ວິບາກກັມຂອງນັກເຕັ້ນລຳ

ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເວລຸວັນ ກະລັນທະກະນິວາປະສະຖານ ໃກ້ພຣະນະຄອນຣາຊະຄຶ ຄັ້ງນັ້ນແລ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະໃນຂໍ້ນີ້ພຣະຜູ້ມີພຣະພາກຊົງກວ່າຢ່າງໃດ?

 ພຣະຜູ້ມີພຣະພາກກວ່າວ່າ:

 "ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ."

ແມ່ນແຕ່ຄັ້ງທີ 2 ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ກໍໄດ້ທູນຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາກຊົງກວ່າຢ່າງໃດ?

 ພຣະຜູ້ມີພຣະພາກກວ່າວ່າ:

 ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ.

 ແມ່ນແຕ່ຄັ້ງທີ 3 ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸດ ກໍໄດ້ທູລຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈານ ແລະປາຈານກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາກຊົງກວ່າຢ່າງໃດ?

 ພຣະຜູ້ມີພຣະພາກກວ່າວ່າ:

 ຄາມະນິ! ເຮົາຫ້າມທ່ານບໍ່ໄດ້ແລ້ວວ່າ ຢ່າເລີຍ ຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ, ເຮົາຈັກພະຍາກອນໃຫ້ທ່ານ.

 ຄາມະນິ! ເມື່ອກ່ອນສັດຕະທັງຫລາຍຍັງບໍ່ປາສະຈາກຣາຄະ ອັນກິເລດເຄື່ອງຜູກຄື: ຣາຄະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງຄວາມກຳນັດ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບແກ່ສັດຕະເຫລົ່ານັ້ນຫລາຍຍິ່ງຂຶ້ນ.

 ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກໂທສະ ອັນກິເລດເຄື່ອງຜູກຄື: ໂທສະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂທສະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບແກ່ສັດຕະເຫລົ່ານັ້ນຫລາຍຍິ່ງຂຶ້ນ.

 ຄາມະນິ! ເມື່ອກ່ອນສັດຕະທັງຫລາຍຍັງບໍ່ປາສະຈາກໂມຫະ ອັນກິເລດເຄື່ອງຜູກຄື: ໂມຫະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂມຫະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບແກ່ສັດຕະເຫລົ່ານັ້ນຫລາຍຍິ່ງຂຶ້ນ ນັກເຕັ້ນລຳນັ້ນ ຕົນເອງກໍມົວເມົາປະມາດ ຕັ້ງຢູ່ໃນຄວາມປະມາດ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນນະຣົກຊື່: "ປະຫາສະ".

 ອີກຢ່າງໜຶ່ງ ຖ້າເຂົາມີຄວາມເຫັນຢ່າງນີ້ວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່: "ປະຫາສະ" ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.

 ຄາມະນິ! ເຮົາຍ່ອມກ່າວຄະຕິ 2 ຢ່າງຄື: ນະຣົກ ຫລື ກຳເນີດດິຣັດສານ ຢ່າງໃດຢ່າງໜຶ່ງຂອງບຸກຄົນຜູ້ມີຄວາມເຫັນຜິດ.

 ເມື່ອພຣະຜູ້ມີພຣະພາກກວ່າຢ່າງນີ້ແລ້ວ ນາຍບ້ານນັກເຕັ້ນລຳ ນາມວ່າ ຕາລະບຸດ ຮ້ອງໄຫ້ ສະອື້ນ ນ້ຳຕາໄຫລ.

 ພຣະຜູ້ມີພຣະພາກກວ່າວ່າ:

 ຄາມະນິ! ເຮົາໄດ້ຫ້າມທ່ານແລ້ວບໍ່ແມ່ນ ຫລືວ່າ ຢ່າເລີຍ ຄາມະນິ ຂໍພັກຂໍ້ນີ້ເສຍເຖີດ ຢ່າຖາມຂໍ້ນີ້ກັບເຮົາເລີຍ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍບໍ່ໄດ້ຮ້ອງໄຫ້ເຖິງຂໍ້ທີ່ພຣະຜູ້ມີພຣະພາກກວ່າຢ່າງນີ້ກັບຂ້ານ້ອຍດອກ, ແຕ່ຂ້ານ້ອຍຖືກນັກເຕັ້ນລຳຜູ້ເປັນອາຈານ ແລະ ປາຈານກ່ອນໆຫລອກລວງໃຫ້ຫລົງສິ້ນກາລະນານວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົບ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ "ປະຫາສະ".

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະທັມມະເທສະນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ. ພຣະຜູ້ມີພຣະພາກຊົງປະກາດທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລື ຕາມປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູບ ສັນນັ້ນ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາກ ກັບທັງພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂ້ານ້ອຍຂໍບັນພະຊາອຸປະສົມບົດໃນສຳນັກຂອງພຣະຜູ້ມີພຣະພາກ.

 ທ່ານນະຕະຄາມະນິນາມວ່າ ຕາລະບຸດໄດ້ບັນພະຊາ ໄດ້ອຸປະສົມບົດໃນສຳນັກຂອງພຣະຜູ້ມີພຣະພາກແລ້ວ ທ່ານຕາລະບຸດອຸປະສົມບົດແລ້ວບໍ່ນານ ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາດ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນ ອັນບໍ່ມີທັມອື່ນຍິ່ງກວ່າ ທີ່ກຸລະບຸດທັງຫລາຍຜູ້ອອກຈາກເຮືອນບວດເປັນບັນພະຊິດໂດຍຊອບມີຄວາມຕ້ອງການດ້ວຍປັນຍາອັນຍິ່ງເອງ ໃນປັດຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນທຳໄດ້ທຳສຳເຣັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ກໍແລທ່ານພຣະຕາລະບຸດໄດ້ເປັນພຣະອະຣະຫັນອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນທັງຫລາຍ.

.............................................................

ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໓໑໔/໕໘໙

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ