ການມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ

ການມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ

ຄວນປະຕິບັດແນວໃດ?

ແລະບຸກຄົນເຊັ່ນໃດ ຈິ່ງຊື່ວ່າມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ

ອານົນ ! ...

ພວກທ່ານທັງຫລາຍຈົ່ງມີຕົນເປັນປະທີບ

ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ;

ຈົ່ງມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ.

ອານົນ ! ພິກຂຸມີຕົນເປັນປະທີບ ມີຕົນເປັນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ, ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະນັ້ນເປັນຢ່າງໃດ?

ອານົນ ! ພິກຂຸໃນທັມວິໄນນີ້

ພິຈາລະນາເຫັນກາຍໃນກາຍເນື່ອງໆຢູ່,

ພິຈາລະນາເຫັນເວທະນາໃນເວທະນາທັງຫລາຍເນື່ອງໆຢູ່,

ພິຈາລະນາເຫັນຈິດໃນຈິດເນື່ອງໆຢູ່,

ພິຈາລະນາເຫັນທັມໃນທັມທັງຫລາຍເນື່ອງໆຢູ່

ມີຄວາມພຽນເຜົາກິເລດ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ຍ່ອມກຳຈັດອະພິດຊາ ແລະໂທມະນັດໃນໂລກອອກເສຍໄດ້.

ອານົນ ! ພິກຂຸຢ່າງນີ້ແລ ຊື່ວ່າມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະເປັນຢູ່.

ອານົນ ! ໃນການບັດນີ້ກໍດີ ໃນການລ່ວງໄປແຫ່ງເຮົາກໍດີ ໃຜກໍຕາມ ຈັກຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະເປັນຢູ່,

ອານົນ ! ພິກຂຸພວກໃດ ເປັນຜູ້ໄຝ່ໃນສິກຂາ ພິກຂຸພວກນັ້ນ ຈັກເປັນຜູ້ຢູ່ໃນສະຖານະອັນເລີດທີ່ສຸດແລ.

............................................

ມະຫາວາຣ.ສໍ. ໑໙/໒໑໖-໒໑໗/໗໓໗-໗໔໐

(ພຸທທະວະຈະນະ ສະບັບກ້າວຍ່າງຢ່າງພຸທທະ ໜ້າທີ ໘-໑໐)

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ