ພຣະນາງກາລິໂຄທາເປັນໂສດາບັນ

ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າປະທັບຢູ່ໃນນິໂຄທາຣາມ ໃກ້ພຣະນະຄອນກະບິນດະພັດ ແຄວ້ນສັກກະ ຄັ້ງນັ້ນເປັນເວລາເຊົ້າ ພຣະຜູ້ມີພຣະພາກຊົງຄອງອັນຕະຣະວາສົກແລ້ວ ຊົງຖືບາດ ແລະ ຈີວອນສະເດັດເຂົ້າໄປຍັງນິເວດຂອງເຈົ້າສາກິຍານີນາມວ່າ ກາລິໂຄທາ ປະທັບນັ່ງເທິງອາສະນະທີ່ເຂົາປູຖວາຍ ພຣະນາງກາລິໂຄທາສາກິຍານີສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກ ຊົງກຣາບອະພິວາດພຣະຜູ້ມີພຣະພາກແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວພຣະຜູ້ມີພຣະພາກໄດ້ກວ່າກັບພຣະນາງກາລິໂຄທາສາກິຍານີວ່າ:

 ໂຄທາ! ອະຣິຍະສາວິກາຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ, ທັມ 4 ປະການເປັນຢ່າງໃດ?

 ໂຄທາ! ອະຣິຍະສາວິກາໃນທັມວິໄນນີ້ 

 1.ປະກອບດ້ວຍຄວາມເຫລື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າວ່າ ເພາະເຫດຢ່າງນີ້ໆ ພຣະຜູ້ມີພຣະພາກເຈົ້ານັ້ນ ເປັນຜູ້ໄກຈາກກິເລດ, ຕຣັດສະຮູ້ຊອບໄດ້ໂດຍພຣະອົງຄ໌ເອງ, ເປັນຜູ້ເຖິງພ້ອມດ້ວຍວິຊາ ແລະ ຈະຣະນະ, ເປັນຜູ້ໄປແລ້ວດ້ວຍດີ, ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ, ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກໄດ້ຢ່າງບໍ່ໃຜຍິ່ງກວ່າ, ເປັນຄູຂອງເທວະດາ ແລະ ມະນຸດທັງຫລາຍ, ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ, ເປັນຜູ້ຈຳເຣີນຈຳແນກທັມອອກສັ່ງສອນສັດຕະ, ດັ່ງນີ້.

 2.ເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະທັມວ່າ: ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາກເຈົ້າກວ່າໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາ ແລະ ປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງເປັນສິ່ງທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ບໍ່ຈໍາກັດການ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົນ, ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.

 3.ເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ: ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າ ເປັນຜູ້ປະຕິບັດດີແລ້ວ, ເປັນຜູ້ປະຕິບັດຕົງແລ້ວ, ເປັນຜູ້ປະຕິບັດໃຫ້ຮູ້ທັມເຄື່ອງອອກຈາກທຸກຂ໌ແລ້ວ, ເປັນຜູ້ປະຕິບັດສົມຄວນແລ້ວ, ໄດ້ແກ່ບຸກຄົນເຫລົ່ານີ້ຄື: ຄູ່ແຫ່ງບຸຣຸດສີ່ຄູ່ ນັບຮຽງຕົວບຸຣຸດໄດ້ 8 ບຸຣຸດ ນັ້ນແຫລະຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸກຄົນທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້.

 4.ມີໃຈປາສະຈາກມັດສະຣິຍະອັນເປັນມົນທິນ ມີຈາຄະອັນສະລະແລ້ວ ມີຝາມີອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການແຈກຈ່າຍທານ (ທານະສັງວິພາຄະຣະໂຕຕິ) ຢູ່ຄອງເຮືອນ.

 ໂຄທາ! ອະຣິຍະສາວິກາຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັດສະຮູ້ໃນເບື້ອງໜ້າ.

 ພຣະນາງກາລິໂຄທາສາກິຍານີກຣາບທູນວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂສຕາປັດຕິຍັງຄະ 4 ປະການເຫລົ່າໃດ ທີ່ພຣະອົງຄ໌ຊົງສະແດງໄວ້ ທັມເຫລົ່ານັ້ນມີຢູ່ໃນຂ້ານ້ອຍ ແລະຂ້ານ້ອຍກໍເຫັນຊັດໃນທັມເຫລົ່ານັ້ນ ເພາະວ່າຂ້ານ້ອຍເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າ...ໃນພຣະທັມ...ໃນພຣະສົງຄ໌...ອີກຢ່າງໜຶ່ງ ໄທຍະທັມຢ່າງໃດຢ່າງໜຶ່ງທີ່ມີຢູ່ໃນຕະກຸນ ຂ້ານ້ອຍແບ່ງປັນໄທຍະທັມເຫລົ່ານັ້ນກັບທ່ານທີ່ມີສີນ ມີກັນລະຍານະທັມ.

 ໂຄທາ! ເປັນລາບຂອງເຈົ້າແລ້ວ ເຈົ້າໄດ້ດີແລ້ວ ໂສດາປັດຕິຜົນເຈົ້າພະຍາກອນແລ້ວ.

.....................................................................

ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ ສະບັບຫລວງ ໑໙/໓໙໓/໑໕໙໖

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ