ການບຳລຸງທີ່ເລີດ

ປາຣິຈະຣິຍານຸຕຕະຣິຍະ (ການບຳຣຸງທີ່ເລີດ)

 ກໍປາຣິຈະຣິຍານຸດຕະຣິຍະເປັນແນວໃດ?

 ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ຍ່ອມບຳຣຸງກະສັດແດ່ ພຣາມແດ່ ຄະຫະບໍດີແດ່ ບຳຣຸງຄົນຊັ້ນສູງຊັ້ນຕ່ຳ ບຳຣຸງສະມະນະ ຫລື ພຣາມຜູ້ເຫັນຜິດ ຜູ້ປະຕິບັດຜິດ.

 ພິກຂຸທັງຫລາຍ! ການບຳຣຸງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າ ການບຳຣຸງນີ້ນັ້ນເປັນການບຳຣຸງທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ຣະງັບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.

 ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົດ ຫລື ສາວົກຂອງຕະຖາຄົດ ການບຳຣຸງນີ້ເລີດກວ່າການບຳຣຸງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸດຂອງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກ ແລະ ປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ ແລະ ໂທມະນັດ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິບພານ.

 ພິກຂຸທັງຫລາຍ! ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົດ ຫລື ສາວົກຂອງຕະຖາຄົດນີ້ ເຮົາເອີ້ນວ່າ ປາຣິຈະຣິຍານຸຕຕະຣິຍະ.

..........................................................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໙໖-໒໙໙/໓໐໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ