ຄວາມທຸກສາມລັກສະນະ

ພິກຂຸທັງຫລາຍ. ! ຄວາມເປັນທຸກ ມີສາມລັກສະນະເຫລົ່ານີ້, ສາມລັກສະນະເຫລົ່າໃດໜໍ? ສາມລັກສະນະຄື

ຄວາມເປັນທຸກຂ໌ 3

[໓໑໙] ສາວັຕຖີນິທານ. 

ດູກ່ອນພິກຂຸທັງຫລາຍ

ຄວາມເປັນທຸກຂ໌ 3 ຢ່າງນີ້, 3 ຢ່າງເປັນຢ່າງໃດ ? ຄື:

1.ຄວາມເປັນທຸກຂ໌ ເກີດຈາກຄວາມບໍ່ສະບາຍກາຍ  

2.ຄວາມເປັນທຸກຂ໌ ເກີດຈາກສັງຂານ 

3.ຄວາມເປັນທຸກຂ໌ ເກີດຈາກຄວາມປ່ຽນແປງ  

ດູກ່ອນພິກຂຸ ທັງຫລາຍ ຄວາມເປັນທຸກ 3 ຢ່າງນີ້ແລ.🙏


 - ມຫາວາຣ. ສໍ. ໑໙/໘໕/໓໑໙


* ຄວາມທຸກຂ໌ຂອງເທວະດາແລະມະນຸດຕາມທຳມະຊາດ


 ພິກຂຸ ທັງຫລາຍ. ! ເທວະດາ ແລະ ມະນຸດທັງຫລາຍ ມີຮູບເປັນທີ່ມາຍິນດີ ຍິນດີແລ້ວໃນຮູບ ບັນເທິງແລ້ວໃນຮູບ ຍ່ອມຢູ່ເປັນທຸກຂ໌ ເພາະຄວາມປ່ຽນແປງ ຈາງຄາຍດັບໄປແຫ່ງຮູບ. (ໃນກໍລະນີແຫ່ງ ສຽງ ກິ່ນ ຣົດ ໂຜຖັບພະ ແລະ ທັມມະຣົມ ກໍກວ່າຢ່າງດຽວກັນ).

 ພິກຂຸ ທັງຫລາຍ. ! ສ່ວນຕະຖາຄົດອະຣະຫັນຕະສັມມາສັມພຸດທະ ຮູ້ແຈ້ງຄວາມເກີດ ຄວາມຕັ້ງຢູ່ບໍ່ໄດ້ ຮູູ້ຄຸນ ໂທດ ແລະ ອຸບາຍເຄື່ອງ ສະຫລັດອອກ ແຫ່ງຮູບ ຕາມເປັນຈິງ ບໍ່ມີຮູບເປັນທີ່ມາຍິນດີ ບໍ່ຍິນດີໃນຮູບ ບໍ່ບັນເທິງໃນຮູບ ຍັງຄົງຢູ່ເປັນສຸກຂ໌ ແມ້ເພາະຄວາມປ່ຽນແປງຈາງຄາຍດັບໄປແຫ່ງຮູບ.

(ໃນກໍລະນີແຫ່ງສຽງ ກິ່ນ ຣົດ ໂຜດຖັບພະ ແລະ ທັມມະຣົມ ກໍຕຣັສຢ່າງດຽວກັນ).

...............................................................

 - ສລາ. ສໍ. ໑໘/໑໕໙/໒໑໖.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ