ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ


ພິກຂຸທັງຫຼາຍ ! ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ 3 ຈຳພວກ ເປັນແນວໃດ? ຄື:
1. ບຸກຄົນອາໄສບຸກຄົນໃດແລ້ວ ເປັນຜູ້ເຖິງພຣະພຸດທະເຈົ້າວ່າເປັນສະຣະນະ.
 ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ.
2. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ.  
 ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ.
3. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່. 
 ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 
 ພິກຂຸທັງຫຼາຍ ! ເຮົາກ່າວວ່າ ບຸກຄົນອື່ນນອກຈາກ ບຸກຄົນ 3 ຈຳພວກນີ້ ຈະເປັນຜູ້ມີອຸປະກາຣະມາກມາຍ ແກ່ບຸກຄົນນີ້ຫາບໍ່ໄດ້.
 ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວວ່າ ບຸກຄົນຈະໃຫ້ການຕອບແທນຄື: ດ້ວຍການຂາບໄຫວ້ ການລຸກຮັບ ການປະນົມມືໄຫວ້ ການກະທຳຄວາມເຄົາຣົບ ການໃຫ້ຜ້ານຸ່ງຫົ່ມ ອາຫານ ທີ່ຢູ່ອາໄສ ຢາຮັກໂຣຄແກ່ບຸກຄົນ 3 ຈຳພວກນີ້ບໍ່ໄດ້ງ່າຍ.
...........................................
~ສຸຕຕັນຕະປີດົກ ສະບັບຫຼວງ ອັງຄຸຕຕະຣນິກາຍ ເອກ. ໒໐/໑໑໗/໔໖໓

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ