ທີ່ຮ້ອງວ່າໂລກ

ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທີ່ກວ່າວ່າ ໂລກ ໂລກ ດັ່ງນີ້; ດ້ວຍເຫດພຽງເທົ່າໃດໜໍຈິ່ງກວ່າວ່າ ໂລກ ພຣະອົງຄ໌ຜູ້ຈະເຣີນ?

 ດູກ່ອນພິກຂຸ! ທີ່ກ່ວາວ່າ ໂລກ ເພາະແຕກສະຫລາຍ 

 ອັນໃດແຕກສະຫລາຍ?

 ດູກ່ອນພິກຂຸ! 

  ຈັກຂຸ ແລແຕກສະຫລາຍ 

  ຣູບ ແຕກສະຫລາຍ 

  ຈັກຂຸວິນຍານ ແຕກສະຫລາຍ 

  ຈັກຂຸສັມຜັດ ແຕກສະຫລາຍ 

  ສຸກຂະເວທະນາ 

  ທຸກຂະເວທະນາ ຫລື

  ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຈັກຂຸສັມຜັດເປັນປັດໃຈ ແຕກສະຫລາຍ.


 ໂສຕະ ແຕກສະຫລາຍ 

 ສຽງ ແຕກສະຫລາຍ 

 ໂສຕະວິນຍານ ແຕກສະຫລາຍ 

 ໂສຕະສັມຜັດ ແຕກສະຫລາຍ 

 ສຸກຂະເວທະນາ 

 ທຸກຂະເວທະນາ ຫລື

 ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະໂສຕະສັມຜັດເປັນປັດໃຈ ແຕກສະຫລາຍ.


  ຄານະ ແຕກສະຫລາຍ 

  ກິ່ນ ແຕກສະຫລາຍ 

  ຄານະວິນຍານ ແຕກສະຫລາຍ

  ຄານະສັມຜັດ ແຕກສະຫລາຍ

  ສຸກຂະເວທະນາ 

  ທຸກຂະເວທະນາ ຫລື

  ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຄານະສັມຜັດເປັນປັດໃຈ ແຕກສະຫລາຍ.


  ຊິວຫາ ແຕກສະຫລາຍ

  ຣົດ ແຕກສະຫລາຍ

  ຊິວຫາວິນຍານ ແຕກສະຫລາຍ

  ຊິວຫາສັມຜັດ ແຕກສະຫລາຍ

  ສຸກຂະເວທະນາ 

  ທຸກຂະເວທະນາ ຫລື

  ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຊິວຫາສັມຜັດເປັນປັດໃຈ ແຕກສະຫລາຍ.


  ກາຍະ ແຕກສະຫລາຍ 

  ໂຜດຖັບພະ ແຕກສະຫລາຍ

  ກາຍະວິນຍານ ແຕກສະຫລາຍ

  ກາຍະສັມຜັດ ແຕກສະຫລາຍ 

  ສຸກຂະເວທະນາ

  ທຸກຂະເວທະນາ ຫລື

  ອະທຸກຂະມະສຸກຂະເວທະນາທີ່ເກີດຂຶ້ນເພາະກາຍະສັມຜັດເປັນປັດໃຈ ແຕກສະຫລາຍ.


  ມະໂນ ແຕກສະຫລາຍ

  ທັມມາຣົມ ແຕກສະຫລາຍ 

  ມະໂນວິນຍານ ແຕກສະຫລາຍ

  ມະໂນສັມຜັດ ແຕກສະຫລາຍ

  ສຸກຂະເວທະນາ ທຸກຂະເວທະນາ ຫລື

  ອະທຸກຂະມະສຸກຂະເວທະນາທີ່ເກີດຂຶ້ນເພາະມະໂນສັມຜັດເປັນປັດໃຈ ແຕກສະຫລາຍ.


ດູກ່ອນພິກຂຸ! ທີ່ເອີ້ນວ່າ ໂລກ ເພາະແຕກສະຫລາຍ ດັ່ງນີ້.

........................................................................

ສັງຍຸຕຕະນິກາຍ ສະລາຍະຕະວັຄ ໑໘/໕໑/໙໘

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ