ສຳມາທິ 4 ແບບ

ສະມາທິພາວະນາ 4 ປະການ

ພິກຂຸທັງຫລາຍ! ສະມາທິພາວະນາ 4 ປະການນີ້; 4 ປະການເປັນຢ່າງໃດ? ຄື:

1. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນມີຢູ່; 

2. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະມີຢູ່

3. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະມີຢູ່;

4. ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍມີຢູ່;

 ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນເປັນຢ່າງໃດ?

 ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ສະຫງັດຈາກກາມທັງຫລາຍ ສະຫງັດຈາກອະກຸສົນລະທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດແຕ່ວິເວກຢູ່; 

 ເພາະວິຕົກວິຈານສະຫງົບໄປ ຍ່ອມບັນລຸ "ທຸຕິຍະຊານ" ມີຄວາມຜ່ອງໃສແຫ່ງຈິດໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈານ ມີແຕ່ປີຕິ ແລະ ສຸກອັນເກີດແຕ່ສະມາທິຢູ່;

 ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸກດ້ວຍກາຍ ຍ່ອມບັນລຸ "ຕະຕິຍະຊານ" ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸກ.

 ເພາະລະສຸກລະທຸກຂ໌ເສຍໄດ້ ແລະ ເພາະຄວາມດັບຫາຍໄປແຫ່ງໂສມະນັດ ແລະ ໂທມະນັດໃນການກ່ອນ ຍ່ອມບັນລຸ "ຈະຕຸດຖະຊານ" ອັນບໍ່ມີທຸກຂ໌ບໍ່ມີສູກ ມີແຕ່ອຸເປກຂາເປັນເຫດໃຫ້ສະຕິບໍຣິສຸດຢູ່.

 ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນ.

 ພິກຂຸທັງຫລາຍ! ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະເປັນຢ່າງໃດ?

 ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ 

- ມະນະສິການອາໂລກະສັນຍາ(ການກໍານົດໝາຍໃນແສງສະວ່າງ) 

- ອະທິຖານທິວາສັນຍາ(ສັນຍາວ່າເປັນກາງເວັນ) ວ່າ ກາງຄືນເໝືອນກາງເວັນ ວ່າກາງເວັນເໝືອນກາງຄືນ ມີໃຈສະຫງົບປາສະຈາກເຄື່ອງຜູກມັດ ອົບຮົມຈິດໃຫ້ສະວ່າງຢູ່. 

 ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະ.

 ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະເປັນຢ່າງໃດ?

 ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ຮູ້ແຈ້ງເຊິ່ງເວທະນາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງເວທະນາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງເວທະນາທີ່ດັບໄປ;

 ຮູ້ແຈ້ງເຊິ່ງສັນຍາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງສັນຍາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງສັນຍາທີ່ດັບໄປ; 

 ຮູ້ແຈ້ງເຊິ່ງວິຕົກທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງວິຕົກທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງວິຕົກທີ່ດັບໄປ. 

 ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະ.

 ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍເປັນຢ່າງໃດ? 

 ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ມີປົກກະຕິເຫັນຄວາມເກີດຂຶ້ນແລະຄວາມເສື່ອມໄປໃນອຸປາທານຂັນທ໌ 5 ຢູ່ວ່າ: 

ຮູບເປັນດັ່ງນີ້,

ຄວາມເກີດຂຶ້ນຂອງຮູບເປັນດັ່ງນີ້, 

ຄວາມດັບໄປຂອງຮູບເປັນດັ່ງນີ້;


ເວທະນາເປັນດັ່ງນີ້,

ຄວາມເກີດຂຶ້ນຂອງເວທະນາເປັນດັ່ງນີ້, 

ຄວາມດັບໄປຂອງເວທະນາເປັນດັ່ງນີ້;


ສັນຍາເປັນດັ່ງນີ້, 

ຄວາມເກີດຂຶ້ນຂອງສັນຍາເປັນດັ່ງນີ້, 

ຄວາມດັບໄປຂອງສັນຍາເປັນດັ່ງນີ້;


ສັງຂານທັງຫລາຍເປັນດັ່ງນີ້, 

ຄວາມເກີດຂຶ້ນຂອງສັງຂານທັງຫລາຍເປັນດັ່ງນີ້, 

ຄວາມດັບໄປຂອງສັງຂານທັງຫລາຍເປັນດັ່ງນີ້;


ວິນຍານເປັນດັ່ງນີ້,

ຄວາມເກີດຂຶ້ນຂອງວິນຍານເປັນດັ່ງນີ້, 

ຄວາມດັບໄປຂອງວິນຍານເປັນດັ່ງນີ້.

 ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ. 

 ພິກຂຸທັງຫລາຍ! ສະມາທິພາວະນາ 4 ປະການນີ້ແລ.

 ພິກຂຸທັງຫລາຍ! ກໍຄຳທີ່ເຮົາກ່າວໄວ້ໃນປຸນນະກະປັນຫາໃນປາຣາຍະນະວັກມີໃຈຄວາມວ່າ:

 ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນຜູ້ຮູ້ຄວາມສູງຕ່ຳໃນໂລກ ບຸກຄົນນັ້ນເປັນຜູ້ສະຫງົບປາສະຈາກຄວັນຄື: ຄວາມໂກດ ເປັນຜູ້ບໍ່ມີຄວາມຄັບແຄ້ນ ບໍ່ມີຄວາມຫວັງໃດໆ ເຮົາກ່າວວ່າ ຂ້າມພົ້ນຊາດ ແລະ ຊະຣາໄດ້ແລ້ວ.

.........................................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໔໔-໔໕/໔໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ທາງສາຍກາງ

ການອະນຸເຄາະ