ການເວົ້າທີ່ເປັນເຫດໃຫ້ໄປສູ່ນະຣົກ

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ 4 ປະການເປັນແນວໃດ? ຄື:

  ເປັນຜູ້ເວົ້າຕົວະ, 

  ເປັນຜູ້ເວົ້າສຽດສີ,

  ເປັນຜູ້ເວົ້າຄຳຫຍາບ, 

  ເປັນຜູ້ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ.

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ 4 ປະການເປັນແນວໃດ? ຄື: 

  ເປັນຜູ້ງົດເວັ້ນຈາກການເວົ້າຕົວະ,

  ເປັນຜູ້ງົດເວັ້ນຈາກການເວົ້າສຽດສີ, 

  ເປັນຜູ້ງົດເວັ້ນຈາກການເວົ້າຄຳຫຍາບ, 

  ເປັນຜູ້ງົດເວັ້ນຈາກການເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ.

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ.

.....................................................................

  ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໘໓/໘໒

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ