ເຣີກດີ ຍາມດີ ທີ່ພຣະພຸທທະເຈົ້າຊົງສອນ

ພິກຂຸທັງຫລາຍ !

ສັດຕະເຫລົ່າໃດປະພຶດສຸຈະຣິດດ້ວຍກາຍ ປະພຶດສຸຈະຣິດດ້ວຍວາຈາ ປະພຶດສຸຈະຣິດດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ;

ສັດຕະເຫລົ່າໃດປະພຶດສຸຈະຣິດດ້ວຍກາຍ ປະພຶດສຸຈະຣິດດ້ວຍວາຈາ ປະພຶດສຸຈະຣິດດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັດຕະເຫລົ່ານັ້ນ;

ສັດຕະເຫລົ່າໃດປະພຶດສຸຈະຣິດດ້ວຍກາຍ ປະພຶດສຸຈະຣິດດ້ວຍວາຈາ ປະພຶດສຸຈະຣິດດ້ວຍໃຈ ໃນເວລາຄ່ຳ ເວລາຄ່ຳກໍເປັນເວລາຄ່ຳທີ່ດີຂອງສັດເຫລົ່ານັ້ນ;

ສັດຕະທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າ ຣືກດີ ມຸງຄຸນດີ ສະວ່າງດີ

ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີໃນພຣົມມະຈາຣີບຸກຄົນທັງຫລາຍ.


ສຸປຸພພັນຫະສູຕຣ.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ