າມົນທິນນັ້ນ ຄື: ອະວິຊາ(ຄວາມທີບໍຮູ້ທຸກ ເຫດຂອງທຸກ ຄວາມດັບບໍ່ເຫຼືອເເຫ່ງທຸກ ທາງປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ)ເປັນມົນທິນຢ່າງຍິ່ງ. .................................................................... -ບາລີ ສັຕຕກ. ອັງ. ໒໓/໑໙໘/໑໐໕.

ພຣະນາງກາລິໂຄທາເປັນໂສດາບັນ

Image
ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າປະທັບຢູ່ໃນນິໂຄທາຣາມ ໃກ້ພຣະນະຄອນກະບິນດະພັດ ແຄວ້ນສັກກະ ຄັ້ງນັ້ນເປັນເວລາເຊົ້າ ພຣະຜູ້ມີພຣະພາກຊົງຄອງອັນຕະຣະວາສົກແລ້ວ ຊົງຖືບາດ ແລະ ຈີວອນສະເດັດເຂົ້າໄປຍັງນິເວດຂອງເຈົ້າສາກິຍານີນາມວ່າ ກາລິໂຄທາ ປະທັບນັ່ງເທິງອາສະນະທີ່ເຂົາປູຖວາຍ ພຣະນາງກາລິໂຄທາສາກິຍານີສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກ ຊົງກຣາບອະພິວາດພຣະຜູ້ມີພຣະພາກແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວພຣະຜູ້ມີພຣະພາກໄດ້ກວ່າກັບພຣະນາງກາລິໂຄທາສາກິຍານີວ່າ:  ໂຄທາ! ອະຣິຍະສາວິກາຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ, ທັມ 4 ປະການເປັນຢ່າງໃດ?  ໂຄທາ! ອະຣິຍະສາວິກາໃນທັມວິໄນນີ້   1.ປະກອບດ້ວຍຄວາມເຫລື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າວ່າ ເພາະເຫດຢ່າງນີ້ໆ ພຣະຜູ້ມີພຣະພາກເຈົ້ານັ້ນ ເປັນຜູ້ໄກຈາກກິເລດ, ຕຣັດສະຮູ້ຊອບໄດ້ໂດຍພຣະອົງຄ໌ເອງ, ເປັນຜູ້ເຖິງພ້ອມດ້ວຍວິຊາ ແລະ ຈະຣະນະ, ເປັນຜູ້ໄປແລ້ວດ້ວຍດີ, ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ, ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກໄດ້ຢ່າງບໍ່ໃຜຍິ່ງກວ່າ, ເປັນຄູຂອງເທວະດາ ແລະ ມະນຸດທັງຫລາຍ, ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ, ເປັນຜູ້ຈຳເຣີນຈຳແນກທັມອອກສັ່ງສອນສັດຕ

ຄວາມທຸກສາມລັກສະນະ

Image
ພິກຂຸທັງຫລາຍ. ! ຄວາມເປັນທຸກ ມີສາມລັກສະນະເຫລົ່ານີ້, ສາມລັກສະນະເຫລົ່າໃດໜໍ? ສາມລັກສະນະຄື ຄວາມເປັນທຸກຂ໌ 3 [໓໑໙] ສາວັຕຖີນິທານ.  ດູກ່ອນພິກຂຸທັງຫລາຍ ຄວາມເປັນທຸກຂ໌ 3 ຢ່າງນີ້, 3 ຢ່າງເປັນຢ່າງໃດ ? ຄື: 1.ຄວາມເປັນທຸກຂ໌ ເກີດຈາກຄວາມບໍ່ສະບາຍກາຍ   2.ຄວາມເປັນທຸກຂ໌ ເກີດຈາກສັງຂານ  3.ຄວາມເປັນທຸກຂ໌ ເກີດຈາກຄວາມປ່ຽນແປງ   ດູກ່ອນພິກຂຸ ທັງຫລາຍ ຄວາມເປັນທຸກ 3 ຢ່າງນີ້ແລ.🙏  - ມຫາວາຣ. ສໍ. ໑໙/໘໕/໓໑໙ * ຄວາມທຸກຂ໌ຂອງເທວະດາແລະມະນຸດຕາມທຳມະຊາດ  ພິກຂຸ ທັງຫລາຍ. ! ເທວະດາ ແລະ ມະນຸດທັງຫລາຍ ມີຮູບເປັນທີ່ມາຍິນດີ ຍິນດີແລ້ວໃນຮູບ ບັນເທິງແລ້ວໃນຮູບ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ຈາງຄາຍດັບໄປແຫ່ງຮູບ. (ໃນກໍລະນີແຫ່ງ ສຽງ ກິ່ນ ຣົດ ໂຜຖັບພະ ແລະ ທັມມະຣົມ ກໍກວ່າຢ່າງດຽວກັນ).  ພິກຂຸ ທັງຫລາຍ. ! ສ່ວນຕະຖາຄົດອະຣະຫັນຕະສັມມາສັມພຸດທະ ຮູ້ແຈ້ງຄວາມເກີດ ຄວາມຕັ້ງຢູ່ບໍ່ໄດ້ ຮູູ້ຄຸນ ໂທດ ແລະ ອຸບາຍເຄື່ອງ ສະຫລັດອອກ ແຫ່ງຮູບ ຕາມເປັນຈິງ ບໍ່ມີຮູບເປັນທີ່ມາຍິນດີ ບໍ່ຍິນດີໃນຮູບ ບໍ່ບັນເທິງໃນຮູບ ຍັງຄົງຢູ່ເປັນສຸກຂ໌ ແມ້ເພາະຄວາມປ່ຽນແປງຈາງຄາຍດັບໄປແຫ່ງຮູບ. (ໃນກໍລະນີແຫ່ງສຽງ ກິ່ນ ຣົດ ໂຜດຖັບພະ ແລະ ທັມມະຣົມ ກໍຕຣັສຢ່າງດຽວກັນ). ........................................................

ທີ່ສຸດແຫ່ງທຸກຂ໌

Image
ຄວາມຫວັ່ນໄຫວຍ່ອມມີແກ່ບຸກຄົນ ຜູ້ອັນຕັນຫາ ແລະ ທິດຖິອາໄສແລ້ວ ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນ ຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ເມື່ອຄວາມຫວັ່ນໄຫວບໍ່ມີ  ປັດສັດທິ ຍ່ອມມີ ເມື່ອປັດສັດທິມີ ຄວາມນ້ອມໄປຍ່ອມບໍ່ມີ ເມື່ອຄວາມນ້ອມໄປບໍ່ມີ  ການມາ ແລະ ການໄປຍ່ອມບໍ່ມີ ເມື່ອການມາ ແລະ ການໄປບໍ່ມີ ການເຄື່ອນ ແລະ ການເກີດຂຶ້ນຍ່ອມບໍ່ມີ ເມື່ອການເຄື່ອນ ແລະ ການເກີດຂຶ້ນບໍ່ມີ ສິ່ງໃດໆ ກໍບໍ່ມີໃນໂລກນີ້ ບໍ່ມີໃນໂລກອື່ນ ບໍ່ມີໃນລະຫວ່າງແຫ່ງໂລກທັງສອງ ນັ້ນແຫລະຄື ທີ່ສຸດແຫ່ງທຸກຂ໌ແລ. ..................................................... ອຸ. ຂຸ. ໒໕/໒໐໘/໑໖໑

ຄະຣາວາດຄັບແຄບ ເປັນທາງມາແຫ່ງທຸລີ

Image
ພິກຂຸທັງຫຼາຍ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ຜູ້ຕຣັດສະຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊາ ແລະ ຈະຣະນະ ດຳເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາ ແລະ ມະນຸດ ເປັນຜູ້ເບີກບານແລ້ວຈຳແນກທັມສັ່ງສອນສັດຕະ.  ພິກຂຸທັງຫຼາຍ ! ຕະຖາຄົດນັ້ນໄດ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ມານ ພຣົມ ຊຶ່ງໝູ່ສັດຕະ ກັບທັງສະມະນະ ພຣາມ ພ້ອມທັງເທວະດາ ແລະ ມະນຸດ ດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ແຈ້ງຕາມ.  ຕະຖາຄົຕນັ້ນ ສະແດງທັມງົດງາມ    ໃນເບື້ອງຕົ້ນ   ໃນທ່າມກາງ ແລະ    ໃນທີ່ສຸດ  ປະກາດພຣົມມະຈັນ ພ້ອມທັງອັດຖະ(ຄຳອະທິບາຍ) ພ້ອມທັງພະຍັນຊະນະ (ຫົວຂໍ້) ບໍຣິສຸດ ບໍຣິບູນສິ້ນເຊີງ.  ຄະຫະບໍດີ ຫຼື ບຸດຄະຫະບໍດີ ຫຼື ຄົນທີ່ເກີດໃນຕະກຸນອື່ນໃດໃນພາຍຫຼັງ ຍ່ອມຟັງທັມນັ້ນ.   ຄັນຟັງແລ້ວຍ່ອມເກີດສັດທາໃນຕະຖາຄົດ.   ກຸນລະບຸດນັ້ນຜູ້ປະກອບຢູ່ດ້ວຍສັດທາ  ຍ່ອມພິຈາຣະນາເຫັນວ່າ:  “ຄະຣາວາດຄັບແຄບ ເປັນທາງມາແຫ່ງທຸລີ.   ສ່ວນບັນພະຊາ (ບວດ) ເປັນໂອກາດວ່າງ”  ມັນບໍ່ເປັນໄປໄດ້ໂດຍງ່າຍ ທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ຈະປະພຶດພຣົມມະຈັນນັ້ນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນເປືອກສັງທີ່ເຂົາຂັດສະອາດດີແລ້ວ.   ຖ້າຈັ່ງໃດ ເຮົາຄວນທີ່ຈະໂກນຜົມ ແລະ ໜວດ ຄອ

ເປັນຫຍັງຈຶ່ງຕ້ອງກະທຳແຕ່ກໍາດີ

Image
ຄັ້ງນັ້ນ ພຣະເຈົ້າປະເສນທິໂກສົນ ສະເດັດເຂົ້າໄປເຝົ້າພຣະ ຜູ້ມີພຣະພາພາກເຖິງທີ່ປະທັບ ໃນເວລາທ່ຽງ... ພຣະຜູ້ມີພຣະພາກໄດ້ກວ່າກັບພຣະເຈົ້າປະເສນທິໂກສົນ ຜູ້ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງວ່າ ເຊີນເຖີດມະຫາບໍພິດ ພຣະອົງຄ໌ສະເດັດມາແຕ່ໃສໜໍໃນເວລາທ່ຽງ? ພຣະເຈົ້າປະເສນທິໂກສົນກຣາບທູນວ່າ:   ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄະຫະບໍດີຜູ້ເປັນເສດຖີໃນນະຄອນສາວັດຖີນີ້ ທຳກາລະກິຣິຍາແລ້ວ (ເສຍຊີວິດແລ້ວ) ຂ້ານ້ອຍສັ່ງໃຫ້ຂົນຊັບສົມບັດອັນບໍ່ມີບຸດຮັບມໍຣະດົກນັ້ນ ມາໄວ້ໃນພຣະຣາຊະວັງແລ້ວກໍມາ.   ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ສະເພາະເງິນເທົ່ານັ້ນມີ 10,000,000 ສ່ວນເຄື່ອງຣູປິຍະ ບໍ່ຕ້ອງເວົ້າເຖິງ.   ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍຄະຫະບໍດີຜູ້ເປັນເສດຖີນັ້ນ ບໍຣິໂພຄອາຫານເຊັ່ນນີ້ຄື ບໍຣິໂພກເຂົ້າປາຍກັບນ້ຳສົ້ມຜັກ ໄດ້ໃຊ້ຜ້າເຄື່ອງນຸ່ງຫົ່ມເນື້ອຫຍາບໆທີ່ຕັດເປັນສາມຊິ້ນຍິບຕໍ່ກັນ ໄດ້ໃຊ້ຍານພາຫະນະຄື ລົດເກົ່າໆຫລັງຄາເຮັດດ້ວຍໃບໄມ້.  ພຣະຜູ້ມີພຣະພາກກວ່າວ່າ: ມະຫາຣາຊ ຂໍ້ນີ້ເປັນຢ່າງນັ້ນ! ມະຫາຣາຊ ຂໍ້ນີ້ເປັນຢ່າງນັ້ນ!  ມະຫາຣາຊ ! ເລື່ອງເຄີຍມີມາແລ້ວ ຄະຫະບໍດີຜູ້ເປັນເສດຖີນັ້ນ ໄດ້ສັ່ງໃຫ້ຈັດອາຫານບິນທະບາດຖະຫວາຍພຣະປັດເຈກສັມພຸດທະເຈົ້ານາມວ່າ ຕະຄະຣະສິຂີ ວ່າ ທ່ານທັງຫລາຍຈົ່ງຖວາຍບິນທະບາດແກ່ສະມະນະ ແລ້ວລຸກຈາກ

ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ

Image
ບຸກຄົນບໍ່ຄວນຄຳນຶງເຖິງສິ່ງທີ່ລ່ວງໄປແລ້ວ  ບໍ່ຄວນມຸ້ງຫວັງເຖິງສິ່ງທີ່ຍັງມາບໍ່ເຖິງ ສິ່ງທີ່ເປັນອະດີດກໍຈາກໄປແລ້ວ  ສິ່ງທີ່ເປັນອະນາຄົດກໍຍັງບໍ່ມາເຖິງ ກໍບຸກຄົນໃດເຫັນແຈ້ງທັມໃນປັດຈຸບັນ  ບໍ່ງອນແງນຄອນແຄນໃນທັມນັ້ນໆ ບຸກຄົນນັ້ນຄວນຈະເຣີນທັມນັ້ນໃຫ້ແຈ່ມແຈ້ງ  ຄວນທຳຄວາມພຽນເສຍໃນວັນນີ້ແຫລະ ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ ເພາະການຜັດຜ່ອນກັບມັດຈຸຣາດຜູ້ມີເສນາໃຫຍ່ນັ້ນ ຍ່ອມບໍ່ມີແກ່ເຮົາທັງຫລາຍ ມຸນີຜູ້ສະຫງົບຍ່ອມກວ່າບຸກຄົນຜູ້ມີປົກກະຕິຢູ່ດ້ວຍຄວາມພຽນ ບໍ່ກຽດຄ້ານທັງກາງເວັນ ແລະ ກາງຄືນນັ້ນແລວ່າ ຜູ້ມີຣາຕຣີໜຶ່ງຈະເຣີນ. ................................................................. - ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໖໕/໕໒໗.

ການລະນຶກທີ່ເລີດ

Image
ອະນຸດສະຕານຸດຕະຣິຍະ (ການລະນຶກທີ່ເລີດ)  ກໍອະນຸດສະຕານຸດຕະຣິຍະເປັນແນວໃດ?  ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ຍ່ອມລະນຶກເຖິງການໄດ້ບຸດແດ່ ພັນລະຍາແດ່ ຊັບແດ່ ຫລື ການໄດ້ຫລາຍ ໄດ້ໜ້ອຍ ຍ່ອມລະນຶກເຖິງສະມະນະພຣາມຜູ້ເຫັນຜິດ ຜູ້ປະຕິບັດຜິດ.   ພິກຂຸທັງຫລາຍ! ການລະນຶກນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າການລະນຶກນີ້ນັ້ນເປັນກິດອັນຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບຣະງັບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.   ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມລະນຶກເຖິງຕະຖາຄົດ ຫລື ສາວົກຂອງຕະຖາຄົດ ການລະນຶກເຖິງນີ້ເລີດກວ່າການລະນຶກເຖິງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸດຂອງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກ ແລະ ປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ ແລະ ໂທມະນັດ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິບພານ.  ພິກຂຸທັງຫລາຍ! ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມລະນຶກເຖິງຕະຖາຄົດ ຫລື ສາວົກຂອງຕະຖາຄົຕ ນີ້ເຮົາກວ່

ການບຳລຸງທີ່ເລີດ

Image
ປາຣິຈະຣິຍານຸຕຕະຣິຍະ (ການບຳຣຸງທີ່ເລີດ)  ກໍປາຣິຈະຣິຍານຸດຕະຣິຍະເປັນແນວໃດ?  ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ຍ່ອມບຳຣຸງກະສັດແດ່ ພຣາມແດ່ ຄະຫະບໍດີແດ່ ບຳຣຸງຄົນຊັ້ນສູງຊັ້ນຕ່ຳ ບຳຣຸງສະມະນະ ຫລື ພຣາມຜູ້ເຫັນຜິດ ຜູ້ປະຕິບັດຜິດ.  ພິກຂຸທັງຫລາຍ! ການບຳຣຸງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າ ການບຳຣຸງນີ້ນັ້ນເປັນການບຳຣຸງທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ຣະງັບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.  ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົດ ຫລື ສາວົກຂອງຕະຖາຄົດ ການບຳຣຸງນີ້ເລີດກວ່າການບຳຣຸງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸດຂອງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກ ແລະ ປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ ແລະ ໂທມະນັດ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິບພານ.  ພິກຂຸທັງຫລາຍ! ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົດ ຫລື ສາວົກຂອງຕະຖາຄົດນີ້ ເຮົາເອີ້ນວ່າ ປາຣິຈະຣິຍາ

ບຸດ 3 ຈໍາພວກ

Image
ພິກຂຸທັງຫລາຍ! ບຸດ 3 ຈໍາພວກມີປາກົດຢູ່ໃນໂລກ 3 ຈໍາພວກເປັນຢ່າງໃດ? ຄື:  ອະຕິຊາຕະບຸດ,  ອະນຸຊາຕະບຸດ,  ອະວະຊາຕະບຸດ.  ພິກຂຸທັງຫລາຍ! ກໍອະຕິຊາຕະບຸດ  (ພິກຂະເວ ປຸຕໂຕ ອະຕິຊາໂຕ ໂຫຕິ) ເປັນຢ່າງໃດ?   ພິກຂຸທັງຫລາຍ! ມານດາ ບິດາຂອງບຸດໃນໂລກນີ້ ບໍ່ເຖິງພຣະພຸດທະເຈົ້າເປັນສະຣະນະ ບໍ່ເຖິງພຣະທັມເປັນສະຣະນະ ບໍ່ເຖິງພຣະສົງຄ໌ເປັນສະຣະນະ ບໍ່ງົດເວັ້ນຈາກການຂ້າສັດຕະ ບໍ່ງົດເວັ້ນຈາກການລັກຊັບ ບໍ່ງົດເວັ້ນຈາກການປະພຶດຜິດໃນກາມ ບໍ່ງົດເວັ້ນຈາກການເວົ້າຕົວະ ບໍ່ງົດເວັ້ນຈາກການດື່ມນ້ຳເມົາຄື: ສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນທຸສີນ ມີທັມອັນເປັນບາບ ສ່ວນບຸດຂອງມານດາ ແລະ ບິດາເຫລົ່ານັ້ນ ເປັນຜູ້ເຖິງພຣະພຸທທະເຈົ້າ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັດຕະ ງົດເວັ້ນຈາກການລັກຊັບ ງົດເວັ້ນຈາກການປະພຶດຜິດໃນກາມ ງົດເວັ້ນຈາກການເວົ້າຕົວະ ງົດເວັ້ນຈາກການດື່ມນ້ຳເມົາຄື ສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີນ ມີທັມອັນງາມ.   ພິກຂຸທັງຫລາຍ ອະຕິຊາຕະບຸດເປັນຢ່າງນີ້ແລ.  ພິກຂຸທັງຫລາຍ! ອະນຸຊາຕະບຸດເປັນຢ່າງໃດ? ພິກຂຸທັງຫລາຍ ມານດາບິດາຂອງບຸດໃນໂລກນີ້ ເຖິງພຣະພຸດທະເຈົ້າ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ

ໂລກກະທຳ 8

Image
ພິກຂຸທັງຫລາຍ! ໂລກະທັມ 8 ປະການນີ້ ຍ່ອມໝູນໄປຕາມໂລກ ແລະ ໂລກກໍໝູນໄປຕາມໂລກະທັມ 8 ປະການນີ້; 8 ປະການເປັນຢ່າງໃດ? ຄື: ລາບ     ຄວາມເສື່ອມລາບ ຍົດ       ຄວາມເສື່ອມຍົດ ນິນທາ   ສັນລະເສີນ   ສຸກ       ທຸກ  ພິກຂຸທັງຫລາຍ! ໂລກະທັມ 8 ປະການນີ້ແລ ຍ່ອມໝູນໄປຕາມໂລກ ແລະ ໂລກກໍໝູນໄປຕາມໂລກະທັມ 8 ປະການນີ້.  ພິກຂຸທັງຫລາຍ!    ລາບເເດ່ ຄວາມເສື່ອມລາບເເດ່,   ຍົດເເດ່ ຄວາມເສື່ອມຍົດເເດ່,   ນິນທາເເດ່ ສັນລະເສີນເເດ່,    ສຸກເເດ່ ທຸກເເດ່,    ຍ່ອມເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ(ບໍ່ໄດ້ຟັງ) ແລະ ຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ(ໄດ້ຟັງ).   ພິກຂຸທັງຫລາຍ! ອັນໃດເປັນຄວາມຜິດແປກແຕກຕ່າງກັນລະຫວ່າງອະຣິຍະສາວົກທີ່ໄດ້ສະດັບ ກັບປຸຖຸຊົນທີ່ບໍ່ໄດ້ສະດັບ?  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມຂອງພວກຂ້ານ້ອຍທັງຫລາຍມີພຣະຜູ້ມີພຣະພາກເປັນມູນ ມີພຣະຜູ້ມີພຣະພາກເປັນຜູ້ນຳ ມີພຣະຜູ້ມີພຣະພາກເປັນທີ່ເພິ່ງອາໄສ; ຂ້າແຕ່ພຣະອົງຜູ້ຈະເຣີນ ຂໍປະທານໂອກາດ ຂໍເນື້ອຄວາມແຫ່ງພາສິດນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາກເຖີດ   ພິກຂຸທັງຫລາຍໄດ້ສະດັບຕໍ່ພຣະຜູ້ມີພຣະພາກແລ້ວ ຈັກຊົງຈຳໄວ້.  ພິກຂຸທັງຫລາຍ! ຖ້າຢ່າງນັ້ນ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.  ພິກຂຸທັງຫລາຍ! ລາບທີ່ເກີດຂຶ້ນກັບປຸຖຸຊ

ການເວົ້າທີ່ເປັນເຫດໃຫ້ໄປສູ່ນະຣົກ

Image
ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ 4 ປະການເປັນແນວໃດ? ຄື:   ເປັນຜູ້ເວົ້າຕົວະ,    ເປັນຜູ້ເວົ້າສຽດສີ,   ເປັນຜູ້ເວົ້າຄຳຫຍາບ,    ເປັນຜູ້ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ 4 ປະການເປັນແນວໃດ? ຄື:    ເປັນຜູ້ງົດເວັ້ນຈາກການເວົ້າຕົວະ,   ເປັນຜູ້ງົດເວັ້ນຈາກການເວົ້າສຽດສີ,    ເປັນຜູ້ງົດເວັ້ນຈາກການເວົ້າຄຳຫຍາບ,    ເປັນຜູ້ງົດເວັ້ນຈາກການເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ. .....................................................................   ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໘໓/໘໒

ຖານະທີ່ເປັນໄປບໍ່ໄດ້ຂອງບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ

Image
ພິກຂຸທັງຫລາຍ! ຖານະທີ່ເປັນໄປບໍ່ໄດ້ 6 ປະການ; 6 ປະການເປັນແນວໃດ? ຄື:  1.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອຢຶດຖືສັງຂານໃດໆໂດຍຄວາມເປັນຂອງທ່ຽງ,  2.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອຢຶດຖືສັງຂານໃດໆໂດຍຄວາມເປັນສຸກ,  3.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອຢຶດຖືສັງຂານໃດໆໂດຍຄວາມເປັນອັດຕາ,  4.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອກະທຳອະນັນຕະຣິຍະກັມ,  5.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອເຊື່ອຄວາມບໍຣິສຸດໂດຍຖືມຸງຄຸນຕື່ນຂ່າວ,  6.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອສະແຫວງຫາເຂດບຸນພາຍນອກສາສະນານີ້. ພິກຂຸທັງຫລາຍ! ຖານະທີ່ເປັນໄປບໍ່ໄດ້ 6 ປະການນີ້ແລ. ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໙໒/໓໖໔