ຖານະທີ່ເປັນໄປບໍ່ໄດ້ຂອງບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ


ພິກຂຸທັງຫລາຍ! ຖານະທີ່ເປັນໄປບໍ່ໄດ້ 6 ປະການ; 6 ປະການເປັນແນວໃດ? ຄື:
 1.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອຢຶດຖືສັງຂານໃດໆໂດຍຄວາມເປັນຂອງທ່ຽງ,
 2.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອຢຶດຖືສັງຂານໃດໆໂດຍຄວາມເປັນສຸກ,
 3.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອຢຶດຖືສັງຂານໃດໆໂດຍຄວາມເປັນອັດຕາ,
 4.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອກະທຳອະນັນຕະຣິຍະກັມ,
 5.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອເຊື່ອຄວາມບໍຣິສຸດໂດຍຖືມຸງຄຸນຕື່ນຂ່າວ,
 6.ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ເປັນຜູ້ບໍ່ຄວນເພື່ອສະແຫວງຫາເຂດບຸນພາຍນອກສາສະນານີ້.

ພິກຂຸທັງຫລາຍ! ຖານະທີ່ເປັນໄປບໍ່ໄດ້ 6 ປະການນີ້ແລ.


ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໙໒/໓໖໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ