ຄວາມຮັກ 4 ແບບ

ວ່າດ້ວຍຄວາມຮັກ 4 ແບບ

 1.ຄວາມຮັກເກີດຈາກຄວາມຮັກ

 ພິກຂຸທັງຫລາຍ ! ໃນກໍລະນີນີ້ ມີບຸກຄົນເຊິ່ງເປັນທີ່ປາຖະຫນາ ຫນ້າຮັກໃຄ່ພໍໃຈຂອງບຸກຄົນຄົນຫນຶ່ງ, ມີບຸກຄົນພວກອື່ນມາປະພຶດກະທຳຕໍ່ບຸກຄົນນີ້ ດ້ວຍອາການທີ່ຫນ້າປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ; ບຸກຄົນນັ້ນກໍຈະເກີດຄວາມພໍໃຈຂຶ້ນມາຢ່າງນີ້ວ່າ “ ບຸກຄົນເຫລົ່ານັ້ນປະພຶດກະທຳຕໍ່ບຸກຄົນທີ່ເຮົາປາຖະຫນາຫນ້າຮັກໃຄ່ ຫນ້າພໍໃຈ ດ້ວຍອາການທີ່ຫນ້າປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ “ ດັ່ງນີ້;

 ບຸກຄົນນັ້ນຊື່ວ່າ

ຍ່ອມທຳຄວາມຮັກໃຫ້ເກີດຂຶ້ນໃນບຸກຄົນເຫລົ່ານັ້ນ.

 ພິກຂຸທັງຫລາຍ ! ຢ່າງນີ້ແລ ເອີ້ນວ່າ: 

 ຄວາມຮັກເກີດຈາກຄວາມຮັກ.


 2.ຄວາມກຽດຊັງເກີດຈາກຄວາມຮັກ

ພິກຂຸທັງຫລາຍ ! ໃນກໍລະນີນີ້ ມີບຸກຄົນເຊິ່ງເປັນທີ່ປາຖະຫນາຫນ້າຮັກໃຄ່ ຫນ້າພໍໃຈຂອງບຸກຄົນຫນຶ່ງ, ມີບຸກຄົນພວກອື່ນມາປະພຶດກະທຳຕໍ່ບຸກຄົນນັ້ນ ດ້ວຍອາການທີ່ບໍ່ຫນ້າປາຖະຫນາ ບໍ່ຫນ້າຮັກໃຄ່ ບໍ່ຫນ້າພໍໃຈ; ບຸກຄົນນັ້ນກໍຈະເກີດຄວາມບໍ່ພໍໃຈຂຶ້ນມາຢ່າງນີ້ວ່າ “ ບຸກຄົນເຫລົ່ານັ້ນປະພຶດກະທຳຕໍ່ບຸກຄົນທີ່ເຮົາປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ ດ້ວຍອາການທີ່ບໍ່ຫນ້າປາຖະຫນາ ບໍ່ຫນ້າຮັກໃຄ່ ບໍ່ຫນ້າພໍໃຈ “ດັ່ງນີ້;

 ບຸກຄົນນັ້ນຊື່ວ່າ

 ຍ່ອມທຳຄວາມກຽດຊັງໃຫ້ເກີດຂຶ້ນໃນບຸກຄົນເຫລົ່ານັ້ນ.

 ພິກຂຸທັງຫລາຍ ! ຢ່າງນີ້ແລ ເຮົາເອີ້ນວ່າ 

 ຄວາມ ກຽດຊັງເກີດຈາກຄວາມຮັກ.


 3.ຄວາມຮັກເກີດຈາກຄວາມກຽດຊັງ

 ພິກຂຸທັງຫລາຍ ! ໃນກໍລະນີນີ້ ມີບຸກຄົນເຊິ່ງບໍ່ເປັນທີ່ປາຖະຫນາຫນ້າຮັກໃຄ່ ຫນ້າພໍໃຈຂອງບຸກຄົນຄົນຫນຶ່ງ, ມີບຸກຄົນພວກອື່ນມາປະພຶດກະທຳຕໍ່ບຸກຄົນຄົນນັ້ນ ດ້ວຍອາການທີ່ບໍ່ຫນ້າປາຖະຫນາ ບໍ່ຫນ້າຮັກໃຄ່ ບໍ່ຫນ້າພໍໃຈ; ບຸກຄົນນັ້ນກໍຈະເກີດຄວາມພໍໃຈຂຶ້ນມາຢ່າງນີ້ວ່າ 

 “ບຸກຄົນເຫລົ່ານັ້ນປະພຶດກະທຳຕໍ່ບຸກຄົນທີ່ເຮົາບໍ່ປາຖະຫນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ຫນ້າປາຖະຫນາ ບໍ່ຫນ້າຮັກໃຄ່ ບໍ່ຫນ້າພໍໃຈ” ດັ່ງນີ້;

 ບຸກຄົນນັ້ນຊື່ວ່າ

 ຍ່ອມເຮັດຄວາມໃຫ້ເກີດຂຶ້ນໃນບຸກຄົນເຫລົ່ານັ້ນ.

 ພິກຂຸທັງຫລາຍ ! ຢ່າງນີ້ແລ ເຮົາກວ່າວ່າ 

 ຄວາມຮັກເກີດຈາກຄວາມກຽດຊັງ.


 4.ຄວາມກຽດຊັງເກີດຈາກຄວາມກຽດຊັງ

  ພິກຂຸທັງຫລາຍ ! ໃນກໍລະນີນີ້ ມີບຸກຄົນເຊິ່ງບໍ່ເປັນທີ່ປາຖະຫນາຮັກໃຄ່ພໍໃຈຂອງບຸກຄົນຄົນຫນຶ່ງ, ມີບຸກຄົນພວກອື່ນມາປະພຶດກະທຳຕໍ່ບຸກຄົນນັ້ນ ດ້ວຍອາການທີ່ຫນ້າປາຖະຫນາ ຫນ້າຮັກໃຄ່ ຫນ້າພໍໃຈ; ບຸກຄົນນັ້ນກໍຈະເກີດຄວາມບໍ່ພໍໃຈຂຶ້ນມາຢ່າງນີ້ວ່າ

  “ບຸກຄົນເຫລົ່ານັ້ນປະພຶດກະທຳຕໍ່ບຸກຄົນທີ່ເຮົາບໍ່ປາຖະຫນາຮັກໃຄ່ພໍໃຈດ້ວຍອາການທີ່ຫນ້າປາຖະຫນາຮັກໃຄ່ຫນ້າພໍໃຈ“ ດັ່ງນີ້;

 ບຸກຄົນນັ້ນຊື່ວ່າ

 ຍ່ອມເຮັດຄວາມກຽດຊັງໃຫ້ເກີດຂຶ້ນໃນບຸກຄົນເຫລົ່ານັ້ນ.

ພິກຂຸທັງຫລາຍ ! ຢ່າງນີ້ແລ ເຮົາເອີ້ນວ່າ 

ຄວາມກຽດຊັງເກີດຈາກຄວາມກຽດຊັງ.

................................................................................

-ຈຕຸກກ. ອໍ ໒໑/໒໙໐-໒໙໑/໒໐໐.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ